ເປີດສາຍສາລະຄະດີເລື່ອງ ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ

ເປີດສາຍສາລະຄະດີເລື່ອງ ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ

ເປີດສາຍສາລະຄະດີເລື່ອງ ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG), ຈັດງານສາຍສາລະຄະດີເລື່ອງ: "ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີ ຈິ້ນຜິງ", ໃນວັນທີ 2 ມິຖຸນານີ້ ທີ່ ຄອສພ ໂດຍການເຂົ້າຮ່ວມ ຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າ ຄອສພ, ​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ລາວ, ທ່ານ ຫວາງ​ຊ້າງ ອຸປະທູດຊົ່ວຄາວ ສະຖານທູດຈີນປະຈຳ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປດສາຍສາລະຄະດເລອງ ຄວາມຜກພນດານວດທະນະທຳຂອງ ທານ ສຈນຜງ - image 1
 

 

ໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ຂຶ້ນອ່ານສານຊົມເຊີຍ ຈາກທ່ານ ທອງລຸນ ສິສຸລິດ ເລຂາ ທິການໃຫ່ຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງເນື້ອໃນຂອງສານຊົມເຊີຍລະບຸ ວ່າ: ຂ້າພະເຈົ້າ ມີຄວາມປະທັບໃຈຢ່າງເລິກເຊິ່ງ ທີ່ໄດ້ຮັບຊົມສາລະຄະດີເລື່ອງ “ຄວາມຜູກພັນດ້ານວັດທະນະທຳ ຂອງທ່ານ ສີຈິ້ນຜິງ” ທີ່ຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ ແລະ ໄດ້ອອກອາກາດຜ່ານທາງໂທລະພາບແຫ່ງຊາດລາວ ເນື່ອງໃນໂອກາດທີ່ຂ້າພະເຈົ້າ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຕໍ່ການອອກອາກາດດັ່ງກ່າວ ແລະ ສະແດງຄວາມເຄົາລົບນັບຖືຢ່າງສູງ ຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ມານະໂອກາດນີ້ດ້ວຍ !.

ເປດສາຍສາລະຄະດເລອງ ຄວາມຜກພນດານວດທະນະທຳຂອງ ທານ ສຈນຜງ - image 2
 

ສາລະຄະດີເລື່ອງດັ່ງກ່າວນີ້ ເປັນການສະຫຼຸບທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ທີ່ສ່ອງແສງໃຫ້ເຫັນເຖິງວິໄສທັດອັນກວ້າງໄກ, ປັດຊະຍາການບໍລິຫານປະເທດ ທີ່ຕິດພັນກັບການອະນຸລັກມໍລະ ດົກທາງດ້ານວັດທະນະທຳ, ຈິດໃຈຮັກຊາດອັນດູດດື່ມ ແລະ ຄວາມຮັກອັນເລິກເຊິ່ງ ຂອງປະທານ ສີ ຈິ້ນຜິງ ທີ່ມີຕໍ່ວັດທະນະທຳພື້ນເມືອງ ທີ່ເກົ່າແກ່ຂອງຈີນ, ທັງສະແດງໃຫ້ເຫັນອະລິຍະທຳຈີນ ທີ່ມີປະຫວັດ ສາດຍາວນານກວ່າ 5,000 ປີ ທີ່ເປັນຮາກເຫງົ້າ ແລະ ພະລັງແຮງທີ່ຍືນຍົງ ໃນການຂັບເຄື່ອນໃຫ້ ສປ ຈີນ ບັນລຸຄວາມໄຝ່ຝັນແຫ່ງການຟື້ນຟູຄວາມຈະເລີນ ຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ຊຶ່ງເປັນບົດຮຽນທີ່ດີເລີດໃຫ້ແກ່ ສປປ ລາວ ພວກຂ້າພະເຈົ້າ ໃນການປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ທີ່ເປັນເອກະລັກຂອງຊາດ ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຊຸກຍູ້ພາລະກິດແຫ່ງການສ້າງສັງຄົມນິຍົມ ຢູ່ ສປປ ລາວ.

ໃນໂອກາດແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026, ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາລະຄະດີດັ່ງກ່າວນີ້ ຈະເປັນຂົວຕໍ່ທາງດ້ານຈິດໃຈທີ່ຊ່ວຍຮັດແໜ້ນຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ “4 ດີ” ແລະ ເພີ່ມພະລັງແຮງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຖານສູງ, ຄຸນະ ພາບສູງ ແລະ ລະດັບສູງກວ່າເກົ່າ.

ຂໍອວຍພອນໃຫ້ມິດຕະພາບ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ !

ຈາກນັ້ນ, ທ່ານ ວັນສີ ກົວມົວ ກໍໄດ້ມີຄໍາເຫັນວ່າ: ການສາຍສາລະຄະດີໃນຄັ້ງນີ້, ຖືເປັນໂອກາດ ຈະເຮັດໃຫ້ປະຊາຊົນລາວ ໄດ້ຮັບຮູ້ ກ່ຽວກັບ ວັດທະນະທໍາ ກໍຄື ຜົນສໍາເລັດການສ້າງສາພັດທະນາປະເທດຈີນຫຼາຍຂຶ້ນ ຊຶ່ງສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງ ທ່ານ ສີຈິ້ນຜິງ” ນອກຈາກຈະສ່ອງແສງໃຫ້ເຫັນເຖິງແນວຄິດ “ການນຳພາທີ່ໂດດເດັ່ນ” ຂອງເພິ່ນແລ້ວ, ຍັງສ່ອງແສງ “ແນວຄິດໃໝ່ຈາກຕຳລາບູຮານ”, ເຮັດໃຫ້ພວກເຮົາຮັບຮູ້ ກ່ຽວກັບສະຕິປັນຍາດ້ານການບໍລິຫານປະເທດ, ຄວາມຜູກພັນດ້ານວັດທະນະທຳຂອງຜູ້ນຳຈີນ, ກໍຄື ໝາກຜົນອັນອຸດົມສົມບູນແຫ່ງຄວາມທັນສະໄໝແບບຈີນ ຢ່າງຈະແຈ້ງກວ່າເກົ່າ ແລະ ເຂົ້າໃຈແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນໃນຍຸກໃໝ່ ຢ່າງຮອບດ້ານກວ່າເກົ່າ ຊຶ່ງເປັນແນວຄິດທີ່ເນັ້ນໜັກເຖິງ ການປະສານສົມທົບ ລະຫວ່າງ ທິດສະດີກັບພຶດຕິກຳຕົວຈິງ, ຖືເອົາປະຊາຊົນເປັນໃຈກາງ, ຢຶດໝັ້ນເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບຈຸດພິເສດ ຂອງປະເທດຈີນ, ຖືເປັນບົດຮຽນທີ່ສຳຄັນ ແລະ ລໍ້າຄ່າ ສໍາລັບປະເທດລາວພວກເຮົາ ໃນພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ ແລະ ເປີດປະຕູສູ່ພາຍນອກ, ກ້າວເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນ.

ເປດສາຍສາລະຄະດເລອງ ຄວາມຜກພນດານວດທະນະທຳຂອງ ທານ ສຈນຜງ - image 3
 

ໃນໂອກາດດຽວກັນ, ທ່ານ ຫວາງຊ້າງ ໄດ້ກ່າວວ່າ: ປີນີ້, ເປັນປີທີ່ຈີນ-ລາວ ສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 65 ປີ ແລະ “ປີມິດຕະພາບຈີນ-ລາວ”, ທັງເປັນປີທຳອິດທີ່ຈີນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ແລະ ລາວເລີ່ມປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 10. ຈີນຍິນດີຮ່ວມກັນກັບລາວ ຖືເອົາຄວາມຮັບຮູ້ທີ່ເປັນເອກະພາບ ກັນອັນສຳຄັນຂອງຜູ້ນຳສູງສຸດ ສອງພັກສອງລັດຈີນ-ລາວ ເປັນຫຼັກການ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມ ອະລິຍະທຳທົ່ວໂລກ, ສືບຕໍ່ລົງເລິກການແລກປ່ຽນໃນຂົງເຂດວັດທະນະທຳ ເຊັ່ນ: ສື່ມວນຊົນ, ວັດທະນະທຳ ແລະ ການທ່ອງທ່ຽວເປັນຕົ້ນ, ສົ່ງເສີມການເຊື່ອມສານຈິດໃຈລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ໃຫ້ອະລິຍະທຳຈີນ ແລະ ອະລິຍະທຳລ້ານຊ້າງພັດທະນາແບບເຊື່ອມໂຍງ ເຂົ້າກັນໃຫ້ມີຄວາມສະຫງ່າລາສີຫຼາຍຍິ່ງຂຶ້ນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ໃນລະຫວ່າງວັນທີ 5-7 ຕຸລາ ຜ່ານມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ນາງ ດາໂຕະ ເສຣີ ວັນ ສຸຣາຢະວັນ ໂມຣາມັດ ຣັດຊີ (Ms. DATO' SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEA SAI (ASEA SAI Knowledge Sharing Committee - KSC) ຄັ້ງທີ 5 ຊຶ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍ ສາຍພົວພັນທາງການທູດ ຄົບຮອບ 60 ປີ (1/7/1966 - 1/7/2026).
ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ເພີ່ມເຕີມ