ງານວາງສະເເດງຜະລິດຕະພັນທ່ອງທ່ຽວອາຊຽນ 2025

ເປີດງານວາງສະເເດງຜະລິດຕະພັນທ່ອງທ່ຽວອາຊຽນ 2025

ເປີດງານວາງສະເເດງຜະລິດຕະພັນທ່ອງທ່ຽວອາຊຽນ 2025
ພິທີເປີດງານວາງສະແດງຜະລິດຕະພັນທ່ອງທ່ຽວອາຊຽນ2025 (TRAVEX)ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ ນີ້ ທີ່ລັດຈໍຮໍ ບາຣູ ປະເທດມາເລເຊຍ ເປັນກຽດເຂົ້າຮ່ວມຂອງທ່ານ ດາໂຕ ຊີ ຕຽງ ກິງ ຊິງ ລັດຖະມົນຕີກະຊວງທ່ອງທ່ຽວສິລະປະ

 

 ແລະ ວັດທະນະທຳມາເລເຊຍ, ມີຜູ້ຕາງໜ້າລັດຈໍຮໍ ບາຣູ,ກອງເລຂາອາຊຽນ ແລະ ປະເທດສະມາຊິກອາຊຽນ, ບັນດາຜູ້ປະກອບການທ່ອງທ່ຽວປະເທດອາຊຽນ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ດາໂຕ ຊີ ຕຽງ ກິງ ຊິງ ໄດ້ກ່າວວ່າ:ການຈັດງານໃນຄັ້ງນີ້ເພື່ອສ້າງຄວາມເຂົ້າໃຈ ແລະ ການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນຜ່ານເວທີງານມະຫະກຳທ່ອງທ່ຽວອາຊຽນ (ASEAN TourimForum 2025)ຊຶ່ງທັງສອງງານນີ້ຖືເປັນໂອກາດອັນດີໃນການສ້າງການເຊື່ອມໂຍງ ແລະ ເຊື່ອມຈອດການຮ່ວມມືລະຫວ່າງບັນດາປະເທດອາຊຽນ ແລະ ພາກພື້ນເພື່ອໃຫ້ການທ່ອງທ່ຽວມີຄວາມຍືນຍົງໃນອະນາຄົດ,ພາຍໃນງານໄດ້ມີຜູ້ຂາຍຫຼາຍກວ່າ 200ຄົນ; ຜູ້ຊື້ມີຫຼາຍກວ່າ 300 ຄົນຈາກ 42 ປະເທດ ແລະ ສື່ມວນຊົນ 100 ຄົນຈາກ 35 ປະເທດເຂົ້າຮ່ວມ.

ນອກຈາກການຮ່ວມມືທາງດ້ານການທ່ອງທ່ຽວ ອີກໜຶ່ງຈຸດປະສົງກໍເພື່ອການຮ່ວມມືສູ່ການສ້າງອຸດສາຫະກຳການທ່ອງທ່ຽວຂອງອາຊຽນທີ່ມີຄວາມເປັນໜຶ່ງດຽວ ແລະ ຮ່ວມກັນອະນຸລັກວັດທະນະທຳ ແລະ ສົ່ງເສີມຊຸມຊົນໃຫ້ມີສ່ວນຮ່ວມເຂົ້າໃນການອະນຸລັກການທ່ອງທ່ຽວໃຫ້ມີຄວາມຍືນຍົງ,ພ້ອມທັງຮ່ວມມືສ້າງນະວັດຕະກຳ ແລະ ປັບຕົວໃຫ້ທັນກັບຄວາມຕ້ອງການໃນການປ່ຽນແປງຂອງອຸດສາຫະກຳການທ່ອງທ່ຽວລະດັບໂລກເພື່ອໃຫ້ອາຊຽນສາມາດກ້າວຂຶ້ນເປັນຜູ້ນຳໃນອຸດສາຫະກຳການທ່ອງທ່ຽວໂລກ, ສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດ, ແລກປ່ຽນວັດທະນະທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຄົມອາຊຽນ.

ໂອກາດນີ້, ທ່ານ ເກດຕະສອນ ສຸນດາຣາ ຫົວໜ້າພະແນກກິດຈະກຳການຕະຫຼາດທ່ອງທ່ຽວ ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ກ່າວວ່າ: ກົມໂຄສະນາການທ່ອງທ່ຽວໃນນາມຕາງໜ້າກະຊວງ ຖວທ ໄດ້ຈັດຫ້ອງວາງສະແດງຜະລິດຕະພັນທ່ອງທ່ຽວໃນງານ TRAVEXຊຶ່ງໄດ້ນຳເອົາແຜ່ນພັບໂຄສະນາການທ່ອງທ່ຽວ ແລະ ນຳຜູ້ປະກອບການທຸລະກິດທ່ອງທ່ຽວ ແລະ ໂຮງແຮມມາເຂົ້າຮ່ວມເພື່ອເປັນການຂະຫຍາຍການຕະຫຼາດການທ່ອງທ່ຽວລະຫວ່າງ ສປປ ລາວ, ປະເທດອາຊຽນ ແລະ ພາກພື້ນ.ສຳລັບງານ TRAVEX ຄັ້ງນີ້ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-20 ມັງກອນ 2025.

