ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ
ໃນວັນທີ 11 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX (ລະຫວ່າງວັນທີ 10 ຫາ 21ພະຈິກ 2025).

 

ທ່ານ ສົມມາດ ພົນເສນາໄດ້ກ່າວວ່າ:ໃນວາລະທໍາອິດ, ກອງປະຊຸມໄດ້ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໃນວັນທີ 12 ພະຈິກ 2025 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ລາຍງານສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

ຫຼັງຈາກນັ້ນ, ທ່ານ ສົມມາດ ພົນເສນາ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີບົດປະກອບຄວາມເຫັນຕໍ່ບົດລາຍງານຂອງລັດຖະບານ ທັງ 2 ສະບັບ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ(ສສຊ)ໃນຖານະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ໄດ້ຊັກຖາມລັດຖະບານ, ຊຶ່ງສະມາຊິກລັດຖະບານ ກໍໄດ້ຊີ້ແຈງໃຫ້ຄວາມກະຈ່າງແຈ້ງ ຕໍ່ຄໍາຊັກຖາມ ແລະ ບັນຫາຕ່າງໆ ຢ່າງກົງໄປກົງມາ. ພິເສດກອງປະຊຸມ ຍັງໄດ້ຮັບຟັງການອະທິບາຍຊີ້ແຈງຂອງທ່ານ ນາຍົກລັດຖະມົນຕີ ແລະ ທ່ານປະທານສະພາແຫ່ງຊາດ ກໍໄດ້ມີຄໍາເຫັນສະຫຼຸບສັງລວມ, ຊຶ່ງສັງລວມຫຍໍ້ໃຫ້ບັນດາທ່ານຊາບດັ່ງນີ້:

ກອງປະຊຸມສະແດງຄວາມຊົມເຊີຍແລະເຫັນດີເປັນເອກະພາບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ແຜນປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IXຂອງລັດຖະບານ ສະແດງອອກ ໃນຜົນງານທີ່ຍາດມາໄດ້ ເປັນຕົ້ນ ອັດຕາການເຕີບໂຕເສດຖະກິດ (GDP)ໄລຍະ 5 ປີ (2021-2025) ຂະຫຍາຍຕົວ 4.24%, ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%,ບາງຂະແໜງການຈະສາມາດປະຕິບັດໄດ້ຕາມຄາດໝາຍ ເປັນຕົ້ນ ຂະແໜງ ກະສິກໍາ ແລະ ອຸດສາຫະກໍາ, ການເກັບລາຍຮັບໄດ້ເກີນແຜນ, ການຄ້າຕ່າງປະເທດເກີນດູນ, ເງິນເຟີ້ມີທ່າອ່ຽງຫຼຸດລົງ, ການປະຕິບັດບາງຄາດໝາຍດ້ານວັດທະນະທໍາ-ສັງຄົມ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີຄວາມຄືບໜ້າທີ່ດີ.

