![]() |
ງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດ (ລາວ-ຫວຽດ-ຈີນ) ແມ່ນກິລາພື້ນເມືອງຂອງຊົນເຜົ່າ ທີ່ດຳລົງຊີວິດຢູ່ເຂດຊາຍແດນຕິດຈອດກັນຂອງ 3 ປະເທດ ຊຶ່ງເປັນເອກະລັກສະເພາະ ມັນແມ່ນອະລິຍະທຳ ທາງວັດທະນະທຳທີ່ເປັນມໍລະດົກອັນລ້ຳຄ່າຂອງ 3 ຊາດ ລາວ - ຈີນ - ຫວຽດນາມ ອັນຍອດຍິ່ງ ແລະ ເປັນທີ່ເອກອ້າງທະນົງໃຈ ແກ່ລູກຫຼານຜູ້ສຶບທອດ ຊຶ່ງໄລຍະຫຼາຍປີຜ່ານມານີ້ ສາມາດຢັ້ງຢືນນໍາກັນໄດ້ເຖິງ ສາຍພົວພັນການຮ່ວມມື ທີ່ມີມູນເຊື້ອ ລະຫວ່າງ 3 ຊາດ ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການພົວພັນຮ່ວມມື ລາວ - ຈີນ - ຫວຽດນາມ ໃນແຕ່ລະດ້ານໄດ້ຮັບການເສີມຂະຫຍາຍໄປສູ່ລວງເລິກ ແລະ ກວ້າງຂວາງ ອັນໄດ້ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສາມຊາດ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງການນຳ ພັກ - ລັດ ກໍຄື ປະຊາຊົນຂອງ 3 ປະເທດ.
ສຳລັບງານຄັ້ງນີ້, ແຂວງຜົ້ງສາລີ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 29 ຄົນ ຍິງ 7 ຄົນ. ໃນນີ້, ມີ 6 ປະເພດກິລາຄື: ກິລາໝາກຂ່າງ, ດຶງເຊຶອກ, ໂຍນໝາກຄອນ, ໜ້າເກັກ, ຊຸກໄມ້ ແລະ ກິລາປີກກາໂບ. ສ່ວນຄະນະວັນນະຄະດີ ມີທັງໝົດ 24 ຄົນ ຍິງ 13 ຄົນ. ໃນນີ້, ມີລາຍການສະແດງທັງໝົດ 5 ລາຍການຄື: ບົດຟ້ອນ ເຜົ່າລາວສຳພັນ, ບົດຟ້ອນ ເຜົ່າໄທດຳຕໍາເຂົ້າ, ເສບດົນຕີພື້ນເມືອງ, ຂັບລໍາປະກອບຟ້ອນ ເຜົ່າພູນ້ອຍ, ບົດຟ້ອນເຜົ່າອາຄາປັ້ນຝ້າຍ ແລະ ບົດຟ້ອນເຜົ່າກືມມຸສະຫຼອງບຸນເກີຣ. ນອກຈາກນີ້, ຍັງໄດ້ນຳເອົາຜະລິດຕະພັນສິນຄ້າໂອ້ດອບຂອງແຂວງ, ເຄື່ອງມືທາງດ້ານວັດທະນະທຳ ແລະ ຂໍ້ມູນການທ່ອງທ່ຽວຂອງແຂວງຜົ້ງສາລີ ມາວາງສະແດງຕື່ມອີກ.
![]() |
ສ່ວນພິທີເປີດງານຢ່າງເປັນທາງການແມ່ນວັນທີ 19 ແລະ ຈະສຳເລັດ ໃນວັນທີ 21 ທັນວາ 2025 ນີ້, ທີ່ແຂວງດ່ຽນບຽນ ແຫ່ງ ສສ ຫວຽດນາມ.
(ພາບ-ຂ່າວ: ແສງຄຳ ສາລີວັນ)


ຄໍາເຫັນ