ພາຍຫຼັງງານສໍາເລັດບັນດາຄູ່ຊື້-ຂາຍ ແລະ ທີມງານສື່ມວນຊົນຈະໄດ້ມີໂອກາດໄປທ່ອງທ່ຽວ ເພື່ອສໍາຜັດ ວັດທະນາທໍາປະເພນີ ແລະ ການບໍລິການການທ່ອງທ່ຽວຢູ່ຫຼາຍສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງປະເທດມາເລເຊຍເຊັ່ນ: ປີນັງ,ເຊລັງງໍ,ສະລາວັກ,ຊາບາ ແລະ ລັງກາວີ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ໃນວັນທີ 30 ກໍລະກົດ 2026 ຜ່ານມານີ້, ກອງຮ້ອຍທະຫານຊາຍເເດນ 541 ທີ່ຂຶ້ນກັບກອງບັນຊາການທະຫານແຂວງອັດຕະປື ກອງທັບປະຊາຊົນລາວ ແລະ ຄ້າຍທະຫານຊາຍແດນ 671 ທີ່ຂຶ້ນກັບກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງເຄື່ອນໄຫວກວດກາຫຼັກໝາຍຊາຍແດນຮ່ວມກັນ 2 ຈຸດ ຄື: ຫຼັກໝາຍທີ 761-763, ຢູ່ທີ່ດ່ານເຣີລ໋ອງ ຄ້າຍທະຫານຊາຍແດນ 671 ກອງບັນຊາການທະຫານແຂວງກວາງຫງ໋າຍ.
ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ໃນວັນທີ 3 ສິງຫາ ນີ້ ທີ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ມີຄຳເຫັນໃນໂອກາດລະນຶກວັນເກີດຂອງສະຫາຍ ຟິແດນ ກັສໂຕຣ (Fidel Castro) ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນ ຂອງການປະຕິວັດກູບາ ຄົບຮອບ 100 ປີ (13/8/1926-13/8/2026) ຊຶ່ງສະຫາຍ ຈະເລີນ ເຢຍປາວເຮີ ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ຮ່ວມກັບບັນດາສະຫາຍ ແລະ ເພື່ອນມິດຈາກທົ່ວໂລກ ມີຄຳເຫັນຕໍ່ສະຫາຍ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ.
ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 1-2 ສິງຫາຜ່ານມາ, ຄະນະນັກກິລາເຈົ້າໜ້າທີ່ຕຳຫຼວດແຫ່ງ ສປປ ລາວ ນຳພາໂດຍສະຫາຍ ພັອ ອານຸສິນ ສັກປະເສີດ (ຫົວໜ້າຄະນະ) ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນກິລາກ໊ອບ ຕຳຫຼວດອາຊຽນເປີດກວ້າງປະຈຳປີ 2026 (ASEAN Police Open Golf Tournament 2026) ທີ່ສະໜາມ Nova World Phan Thiet Golf Club ແຂວງລາມດົງ ສາທາລະນະລັດ ສັງຄົມນິຍົມຫວຽດ ນາມ.
ສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີ

ສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີ

ພິທີປະດັບຫຼຽນຈາກພັກ-ລັດຖະບານແຫ່ງສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີຈັດ​ຂຶ້ນ​ໃນ​ວັນ​ທີ 1 ສິງ​ຫາ​ຜ່ານ​ມາທີ່ ແຂວງ​ໄຊ​ຍະ​ບູ​ລີໂດຍ​ມີສະຫາຍເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ, ສະຫາຍຮວາງຢາງຮອງເລຂາພັກແຂວງຜູ້ປະຈໍາການປະທານສະພາປະຊາຊົນແຂວງລາວກ່າຍສສຫວຽດນາມ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊຍະບູລີ-ລາວກ່າຍ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ໄຊຍະບູລີ-ລາວກ່າຍ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງໄຊຍະບູລີ ສປປ ລາວ ແລະ ຄະນະຜູ້ແທນແຂວງ ລາວກ່າຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 1 ສິງຫາຜ່ານ​ມາ ທີ່ແຂວງໄຊຍະບູລີ, ຝ່າຍ​ແຂວງ​ໄຊ​ຍະ​ບູ​ລີນຳ​ໂດຍທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີພ້ອມ​ຄະ​ນະ, ຝ່າຍຫວຽດນາມ ນໍາໂດຍ ທ່ານ ຮວາງ ຢາງ ຮອງເລຂາພັກແຂວງ ຜູ້ປະຈໍາການ ປະທານສະພາປະຊາຊົນແຂວງລາວກ່າຍ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ທູດປະເທດມຽນມາ ມອບພະໄຕປິດົກ ແລະຄຳພີອັດຖະກະຖາໃຫ້ແກ່ ແຂວງຫຼວງພະບາງ