ແຕ່ເຖິງຢ່າງໃດກໍຕາມ, ກອງປະຊຸມຍັງສະແດງຄວາມເປັນຫ່ວງ ຕໍ່ການປະຕິບັດບາງຄາດໝາຍຂອງແຜນການ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ວາລະແຫ່ງຊາດ ເປັນຕົ້ນເຖິງວ່າເສດຖະກິດມີການເຕີບໂຕ, ແຕ່ຄຸນນະພາບຍັງບໍ່ທັນສູງ, ລາຍໄດ້ສະເລ່ຍຕໍ່ຫົວຄົນຍັງຕໍ່າກວ່າຄາດໝາຍ,ການພັດທະນາຂົງເຂດກະສິກໍາ ຍັງບໍ່ທັນໄດ້ຮັບພັດທະນາເທົ່າທີ່ຄວນ, ການປຸ່ງແຕ່ງຍັງບໍ່ທັນມີຄວາມຫຼາກຫຼາຍ, ລາຄາສິນຄ້າບາງໝວດ ຍັງເພີ່ມຂຶ້ນສູງ, ການສ້ອມແປງເສັ້ນທາງທີ່ເປ່ເພຍັງຊັກຊ້າ, ການຄຸ້ມຄອງໂຄງການສໍາຫຼວດຂຸດຄົ້ນແຮ່ທາດ ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນ, ການພັດທະນາຄຸນນະພາບການສຶກສາ ແລະ ສາທາລະນະສຸກ ຍັງບໍ່ທັນໄດ້ດີ, ການອອກໃບຕາດິນຍັງມີຄວາມຄືບໜ້າໜ້ອຍ, ການແກ້ໄຂປະກົດການຫຍໍ້ທໍ້ດ້ານສັງຄົມ ຍັງບໍ່ທັນໄດ້ດີ, ກອງປະຊຸມສະເໜີໃຫ້ ລັດຖະບານ ຄົ້ນຄວ້າວິທີການແກ້ໄຂບັນຫາດັ່ງກ່າວ ໃຫ້ມີຜົນສໍາເລັດ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026ກອງປະຊຸມສະເໜີ ໃຫ້ລັດຖະບານ ເອົາໃຈໃສ່ ການພັດທະນາຕາມທິດການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ຕາມທິດ ສີຂຽວ ແລະ ຍືນຍົງ, ເກັບລາຍຮັບ ໃຫ້ຄົບຖ້ວນ ບັນລຸໄດ້20% ຂອງ GDP ຂຶ້ນໄປ, ພ້ອມທັງປະຕິບັດລາຍຈ່າຍງົບປະມານໃສ່ການພັດທະນາວຽກຈຸດສູມບຸລິມະສິດຂອງລັດຖະບານເຊັ່ນ ການພັດທະນາຂະແໜງການສຶກສາ, ສາທາລະນະສຸກ, ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ການກໍ່ສ້າງສ້ອມແປງເສັ້ນທາງ, ການກໍ່ສ້າງຕ້ານຕາຝັ່ງເຈື່ອນຕາມເຂດຊາຍແດນ.

ສະເໜີລັດຖະບານສືບຕໍ່ສ້າງສະຖຽນລະພາບດ້ານເງິນຕາ ເພື່ອຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ເຮັດໃຫ້ອັດຕາເງິນເຟີ້ໃນລະດັບຕໍ່າ, ຄວບຄຸມໃຫ້ອັດຕາແລກປ່ຽນຄົງທີ່, ເພີ່ມປະລິມານຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 5 ເດືອນ ຂຶ້ນໄປ, ສ້າງຄັງແຮດ້ວຍຄໍາ ເພື່ອຮັກສາສະຖານະພາບດ້ານການເງິນຂອງປະເທດເຮົາໃຫ້ໝັ້ນຄົງ, ສະໜອງສິນເຊື່ອດອກເບ້ຍຕ່ຳ ເຂົ້າໃນການຜະລິດ ແລະ ປຸງແຕ່ງສິນຄ້າໃຫ້ພຽງພໍ.

ເພີ່ມທະວີການຊຸກຍູ້, ສົ່ງເສີມ ການຜະລິດກະສິກໍາໃຫ້ແຂງແຮງ ພ້ອມທັງ ເອົາໃຈໃສ່ ຊ່ວຍເຫຼືອຊາວກະສິກອນ ດ້ານເຕັກນິກວິຊາການ, ທຶນຮອນ, ຕະຫຼາດຈໍາໜ່າຍ ແລະ ຟື້ນຟູ ພື້ນທີ່ທໍາການຜະລິດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ໃຫ້ສາມາດສືບຕໍ່ການຜະລິດປົກກະຕິ ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າ, ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ, ຄຸ້ມຄອງລາຄາສິນຄ້າ ແລະ ສະບຽງອາຫານ ໃນລະດັບທີ່ເໝາະສົມ.

ສືບຕໍ່ກວດກາຢ່າງເຂັ້ມງວດຕໍ່ບັນດາໂຄງການລົງທຶນ ທີ່ມີປະສິດທິຜົນຕໍ່າ,ສຸມໃສ່ການພັດທະນາໂຄງການພະລັງງານໄຟຟ້າທົດແທນ ເສີມໃສ່ບັນດາສະຖານີ ຈຸດທີ່ຂາດແຄນໄຟຟ້າ ເພື່ອສະໜອງໄຟຟ້າໃຫ້ພຽງພໍກັບການຊົມໃຊ້ພາຍໃນ, ຄຸ້ມຄອງ ແລະ ປັບປຸງໂຄງສ້າງລາຄາໄຟຟ້າ ໃຫ້ເໝາະສົມກັບສະພາບຕົວຈິງ ບໍ່ໃຫ້ກະທົບຕໍ່ຊີວິດເປັນຢູ່ ແລະ ການຜະລິດ.

