ຜົນສຳເລັດກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV

ຜົນສຳເລັດກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV

ຜົນສຳເລັດກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV
ກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV ປີ 2025 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 19 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໃນນາມຕາງໜ້າລັດຖະບານແຫ່ງສປປ ລາວ ທັງເປັນຮອງປະທານ ແລະ ຜູ້ປະຈຳການຄະນະຊີ້ນຳລະດັບຊາດເພື່ອຂະບວນການໂຕະມົນ ມີຄວາມປິຕິຊົມຊື່ນທີ່ໄດ້ຮັບກຽດຮ່ວມກັບທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດປະຈໍາສປປລາວ ຖະແຫຼງຂ່າວຜົນສໍາເລັດ​ກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV ປີ 2025 ຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ”.

 

 

ກອງປະຊຸມຄັ້ງນີ້ໄດ້ດໍາເນີນເປັນເວລາ 1 ວັນເຕັມເພື່ອທົບທວນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ກຽມພ້ອມເຂົ້າສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເພື່ອປຶກສາຫາລືໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026. ໃນກອງປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມຫຼາຍກວ່າ 500 ທ່ານທັງພາຍໃນ ແລະ ສາກົນ ໄດ້ສືບຕໍ່ປຶກສາຫາລືການຈັດຕັ້ງປະຕິບັດວຽກງານທີ່ສຳຄັນຈຳນວນໜຶ່ງ ແລະ ຢັ້ງຢືນຄືນຄຳໝາຍໝັ້ນໃນການສືບຕໍ່ສະໜັບສະໜູນໃນການຈັດຕັ້ງປະຕິບັດວຽກງານການພັດທະນາຂອງສປປລາວເປັນຕົ້ນ ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ໄດ້ຢືນຢັນຄືນໃໝ່ເຖິງຄຳໝັ້ນສັນຍາໃນການສະໜັບສະໜູນຢ່າງເຕັມສ່ວນເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XIV ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs); ສືບຕໍ່ແກ້ໄຂ ແລະ ຟື້ນຟູເສດຖະກິດທີ່ເປັນຜົນພວງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນໄລຍະຜ່ານມາເພື່ອກ້າວໄປສູ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍສຸມໃສ່ການສ້າງຄວາມອາດສາມາດການຜະລິດ ແລະ ບໍລິການພາຍໃນ, ເພີ່ມທະວີທ່າແຮງບົ່ມຊ້ອນຂອງວິສາຫະກິດພາຍໃນປະເທດ ແລະ ສາມາດເຊື່ອມໂຍງເຂົ້າສູ່ຕ່ອງໂສ້ມູນຄ່າການຜະລິດຂອງສາກົນ ແລະ ພາກພື້ນ; ສືບຕໍ່ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກໂດຍສະເພາະຄຸ້ມຄອງອັດຕາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ປັບປຸງລະບົບການເກັບລາຍຮັບງົບປະມານໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ເຂັ້ມແຂງ; ສືບຕໍ່ສຸມໃສ່ປັບປຸງໂຄງລ່າງພື້ນຖານໂດຍສະ ເພາະບັນດາເສັ້ນທາງຄົມມະນາຄົມຕາມແລວທາງເສດຖະກິດຕ່າງໆ, ທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ; ສືບຕໍ່ສຸມໃສ່ພັດທະນາຊັບພະຍາກອນມະນຸດເປັນຕົ້ນ ປັບປຸງຄຸນນະພາບການສຶກສາໃຫ້ດີຂຶ້ນກວ່າເກົ່າແນໃສ່ສ້າງຊັບພະຍາກອນມະນຸດທີ່ເຂັ້ມແຂງປະກອບສ່ວນເຂົ້າສູ່ການຜະລິດ ແລະ ບໍລິການພາຍໃນ ໂດຍສະເພາະປັບປຸງລະບົບການສຶກສາສາຍສາມັນສຶກສາ, ຄົ້ນຄວ້າເພີ່ມນະໂຍບາຍອາຫານທ່ຽງໃຫ້ນັກຮຽນ, ເບ້ຍລ້ຽງໃຫ້ນັກຮຽນ-ນັກສຶກສາ; ປັບປຸງລະບົບສາທາລະນະສຸກໂດຍຮັບປະກັນການສະໜອງເຄື່ອງມື ແລະ ການບໍລິການສາທາລະນະສຸກທີ່ມີຄຸນນະພາບ; ສືບຕໍ່ການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງສປປລາວເປັນຕົ້ນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ການພັດທະນາມີຄຸນນະພາບ ແລະ ຍືນຍົງ, ສົ່ງເສີມບົດບາດການມີສ່ວນຮ່ວມຂອງພາກເອກະຊົນຕໍ່ກັບວຽກງານການພັດທະນາ, ເພີ່ມທະວີປະສິດທິຜົນຂອງການຮ່ວມມືເພື່ອການພັດທະນາ. ພ້ອມທັງ, ສືບຕໍ່ປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເພື່ອຮັບປະກັນການເຕີບໂຕສີຂຽວ ໂດຍເນັ້ນໃສ່ການພັດທະນາເສດຖະກິດໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ; ຜົນສໍາເລັດຂອງກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV ປີ 2025 ໃນຄັ້ງນີ້, ກະຊວງການເງິນໃນນາມຜູ້ປະຈໍາການຄະນະຊີ້ນຳລະດັບຊາດເພື່ອຂະບວນການໂຕະມົນ ຈະປະສານສົມທົບກັບພາກສ່ວນກ່ຽວ ຂ້ອງສັງລວມ ແລະ ລາຍງານຕໍ່ລັດຖະບານສປປ ລາວເພື່ອມີທິດຊີ້ນໍາ ແລະ ເປັນບ່ອນອີງໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນ. ຮຽກຮ້ອງໃຫ້ບັນດາກະຊວງ, ອົງການກ່ຽວຂ້ອງຢູ່ສູນກາງ ແລະ ອົງການປົກຄອງທ້ອງຖິ່ນ, ບັນດາຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມສືບຕໍ່ຍົກສູງຄວາມຮັບຜິດຊອບ, ຄວາມເປັນເຈົ້າການທັງເພີ່ມທະວີການປະສານງານສົມທົບເຊິ່ງກັນ ແລະ ກັນຢ່າງກົມກຽວເພື່ອຜັນຂະຫຍາຍຜົນກອງປະຊຸມໂຕະມົນລະດັບສູງຄັ້ງທີ XIV ປີ 2025 ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X ໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້.

