ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ
ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
ຄໍາເຫັນ