ເປີດໂຄງ​ການທົດລອງລະບົບບໍລິຫານຈັດການການລ້ຽງສັດດິຈິຕອນດ້ວຍປັນຍາປະດິດ

ເປີດໂຄງ​ການທົດລອງລະບົບບໍລິຫານຈັດການການລ້ຽງສັດດິຈິຕອນດ້ວຍປັນຍາປະດິດ

ເປີດໂຄງ​ການທົດລອງລະບົບບໍລິຫານຈັດການການລ້ຽງສັດດິຈິຕອນດ້ວຍປັນຍາປະດິດ
ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ WHYBIZ Corp., INPRO ແລະ ອົງການສົ່ງເສີມການຄ້າ ແລະ ການລົງທຶນແຫ່ງສາທາລະນະລັດເກົາຫຼີ (KOTRA)ໄດ້ເປີດໂຄງການທົດລອງ (PoC) ລະບົບບໍລິຫານຈັດການການລ້ຽງສັດດິຈິຕອນດ້ວຍປັນຍາປະດິດ (AI-Based Digital Livestock Management System) ຄັ້ງທໍາອິດຂອງ ສ​ປ​ປລາວ.

ພິທີເປີດໂຄງການໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງແຮມລາວພລາຊາ ໂດຍມີບັນດາອົງການພາກລັດ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລແຫ່ງຊາດລາວ, ຜູ້ຊ່ຽວຊານດ້ານການລ້ຽງສັດ, ສະມາຄົມຜູ້ລ້ຽງງົວແລະຜູ້ຕາງໜ້າຈາກສາທາລະນະລັດເກົາຫຼີເຂົ້າຮ່ວມ.

ຂະແໜງການລ້ຽງສັດແມ່ນໜຶ່ງໃນຂະແໜງບູລິມະສິດທີ່ລັດຖະບານ ສປປ ລາວ ກຳນົດໄວ້ ເພື່ອຫັນຂະແໜງກະສິກຳໃຫ້ທັນສະໄໝ ແລະ ພັດທະນາເສດຖະກິດຊົນນະບົດ. ແນວໃດກໍຕາມ, ຟາມລ້ຽງງົວຈຳນວນຫຼາຍຍັງສືບຕໍ່ອາໄສການບັນທຶກຂໍ້ມູນດ້ວຍມື, ເຮັດໃຫ້ການຕິດຕາມສຸຂະພາບສັດ, ປະສິດທິຜົນການຂະຫຍາຍພັນ ແລະ ການລະບາດຂອງພະຍາດປະສົບຄວາມຫຍຸ້ງຍາກ. ການນຳລະບົບບໍລິຫານຈັດການການລ້ຽງສັດດິຈິຕອນເຂົ້າມານຳໃຊ້ ຄາດວ່າຈະຊ່ວຍເພີ່ມຜະລິດຕະພາບຂອງຟາມ, ພ້ອມທັງເສີມສ້າງລະບົບການຕິດຕາມທີ່ມາ (traceability) ແລະ ສະໜັບສະໜູນການສົ່ງອອກງົວໃນອະນາຄົດ.

ແພລດຟອມດິຈິຕອນດັ່ງກ່າວໄດ້ນຳເອົາລະບົບປ້າຍຫູ RFID (Radio-Frequency Identification), ພ້ອມກັບການຕິດຕາມທີ່ຂັບເຄື່ອນດ້ວຍ AI ແລະ ການຈັດການຂໍ້ມູນເທິງລະບົບຄລາວ (cloud-based data management) ເພື່ອສະໜອງຂໍ້ມູນແບບທັນເວລາກ່ຽວກັບສັດແຕ່ລະໂຕ ໃຫ້ແກ່ຊາວກະສິກອນ ແລະ ພາກສ່ວນຄຸ້ມຄອງການລ້ຽງສັດ. ລະບົບດັ່ງກ່າວສາມາດລະບຸຕົວຕົນຂອງສັດດ້ວຍລະບົບດິຈິຕອນ, ຕິດຕາມການເຄື່ອນຍ້າຍ, ຕິດຕາມສຸຂະພາບ, ບັນທຶກການຂະຫຍາຍພັນ ແລະ ບໍລິຫານການຜະລິດ, ຊຶ່ງຊ່ວຍໃຫ້ຕັດສິນໃຈໄດ້ວ່ອງໄວຂຶ້ນ ແລະ ປັບປຸງການບໍລິຫານຟາມໃຫ້ມີປະສິດທິຜົນ.