ຕາງໜ້າໃຫ້ລັດຖະບານຂໍສະແດງຄວາມຂອບໃຈມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນທີ່ໃຫ້ການສະໜັບສະໜູນທາງດ້ານງົບປະ ມານ ແລະ ເຕັກນິກວິຊາການເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງສປປລາວ. ພິເສດ: ຂໍຂອບໃຈລັດຖະບານນິວຊີແລນ ແລະ ອົງການສະຫະປະຊາຊາດທີ່ໄດ້ໃຫ້ການສະໜັບສະໜູນ ເຮັດໃຫ້ກອງປະຊຸມຄັ້ງນີ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ. ຂ່າວ: ພູວັນ, ພາບ: ກະຊວງການເງິນ

ຄໍາເຫັນ

ຂ່າວການຮ່ວມມື

ເປີດສູນຝຶກອົບ​ຮົມແມ່​ນ້ຳ​ຂອງ-ແມ່​ນ້ຳລ້ານຊ້າງ

ເປີດສູນຝຶກອົບ​ຮົມແມ່​ນ້ຳ​ຂອງ-ແມ່​ນ້ຳລ້ານຊ້າງ

ສະຖາບັນ ອຸດສາຫະກຳ,ການຄ້າ ແລະ ພະລັງງານກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດສູນຝຶກ ແມ່​ນ້ຳຂອງ-ແມ່​ນ້ຳລ້ານ​ຊ້າງ​ຂຶ້ນ​ໃນ​ວັນ​ທີ 18 ພະ​ຈິກ​ຜ່ານ​ມາທີ່ ໂຮງ​ແຮມ​ແລນ​ມາກ, ພາຍໃຕ້ການຮ່ວມມືລະຫວ່າງສະຖາບັນອຸດສາຫະກຳ,ການຄ້າ ແລະ ພະລັງງານ, ວິທະຍາໄລເຕັກນິກສັບພະວິຊາ ສປປ ລາວ ແລະ ວິທະຍາໄລ ອາຊີວະສຶກສາ ທີ່ດິນ-ຊັບພະຍາກອນຢູນານ ສປ ຈີນ ເພື່ອແລກປ່ຽນ ແລະສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃນກາຮ່ວມມືສາກົນດ້ານອາຊີວະສຶກສາ ໂດຍມີທ່ານ ອານຸສັກ ພົງສະຫວັດ ຫົວໜ້າສະຖາບັນ ອຸດສາຫະກຳ ແລະ ພະລັງງານ, ທ່ານ ລຳພອນ ແສງສະຫວ່າງ ຮອງອຳນວຍການສະຖາບັນເຕັກໂນໂລຊີແຫ່ງຊາດລາວ, ທ່ານ ນາງ ເສີນ ຢິ໋ງ (Ms. Chen Ying) ຮອງເລຂາຄະນະພັກ, ຜູ້ອຳນວຍການວິທະຍາໄລວິຊາຊີບຊັບພະຍາກອນທີ່ດິນແຫ່ງຢຸນນານ, ມີພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍນັກສຶກສາຈາກວິທະຍາໄລເຕັກນິກສັບພະວິຊາເຂົ້າ​ຮ່ວມ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ເກຣັກ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ເກຣັກ