ທູດປະເທດມຽນມາ ມອບພະໄຕປິດົກ ແລະຄຳພີອັດຖະກະຖາໃຫ້ແກ່ ແຂວງຫຼວງພະບາງ

ວັນທີ່ 31 ກໍລະກົດ 2026 ນີ້ ທ່ານ ອູ ອອງ ໂກ (H.E Mr. U Aung Ko) ເອກອັກຄະລັດຖະທູດ ສາທາລະນະລັດ ສະຫະພາບ ມຽນມາ ປະຈຳ ສປປ ລາວ ໄດ້ຖວາຍ-ມອບ ໜັງສືພະໄຕຣປິດົກ ແລະໜັງສືພະອັຕຖະຄາຖາທັມ ພາສາບາລີອັກສອນພະມ້າ ຈາກຄະນະສົງ ແລະລັດຖະບານ ສາທາລະນະລັດ ສະຫະພາບມຽນມາ ໄວ້ເປັນຄັງປັນຍາ ແລະ ມໍລະດົກພຸດທະສາສະໜາ ໃຫ້ແກ່ ສູນຂໍ້ມູນພຸດທະສາສະໜາ ແຂວງຫຼວງພະບາງ ຊຶ່ງເປັນໂຄງການຄົ້ນຄວ້າ ແລະອະນຸລັກຮັກສາມໍລະດົກພຸດທະສາສະໜາ ຂອງອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ, ຮັບໂດຍ ພະອາຈານໃຫຍ່ ບົວວັນ ປຸນຍະສາໂຣ ຮອງປະທານອົງການພຸດທະສາສະໜາ ສຳພັນລາວແຂວງຫຼວງພະບາງ ຫົວໜ້າກັມມາທິການສາທາລະນູປະການ, ມີ ທ່ານ ທອງວັນ ຈັນນິລາ ຮອງປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍຄະນະສົງ, ຄະນະອໍານວຍການ ແລະພະນັກງານຂອງ ສູນຂໍ້ມູນພຸດທະສາສະໜາຫຼວງພະບາງ ເຂົ້າຮ່ວມເປັນສັກຂີພະຍານ.
ເປີດໂຄງ​ການທົດລອງລະບົບບໍລິຫານຈັດການການລ້ຽງສັດດິຈິຕອນດ້ວຍປັນຍາປະດິດ

ເປີດໂຄງ​ການທົດລອງລະບົບບໍລິຫານຈັດການການລ້ຽງສັດດິຈິຕອນດ້ວຍປັນຍາປະດິດ

ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ WHYBIZ Corp., INPRO ແລະ ອົງການສົ່ງເສີມການຄ້າ ແລະ ການລົງທຶນແຫ່ງສາທາລະນະລັດເກົາຫຼີ (KOTRA)ໄດ້ເປີດໂຄງການທົດລອງ (PoC) ລະບົບບໍລິຫານຈັດການການລ້ຽງສັດດິຈິຕອນດ້ວຍປັນຍາປະດິດ (AI-Based Digital Livestock Management System) ຄັ້ງທໍາອິດຂອງ ສ​ປ​ປລາວ.
ເສັ້ນທາງການພັດທະນາ AI ແບບຈີນສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ໂລກ

ເສັ້ນທາງການພັດທະນາ AI ແບບຈີນສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ໂລກ

