ກອງປະຊຸມຄົບຄະນະ ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ

ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງນະຄອນອາຊຽນ

ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງນະຄອນອາຊຽນ
ກອງປະຊຸມຄົບຄະນະ ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງນະຄອນອາຊຽນ ໄດ້ຈັດຂຶ້ນໃນວັນທີ 18 ກັນຍານີ້ ທີ່ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ

 ເຈົ້າຄອງນະຄອນຫຼວງວຽງຈັນ, ມີ ທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ມີບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫຼວງອາຊຽນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ເປັນເວລາກວ່າ 57 ປີ ທີ່ປະຊາຄົມອາຊຽນ ໄດ້ກຳເນີດຂຶ້ນ ແລະ ມີການຂະຫຍາຍຕົວເປັນແຕ່ລະໄລຍະ. ປະຊາຄົມອາຊຽນມີພື້ນທີ່ເຖິງ 4.800.000 ກິໂລຕາແມັດ (ກມ2), ມີປະຊາກອນຫຼາຍກວ່າ 679 ລ້ານກວ່າຄົນ, ກວມ 8% ຂອງປະຊາກອນໂລກ ຊຶ່ງຖືວ່າປະຊາຄົມອາຊຽນ ເປັນຊຸມຊົນທີ່ໃຫຍ່ຂອງໂລກ ດ້ວຍສະພາບພູມສັນຖານ, ທ່າແຮງ ແລະ ນະວັດຕະກຳໃໝ່ໆ ໄດ້ເຮັດໃຫ້ບັນດານະຄອນ ຫຼື ປະເທດອາຊຽນ ສາມາດເຊື່ອມຈອດກັນໄດ້ງ່າຍຂຶ້ນ ເປັນຕົ້ນການເຊື່ອມຈອດດ້ານພື້ນຖານໂຄງລ່າງຄົມມະນາຄົມ, ເຊື່ອມຈອດດ້ວຍການສ້າງຄວາມຮັບຮູ້ ຫຼື ລະບຽບການ ແລະ ການເຊື່ອມຈອດທາງດ້ານວັດທະນະທໍາ-ສັງຄົມ. ສຳລັບການເຊື່ອມຈອດດ້ານພື້ນຖານໂຄງລ່າງຄົມມະນາຄົມ: ອີງໃສ່ສະພາບທາງພູມສັນຖານ ແລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ເຮັດໃຫ້ສາມາດສ້າງເສັ້ນທາງຄົມມະນາຄົມເຊື່ອມກັນ ໄດ້ຫຼາຍທາງຄື: ທາງບົກ, ທາງນໍ້າ ແລະ ທາງອາກາດ; ບັນດານະຄອນອາຊຽນ ສາມາດນໍາໃຊ້ ແລະ ເຊື່ອມຕໍ່ເສັ້ນທາງເຫຼົ່ານັ້ນ ເພື່ອໄປມາຫາສູ່ ແລະ ຕິດຕໍ່ພົວພັນ. ປັດຈຸບັນ ນວ ກໍມີທ່າແຮງ ເພື່ອເຊື່ອມຈອດກັບຫຼາຍນະຄອນ; ໃນນັ້ນ, ສໍາລັບທາງອາກາດ ກໍມີສາຍການບິນໂດຍກົງກັບຫຼາຍນະຄອນໃນປະຊາຄົມອາຊຽນຄື: ວຽງຈັນ-ບາງກອກ, ວຽງຈັນ-ຮ່າໂນ້ຍ, ວຽງຈັນ-ພະນົມເປັນ, ວຽງຈັນ-ສິງກະໂປ ແລະ ວຽງຈັນ-ກົວລາລຳເປີ ແລະ ໄດ້ພະຍາຍາມຊຸກຍູ້ໃຫ້ລັດຖະບານ ໄດ້ອະນຸມັດເປີດສາຍການບິນໂດຍກົງກັບອີກຫຼາຍໆນະຄອນຕື່ມອີກ. ຫຼາຍນະຄອນໃນປະຊາຄົມອາຊຽນ ມີເສັ້ນທາງລົດໄຟ. ສໍາລັບ ນວ ກໍມີເສັ້ນທາງລົດໄຟ ຈາກ ນວ ຫາຊາຍແດນລາວ-ຈີນ ແລະ ລົດໄຟຈາກ ນວ-ແຂວງໜອງຄາຍ ແລະ ຕໍ່ໄປຫາກຸງເທບມະຫານະຄອນ (ລາຊະອານາຈັກໄທ) ແລະ ປັດຈຸບັນ ກຳລັງສໍາຫຼວດເສັ້ນທາງລົດໄຟ ແລະ ທາງດ່ວນ ເພື່ອເຊື່ອມໄປຫາຊາຍແດນລາວ-ຫວຽດນາມ ແລະ ທາງທິດໃຕ້ຊາຍແດນລາວ-ກຳປູເຈຍ. ສໍາລັບການຄົມມະນາຄົມທາງນໍ້າ ນວ ມີແມ່ນໍ້າຂອງທີ່ຜ່ານຫຼາຍປະເທດ ຊຶ່ງກໍສາມາດໃຊ້ແມ່ນໍ້າຂອງໃນການຄົມມະນາຄົມ.
