ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈໍາເດືອນມັງກອນ 2024

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈໍາເດືອນມັງກອນ 2024
ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2024 ທີ່ໄຂຂຶ້ນໃນຕອນເຊົ້າວັນທີ 29 ແລະ ອັດລົງໃນວັນທີ 30 ມັງກອນນີ້, ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງເຂົ້າຮ່ວມແບບເຊິ່ງໜ້າ. ການນໍາຂອງບັນດາແຂວງ ແລະນະຄອນຫຼວງວຽງຈັນ ເຂົ້າຮ່ວມກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນການປະຈຳເດືອນກຸມພາ.
ກອງປະຊຸມໃນຄັ້ງນີ້, ໄດ້ດຳເນີນໃນໄລຍະເວລາທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຫາກໍສໍາເລັດການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ, ທັງເປັນໄລຍະເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2024 ກໍຄືຊຸມປີສຸດທ້າຍຂອງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX. ຄຽງຄູ່ກັນນັ້ນ, ລັດຖະບານ ກໍໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ດ້ວຍການບັງຄັບໃຊ້ມາດຕະການຕ່າງໆ ທີ່ໄດ້ວາງອອກ, ໄດ້ປະກອບສ່ວນເຮັດໃຫ້ອັດຕາເງິນເຟີ້ ມີທ່າອ່ຽງຄ່ອຍໆຫຼຸດລົງ.
ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ດ້ວຍຄວາມເອົາໃຈໃສ່ຕໍ່ບັນດາວາລະ ຊຶ່ງສັງລວມໄດ້ດັ່ງນີ້:
ວາລະທີ 1: ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ ການຈັັດຕັ້ງປະຕິບັດວຽກງານຈຸດສຸມຂອງລັດຖະບານ ໃນເດືອນມັງກອນ ແລະ ທິດທາງແຜນການ ເດືອນກຸມພາ 2024 ລວມທັງສະພາບພົ້ນເດັ່ນພາຍໃນປະເທດຈາກ ທ່ານ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ໃນໄລຍະ 1 ເດືອນຜ່ານມາ, ລັດຖະບານ ໄດ້ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມປີ 2024 ໃຫ້ເຂົ້າສູ່ລວງເລິກ ແລະ ໄດ້ຮັບປະສິດທິຜົນດີຂຶ້ນ ໂດຍສະເພາະ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ຄຸ້ມຄອງລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ. ປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ, ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະ ຢາເສບຕິດ, ຂີ້ລັກ, ງັດແງະ, ປຸ້ນຈີ້, ສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ, ໃນຕົວເມືອງຕ່າງໆ ທີ່ເປ່ເພ ແລະ ບັນຫາແຮງງານ. ເຖິງແມ່ນວ່າ ລັດຖະບານ ໄດ້ພະຍາຍາມສຸມໃສ່ ປະຕິບັດໜ້າທີີີ່ການເມືອງຂອງຕົນ ຢ່າງຕັ້ງໜ້າ, ແຕ່ຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີີີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທິດຊີ້ນຳ ແລະ ການຕົກລົງ ຂອງລັດຖະບານ ຍັງຊັກຊ້າ, ບໍ່ທັນສະພາບການ ແລະ ຍັງບໍ່ທັນມີປະສິດທິຜົນສູງເທົ່າທີີ່ຄວນ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບາງດ້ານ ຍັງບໍ່ສາມາດບັນລຸໄດ້ຕາມຄາດໝາຍທີີີ່ວາງໄວ້. ຂົງເຂດ ປກຊ-ປກສ, ເຖິງວ່າ ໄດ້ມີຄວາມພະຍາຍາມສູງ ແຕ່ປະກົດການຫຍໍ້ທໍ້ເປັນຕົ້ນແມ່ນ ບັນຫາການຄ້າຂາຍເຖື່ອນ, ຂີ້ລັກງັດແງະ, ບັນຫາອຸບັດເຫດ, ຂໍ້ຂັດແຍ່ງຕ່າງໆ ໃນບັນຫາທີ່ດິນ ແລະ ອື່ນໆ ຍັງສືບຕໍ່ເກີດຂຶ້ນໃນລະດັບຕ່າງກັນ. ອັດຕາເງິນເຟີ້, ອັດຕາແລກປ່ຽນ, ການເພີີີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ, ການຂາດເຂີນນ້ຳມັນກາຊວນ, ຍັງສືບຕໍ່ສົ່ງຜົນກະທົບໂດຍກົງ ຕໍ່ລາຄາສິນຄ້າແລະ ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງໜັກໜ່ວງ. ສຳລັບການຂາດເຂີນນໍ້າມັນກາຊວນ ມີສາເຫດມາຈາກໂຮງກັ່ນນໍ້າມັນຢູ່ປະເທດເພື່ອນບ້ານ ທີ່ເປັນແຫຼ່ງສະໜອງນໍ້າມັນ ໃຫ້ແກ່ປະເທດເຮົາ ໄດ້ປິດບາງສາຍການຜະລິດຊົ່ວຄາວ ເພື່ອປັບປຸງມາດຕະຖານນໍ້າມັນເຊື້ອໄຟ. 
ຕໍ່ສະພາບດັ່ງກ່າວ, ພັກ-ລັດຖະບານ ໄດ້ເອົາໃຈໃສ່ເລັ່ງແກ້ໄຂ ເຮັດໃຫ້ສາມາດຕອບສະໜອງຄວາມຕ້ອງການໄດ້ຈຳນວນໜຶ່ງ ຊຶ່ງຄາດວ່າ: ສະພາບຈະດີຂຶ້ນຕໍ່ເນື່ອງ ແລະ ເຂົ້າສູ່ສະພາບປົກກະຕິໂດຍໄວ. ຄຽງຄູ່ກັນນັ້ນ, ເພື່ອເຫັນໄດ້ບັນຫາຕົວຈິງ ແລະ ຊຸກຍູ້ບັນດາວຽກ ທີ່ລັດຖະບານ ໄດ້ຊີ້ນຳ ໃຫ້ໄດ້ຮັບການແກ້ໄຂໄວຂຶ້ນ, ຖືກຕ້ອງ ແລະ ແທດຕົວຈິງ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ແຕ່ງຕັ້ງ 3 ຄະນະ ເພື່ອລົງຕິດຕາມ, ເກັບກຳຂໍ້ມູນ ແລະ ກວດກາສະພາບການສະໜອງນ້ຳມັນ ຢູ່ບັນດາໂຄງການໃຫຍ່ ແລະ ບັນດາປ້ຳຢູ່ນະຄອນຫຼວງວຽງຈັນ, ພ້ອມທັງ ນຳເອົາຂໍ້ມູນມາຄົ້ນຄວ້າສະເໜີວິທີການແກ້ໄຂ. 
ຜ່ານການຮັບຟັງ ແລະ ປະກອບຄຳເຫັນ, ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນມັງກອນ ແລະ ທິດທາງແຜນການປະຈຳເດືອນກຸມພາ ຂອງລັດຖະບານ ກໍຄືສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ ຄຽງຄູ່ກັບລາຍງານກ່ຽວກັບລະບຽບການ ແລະ ກົນໄກ ໃນການໄປເຄື່ອນໄຫວວຽກງານການຕ່າງປະເທດ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງທິດຜັນຂະຫຍາຍຜົນກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈຳປີ 2024. ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ແລະ ທິດຊີ້ນຳຂອງກອງປະຊຸມ ກ່ຽວກັບແຜນວຽກຈຸດສຸມຂອງລັດຖະບານ ໃນເດືອນກຸມພາ. 
