ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026
ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປ ຈີນ ໄດ້ເປີດງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ” 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນານີ້ ທີ່ສະໂມສອນໃຫຍ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ຫວູຈິນຊາງ ຮອງຫົວໜ້າພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ, ທ່ານ ເຕີງລີ້ສຽງ ທີ່ປຶກສາທູດ ຜູ້ຊີ້ນໍາສຶກສາ-ວັດທະນະທໍາສະຖານເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.
ເປດງານວາງສະແດງການສກສາສາກນຮຽນຕກວາງຊ 2026 - image 1
 

ທ່ານ ເດຊານຸລາດ ແສນດວງເດດ ກ່າວເປີດງານວ່າ: ມຊ ສ້າງຕັ້ງຂຶ້ນໃນປີ 1996 ແລະ ເປັນມະຫາວິທະຍາໄລສັງລວມທີ່ໃຫຍ່ທີ່ສຸດຂອງ ສປປ ລາວ. ຕະຫຼອດ 30 ປີຜ່ານມາ ມະຫາວິທະຍາໄລໄດ້ປະຕິບັດພາລະກິດອັນສໍາຄັນໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດ ແລະ ຂະຫຍາຍການຮ່ວມມືສາກົນ ແລະ ຫວັງເປັນຢ່າງຍິ່ງວ່າຜ່ານງານວາງສະແດງໃນຄັ້ງນີ້ ມຊ ຈະມີການຮ່ວມມືເພີ່ມຂຶ້ນກັບບັນດາມະຫາວິທະຍາໄລຂອງກວາງຊີ ໂດຍສະເພາະບັນດາສະຖາບັນການສຶກສາຊັ້ນສູງທີ່ມາວາງສະແດງໃນຄັ້ງນີ້.

ທ່ານ ໄກສອນ ເພັງໂສພາ ກ່າວວ່າ: ງານວາງສະແດງການສຶກສາໃນຄັ້ງນີ້, ບໍ່ພຽງແຕ່ເປັນເວທີໃຫ້ນັກຮຽນ-ນັກສຶກສາລາວໄດ້ຮັບຂໍ້ມູນການສຶກສາ, ທຶນການສຶກສາ ແລະ ໂອກາດໃນການສືບຕໍ່ການຮຽນຢູ່ ສປ ຈີນ ທີ່ຖືກຕ້ອງເທົ່ານັ້ນ, ແຕ່ຍັງເປັນຂົວເຊື່ອມແຫ່ງມິດຕະພາບ, ຄວາມເຂົ້າໃຈ ແລະ ການພົວພັນດ້ານການສຶກສາ-ວັດທະນະທໍາ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ. ກວາງຊີແມ່ນໜຶ່ງໃນຄູ່ຮ່ວມມືດ້ານການສຶກສາທີ່ສໍາຄັນຂອງກະຊວງ ສສກ. ໃນໄລຍະຜ່ານມາ, ສອງຝ່າຍໄດ້ມີການພົວພັນ ແລະ ຮ່ວມມືຢ່າງກວ້າງຂວາງ ບໍ່ວ່າຈະເປັນການໃຫ້ທຶນການສຶກສາ, ການຝຶກອົບຮົມຄູ-ອາຈານ ແລະ ການຊ່ວຍພັດທະນາຫຼັກສູດຕ່າງໆ. ສິ່ງເຫຼົ່ານີ້ໄດ້ປະກອບສ່ວນສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ.

ໂອກາດນີ້, ທ່ານ ຫວູຈິນຊາງ ກ່າວວ່າ: ປັດຈຸບັນ ກວາງຊີມີສະຖາບັນການສຶກສາຊັ້ນສູງ 93 ແຫ່ງ ແລະ ມີນັກສຶກສາກວ່າ 1,88 ລ້ານຄົນ. ມີພື້ນຖານການຮຽນການສອນທີ່ທັນສະໄໝ, ຫຼັກສູດຄົບຖ້ວນ ແລະ ເປັນຈຸດໝາຍປາຍທາງທີ່ເໝາະສົມສໍາລັບຊາວໜຸ່ມອາຊຽນໃນການສຶກສາຕໍ່, ມີນັກສຶກສາຕ່າງປະເທດກວ່າ 10,000 ຄົນ. ໃນນັ້ນ, ປະມານ 70% ມາຈາກປະເທດອາຊຽນ.

ເປດງານວາງສະແດງການສກສາສາກນຮຽນຕກວາງຊ 2026 - image 2
 

ກວາງຊີໄດ້ຈັດຕັ້ງ “ທຶນການສຶກສາລັດຖະບານ ຈີນ-ກວາງຊີ ສໍາລັບນັກສຶກສາອາຊຽນ” ແລະ “ທຶນການສຶກສາລັດຖະບານກວາງຊີສໍາລັບນັກສຶກສາອາຊຽນ” ໂດຍສະ ໜອງໂກຕ້າທຶນການສຶກສາໃຫ້ນັກສຶກສາລາວທຸກປີຈໍານວນ 52 ທຶນສໍາລັບຫຼັກສູດ ປະລິນຍາ ແລະ 60 ທຶນສໍາລັບຫຼັກສູດພາສາຈີນ. ໄດ້ຈັດ “ງານວາງສະແດງການສຶກສາຮຽນຕໍ່ ກວາງຊີ” ໃນບັນດາປະເທດອາຊຽນຢ່າງສໍາເລັດຜົນມາແລ້ວ 29 ຄັ້ງ ຊຶ່ງໄດ້ກາຍເປັນເວທີສໍາຄັນໃຫ້ນັກຮຽນ ແລະ ຜູ້ປົກຄອງໄດ້ເຂົ້າເຖິງແຫຼ່ງຂໍ້ມູນການສຶກສາທີ່ມີຄຸນນະພາບ.

