ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4 ທີ່ມາເລເຊຍ

ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4 ທີ່ມາເລເຊຍ

ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສອາຊຽນ-ຈີນ ຄັ້ງທີ 4 ທີ່ມາເລເຊຍ
ຄະນະຜູ້ແທນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ນໍາພາໂດຍທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະຈາກກົມເຄຫາ ແລະ ຜັງເມືອງ, ຫ້ອງ ການກະຊວງ, ກົມແຜນການ ແລະ ການຮ່ວມມື ແລະ ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໄສ ອາຊຽນ-ຈີນ ຄັ້ງທີ 4 ພາຍໃຕ້ຫົວຂໍ້ “ເມືອງທີ່ຍືນຍົງ, ທີ່ຢູ່ອາໄສທີ່ມີຄຸນນະພາບ, ຊຸມຊົນທີ່ສາມັກຄີ” (Sustainable Cities, Quality Housing, Cohesive Communities) ໃນວັນທີ 1 ສິງຫາຜ່ານມາ ທີ່ເມືອງອີໂປ ລັດເປຣັກ ປະເທດມາເລເຊຍ ໂດຍມີຜູ້ແທນລະດັບລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກບັນດາປະເທດອາຊຽນ, ສປ ຈີນ, ກອງເລຂາອາຊຽນ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 80 ທ່ານ ເພື່ອແລກປ່ຽນນະໂຍບາຍ, ປະສົບການ ແລະ ນະວັດຕະກຳ ກ່ຽວກັບການພັດທະນາຕົວເມືອງ, ທີ່ຢູ່ອາໄສ ແລະ ໂຄງລ່າງພື້ນຖານຢ່າງຍືນຍົງ.
ຜແທນ ຍທຂ ເຂາຮວມກອງປະຊມໂຕະມນ ລດຖະມນຕດານການກສາງ ແລະ ທຢອາໄສອາຊຽນ-ຈນ ຄງທ 4 ທມາເລເຊຍ - image 1
 

ກອງປະຊຸມດັ່ງກ່າວ, ທ່ານ ງາມປະສົງ ເມືອງມະນີ ໄດ້ຂຶ້ນກ່າວປາໄສພາຍໃຕ້ຫົວຂໍ້: ເສີມສ້າງການບໍລິການໃນຕົວເມືອງທີ່ມີຄວາມທົນທານ ແລະ ພື້ນຖານໂຄງລ່າງທີ່ຍືນຍົງ (Strengthening Resilient Urban Services and Sustainable Infrastructure) ໂດຍໄດ້ສະທ້ອນໃຫ້ເຫັນວ່າ ສປປ ລາວ ກຳລັງປະເຊີນກັບຄວາມທ້າທາຍຈາກການຫັນເປັນຕົວເມືອງທີ່ວ່ອງໄວ ບວກກັບຜົນກະທົບຂອງການປ່ຽນແປງສະພາບພູມອາກາດ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນດ້ານການບໍລິການຕົວເມືອງ ແລະ ໂຄງສ້າງພື້ນຖານ. ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ, ຍທຂ ໄດ້ຢັ້ງຢືນຄວາມມຸ້ງໝັ້ນເລັ່ງລັດໃນການພັດທະນາຕົວເມືອງທີ່ຍືນຍົງ ແລະ ທົນທານ ຕາມແຜນ 5 ປີຂອງກະຊວງ ຍທຂ ແລະ ການຈັດຕັ້ງປະຕິບັດວາລະໃໝ່ ແຫ່ງການພັດທະນາຕົວເມືອງ (New Urban Agenda). ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ເນັ້ນໜັກ 3 ໜ້າວຽກບຸລິມະສິດສຳຄັນຂອງ ສປປ ລາວ ໃນການສ້າງຕົວເມືອງທີ່ທົນທານ ແລະ ຍືນຍົງຄື: 1. ການຍົກລະດັບການຄຸ້ມຄອງ ແລະ ບໍລິການຕົວເມືອງ ໃຫ້ສາມາດຮັບມືກັບການປ່ຽນແປງດິນຟ້າອາກາດ ໂດຍສຸມໃສ່ການຄຸ້ມຄອງສິ່ງເສດເຫຼືອແບບຍືນຍົງ, ການສ້າງລະບົບລະບາຍນ້ຳໃນຕົວເມືອງທີ່ທົນທານ, ການນຳໃຊ້ວິທີແກ້ໄຂທີ່ອີງໃສ່ທຳມະຊາດ (Nature-based Solutions) ແລະ ການວາງແຜນຜັງຕົວເມືອງ ທີ່ເຊື່ອມສານການປ່ຽນແປງດິນຟ້າອາກາດ; 2. ການສົ່ງເສີມ ການພັດທະນາໂຄງລ່າງພື້ນຖານທີ່ຍືນຍົງ ແລະ ນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ເພື່ອຮັບມືກັບການຫັນປ່ຽນຕົວເມືອງ ໂດຍສຸມໃສ່ການສ້າງທີ່ຢູ່ອາໄສໃນລາຄາທີ່ເໝາະສົມ ແລະ ມີຄຸນນະພາບ, ການສ້າງໂຄງລ່າງພື້ນຖານ ຕອບສະໜອງກັບຄວາມຕ້ອງການຂອງຊຸມຊົນ ແລະ ທຸກຄົນສາ ມາດເຂົ້າເຖິງໄດ້; 3. ເລັ່ງລັດການຫັນເປັນດີຈີຕອນ ເພື່ອຍົກລະດັບການບໍລິຫານ, ການວາງແຜນຜັງຕົວເມືອງ ແລະ ການບໍລິການຕົວເມືອງຢ່າງມີປະສິດທິພາບ.

ຜແທນ ຍທຂ ເຂາຮວມກອງປະຊມໂຕະມນ ລດຖະມນຕດານການກສາງ ແລະ ທຢອາໄສອາຊຽນ-ຈນ ຄງທ 4 ທມາເລເຊຍ - image 2
 

ໃນຕອນທ້າຍ, ກອງປະຊຸມໄດ້ຮັບຮອງ Ipoh Accord on Sustainable Cities, Quality Housing, Cohesive Communities ເພື່ອເປັນແນວທາງຮ່ວມກັນ ລະຫວ່າງບັນດາປະເທດອາຊຽນ ແລະ ສປ ຈີນ ໃນການສົ່ງເສີມການພັດທະນາຕົວເມືອງທີ່ຍືນຍົງ, ການສ້າງທີ່ຢູ່ອາໄສທີ່ມີຄຸນນະພາບ ແລະ ຊຸມຊົນທີ່ມີຄວາມປອງດອງກັນ. ພ້ອມທັງສືບຕໍ່ເສີມສ້າງການຮ່ວມມືອັນແໜ້ນແຟ້ນລະຫວ່າງອາຊຽນ ແລະ ສປ ຈີນ ໃນຂົງເຂດການກໍ່ສ້າງທີ່ຢູ່ອາໄສ ແລະ ການພັດທະນາຕົວເມືອງ ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃນພາກພື້ນ.  

(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ກະຊວງ ຍທຂ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