ວາລະທີ 2: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາລາຍງານການປະເມີນຄືນ ບັນດາໂຄງການບໍ່ແຮ່ ທີ່ໄດ້ອະນຸມັດຜ່ານມາທັງໝົດ ແລະ ແຜນໃນຕໍ່ໜ້າ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຊັດເຈນຫຼາຍຂຶ້ນ ເພື່ອເປັນພື້ນຖານໃຫ້ລັດຖະບານ ໃນການວາງແຜນພັດທະນາໂຄງການແຮ່ທາດ ທີ່ມີປະສິດທິຜົນໃນຕໍ່ໜ້າ ໄດ້ໂດຍໄວ. ເລັ່ງຫັນບັນດາໂຄງ ການທົດລອງດ້ານແຮ່ທາດ ທີ່ມີປະສິດທິຜົນ, ໝົດອາຍຸທົດລອງ ແລະ ຄົບມາດຖານເງື່ອນໄຂ ສູ່ໂຄງການລົງທຶນແບບປົກກະຕິ. ກໍລະນີໂຄງການມີຄວາມຄືບໜ້າຊ້າ, ບໍ່ປະຕິບັດຕາມສັນຍາ ແລະ ແຜນການທີ່ກຳນົດໄວ້ ຫຼື ບໍ່ມີຄວາມຄືບໜ້າ ແມ່ນໃຫ້ດໍາເນີນມາດຕະການກ້າວໄປສູ່ການຍົກເລີກຢ່າງເດັດຂາດ. ຄຽງຄູ່ກັນນັ້ນ, ກໍສືບຕໍ່ປຶກສາຫາລືກັບຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການດ້ານແຮ່ທາດ ເພື່ອຊຸກຍູ້ສົ່ງເສີມການລົງທຶນປຸງແຕ່ງແຮ່ທາດ ຢູ່ພາຍໃນປະເທດ ໃຫ້ຫຼາຍຂຶ້ນ.
ວາລະທີ 3: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາລາຍງານຜົນການສະຫຼຸບ ແລະ ປະເມີນການຈັດຕັ້ງປະຕິບັດກອງທຶນຂະໜາດນ້ອຍ ແລະ ຂະໜາດກາງ ໃນໄລຍະຜ່ານມາຕາມແຈ້ງການ ສະບັບເລກທີ 29/ຫສນຍ, ລົງວັນທີ 4 ມັງກອນ 2024 ໂດຍມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ. ພ້ອມກັນນີ້, ໃຫ້ເພີ່ມທະວີສືບຕໍ່ຕິດຕາມ, ຄຸ້ມຄອງຈັດຕັ້ງປະຕິບັດກອງທຶນດັ່ງກ່າວ ຢ່າງເຂັ້ມງວດ ໂດຍໃຫ້ມີການສະຫຼຸບຕີລາຄາ, ສະເໜີມາດຕະການແກ້ໄຂທີ່ເໝາະສົມ ແລະ ທັນກັບສະພາບການແລ້ວລາຍງານລັດຖະບານເປັນແຕ່ລະໄລຍະ ເພື່ອມີທິດຊີ້ນໍາ. ຄຽງຄູ່ກັນນັ້ນ, ກໍໃຫ້ຄົ້ນຄວ້າກຳນົດມາດຕະການຈັດຕັ້ງປະຕິບັດ ແຕ່ລະໄລຍະ ໃຫ້ລະອຽດ, ມີການຈັດບຸລິມະສິດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ.
    ວາລະທີ 4. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ (ສະບັບປັບປຸງ) ໂດຍໄດ້ມອບໃຫ້ກະຊວງສາທາລະນະສຸກ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນ ໂດຍສະເພາະ ກ່ຽວກັບຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມຂອງບັນດາຂະແໜງການ ແລະ ທຸກພາກສ່ວນໃນສັງຄົມ, ແຫຼ່ງງົບປະມານ, ລວມທັງການນຳໃຊ້ຄຳສັບ, ການຈັດລຽງບັນດາໝວດ, ມາດຕາ ແລະ ອື່ນໆ.
