ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງເຊື່ອມຊຶມເອກະສານສໍາຄັນຂອງພັກ

ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງເຊື່ອມຊຶມເອກະສານສໍາຄັນຂອງພັກ

ພະນັກງານຫຼັກແຫຼ່ງແຂວງຫຼວງພະບາງເຊື່ອມຊຶມເອກະສານສໍາຄັນຂອງພັກ
ວັນທີ 11 ມີນານີ້ ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໂດຍເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ, ພະແນກການ-ກົມກອງ, ບັນດາເມືອງ-ນະຄອນ ຫຼວງພະບາງເຂົ້າຮ່ວມ.
ພະນກງານຫກແຫງແຂວງຫວງພະບາງເຊອມຊມເອກະສານສາຄນຂອງພກ - image 1
 

ສະຫາຍ ບຸນເລື່ອມ ມະນີວົງ ໄດ້ເຜີຍແຜ່ເນື້ອໃນສໍາຄັນຂອງ 6 ເອກະສານຫຼັກ ຄື: ໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ບົດລາຍງານການເມືອງຂອງອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ຂອງແຂວງຫຼວງພະບາງ. ຊຶ່ງບາງຕອນ ສະຫາຍໄດ້ມີຄຳເຫັນວ່າ: ນັບແຕ່ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ວາງໂຄງການ ການເມືອງອອກ 2 ຄັ້ງຄື: ຄັ້ງທີ 1 ໃນວັນທີ 22 ມີນາ 1955 ເປັນໂຄງການການເມືອງ ທີ່ກໍານົດທິດນໍາຂອງພັກ ແລະ ຖືເປັນແນວທາງກໍານົດໃຫ້ພັກ ດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດລ່າເມືອງຂຶ້ນ ກາຍເປັນແສງສະຫວ່າງເຍືອງທາງນໍາພາປະຊາຊົນລາວ ຕໍ່ສູ້ປະຕິວັດ, ຈົນເຖິງກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ໂຄງການການເມືອງ ສະບັບທີ II ໄດ້ສ້າງຂຶ້ນ ເພື່ອວາງແນວທາງຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ຊຶ່ງນໍາມາເຖິງການສໍາເລັດ ພາລະກິດປົດປ່ອຍຊາດ ຍາດໄດ້ເອກະລາດແຫ່ງຊາດ ອຳນາດອະທິປະໄຕ ແລະ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

ສຳລັບເນື້ອໃນພື້ນຖານ ທີ່ໄດ້ບັນຈຸເຂົ້າໃນໂຄງການການເມືອງ ສະບັບທີ III ຂອງພັກ ໄດ້ກໍານົດຈຸດໝາຍ, ທິດທາງໃນການບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງລະບອບປະຊາທິປະໄຕ ປະຊາຊົນ ທີ່ປະຊາຊົນລາວບັນດາເຜົ່າສູ້ຊົນສ້າງໃນປັດຈຸບັນ ແມ່ນລະບອບສັງຄົມ ທີ່ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ເມື່ອຮອດປີ 2055 ທີ່ເປັນມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ ຈະສູ້ຊົນສ້າງປະເທດເຮົາ ໃຫ້ເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ ແລະ ໃຫ້ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນກ້າວສູ່ຄວາມອີ່ມໜໍາສຳລານ.

(ຂ່າວ: ອາພຸດເດດ ບຸບຜາ, ພາບ: ດາວອນ ມະນີວັນ)

ຄໍາເຫັນ

ຂ່າວການເມືອງ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

​ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີX ໃນວັນທີ 13ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.ທ່ານ ພັນໂທ ຈອນ ອຸດລາຍັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ມີຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ)ໃນບາງມາດຕາທີ່ສຳຄັນ ຄື:
ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສະເໜີກົດໝາຍວ່າດ້ວຍ ກໍາລັງປ້ອງກັນສະຫງົບປະຊາຊົນລາວ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ທ່ານນາງ ສຸກຂະເສີມ ສິດທິເດດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມືອັນສໍາຄັນໃຫ້ລັດໃນການຄຸ້ມຄອງວຽກງານນາຍທະຫານແບບລວມສູນ, ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ. ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ໄດ້ສະເໜີກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ຊຶ່ງເປັນກົດໝາຍສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