ທ່ານ ສິລິພົນ ພິທັກສູນຮອງຫົວໜ້າສະຖາບັນ NAFRI ໄດ້ເນັ້ນວ່າ: ການຫັນຂະແໜງການລ້ຽງສັດໃຫ້ທັນສະໄໝ ຜ່ານນະວັດຕະກຳ ແລະ ເຕັກໂນໂລຊີດິຈິຕອນ ແມ່ນບູລິມະສິດແຫ່ງຊາດ. ທ່ານກ່າວວ່າ ການຮ່ວມມືກັບ WHYBIZ ຖືເປັນຂີດໝາຍສຳຄັນໃນການນຳປັນຍາປະດິດ (Artificial Intelligence: AI) ມາປະຍຸກໃຊ້ໃນການບໍລິຫານຈັດການການລ້ຽງສັດຢ່າງເປັນຮູບປະທຳ ແລະ ສະທ້ອນເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການປັບປຸງຜະລິດຕະພາບໃນຂະແໜງກະສິກຳ, ພ້ອມທັງສະໜັບສະໜູນການພັດທະນາຊົນນະບົດຢ່າງຍືນຍົງ. ພາຍຫຼັງການນຳໃຊ້ປະສົບຜົນສຳເລັດຢູ່ສູນຄົ້ນຄວ້າການລ້ຽງສັດ ແລະ ຟາມລ້ຽງງົວພັນ, ຄາດວ່າໂຄງການຈະຂະຫຍາຍໄປອີກ 18 ແຫ່ງທົ່ວປະເທດ.

ທ່ານ Park Jungwe, ຜູ້ອຳນວຍການ KOTRA ປະຈຳນະຄອນຫຼວງວຽງຈັນ, ໄດ້ກ່າວເນັ້ນວ່າ ໂຄງການນີ້ສະແດງເຖິງການຂະຫຍາຍຕົວຂອງການຮ່ວມມືຍຸດທະສາດລະຫວ່າງສາທາລະນະລັດເກົາຫຼີ ແລະ ສປປ ລາວ ໃນການສົ່ງເສີມກະສິກຳອັດສະລິຍະ, ທ່ານກ່າວວ່າ: ການບໍລິຫານຈັດການການລ້ຽງສັດດິຈິຕອນຈະນຳມາເຊິ່ງຜົນປະໂຫຍດທີ່ສຳຄັນໃນໄລຍະຍາວ ໂດຍຊ່ວຍເພີ່ມປະສິດທິພາບການຂະຫຍາຍພັນ, ສຸຂະພາບສັດ, ຜະລິດຕະພາບຂອງຟາມ ແລະ ຂີດຄວາມສາມາດໃນການບໍລິຫານ, ພ້ອມທັງສະໜັບສະໜູນການປະຕິບັດຕາມມາດຕະຖານສາກົນດ້ານການຕິດຕາມທີ່ມາ.

ໂຄງການນີ້ສະແດງເຖິງຄວາມມຸ່ງໝັ້ນຂອງສາທາລະນະລັດເກົາຫຼີ ໃນການສະໜັບສະໜູນການຫັນປ່ຽນສູ່ດິຈິຕອນ ໃນຂະແໜງກະສິກຳ ຜ່ານການຖ່າຍທອດເຕັກໂນໂລຊີ ແລະ ການຮ່ວມມືລະຫວ່າງພາກລັດ-ເອກະຊົນ. ໂດຍການປະສົມປະສານນະວັດຕະກຳຂອງ ສ ເກົາຫຼີກັບສະຖາບັນຄົ້ນຄວ້າຂອງ ສປປລາວ, ຂໍ້ລິເລີ່ມນີ້ມີເປົ້າໝາຍພັດທະນາວິທີແກ້ໄຂທີ່ສາມາດນຳໃຊ້ໄດ້ຈິງ ແລະ ຂະຫຍາຍນຳໃຊ້ທົ່ວປະເທດ.

ໃນໄລຍະຍາວ, ຄາດວ່າໂຄງການຈະຊ່ວຍປັບປຸງຄຸນນະພາບຂອງງົວ, ເສີມສ້າງລະບົບຄວບຄຸມພະຍາດ, ຫຼຸດຕົ້ນທຶນການຜະລິດ, ເພີ່ມລາຍຮັບໃຫ້ຊາວກະສິກອນ ແລະ ຍົກສູງຂີດຄວາມສາມາດໃນການແຂ່ງຂັນຂອງຊີ້ນງົວລາວໃນຕະຫຼາດພາກພື້ນ ແລະ ສາກົນ.

ຂ່າວ: Kotra

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