ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ); ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

 

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດຕາງໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດສາດຂອງສະພາແຫ່ງຊາດຂຶ້ນເຜີຍແຜ່ມະຕິ 26/ກມສພ ຊຶ່ງໄດ້ໃຫ້ຮູ້ວ່າ: ການອອກມະຕິດັ່ງກ່ວານີ້, ກໍເພື່ອເຮັດໃຫ້ການເລືອກຕັ້ງ ສສຊຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ດໍາເນີນໄປຢ່າງຖືກຕ້ອງຕາມແນວທາງປ່ຽນແປງໃໝ່ ຂອງພັກເຮົາ ແລະ ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ.

ພ້ອມດຽວກັນນີ້, ກໍໄດ້ໃຫ້ຮູ້ກ່ຽວກັບຄວາມສໍາຄັນ ແລະ ຄວາມຈໍາເປັນໃນການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ວ່າ: ການເລືອກຕັ້ງ ສສຊ ແລະ ສສຂ ແຕ່ລະເທື່ອ, ລ້ວນເປັນເຫດການທາງປະຫວັດສາດທີ່ສໍາຄັນ ຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈຳເປັນໃນການເສີມຂະຫຍາຍສິດ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ, ປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V (2026-2030) ເປັນເຫດການການເມືອງທີ່ສໍາຄັນຍິ່ງ ຂອງຊາດ ຊຶ່ງດໍາເນີນໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ລາວທັງຊາດ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ຍິ່ງໃຫຍ່ຂອງຊາດ ແລະ ໃນບັນຍາກາດທີ່ອົງຄະນະພັກ ຂັ້ນຕ່າງໆ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານ, ຂັ້ນເມືອງ, ກະຊວງ, ອົງການ, ນະຄອນຫຼວງ, ແຂວງ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ພ້ອມກັບການປັບປຸງກົງຈັກການຈັດຕັ້ງ ບໍລິຫານປົກຄອງຂັ້ນລັດຖະບານ ແລະ ຂັ້ນທ້ອງຖິ່ນ ຢ່າງລຸ້ນຂ້ຽວ (ທັງຍຸບ, ທັງໂຮມ, ທັງສ້າງຕັ້ງຂຶ້ນໃໝ່ ຄື: ຄະນະກຳມະການປົກຄອງຕາແສງ) ແລະ ໃນທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນພວມຜັນແປໄປຢ່າງສັບສົນ, ຄາດຄະເນໄດ້ຍາກ ຊຶ່ງມີທັງຂໍ້ສະດວກ ແລະ ສິ່ງທ້າທາຍ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຄຽງຄູ່ກັບຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ໃນການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກນັ້ນ ຢູ່ພາຍໃນປະເທດພວກເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາຫຼາຍປີ ແລະ ອິດທິກຳລັງປໍລະປັກ ກໍຍັງສືບຕໍ່ກົນອຸບາຍ ມ້າງເພທໍາລາຍລະບອບໃໝ່ ຂອງພວກເຮົາ ຢ່າງບໍ່ລົດລະ.

ທ່ານ ຈະເລີນ ເຢຍປາວເຮີ ຍັງກ່າວໃຫ້ຮູ້ແີກວ່າ: ອີກປະການໜຶ່ງ, ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຈະມີພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຂອງພັກ ແລະ ລັດ ມີຈໍານວນທີ່ເພີ່ມຂຶ້ນ ອອກສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ. ນອກນັ້ນ, ຍັງຈະມີຜູ້ສະໝັກຈາກຂົງເຂດຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ; ໃນນັ້ນ, ມີທັງຂົງເຂດທຸລະກິດ, ການຜະລິດ, ຊັ້ນຄົນ ແລະ ປັນຍາຊົນ ອີກຈໍານວນໜຶ່ງ. ສະນັ້ນ, ການເພີ່ມທະວີການນໍາພາ-ຊີ້ນໍາ ຢ່າງໃກ້ຊິດ, ຕິດແທດຕົວຈິງ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຈຶ່ງມີຄວາມສໍາຄັນ ແລະ ຈຳເປັນຢ່າງຍິ່ງ ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸຜົນສຳເລັດ ຕາມຈຸດປະສົງ ລະດັບຄາດໝາຍ.

(ຂ່າວ:ບຸນຕອມ, ພາບ: ເກດ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ພາຍຫຼັງຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງສະພາແຫ່ງຊາດ (ສພຊ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ບົດລາຍງານດັ່ງກ່າວ. ໂດຍສະເໜີແກ້ໄຂຫຼາຍບັນຫາສໍາຄັນ. ພ້ອມສະເໜີເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສະພາປະຊາຊົນແຂວງ (ສພຂ).
ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ໃນປີ 2027 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈະສຸມໃສ່ຫຼາຍວຽກງານສໍາຄັນ ໂດຍສະເພາະຈະສືບຕໍ່ຍົກສູງຄຸນນະພາບການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ.
ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ໃນປີ 2027 ສະພາແຫ່ງຊາດ (ສພຊ) ໄດ້ວາງຫຼາຍຄາດໝາຍສູ້ຊົນ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດໃຫ້ບັນລຸຕາມແຜນການ. ຂະນະດຽວກັນ, ສພຊ ຈະສຸມໃສ່ຫຼາຍວຽກງານສໍາຄັນຂອງຊາດ.
1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

ໃນໄລຍະ 1ປີຜ່ານມາ, ຄະນະປະຈໍາສະພາແຫ່ງຊາດ(ສພຊ) ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະດ້ານການຕິດຕາມກວດກາ ໄດ້ຈັດຕັ້ງປະຕິບັດພາລະບົດບາດຕິດຕາມກວດກາຕາມລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ.
ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງ, ໃນວັນທີ 6 ຕຸລານີ້ ທີ່ສະໂມສອນ ຄອສພ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ.
ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