ຈີນ ແລະ ລາວ ເປັນປະເທດບ້ານ ໃກ້ເຮືອນຄຽງທີ່ດີ ມີພູເຂົາ ແລະ ແມ່ນ້ຳເຊື່ອມຕໍ່ກັນມິດຕະພາບຂອງສອງປະເທດມີຄວາມໝັ້ນຄົງຍາວນານ. ປີນີ້ແມ່ນປີຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ “ປີມິດຕະພາບ ຈີນ-ລາວ”. ການສຶກສາເປັນເສົາຄໍ້າສໍາຄັນຂອງການຮ່ວມມືຍຸດ ທະສາດຮອບດ້ານລະຫວ່າງສອງປະເທດ. ໃນຊຸມປີຜ່ານມາ, ການຮ່ວມມືດ້ານການສຶກສາ ລະຫວ່າງ ກວາງຊີ ແລະ ລາວ ໄດ້ຮັບຜົນສໍາເລັດຢ່າງໂດດເດັ່ນ. ມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມມືກັນສ້າງ ສະຖາບັນຂົງຈືຂຶ້ນມາ ແລະ ໄດ້ດໍາເນີນວຽກ ຢ່າງມີຜົນສໍາເລັດຢ່າງໂດດເດັ່ນ ແລະ ໂດ່ງດັ່ງທົ່ວ ສປ ຈີນ ໂດຍສະເພາະໄດ້ເປີດສອນຫຼັກສູດ ປະລິນຍາຕີສາຂາຄູພາສາຈີນ ຊຶ່ງມີນັກສຶກສາ ຫຼາຍກວ່າ 300 ຄົນ ແລະ ໄດ້ຝຶກອົບຮົມພາສາຈີນໃຫ້ຄົນລາວໃນສັງຄົມຕະຫຼອດ 16 ປີຜ່ານມາໄດ້ຫຼາຍກວ່າ 90,000 ກວ່າຄົນ. ນອກຈາກນັ້ນ, ມະຫາວິທະຍາໄລອາຊີວະສຶກສາກະສິກໍາກວາງຊີ ໄດ້ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງສ້າງຕັ້ງ “ວິທະຍາໄລຊ່າງຝີມືກະສິກໍາທັນສະໄໝຈີນ-ລາວ” ໂດຍໄດ້ອົບຮົມນັກສຶກສາຫຼາຍກວ່າ 150 ຄົນ ແລະ ຜູ້ຮັບການອົບຮົມວິຊາຊີບກວ່າ 1,900 ຄົນ ກາຍເປັນຕົວຢ່າງແຫ່ງການບູລະນາການ “AI, ອາຊີວະກະສິກໍາ”.

ປັດຈຸບັນ, ປັນຍາປະດິດ (AI) ກໍາລັງປ່ຽນແປງໂລກຢ່າງໄວວາ. ກວາງຊີກໍາລັງສ້າງສູນກາງການຮ່ວມມື AI ໂດຍຫັນໜ້າໃສ່ອາຊຽນ, ພັດທະນາການສຶກສາດ້ວຍ AI ຢ່າງຮອບດ້ານ, ພ້ອມທັງສ້າງສະຖາບັນປັນຍາປະດິດຈີນ-ອາຊຽນ ເພື່ອຜະລິດບຸກຄະລາກອນດ້ານ AI ແລະ ນະວັດຕະກໍາໃຫ້ແກ່ພາກພື້ນ. ງານໃນຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້: “ຮຽນຕໍ່ກວາງຊີ ສ້າງອະນາຄົດດ້ວຍປັນຍາ AI ສ້າງຄວາມຝັນ ສັງລວມເອົາປັນຍາອາຊຽນ” ເພື່ອສ້າງເວທີຄຸນນະພາບສໍາລັບນັກຮຽນ ແລະ ຊາວໜຸ່ມລາວ ໃນການສຶກສາຕໍ່ຢູ່ກວາງຊີ ແລະ ຂໍຕ້ອນຮັບບັນດາເພື່ອນມິດສະຫາຍຈາກລາວ, ນັກຮຽນ-ນັກສຶກສາ ໃຫ້ເດີນທາງໄປຢ້ຽມຢາມ ແລະ ສຶກສາຢູ່ກວາງຊີ. ພ້ອມກັນນັ້ນ, ຂໍເຊີນຊວນຜູ້ປະກອບການດ້ານການສຶກສາຂອງລາວເຂົ້າຮ່ວມການແລກປ່ຽນ ແລະ ຮ່ວມມືກັບກວາງຊີ ເພື່ອຮ່ວມກັນສ້າງຮູບແບບການຜະລິດບຸກຄະລາ ກອນໃໝ່ເຊັ່ນ: “ພາສາຈີນ, ທັກສະວິຊາຊີບ” ແລະ “AI, ກະສິກໍາອັດສະລິຍະ”.

ໂອກາດນີ້, ໄດ້ມີພິທີມອບປ້າຍໃຫ້ໂຮງຮຽນດີເດັ່ນ, ພິທີແລກປ່ຽນສັນຍາການຮ່ວມມືລະຫວ່າງບໍລິສັດ. ຈາກນັ້ນ, ທ່ານ ໄກສອນ ເພັງໂສພາ ພ້ອມຄະນະປະທານ ໄດ້ໃຫ້ກຽດຂຶ້ນກົດປຸ່ມເປີດງານວາງສະແດງການສຶກສາສາກົນ ຮຽນຕໍ່ກວາງຊີ ຢ່າງເປັນທາງການ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