ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ
ໃນໂອກາດທີ່ ຄະນະຜູ້ແທນພັກ ປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້: “ອະທິປະໄຕແຫ່ງລັດ ແລະ ຫຼັກການພົວພັນສາກົນ ໃນສະພາບການຂອງໂລກຫຼາຍຂົ້ວອຳນາດ ແລະ ຄວາມຫຼາກຫຼາຍ ໃນສະຕະວັດທີ 21" (State Sovereignty and Principles of International Relations in the Context of Multipolarity and Diversity in the 21" Century) ທີ່ ເມືອງ ເບຣັດສທ໌ ສ ເບລາຣຸດຊີ ແຕ່ວັນທີ 27-30 ພຶດສະພາ 2026.
ພກປະຊາຊນ ປະຕວດລາວ ຮດແໜນການພວພນຮວມມກບພກການເມອງໃນ ສາທາລະນະລດ ເບລາຣດຊ - image 1
 

ກໍໄດ້ສືບຕໍ່ມີການເຄື່ອນໄຫວ ຮັດແໜ້ນການພົວພັນຮ່ວມມືກັບ 2 ພັກການເມືອງຂອງ ສ ເບລາຣຸດຊີ ຄື: ພັກເບລາຢາຣຸດສ໌ ແລະ ພັກກອມມູນິດເບລາຣຸດ ຊີ ຊຶ່ງໃນຕອນເຊົ້າວັນທີ 29 ພຶດສະພາ 2026, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ນໍາພາຄະນະເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ໂອນກາ ເຊໂມດານນົບວາ (Olga CHEMODANOVA) ປະທານພັກເບລາຢາຣຸດສ໌ ທີ່ຫ້ອງວ່າການແຂວງເບຣັດສທ໌, ໂດຍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ແຈ້ງກ່ຽວກັບສະພາບພົ້ນເດັ່ນ ໃນ ສປປ ລາວ, ໂດຍສະເພາະຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ, ຜົນສໍາເລັດການເລືອກຕັ້ງ ສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ, ຜົນສໍາເລັດການຮັບຮອງເອົາ ຄະນະລັດຖະບານຊຸດໃໝ່ ແລະ ຜົນສໍາເລັດການດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ນອກນີ້, ຍັງໄດ້ແຈ້ງໃຫ້ຊາບວ່າ ພັກ ປປ ລາວ ໄດ້ໃຫ້ຄວາມສໍາຄັນເປັນຢ່າງຍິ່ງໃນການເສີມສ້າງ ແລະ ຮັດແໜ້ນການພົວພັນຮ່ວມມືກັບ ພັກເບລາຢາຣຸດສ໌ ນັບແຕ່ມີການພົວພັນນໍາກັນໃນປີ 2018 ເປັນຕົ້ນມາ; ໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ບົນພື້ນຖານມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ປັດຈຸບັນ ກໍາລັງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ; ໄດ້ສະແດງຄວາມຊົມເຊີຍຕໍ່ການພົວພັນທີ່ກໍາລັງໄດ້ຮັບການພັດທະນາ ລະຫວ່າງ ສູນກາງຊາວໜຸ່ມ ປປ ລາວ ແລະ ຂະບວນການຊາວໜຸ່ມ ອິສກຣາ (Iskra) ຂອງ ພັກເບລາຢາຣຸດສ໌ ຊຶ່ງມີແຜນຈະລົງນາມໃນເອກະສານການຮ່ວມມື ໃນອະນາຄົດອັນໃກ້ນີ້; ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຈາກການນໍາຂັ້ນສູງຂອງພັກ ປປ ລາວ ເຖິງ ທ່ານປະທານພັກ ກໍຄື ບັນດາການນໍາພັກ ເບລາຢາຣຸດສ໌, ພ້ອມທັງເຊື້ອເຊີນ ທ່ານປະທານພັກ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເຫັນວ່າສະດວກ. ໂອກາດນີ້, ທ່ານ ນາງ ໂອນກາ ເຊໂມດານນົບວາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເຂົ້າຮ່ວມກອງປະຊຸມ ແລະ ເຄື່ອນໄຫວຢ້ຽມຢາມ ສ ເບລາຣຸດຊີ ຂອງຄະນະຜູ້ແທນພັກ ປປ ລາວ ໃນຄັ້ງນີ້; ຕີລາຄາສູງຕໍ່ການພົວພັນອັນດີທີ່ມີຮ່ວມກັນຕະຫຼອດໄລຍະຜ່ານມາ ແລະ ມີຄວາມເຫັນດີເປັນເອກະພາບຮ່ວມກັບຝ່າຍລາວ ໃນການເສີມຂະຫຍາຍການພົວພັນຮ່ວມມືໃຫ້ມີໝາກຜົນສູງຂຶ້ນກວ່າເກົ່າໃນອະນາຄົດ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ນໍາພາຄະນະຜູ້ແທນພັກ ປປ ລາວ ເຄື່ອນໄຫວ ຢ້ຽມຢາມສຳນັກງານສູນກາງພັກກອມມູນິດເບລາຣຸດຊີ ທີ່ ນະຄອນຫຼວງມິນສກ໌, ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເຊຣເກ ຊືຣັນ ກົບ (Sergei SYRANKOV) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ ຊຶ່ງ ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ມີໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງສະພາບການພາຍໃນ ສປປ ລາວ ໃຫ້ພັກເພື່ອນຊາບ ໂດຍສະເພາະການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ທີ່ໄດ້ສໍາເລັດລົງຢ່າງຈົບງາມ ໂດຍມີການຮັບຮອງເອົາມະຕິຂອງກອງປະຊຸມໃຫຍ່, ໂຄງການການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 5 ປີ ແຕ່ປີ 2026-2030; ໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດເບລາຣຸດຊີ ໃນໄລຍະຜ່ານມາ ທີ່ມີຄວາມແໜ້ນແຟ້ນ, ເຂົ້າອົກເຂົ້າໃຈກັນໃນຖານະເປັນເພື່ອນມິດສະຫາຍ ກໍຄືພັກຮ່ວມອຸດົມການສັງຄົມນິຍົມດຽວກັນ. ໃນໂອກາດດັ່ງກ່າວ, ທ່ານ ເຊຣເກ ຊືຣັນກົບ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ຕ້ອນຮັບ ຄະນະຜູ້ແທນພັກ ປປ ລາວ ແລະ ໄດ້ແລກປ່ຽນທັດສະນະຮ່ວມກັນຢ່າງກົງໄປກົງມາ ແລະ ໄດ້ຕີລາຄາສູງຕໍ່ການພົວພັນ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດເບລາຣຸດຊີ ບົນພື້ນຖານພັກຮ່ວມອຸດົມການທີ່ຢຶດໝັ້ນຕໍ່ແນວທາງສັງຄົມນິຍົມ ແລະ ເຫັນວ່າ ໃນຂອບຂອງການພົວພັນດ້ານພັກ, ພັກກອມມູນິດເບລາຣຸດຊີ ກໍມີອົງການຈັດຕັ້ງຊາວໜຸ່ມທີ່ເຂັ້ມແຂງ ຊຶ່ງເຫັນດີທີ່ຈະເສີມຂະຫຍາຍການພົວພັນກັບອົງການຈັດຕັ້ງຊາວໜຸ່ມຂອງພັກ ປປ ລາວ. ພ້ອມດຽວກັນນີ້, ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ເຊື້ອເຊີນ ທ່ານເລຂາທິການທີໜຶ່ງ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ທ່ານສະດວກ.

ໃນໂອກາດພົບປະແລກປ່ຽນກັບ 2 ພັກການເມືອງສໍາຄັນຂອງ ສ ເບລາຣຸດຊີ ດັ່ງກ່າວນີ້, ຍັງໄດ້ມີການຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ພັກ ປປ ລາວ ກັບ ພັກເບລາຢາຣຸດສ໌ ແລະ ລະຫວ່າງ ພັກ ປປ ລາວ ກັບ ພັກກອມມູນິດເບລາຣຸດຊີ ຊຶ່ງເປັນຂີດໝາຍ ແລະ ບ່ອນອີງທີ່ສໍາຄັນໃຫ້ແກ່ການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືດ້ານພັກ ກໍຄືການຊຸກຍູ້ການພົວພັນ ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ໃນຕໍ່ໜ້າ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