    ວາລະທີ 5: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ, ສາມາດແກ້ໄຂໄດ້ຂໍ້ຄົງຄ້າງຕ່າງໆ ຂອງວຽກງານດັ່ງກ່າວ ໃນໄລຍະຜ່ານມາ ກໍຄືສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາສະເພາະໜ້າ ແລະ ຍາວນານ ເປັນຕົ້ນ ເພີ່ມຕື່ມບາງເນື້ອໃນກ່ຽວກັບວຽກປ້ອງກັນສິ່ງແວດລ້ອມ, ວຽກໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ວຽກຄຸ້ມຄອງກອງທຶນສິ່ງແວດລ້ອມ, ການຟື້ນຟູສິ່ງແວດລ້ອມ ຈາກຜົນກະທົບຂອງໂຄງການພັດທະນາຕ່າງໆ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ. ພ້ອມກັນນັ້ນ, ກໍກໍານົດແຈ້ງຕື່ມ ກ່ຽວກັບບ່ອນອີງທາງດ້ານມາດຕະຖານສິ່ງແວດລ້ອມລະດັບຕ່າງໆ.
    ວາລະທີ 6: ກອງປະຊຸມໄດ້ພິຈາລະນາຮ່າງດໍາລັດ ວ່າດ້ວຍກອງທຶນຄວາມປອດໄພທາງລົດໄຟ ຊຶ່ງດ້ານຫຼັກການ ແມ່ນເຫັນໄດ້ຄວາມສຳຄັນ ແລະ ຈຳເປັນຂອງວຽກງານດັ່ງກ່າວ. ກອງປະຊຸມ ໄດ້ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນກ່ຽວຂ້ອງ ລົງເລິກດ້ານລາຍລະອຽດ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຈຸດປະສົງ ແລະ ເປົ້າໝາຍ ການນຳໃຊ້ກອງທຶນ, ວຽກງານປ້ອງກັນຄວາມປອດໄພ ແລະ ການນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນວຽກງານດັ່ງກ່າວ, ພ້ອມທັງ ໃຫ້ຈັດສຳມະນາລະດົມຄວາມຄິດເຫັນ ແລະ ຖອດຖອນບົດຮຽນ ຈາກການປະຕິບັດວຽກງານກອງທຶນອື່ນຕື່ມ.
ວາລະທີ 7: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍສະຫະກອນ (ສະບັບສ້າງໃໝ່) ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດແຈ້ງ ແລະ ຄົບຖ້ວນ ກ່ຽວກັບການກຳນົດຈຸດປະສົງ, ການກຳນົດປະເພດສະຫະກອນ ແລະ ພາກສ່ວນທີ່ມີສ່ວນຮ່ວມ ໃນການຄຸ້ມຄອງສະຫະກອນ. ກຳນົດເພີ່ມ ກ່ຽວກັບນະໂຍບາຍປະກັນສັງຄົມ ໃນວຽກງານສະຫະກອນ. ສຳລັບເນື້ອໃນບາງຈຸດ ທີ່ບໍ່ທັນເອກະພາບກັນ ແມ່ນໃຫ້ນຳໄປຈັດກອງປະຊຸມສຳມະນາ ເພື່ອລົງເລິກຕີຄວາມໝາຍ ແລະ ກຳນົດໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໂດຍໃຫ້ປັບປຸງສຳເລັດ ແລະ ສົ່ງສະພາແຫ່ງຊາດ ພິຈາລະນາ ທັນຕາມກຳນົດເວລາ.
ສຳລັບແຜນວຽກຈຸດສຸມໃນເດືອນກຸມພາ, ລັດຖະບານ ຈະໄດ້ສຸມໃສ່ປະຕິບັດວຽກຈຸດສຸມຕົວຈິງ ຈຳນວນໜຶ່ງດັ່ງນີ້:
1.    ວຽກງານປ້ອງກັນຊາດ: ສືບຕໍ່ຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຢ່າງຕັ້ງໜ້າແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ. 
