ໄດ້ຈັດຂຶ້ນໃນວັນທີ 17 ກັນຍານີ້ ທີ່ຫໍປະຊຸມສາກົນ ກວາງຊີ ໜານໜິງ ສປຈີນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ຫານເຈິ້ງ(Han Zheng) ຮອງປະທານປະເທດ ແຫ່ງ ສປຈີນ, ທ່ານ ເກົາກິມຮອນ(kao kim hourn) ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຜູ້ນຳບັນດາປະເທດສະມາຊິກອຽນ ແລະ ບັນດາຜູ້ນຳປະເທດໃນພາກພື້ນ 60 ປະເທດເຂົ້າຮ່ວມ ເຊິ່ງທາງການລາວ ນຳພາໂດຍທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໂດຍ ລັດທະບານຂອງຈີນ ແລະ ບັນດາສະມາຊິກປະເທດອາຊຽນ, ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອເຊື່ອມໂຍງທາງດ້ານເສດຖະກິດຈີນ ແລະ ອາຊຽນ ຊຸກຍູ້ສົ່ງເສີມດ້ານເສດຖະກິດບົນພາກພື້ນໃຫ້ນັບມື້ນັບເຕີບໂຕຂຶ້ນເລື້ອຍໆເຊັ່ນ; ການຮ່ວມມືທາງດ້ານການທ່ອງທ່ຽວຕ້ອງໄດ້ສະໜັບສະໜູນໃຫ້ປະຊາຊົນໄດ້ໄປມາຫາສູ່ກັນລະຫວ່າງປະເທດອາຊຽນ, ຊຸກຍູ້ເສດຖະກິດ ແລະ ການຄ້າໃນພາກພື້ນອາຊຽນ ແລະ ການລົງທຶນທາງດ້ານເທັກໂນໂລຊີ ທີ່ທັນສະໃໝ ນະວັດຕະກຳໃໝ່ທີ່ກຳລັງເປັນນິຍົມແລະ ຍອມຮັບຂອງສັງຄົມທົ່ວໂລກຄື; ປັນຍາປະດິດ ແລະ ການນຳໃຊ້ AI ໃນການພັດທະນາລະບົບ ປະຈຸບັນນີ້ທາງ ສປ ຈີນ ແມ່ນມີການພັດທະນາດ້ານ AI ແມ່ນມີຄວາມທັນສະໃໝຫຼາຍ ການນຳໃຊ້ AI ແມ່ນກວ້າງຂວາງເຊັ່ນວ່າ; ການນຳໃຊ້ ທາງດ້ານການສຶກສາ, ທາງດ້ານການແພດ,ດ້ານການບໍລິການ,ອຸດສະຫະກຳ ແລະ ການຄ້າ, ດ້ານພະລັງງານ,ຄົມມະນາຄົມ ແລະ ອື່ນໆເພື່ອຫັນສູ່ຄວາມທັນສະໃໝ.
ຂ່າວ:ໄມຕຣີ
ຄໍາເຫັນ