ການເຊື່ອມຈອດດ້ານຄວາມຮັບຮູ້, ມີນິຕິກຳ ຫຼື ລະບຽບຮ່ວມກັນ. ໃນນີ້, ດ້ານຄວາມຮັບຮູ້ດ້ານຄວາມເຂົ້າໃຈ ຮຽກກັນວ່າ ເປັນປະເທດອາຊຽນ ນະຄອນອາຊຽນ ກໍໄດ້ເປັນພື້ນຖານຂອງການເຊື່ອມຈອດ ຄວາມເປັນອັນດຽວກັນໃນລະດັບໜຶ່ງ. ນອກນັ້ນ, ຜ່ານມາບັນດານະຄອນອາຊຽນ ໄດ້ມີຖະແຫຼງການຮ່ວມກັນຫຼາຍຄັ້ງ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຮ່ວມກັນ. ໃນຕໍ່ໜ້າບັນດານະຄອນອາດຄົ້ນຄວ້າ ເພື່ອນໍາສະເໜີຕໍ່ລັດຖະບານ ແຕ່ລະປະເທດປຶກສາຫາລື ໃນການສ້າງໃຫ້ມີລະບຽບການນໍາໃຊ້ວີຊ່າດຽວ ຊຶ່ງໝາຍວ່າການອອກວີຊ່າໃຫ້ແກ່ນັກທ່ອງທ່ຽວ ຫຼື ການອອກວີຊ່າສໍາລັບແຮງງານ ແມ່ນສາມາດອອກໃຫ້ຢູ່ປະເທດໃດໜຶ່ງ ຂອງປະເທດສະມາຊິກອາຊຽນ ແລ້ວສາມາດນໍາໃຊ້ເຄື່ອນໄຫວໄດ້ໃນບັນດາປະເທດສະມາ ຊິກອາຊຽນດ້ວຍກັນ. ການເຊື່ອມຈອດທາງດ້ານວັດທະນະທຳ-ສັງຄົມ: ບັນດານະຄອນອາຊຽນ ມີພົນ ລະເມືອງຫຼາຍ, ມີຄວາມແຕກຕ່າງທາງດ້ານວັດທະນະທຳ, ປະຊາຊົນໃນບັນດານະຄອນອາຊຽນ ສາມາດໄປມາຫາສູ່ ເພື່ອແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງກັນໄດ້, ໃນ ນວ ກໍມີຫຼາຍເຜົ່າອາໄສຢູ່ເຊັ່ນ: ເຜົ່າລາວ, ເຜົ່າມົ້ງ, ເຜົ່າກຶມມຸ... ຊຶ່ງເຮັດໃຫ້ມີຄວາມຫຼາກຫຼາຍ ດ້ານວັດທະນະທຳ ແລະ ຫວັງວ່າບັນດານະຄອນອາຊຽນຈະຊຸກຍູ້ສົ່ງເສີມ ໃຫ້ປະຊາກອນມີການໄປມາ-ຫາສູ່ ເພື່ອແລກປ່ຽນດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງກັນ, ພວກເຮົາຈະກ້າວໄປສູ່ການເປັນຊຸມຊົນໜຶ່ງ ທີ່ມີວັດທະນະທຳທີ່ອຸດົມສົມບູນ ແລະ ງົດງາມ ໃນແບບວິຖີຂອງຊາວອາຊຽນ.