2.    ວຽກງານປ້ອງກັນຄວາມສະຫງົບ: ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະ ລົງເລິກການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດ ຕິດພັນກັບການຄຸ້ມຄອງອາວຸດເຖື່ອນ ແລະ ອາວຸດດັດແປງ. ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ, ຄອນເຊັນເຕີ ລວມທັງການຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ. ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານ ໃຫ້ແກ່ກອງປະຊຸມສາກົນຕ່າງໆ ທີ່ຈັດຂຶ້ນຢູ່ ສປປ ລາວ ແລະ ໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາໃນ ສປປ ລາວ.
3.    ການແກ້ໄຂວຽກງານເຄັ່ງຮ້ອນທາງດ້ານເສດຖະກິດ: ສືບຕໍ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມແຜນເຄື່ອນໄຫວວຽກຈຸດສຸມ ຂອງຄະນະສະເພາະກິດ, ນິຕິກຳ ແລະ ແຈ້ງການ ທິດຊີ້ນຳຂອງກອງປະຊຸມຄະນະສະເພາະກິດ ໃນແຕ່ລະຄັ້ງ, ພ້ອມທັງ ສຸມໃສ່ປະຕິບັດຕາມທິດຊີ້ນຳ ກ່ຽວກັບມາດຕະການ ຮັບມືສະພາບການຂາດເຂີນນ້ຳມັນເຊື້ອໄຟ ແລະ ບັນຫາການສະໜອງໄຟຟ້າໃຫ້ບາງໂຄງການ. ສຸມໃສ່ເກັບລາຍຮັບເຂົ້າງົບປະມານລັດ ໃຫ້ໄດ້ຫຼາຍສຸດກຳລັງຄວາມສາມາດ ຕາມກົດໝາຍ, ລັດຖະບັນຍັດກ່ຽວຂ້ອງ ແລະ ຕາມທິດຫັນເປັນທັນສະໄໝ.
4.    ຂົງເຂດ ພະລັງງານ ແລະ ບໍ່ແຮ່: ກວດກາຄືນບັນດານິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບການເກັບລາຍຮັບຈາກໂຄງການບໍ່ແຮ່, ນິຕິກຳໃດ ຍັງບໍ່ທັນສອດຄ່ອງ, ເປັນອຸປະສັກບໍ່ສາມາດແຂ່ງຂັນໄດ້ ກໍໃຫ້ຄົ້ນຄວ້າປັບປຸງ. ສົ່ງເສີມການປຸງແຕ່ງເປັນຜະລິດຕະພັນສົ່ງອອກໃຫ້ຫຼາຍຂຶ້ນ ເພື່ອນຳເງິນຕາເຂົ້າມາເພີ່ມຂຶ້ນ. ສືບຕໍ່ສຸມໃສ່ປະເມີນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງ ທີ່ຍັງເຫຼືອໃຫ້ສຳເລັດ. ໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການສະຫຼຸບສັງລວມ ແລະ ສະໜອງຂໍ້ມູນ ຜົນການຈັດຕັ້ງປະຕິບັດໂຄງການລະອຽດແຕ່ລະດ້ານ ເພື່ອໃຫ້ການປະເມີນມີຄວາມຈະແຈ້ງ. ຄົ້ນຄວ້າກຳນົດມາດຖານເງື່ອນໄຂຂອງຜູ້ລົງທຶນ ເປັນຕົ້ນ ດ້ານເຕັກນິກ, ການເງິນ, ການຖືຄອງບັນຊີເງິນຕາ ແລະ ອື່ນໆ ໂດຍຮ່າງເປັນນິຕິກຳສະເພາະ ເພື່ອເປັນບ່ອນອີງໃນການພິຈາລະນາອະນຸຍາດລົງທຶນພັດທະນາບໍ່ແຮ່ໃນຕໍ່ໜ້າ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
5.    ຂົງເຂດທະນາຄານ: ສືບຕໍ່ຕິດຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນ ຢ່າງໃກ້ຊິດ, ທັງຊຸກຍູ້ການປະຕິບັດນະໂຍບາຍສິນເຊື່ອ ໃຫ້ຜູ້ປະກອບການ ເກັບຊື້ຜະລິດຕະພັນກະສິກຳ ສົ່ງອອກໄປຕ່າງປະເທດເພື່ອນຳເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນ. ສ້າງ ແລະ ປະເມີນຄືນ ບັນດາມາດຕະການ, ເຄື່ອງມື, ນະໂຍບາຍເງິນຕາຕ່າງໆ, ຖ້ານິຕິກຳໃດ ໄດ້ຮັບຜົນດີ ກໍສືບຕໍ່ປະຕິບັດ, ອັນໃດທີ່ບໍ່ສອດຄ່ອງ ກໍໃຫ້ປັບປຸງແກ້ໄຂ. ສືບຕໍ່ເລັ່ງການເກັບກູ້ໜີ້ສິນນໍາບັນດາບໍລິສັດຈໍານວນໜຶ່ງ ທີ່ລັດຖະບານໄດ້ຊີ້ນໍາຜ່ານມາແລ້ວ.