ໃນວັນທີ 18 ພະຈິກຜ່ານມານີ້, ທີ່ນະຄອນຫຼວງອາແຕນ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ກົງສະຕັນຕິໂນສ ຕາສູລັດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກຣັກ ເພື່ອດຳລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ເກຣັກ, ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ເຊີແນວ,ປະເທດສະວິດ.
ລັດ​ທິຫຼາຍ​ຝ່າຍ​​ສະ​ແດງ​ໃຫ້​ເຫັນພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ການ​ບໍ​ລິ​ຫານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

ລັດ​ທິຫຼາຍ​ຝ່າຍ​​ສະ​ແດງ​ໃຫ້​ເຫັນພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ການ​ບໍ​ລິ​ຫານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

ຫວ່າງ​ມໍ່ໆ​ມາ​ນີ້, ຈີນ, ລາວ, ກຳ​ປູ​ເຈຍ, ມຽນ​ມາ, ໄທແລະຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຮ່ວມ​ກັນ​​ປາບ​ປາມ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຂອງ​ຈີນເພື່ອ​ເຕົ້າ​ໂຮມ​ກຳ​ລັງ​ດ້ວຍ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໂດຍ​ຜ່ານກົນ​ໄກແລະແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ດ້ວຍ​ການປະ​ຕິ​ບັດ​ງານ​ຕົວ​ຈິງ. ການ​ປະ​ສານ​ງານ​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຕາມ​ລ່ອງ​ແມ່​ນ້ຳ​ຂອງບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ອັນ​ໝັ້ນ​ແກ່ນ​ຂອງ 6 ປະ​ເທດໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປະ​ຊ​າ​ຊົນ​ເທົ່າ​ນັ້ນ, ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ຂອງ​ລັດ​ທິຫຼາຍ​ຝ່າຍໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ​ອີກ​ດ້ວຍ.
ເຢຍລະມັນ ແລະ ສປປ ລາວ ການຮ່ວມມືທີ່ມີຄວາມຫຼາກຫຼາຍ

ເຢຍລະມັນ ແລະ ສປປ ລາວ ການຮ່ວມມືທີ່ມີຄວາມຫຼາກຫຼາຍ

ເຢຍລະມັນ ແລະ ສປປ ລາວ: ການຮ່ວມມືທີ່ມີຄວາມຫຼາກຫຼາຍ ຊຶ່ງການຮ່ວມມືືີທີ່ພົ້ນເດັ່ນໃນປີ 2025 ແມ່ນການຮ່ວມມືໃນວຽກງານມໍຣະດົກໂລກ ໃນໂອກາດວັນຊາດ(ວັນລວມເຢຍລະມັນ)ນີ້, ພວກ ເຮົາສະເຫຼີມສະຫຼອງ 35 ປີ ຫຼັງຈາກການລວມຕົວຄືນໃໝ່ຂອງເຢຍລະມັນ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ໃນວັນທີ 19 ພະຈິກ 2025, ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ວະລາເມຍ ກາລີນິນ (Vladimir Kalinin), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ໃນໂອກາດ ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ, ທ່ານ ນາງ ລໍ່ ທິ ຖຸຍ ຮ່າກຳມະການຄະນະບໍລິຫານງານພັກແຂວງອໍານວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງ ເຊິນລາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ນາງ ຄໍາສີ ສິດທິວໍລະດາຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນວັນທີ 17 ພະຈິກຜ່ານມານີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ພ້ອມດ້ວຍຄະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ວັນທີ 19 ພະຈິກ 2025 ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ຢ້ຽມຢາມໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂດຍການຕ້ອນຮັບຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ພ້ອມຫົວໜ້າສຶກສາທິການ ແລະ ກິລາເມືອງຈັນທະບູລີ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ  ຫວຽດນາມ

ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ

ສະຫາຍຈ້ຽວຕ່າຍວິງຮອງຫົວໜ້າຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມສະຫາຍນາງອິນລາວັນແກ້ວບຸນພັນຮອງປະທານສູນກາງ ແນວລາວສ້າງຊາດຜູ້ປະຈໍາການ (ສນຊ) ໃນວັນທີ 19 ພະຈິກນີ້ທີ່ ສນຊ.
ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ໃນວັນທີ 13 ພະຈິກ ຜ່ານມານີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວ ຈາກບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ພົບປະ ກັບ ທ່ານ Zhao Zenglian ຮອງລັດຖະມົນຕີ ອົງການຄຸ້ມຄອງພາສີ ແຫ່ງ ສປຈີນ ພ້ອມດ້ວຍ ກົມກ່ຽວຂ້ອງເຂົ້າຮ່ວມ. ການພົບປະສອງຝ່າຍດັ່ງ ໄດ້ຈັດຂຶ້ນໃນລະຫວ່າງການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 (The 9th China-ASEAN Ministerial Meeting on Sanitary and Phytosanitary (SPS) Cooperation) ທີ່ ນະຄອນຊົງຊິງ, ສປ.ຈີນ.
ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນວັນທີ 19 ພະຈິກນີ້ທີ່ ຄອສພ. ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-19 ພະຈິກ 2025.
ເພີ່ມເຕີມ