ມາຮອດປັດຈຸບັນ, ທົ່ວໂລກໄດ້ໃຫ້ການຍອມຮັບວ່າ ສປ ຈີນ ໄດ້ນຳໜ້າໃນການພັດທະນາ AI ຢ່າງກ້າວກະໂດດ ແລະ ການພັດທະນານັ້ນບໍ່​ພຽງ​ແຕ່​ເພື່ອ​ປະເທດ​ຊາດ​ ແລະ​ປະຊາຊົນ​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ມວນ​ມະນຸດຊາດ​ທົ່ວ​ໂລກ​ຕື່ມ​ອີກ. ຫຼ້າ​ສຸດ​ເມື່ອ​ກາງ​ເດືອນ​ກໍລະກົດ 2026, ທ່ານ ສີ​ ຈິ້ນ​ຜິ​ງ​ ປະທານ ​ປະເທດ​ຈີນ ໄດ້​ປະກາດ​ມາດ​ຕະ ການ​ສຳຄັນ​ຂອງ​ຈີນ ເພື່ອ​ສະໜັບ ສະໜູນ​ການ​ພັດທະນາ​ປັນຍາ​ປະ ດິດ​ໂລກ​ໃນ 5 ປີ​ຕໍ່ໜ້າ ຊຶ່ງ​ໃນ​ນັ້ນ, ຈີນຈະ​ສະໜອງ​ໂອກາດ​ການ​ຝຶກ​ອົບຮົມ​ດ້ານ​ປັນຍາ​ປະດິດ​ຈຳນວນ 5.000 ຄົນ ໃຫ້​ແກ່​ປະ​ເທດ​ກຳລັງ​ພັດທະນາ; ສ້າງ​ສູນ​ຮ່ວມ​ມື​ການ​ປະຍຸກ​ໃຊ້​ປັນຍາ​ປະດິດສາກົນທີ່​ ຫັນ​ໜ້າ​ສູ່​ອາ​ຊຽນ, ສັນນິບາດ​ອາ​ຣັບ, ສະຫະພາບ​ອາ​ຟຣິ​ກາ, ປະຊາ​ຄົມ​ປະເທດ​ອາ​ເມ​ຣິ​ກາ​ລາ​ຕິ​ນ-​ກາ​ຣາ​ອິບ, ອົງການ​ຮ່ວມ​ມື​ຊຽງ​ໄຮ້ ແລະ​ ບຣິ​ກສ. ນອກ​ນີ້, ຍັງ​ຈະ​ໄດ້​ຊຸກຍູ້​ແຜນການ​ແຈ້ງ​ເຕືອນ​ໄພ​ດ້ານ​ດິນ​ຟ້າ​ອາກາດແບບ​ອັດ​ສະ​ລິ​ຍະ “MAZU” ໃຫ້​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ຮູບ​ປະ​ທຳ​ຢູ່ 30
ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4 ທີ່ມາເລເຊຍ

ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4 ທີ່ມາເລເຊຍ

ຄະນະຜູ້ແທນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ນໍາພາໂດຍທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະຈາກກົມເຄຫາ ແລະ ຜັງເມືອງ, ຫ້ອງ ການກະຊວງ, ກົມແຜນການ ແລະ ການຮ່ວມມື ແລະ ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສ ອາຊຽນ-ຈີນ ຄັ້ງທີ 4 ພາຍໃຕ້ຫົວຂໍ້ “ເມືອງທີ່ຍືນຍົງ, ທີ່ຢູ່ອາໄສທີ່ມີຄຸນນະພາບ, ຊຸມຊົນທີ່ສາມັກຄີ” (Sustainable Cities, Quality Housing, Cohesive Communities) ໃນວັນທີ 1 ສິງຫາຜ່ານມາ ທີ່ເມືອງອີໂປ ລັດເປຣັກ ປະເທດມາເລເຊຍ ໂດຍມີຜູ້ແທນລະດັບລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກບັນດາປະເທດອາຊຽນ, ສປ ຈີນ, ກອງເລຂາອາຊຽນ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 80 ທ່ານ ເພື່ອແລກປ່ຽນນະໂຍບາຍ, ປະສົບການ ແລະ ນະວັດຕະກຳ ກ່ຽວກັບການພັດທະນາຕົວເມືອງ, ທີ່ຢູ່ອາໄສ ແລະ ໂຄງລ່າງພື້ນຖານຢ່າງຍືນຍົງ.
ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ

ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ

ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ, ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ (RCO) ໄດ້ເປີດກິດຈະກໍາການປຸກລະດົມຂົນຂວາຍປ້ອງກັນການຄ້າມະນຸດ ຢູ່ ສປປ ລາວ ໃນວັນທີ 30 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ຈຸດປະສົງ ເພື່ອປ້ອງກັນການຄ້າມະນຸດ ການຕົວະຍົວະຫຼອກລວງ, ດ້ວຍການຊ່ວຍໃຫ້ປະຊາຊົນຮູ້ທັນຮູບແບບການໂຄສະນາວຽກປອມ, ສາມາດຕັດສິນໃຈຢ່າງມີຂໍ້ມູນ ແລະ ຫຼຸດຜ່ອນຄວາມສ່ຽງຈາກການຖືກກົດຂີ່ຂູດຮີດ.
ເພີ່ມເຕີມ