ສຸມງົບປະມານໃສ່ການກໍ່ສ້າງແລະສ້ອມແປງ ເສັ້ນທາງທີ່ເປ່ເພ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອອໍານວຍຄວາມສະດວກ ການຂົນສົ່ງ, ການສັນຈອນໄປ-ມາຂອງປະຊາຊົນ ແລະ ການທ່ອງທ່ຽວ, ຄວບຄຸມ ລົດບັນທຸກນໍ້າໜັກເກີນ ແລະ ມີມາດຕະການ ຕໍ່ຜູ້ລະເມີດຢ່າງເຂັ້ມງວດ.

ສືບຕໍ່ຊຸກຍູ້, ສົ່ງເສີມການຫັນເປັນທັນສະໄໝໃນການບໍລິຫານລັດ, ການພັດທະນາເສດຖະກິດ ແລະ ການຄຸ້ມຄອງສັງຄົມ ແບບດິຈີຕອນ ດ້ວຍການຂະຫຍາຍເຄື່ອຂ່າຍເຊື່ອມໂຍງຖານຂໍ້ມູນບັນດາອົງການຈັດຕັ້ງລັດ, ພາກ ທຸລະກິດ, ເອກະຊົນ ແລະ ປະຊາຊົນ ດ້ວຍເອເລັກໂຕຣນິກທີ່ທັນສະໄໝ ໃຫ້ເຊື່ອມໂຍງເຂົ້າຫາກັນໄດ້ຢ່າງສະດວກ, ວ່ອງໄວ ແລະປອດໄພ.

ກອງປະຊຸມເຫັນດີໂດຍພື້ນຖານຕໍ່ການສະເໜີປັບປຸງດັດສະນີເງິນເດືອນ, ເງິນນະໂຍບາຍ ແລະ ເງິນ ອຸດໜູນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ ແລະ ພະນັກງານບຳນານ ທີ່ຈະເລີ່ມຈັດຕັ້ງປະຕິບັດໃນເດືອນ 1 ປີ 2026 ເປັນຕົ້ນໄປ ແຕ່ລາຍລະອຽດສະເໜີໃຫ້ລັດຖະບານ ສືບຕໍ່ຄົ້ນຄວ້າ ແລະ ກໍານົດນະໂຍບາຍທີ່ຊັດເຈນ ແລະ ຮັດກຸມ.

ສືບຕໍ່ນໍາເອົາຄໍາຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໄປຄົ້ນຄວ້າປັບປຸງການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030)ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ X.

ອີງຕາມວາລະກອງປະຊຸມ, ໃນວັນທີ 21ພະຈິກ 2025 ທີ່ຈະມາເຖິງ ຜູ້ແທນກອງປະຊຸມຈະໄດ້ລົງຄະແນນຮັບຮອງ ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ແຜນການປະຈໍາປີ 2025, ສະຫຼຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024, ການດັດແກ້ງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026.

(ຂ່າວ-ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມຂອງວາລະດັ່ງກ່າວ ໄດ້ມີບາງຄໍາເຫັນເຈາະຈີ່ມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026 ຂອງ ສານປະຊາຊົນສູງສຸດ (ສປສສ) ແລະ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໄດ້ມີຄໍາເຫັນດັ່ງນີ້:
ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ ອອປສ ຊຶ່ງໄດ້ກ່າວວ່າ:
ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ຕໍ່ ສປສສ

ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ (ສປສສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດ ແລະ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີ 6 ຄໍາຄິດເຫັນ ເພື່ີອເຮັດໃຫ້ແຜນການຕໍ່ໜ້າຂອງ ສປສສ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ.
ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ອອປສ ມີຫຼາຍວຽກງານພົ້ນເດັ່ນ ໃນ 5 ປີຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງ ອອປສ ຊຶ່ງໃນນີ້ ກໍໄດ້ລາຍງານຫຼາຍວຽກງານພົ້ນເດັ່ນຂອງການຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ ໂດຍສະເພາະ ການຕິດຕາມກວດກາການປະຕິບັດກົດໝາຍແລະສັ່ງຟ້ອງຜູ້ຖືກຫາຂຶ້ນສານ.
ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ຄະນະບໍລິຫານງານພັກແຂວງວຽງຈັນ ຈັດກອງປະຊຸມຄົບຄະນະຄັ້ງທີ 2 ສະໄໝທີ Vll.