6.    ຂົງເຂດອຸດສາຫະກຳ ແລະ ການຄ້າ: ຕິດຕາມເກັບກຳຂໍ້ມູນສະພາບການເໜັງຕີງລາຄາສິນຄ້າ ໃຫ້ຮູ້ໄດ້ສາເຫດການຂຶ້ນ-ລົງ ເພື່ອປະຕິບັດມາດຕະການ ໃນການຄຸ້ມຄອງລາຄາສິນຄ້າ ໃຫ້ທັນກັບສະພາບການ ເປັນຕົ້ນ ມາດຕະການຄັງແຮເຂົ້າແຊກແຊງລາຄາ ແລະ ຄັງແຮນ້ຳມັນ. ເລັ່ງສ້າງດຳລັດ ວ່າດ້ວຍກອງທຶນນ້ຳມັນເຊື້ອໄຟ ໃຫ້ສຳເລັດໄວ. ແກ້ໄຂສະພາບການຂາດແຄນນໍ້າມັນເຊື້ອໄຟ ດ້ວຍຫຼາຍວິທີ ແລະ ຫຼາຍມາດຕະການ.
7.    ຂົງເຂດໂຍທາທິການ ແລະ ຂົນສົ່ງ: ຄົ້ນຄວ້າການຫັນຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນຜູ້ຄຸ້ມຄອງເສັ້ນທາງ ເພື່ອໃຫ້ແຂວງ ສາມາດບູລະນະຮັກສາ, ສ້ອມແປງ, ຟື້ນຟູທາງຫຼວງຈຸດທີ່ມີການເປ່ເພ ໃຫ້ມີຄວາມວ່ອງໄວ ແລະ ແກ້ໄຂການເດີນທາງ ໃຫ້ທັນສະພາບການ. ໃຫ້ສືບຕໍ່ອອກຄຳແນະນຳລະອຽດ ເພື່ອຈັດຕັ້ງປະຕິບັດການ ຊື້-ຂາຍ ຫຼື ໂອນກຳມະສິດການນຳໃຊ້ພາຫະນະ ໂດຍຜ່ານລະບົບທະນາຄານ ໃຫ້ເປັນຮູບປະທຳໂດຍໄວ.
8.    ຂົງເຂດກະສິກຳ ແລະ ປ່າໄມ້: ສືບຕໍ່ຊຸກຍູ້ອົງການປົກຄອງທ້ອງຖິ່ນ ສຸມໃສ່ຈັດຕັ້ງຜັນຂະຫຍາຍດຳລັດວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໃໝ້ລາມປ່າ ໂດຍໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບໃນແຕ່ລະແຂວງ, ພ້ອມທັງເອົາໃຈໃສ່ຕິດຕາມກວດກາການບຸກລຸກທີ່ດິນປ່າໄມ້, ການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການບຸກລຸກທຳລາຍປ່າ ແລະ ໄຟໄໝ້ລາມປ່າ. ສືບຕໍ່ປະເມີນສິນເຊື່ອກາກບອນປ່າໄມ້ໃນທົ່ວປະເທດ ໃຫ້ໄດ້ຕາມແຜນ ເພື່ອເປັນຂໍ້ມູນໃນການເຈລະຈາຮ່ວມມືໃນຫຼາຍຮູບແບບ ເພື່ອພັດທະນາໂຄງການຊື້-ຂາຍສິນເຊື່ອກາກບອນປ່າໄມ້.
