ເປີດງານວາງສະແດງສິນຄ້າລາວ - ຫວຽດນາມ ປະຈໍາປີ 2026

ເປີດງານວາງສະແດງສິນຄ້າລາວ - ຫວຽດນາມ ປະຈໍາປີ 2026

ເປີດງານວາງສະແດງສິນຄ້າລາວ - ຫວຽດນາມ ປະຈໍາປີ 2026
ກົມການຄ້າຕ່າງປະເທດກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ສປປ ລາວ ຮ່ວມ ກັບກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ໄດ້ຈັດງານວາງສະ ແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIET-LAOEXPO 2026) ຂຶ້ນລະຫວ່າງວັນທີ 16-20 ກໍລະກົດນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ຕັດແຖບຜ້າເປີດງານມີທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາວ, ພ້ອມດ້ວຍຜູ້ປະກອບການຫົວໜ່ວຍທຸລະກິດລາວ ແລະ ຫວຽດນາມ, ແຂກຖືກເຊີນເຂົ້າຮ່ວມ.
ເປດງານວາງສະແດງສນຄາລາວ - ຫວຽດນາມ ປະຈາປ 2026 - image 1
 

 

ທ່ານ ພຸດທະວັນ ນັນທະວົງ ກ່າວວ່າ: ລາວ-ຫວຽດນາມ ໄດ້ເພີ່ມພູນຄູນສ້າງສາຍພົວ ພັນຮ່ວມມືຮອບດ້ານ. ໃນນັ້ນ, ການຮ່ວມມືດ້ານເສດຖະກິດ-ການຄ້າກໍນັບມື້ນັບຂະຫຍາຍຕົວ; ໃນດ້ານ ການລົງທຶນ, ນັບແຕ່ ສປປ ລາວ ເປີດຮັບການລົງທຶນຈາກຕ່າງປະເທດມາຮອດປັດຈຸບັນກໍໄດ້ມີການ ລົງທຶນຈາກບັນດາປະເທດທີ່ມີຄວາມສົນໃຈມາລົງທຶນຢູ່ ສປປ ລາວ. ໃນນັ້ນ, ການລົງທຶນຂອງ ຫວຽດນາມມີທັງໝົດ 289 ໂຄງການທຶນຈົດທະບຽນ 6.7 ຕື້ໂດລາ, ຈັດຢູ່ອັນດັບ 2 ຂອງບັນດາປະ ເທດ ແລະ ເຂດແຄວ້ນທີ່ເຂົ້າມາລົງທຶນຢູ່ລາວ. ສະເພາະໃນ 6 ເດືອນຕົ້ນປີ 2026 ການລົງທຶນຂອງ ຫວຽດນາມເຂົ້າມາລາວບັນລຸເກືອບ 600 ລ້ານໂດລາ, ເພີ່ມຂຶ້ນຫຼາຍກວ່າ 4.2 ເທົ່າເມື່ອທຽບໃສ່ໄລ ຍະດຽວກັນໃນປີ 2025; ການລົງທຶນສ່ວນໃຫຍ່ແມ່ນເປັນການລົງໃນຂະແໜງບໍ່ແຮ່, ພະລັງງານ ໄຟຟ້າ, ຂະແໜງກະສິກໍາ, ໂທລະຄົມມະນາຄົມ (UNITEL), ທະນາຄານ ແລະ ຂະແໜງບໍລິການ ອື່ນໆ.

ເປດງານວາງສະແດງສນຄາລາວ - ຫວຽດນາມ ປະຈາປ 2026 - image 2
 

ງານວາງສະແດງສິິນຄ້າໃນຄັ້ງນີ້, ຖືວ່າເປັນງານວາງສະແດງສິນຄ້າລະດັບຊາດ ແລະ ເປັນນິ ມິດໝາຍສໍາຄັນອັນໜຶ່ງທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກ ງານ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຖະບານກໍຄືປະຊາຊົນລາວ - ຫວຽດນາມ ໂດຍສະ ເພາະດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງສອງປະເທດໃຫ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ - ສັງຄົມຂອງທັງສອງຊາດ. ພ້ອມກັນນັ້ນ, ກໍເພື່ອເປັນການສືບຕໍ່ປະຕິບັດຕາມແຜນການຮ່ວມມື ທີ່ພວກເຮົາເຄີຍໄດ້ປະຕິບັດມາເປັນປະຈໍາແຕ່ລະປີ, ນັບແຕ່ສອງລັດຖະບານໄດ້ລົງນາມຮ່ວມກັນເປັນ ຕົ້ນມາ, ກະຊວງ ອຄ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ຈັດ ງານວາງສະແດງສິນຄ້າຮ່ວມກັນ. ສໍາລັບປີ 2026 ເຫັນວ່າບໍລິສັດຂອງຫວຽດນາມ ແລະ ລາວ ມີຄວາມສົນໃຈໃນການເຂົ້າຮ່ວມງານຫຼາຍພໍສົມຄວນ ຊຶ່ງເຮັດໃຫ້ບໍລິມາດ ແລະ ຄວາມຫຼາກຫຼາຍ ຂອງສິນຄ້າເພີ່ມຂຶ້ນ, ມີຫົວໜ່ວຍທຸລະກິດເຂົ້າຮ່ວມງານໃນຄັ້ງທັງໝົດ 250 ຫ້ອງ. ໃນນີ້, ມີບໍລິສັດ ເຂົ້າຮ່ວມທັງໝົດ 140 ບໍລິສັດ, ປະເພດສິນຄ້າທີ່ນໍາເຂົ້າຮ່ວມວາງສະແດງປະກອບມີ: ປະເພດສິນຄ້າ ກະສິກໍາປຸງແຕ່ງ, ເຄື່ອງຫັດຖະກຳແຜ່ນແພໄໝ-ຜ້າ ແລະ ເຄື່ອງຕັດຫຍິບ, ອາຫານ ແລະ ເຄື່ອງດື່ມ, ເຄື່ອງເຟີນີເຈີ, ສິນຄ້າໂອດັອບ, ເຄື່ອງໃຊ້ການແພດ, ທາດເຄມີ, ຝຸ່ນ, ການຢາ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ.

ເປດງານວາງສະແດງສນຄາລາວ - ຫວຽດນາມ ປະຈາປ 2026 - image 3
 

ທ່ານຮອງລັດຖະມົນຕີກະຊວງ ອຄ ກ່າວຕື່ມວ່າ: ງານວາງສະແດງໃນຄັ້ງນີ້, ຈະເປັນການປະ ກອບສ່ວນໃນການເພີ່ມມູນຄ່າການຄ້າ ແລະ ການລົງທຶນລະຫວ່າງສອງປະເທດເພື່ອໃຫ້ບັນລຸໄດ້ຕາມ ຈຸດປະສົງ ແລະ ເປົ້າໝາຍທີ່ທັງສອງລັດຖະບານໄດ້ວາງໄວ້. ການກໍານົດທິດທາງຂອງລັດຖະບານ 2 ປະເທດກໍຄືສອງກະຊວງ, ກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ຫວຽດນາມໄດ້ມີການຮ່ວມ ມືກັນດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດໄດ້ມີການພັດທະນາ ແລະ ເຕີບໂຕຢ່າງແຂງ ແຮງ, ການແລກປ່ຽນການຄ້າມີການຂະຫຍາຍຕົວ, ການດຸ່ນດ່ຽງການຄ້ານໍາເຂົ້າ-ສົ່ງອອກຈຶ່ງສົມດູນ ກັນ ຊຶ່ງມູນຄ່າການຄ້າສອງຝ່າຍລາວ-ຫວຽດນາມໃນປີ 2025 ບັນລຸໄດ້ 2.98 ຕື້ໂດລາ, ເພີ່ມ 32.7% ທຽບໃສ່ປີ 2024. ໃນນັ້ນ, ມູນຄ່າການນໍາເຂົ້າສິນຄ້າຈາກຫວຽດນາມບັນລຸ 1.08 ຕື້ໂດລາ ເພີ່ມຂຶ້ນ 43.1% ທຽບໃສ່ປີຜ່ານມາ ແລະ ມູນຄ່າສົ່ງອອກໄປຫວຽດນາມຄາດວ່າຈະບັນລຸ 1.9 ຕື້ໂດລາ ເພີ່ມຂຶ້ນ 27.3%. ໃນ 5 ເດືອນຕົ້ນປີ 2026, ຍອດລວມມູນຄ່າການນຳເຂົ້າ-ສົ່ງອອກສິນ ຄ້າລາວ-ຫວຽດນາມ ບັນລຸປະມານ 1 ຕື້ໂດລາ ທຽບໃສ່ໄລຍະດຽວກັນປີ 2025 (1.56 ຕື້ໂດລາ). ໃນນັ້ນ, ລາວນໍາເຂົ້າສິນຄ້າຈາກຫວຽດນາມບັນລຸ 292 ລ້ານໂດລາ ແລະ ສົ່ງອອກສິນຄ້າ ໄປຫວຽດນາມບັນລຸ 783 ລ້ານໂດລາ. ພ້ອມນັ້ນ, ສອງຂະແໜງອຸດສາຫະກຳ ແລະ ການຄ້າສອງປະ ເທດກໍພວມສືບຕໍ່ເອົາໃຈໃສ່ປະສານສົມທົບກັນເປັນປົກກະຕິ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສົ່ງ ເສີມການຄ້າ, ເຊື່ອມຕໍ່ການຄ້າລະຫວ່າງລາວ ແລະ ຫວຽດນາມແນໃສ່ຊຸກຍູ້ສົ່ງເສີມເພີ່ມມູນຄ່າການ ຄ້າສອງຝ່າຍຫັນໄປສູ່ຄາດໝາຍໃຫ້ບັນລຸ 5 ຕື້ໂດລາໃນຕໍ່ໜ້າ ແລະ 10 ຕື້ໂດລາໃນປີ 2030 ຕາມການຕົກລົງຂອງສອງລັດຖະບານ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