ທ່ານ ອາດສະພັງທອງ ສີພັນດອນ ຍັງກ່າວຕື່ມວ່າ: ນະຄອນຫຼວງວຽງຈັນ ກໍຄືກັບບັນດານະຄອນອື່ນໆ ຢູ່ໃນອາຊຽນ ທີ່ມີການຂະຫຍາຍຕົວເມືອງຢ່າງໄວວາ, ການຫຼັ່ງໄຫຼ ເຂົ້າມາອາໄສຢູ່ໃນຕົວເມືອງ ເຮັດໃຫ້ການຈັດສັນ, ການນໍາໃຊ້ຊັບພະຍາກອນ, ການສັນຈອນມີຄວາມທ້າທາຍ. ລັດຖະບານ ກໍຄື ນວ ໄດ້ກຳນົດແຈ້ງກ່ຽວກັບນະໂຍບາຍພັດທະນາ ນວ. ໃນນັ້ນ, ນະໂຍບາຍທີ່ສໍາຄັນກ່ຽວກັບການພັດທະນາຕົວເມືອງ ແມ່ນນະໂຍບາຍ 6 ສ ຄື: ສະອາດ, ສະຫງົບ, ສີຂຽວ, ສະຫວ່າງ, ສີວິໄລ ແລະ ສະເໜ່. ພວກເຮົາພັດທະນາຕົວເມືອງ ໄປຕາມແຜນຂະຫຍາຍຜັງເມືອງ ຊຶ່ງປັດຈຸບັນສະພາປະຊາຊົນ ນວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຮອງແຜນຜັນຂະຫຍາຍຜັງເມືອງສະບັບທີ 3 (ປີ2024 –2030). ພ້ອມນີ້, ພວກເຮົາພັດທະນາ ຕົວເມືອງໄປຕາມທິດສີຂຽວ ໄປຕາມແຜນຈັດຕັ້ງປະຕິບັດຕົວເມືອງສີຂຽວ ຂອງ ນວ (2023–2030). ຈາກການເຊື່ອມຈອດ ຂອງບັນດານະຄອນອາຊຽນ ໃນ 3 ດ້ານ, ຈະເຮັດໃຫ້ສາມາດ ກ້າວໄປສູ່ການແກ້ໄຂບັນຫາຄວາມຫຍຸ້ງຍາກ ທີ່ບັນດານະຄອນອາຊຽນພວມປະເຊີນຢູ່ ເປັນຕົ້ນບັນຫາເສດຖະກິດ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ-ໄພພິບັດ, ບັນຫາຄວາມທຸກຍາກຂອງປະຊາຊົນ, ບັນຫາການຂະຫຍາຍຕົວຂອງເມືອງ ແລະ ບັນຫາອື່ນໆ ແລະ ຫວັງວ່າ ໃນອະນາຄົດ ໂດຍຜ່ານການເຊື່ອມໂຍງ-ເຊື່ອມຈອດເຫຼົ່ານີ້ ຈະເຮັດໃຫ້ກ້າວໄປສູ່ການເປັນອັນໜຶ່ງອັນດຽວກັນ ແລະ ໃນຖານະນະຄອນຫຼວງຂອງປະເທດອາຊຽນ ຈະຊຸກຍູ້ສົ່ງເສີມໃຫ້ເກີດການເຊື່ອມໂຍງ-ເຊື່ອມຈອດ ໃນບັນດານະຄອນອາຊຽນ ເພື່ອພວກເຮົາຈະກ້າວໄປສູ່ການເປັນຕົວເມືອງພັດທະນາ ທີ່ຍືນຍົງຮ່ວມກັນ.
(ຂ່າວ: ວັນເພັງ - ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລປະເທດຍີ່ປຸ່ນ, ອົງການ JASSO ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ໃນວັນທີ 21 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ເພີ່ມເຕີມ