9.    ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສືບຕໍ່ເລັ່ງຂຶ້ນທະບຽນອອກໃບຕາດິນ ໃຫ້ມີໂຕເລກຄືບໜ້າເພີ່ມຂຶ້ນ ເພື່ອກ້າວໄປເຖິງການບັນລຸໂຕເລກຄາດໝາຍ. ພ້ອມນີ້, ກໍຕ້ອງໄດ້ປະສານສົມທົບກົມກຽວກັບອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພື່ອສືບຕໍ່ຄົ້ນຄວ້າຫາວິທີແກ້ໄຂອຸປະສັກຂໍ້ຫຍຸ້ງຍາກຕ່າງໆ ໃນການອອກໃບຕາດິນ ຢູ່ແຕ່ລະທ້ອງຖິ່ນ.  
10.    ຂົງເຂດວຽກງານວັດທະນະທຳ-ສັງຄົມ: - ຮີບຮ້ອນຄົ້ນຄວ້າການເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໃຫ້ສຳເລັດໄວ ຕາມທີ່ໄດ້ຊີ້ນຳໃນກອງປະຊຸມລັດຖະບານເປີດກວ້າງຜ່ານມາ. - ສືບຕໍ່ສັງລວມເອົາຂໍ້ແຂ່ງຂັນຍ້ອງຍໍ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ປີ 2024 ແລະ ໃຫ້ໄດ້ອອກມະຕິຮັບຮອງໄວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ກໍໃຫ້ຮີບຮ້ອນຄົ້ນຄວ້ານະໂຍບາຍສະເພາະ ສຳລັບແຂວງ ທີ່ຍັງທຸກຍາກ ໂດຍຖອດຖອນບົດຮຽນຈາກແຂວງໄຊສົມບູນ. - ສືບຕໍ່ຕິດຕາມ ແລະ ແກ້ໄຂບັນຫາແຮງງານລາວ ທີ່ອອກໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ຖືກກົດ  ໝາຍ ແລະ ເກັບກຳໂຕເລກສະຖິຕິ ໃຫ້ເປັນປົກກະຕິ. - ຊຸກຍູ້ສະມາຄົມທຸລະກິດຈັດຫາງານລາວ ໃຫ້ເຄື່ອນໄຫວມີປະສິດທິພາບ, ຍົກສູງຄຸນນະພາບວຽກການຈັດຫາງານ ແລະ ສ້າງວຽກເຮັດງານທຳແຮງງານລາວ ໃຫ້ກ້າວໜ້າ ແລະ ເປັນລະບົບ. - ສືບຕໍ່ເອົາໃຈໃສ່ຊີ້ນໍາຂະແໜງການທ່ອງທ່ຽວ ໃຫ້ສົມທົບກັບຜູ້ປະກອບການບໍລິການທ່ອງທ່ຽວ ໃຫ້ປະຕິບັດຕາມລະບຽບການກ່ຽວຂ້ອງ ຢ່າງເຄັ່ງຄັດ ໂດຍສະເພາະ ແມ່ນການຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ຫຼີກເວັ້ນບໍ່ໃຫ້ມີຫາງສຽງບໍ່ດີກະທົບຕໍ່ພາບພົດການທ່ອງທ່ຽວລາວ. ຖ້າເກີດມີເຫດການທີ່ມີການເຜີຍແຜ່ທາງອອນລາຍ ກໍໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນຊີ້ແຈງແກ້ໄຂ ໃຫ້ທັນເວລາ. - ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດເຂີນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ໃຫ້ເປັນຮູບປະທຳ ເພາະບັນຫານີ້ ແມ່ນບັນຫາຮີບດ່ວນ ທີ່ຈະຕ້ອງໄດ້ເລັ່ງແກ້ໄຂ. 