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 2 ສະໄໝທີ Vll ຈັດຂຶ້ນໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ຈະປັບປຸງ ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ

ໃນການຂຶ້ນຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຊຶ່ງໃນນີ້ ກໍໄດ້ຊີ້ແຈງກ່ຽວກັບຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ໃຫ້ມີການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດກ່ຽວກັບການເພີ່ມພາລະບົດບາດ, ສິດຂອງອົງການກວດສອບແຫ່ງລັດໃນການແກ້ໄຂຜົນການກວດສອບໃຫ້ຈະແຈ້ງແລະເຂັ້ມງວດຂຶ້ນ.
ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ຊີ້ແຈງການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ພ້ອມສະເໜີບາງທິດທາງແກ້ໄຂ

ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ໄດ້ຂຶ້ນຊີ້ແຈງຫຼາຍຂໍ້ຊັກຖາມ ໃນການປະກອບຄໍາຄິດເຫັນຂອງຄະນະປະຈໍາສະພາແຫ່ງຊາດແລະບັນດາທ່ານສສຊທີ່ໄດ້ຍົກຂຶ້ນຕໍ່ກັບວຽກງານຂອງອົງການກວດກາແຫ່ງລັດໃນໄລຍະຜ່ານມາແລະບັນດາຂໍ້ສະເໜີໃຫ້ກັບວຽກງານກວດກາໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບການກວດພົບເຫັນຫຼາຍເປົ້າໝາຍກວດກາແລ້ວ, ແຕ່ການເກັບກູ້ຊັບສິນຄືນໃຫ້ລັດ ຍັງເຮັດໄດ້ໜ້ອຍ ແມ່ນຍ້ອນຫຼາຍປັດໄຈ.
ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ຄວາມຄືບໜ້າ 4 ມາດຕະການ ແກ້ໄຂຜົນການກວດສອບ-ກວດກາ ທີ່ກ່ຽວຂ້ອງກັບ ທຫລ

ທ່ານ​ນາງ​ບຸນຄໍາວໍລະຈິດຜູ້ວ່າການ​ທະນາຄານ​ແຫ່ງ​ສປປ​ລາວ​(ທຫລ) ໄດ້ຂຶ້ນຊີ້ແຈງກ່ຽວກັບຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ທິດທາງມາດຕະການແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ 4 ມາດຕະການທີ່ເປັນຄວາມຮັບຜິດຊອບຂອງ ທຫລຕາມມະຕິສະພາແຫ່ງຊາດສະບັບເລກທີ 140/ ສພຊ, ລົງວັນທີ 11 ທັນວາ 2024 ການແກ້ໄຂຜົນການກວດສອບ-ກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ.
ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການບໍ່ໄດ້ຈັດຕັ້ງປະຕິບັດ ແລະ ໂຄງການນອກແຜນ

ກະຊວງການເງິນ ໄດ້ຕາງໜ້າລັດຖະບານ ຊີ້ແຈງເພີ່ມຕື່ມໃນຫຼາຍບັນຫາ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະແມ່ນການແກ້ໄຂຜົນການກວດກາຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບຂອງອົງການກວດສອບແຫ່ງລັດ; ໃນນີ້, ກໍໄດ້ຊີ້ແຈງກ່ຽວກັບຜົນການກວດກາແຫ່ງລັດ ຕາມມະຕິ 139/ສພຊ ກໍຄືການແກ້ໄຂຜົນການກວດກາ ໄລຍະ 2021-2025 ທີ່ຍັງຄ້າງ ແລະ ແກ່ຍາວຜ່ານມາ 5 ບັນຫາຕົ້ນຕໍ ຊຶ່ງໃນນັ້ນ ກໍໄດ້ຊີ້ແຈງການຫັກລົບມູນຄ່າໜ້າວຽກໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ໂຄງການນອກແຜນ; ພ້ອມດຽວກັນ, ກໍໄດ້ສະເໜີທິດທາງໃນຕໍ່ໜ້າ ຕໍ່ກັບການສືບຕໍ່ແກ້ໄຂບັນຫາດັ່ງກ່າວ.
ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ອົງການກວດກາແຫ່ງລັດຈະສືບຕໍ່ກວດກາຄືນຫຼາຍໂຄງການ

ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2023 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