11.    ວຽກງານການຕ່າງປະເທດ: ບັນດາຂະແໜງການ ແລະ ທ້ອງຖິ່ນ ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ຕົກລົງຮ່ວມກັນ ໂດຍສະເພາະ ຜົນກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ເປັນຮູບປະທຳ, ພ້ອມທັງ ສືບຕໍ່ຕິດຕາມ ແລະ ຊຸກຍູ້ການພິຈາລະນາ ບັນດາຂໍ້ສະເໜີແກ້ໄຂ ກ່ຽວກັບບາງໂຄງການລົງທຶນຈຳນວນໜຶ່ງ ເປັນຕົ້ນ ການເລັ່ງຊຸກຍູ້ບັນດາໂຄງການຜະລິດພະລັງງານໄຟຟ້າ ທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນກໍ່ສ້າງສຳເລັດຕາມແຜນ, ເລັ່ງພັດທະນາໂຄງການພະລັງງານລົມ, ພະລັງງານແສງຕາເວັນ, ທັງເລັ່ງກໍ່ສ້າງສາຍສົ່ງໄຟຟ້າ ເພື່ອສົ່ງກະແສໄຟຟ້າຈາກບ່ອນທີ່ມີຫຼາຍ ແລະ ເຫຼືອນຳໃຊ້ ໄປສູ່ບ່ອນຂາດເຂີນ. ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະ ບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ, ລວມທັງ ບັນຫາທີ່ ສປປ ລາວ ຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິ. ສືບຕໍ່ກະກຽມໃຫ້ແກ່ການນໍາຂັ້ນສູງຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຕ່າງປະເທດ ບົນຈິດໃຈປະຢັດມັດທະຍັດ. ສືບຕໍ່ກະກຽມຄວາມພ້ອມ ໃຫ້ແກ່ການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ ປີ 2024 ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ ໃຫ້ສໍາເລັດຕາມແຜນການ.
ຂ່າວ, ພາບ: ກົມປະຊາສຳພັນ ຫສນຍ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ: ການຕອບໂຕ້ວິກິດໃນຕົວເມືອງ ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ທ່ານ ອາວີ ຊາຄາ ຫົວໜ້າອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 3 ຕຸລານີ້ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດແຕ່ງຕັ້ງຕ່າງປະເທດ ຈໍານວນ6ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ  ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ໃນໂອກາດທີ່ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ນະຄອນຫຼວງວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ລະຫວ່າງວັນທີ 27-30 ກັນຍາ 2025, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ໄດ້ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດ ອາເມລຣິກາ ແລະ ການາດາ ປະມານ 250 ທ່ານເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ວັນທີ 27 ກັນຍາ ຜ່ານມາ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ ສະຫະລັດ ອາເມຣິກາ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງອັດຕະປື ສະໄໝທີ XII ຮອບທີ III ຈັດຂຶ້ນໃນວັນທີ 11 ກັນຍາ ຜ່ານມານີ້ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ວັນທີ 9 ກັນຍານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ V ພ້ອມທັງໃຫ້ກຽດໂອ້ລົມບັນດາສະຫາຍຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະເປີດຂຶ້ນໃນໄວໆນີ້ ຊຶ່ງນຳພາຄະນະເຂົ້າຮ່ວມຮັບຟັງໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ.
ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະ​ຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສ ກູບາ ໃນວັນທີ 7 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025.
ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ (Miguel Diaz-Canel Bermudez) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນວັນທີ 6-7 ກັນຍາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ເພີ່ມເຕີມ