ຜູ້ແທນຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຂົ້າພົບປະຢ້ຽມຢາມ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ

ຜູ້ແທນຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຂົ້າພົບປະຢ້ຽມຢາມ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ

ຜູ້ແທນຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຂົ້າພົບປະຢ້ຽມຢາມ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ
ສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມສະຫາຍ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ໃນວັນທີ 18 ພະຈິກນີ້ ທີ່ຫ້ອງວ່າການປົກຄອງແຂວງໂດຍມີ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍພາກສ່ວນກ່ຽຂ້ອງເຂົ້າຮ່ວມ.
ຜແທນຄະນະໂຄສະນາສກສາ ແລະ ຂນຂວາຍປະຊາຊນສນກາງພກກອມມນດຫວຽດນາມ ເຂາພບປະຢຽມຢາມ ເລຂາຄະນະບລຫານງານພກແຂວງຫວງພະບາງ - image 1
 

ສະຫາຍ ບຸນເລື່ອມ ມະນີວົງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ຂີດໝາຍສໍາຄັນການຮ່ວມມືລາວ-ຫວຽດນາມ ກໍຄືຄະນະໂຄສະນາຫວຽດນາມ ແລະ ຄະນະໂຄສະນາແຂວງຫຼວງພະບາງໃນໄລຍະຜ່ານມາ. ພ້ອມລາຍງານສະພາບລວມຂອງແຂວງ ແລະ ຜົນສໍາເລັດໃນການເຄື່ອນໄຫວວຽກງານຂອງແຂວງ ກໍຄືຄະນະໂຄສະນາແຂວງໃຫ້ຄະນະຜູ້ແທນຮັບຊາບ. ແຂວງຫຼວງພະບາງເປັນເມືອງມໍລະດົກໂລກ ໂດຍສະເພາະໄດ້ກໍານົດຫຼາຍທ່າແຮງເສດຖະກິດໃນການພັດທະນາແຂວງ. ໃນປີ 2024 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງປະມານ 3ລ້ານກວ່າເທື່ອຄົນ, ມາຮອດເດືອນພະຈິກ ປີ 2025 ມີ 2 ລ້ານກວ່າເທື່ອຄົນ. ໃນໄລຍະຜ່ານນີ້ໄດ້ມີການປັບປຸງກົງຈັກເອົາວຽກງານຖະແຫຼ່ງຂ່າວມາຂຶ້ນກັນຄະນະໂຄສະນາແຂວງ. ພ້ອມນັ້ນ, ຍັງສຸມໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານຕ່າງໆ ກໍຄືການພົວວພັນຮ່ວມມືກັບ ສສ ຫວຽດນາມໃນວຽກງານຕ່າງໆໃຫ້ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ. ສະຫາຍບຸນເລື່ອມ ມະນີວົງຍັງສະເໜີໃຫ້ຄະນະໂຄສະນາຫວຽດນາມ ສືບຕໍ່ໃຫ້ການຊ່ວຍເຫຼືອໃນການພັດທະນາວຽກງານໂຄສະນາທ້ອງຖິ່ນໃຫ້ນັບມື້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຢ່າງບໍ່ຢຸດຢັ້ງ.

ຜແທນຄະນະໂຄສະນາສກສາ ແລະ ຂນຂວາຍປະຊາຊນສນກາງພກກອມມນດຫວຽດນາມ ເຂາພບປະຢຽມຢາມ ເລຂາຄະນະບລຫານງານພກແຂວງຫວງພະບາງ - image 2
 

ສະຫາຍ ຈ້ຽວ ຕ່າຍ ວິງ ໄດ້ສະແດງຄວາມຂອບໃຈຕໍ່ ເລຂາຄະນະບໍລິຫານງານພັກແຂວງທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນພ້ອມລາຍງານຈຸດປະສົງໃນການມາຢ້ຽມຢາມໃນຄັ້ງນີ້ ແລະ ເຫັນດີຕໍ່ຄໍາສະເໜີໃນການສືບຕໍ່ຊ່ວຍເຫຼືອພັດທະນາວຽກງານໂຄສະນາຂອງແຂວງກໍຄືທ້ອງຖິ່ນໃນຕໍ່ໜ້າ.

ສະຫາຍບຸນເລື່ອມ ມະນີວົງ ຍັງສະແດງຄວາມຂອບໃຈ ແລະ ເປັນເອກະພາບສູງຕໍ່ຄໍາເຫັນຂອງສະຫາຍ ຈ້ຽວ ຕ່າຍ ວິງ ຊຶ່ງເປັນປະໂຫຍດສູງສຸດ ຕໍ່ຄວາມສາມັກຄີພິເສດການພົວພັນຮ່ວມມືລະຫວ່າງສອງພັກ,ສອງລັດ, ປະຊາຊົນສອງຊາດລາວ-ຫວຽດນາມ ກໍຄືສອງຄະນະໂຄສະນາແຂວງຫຼວງພະບາງ ແລະ ຄະນະໂຄສະນາຫວຽດນາມ ແລະ ອວຍພອນໃຫ້ສະຫາຍ ຈ້ຽວ ຕ່າຍ ວິງ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ກໍຄືແຂວງຫຼວງພະບາງຈົ່ງປະສົບຜົນສໍາເລັດຕາມຈຸດປະສົງຄາດໝາຍ. ຫຼັງຈາກນັ້ນ, ຄະນະຜູ້ແທນຍັງໄດ້ເຂົ້າພົບປະຢ້ຽມຢາມກົງສູນໃຫຍ່ຫວຽດນາມ ປະຈໍາແຂວງຫຼວງພະບາງ.

ຜແທນຄະນະໂຄສະນາສກສາ ແລະ ຂນຂວາຍປະຊາຊນສນກາງພກກອມມນດຫວຽດນາມ ເຂາພບປະຢຽມຢາມ ເລຂາຄະນະບລຫານງານພກແຂວງຫວງພະບາງ - image 3ຜແທນຄະນະໂຄສະນາສກສາ ແລະ ຂນຂວາຍປະຊາຊນສນກາງພກກອມມນດຫວຽດນາມ ເຂາພບປະຢຽມຢາມ ເລຂາຄະນະບລຫານງານພກແຂວງຫວງພະບາງ - image 4ຜແທນຄະນະໂຄສະນາສກສາ ແລະ ຂນຂວາຍປະຊາຊນສນກາງພກກອມມນດຫວຽດນາມ ເຂາພບປະຢຽມຢາມ ເລຂາຄະນະບລຫານງານພກແຂວງຫວງພະບາງ - image 5(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ປະທານ ສປສສ ເຂົ້າຮ່ວມກອງປະຊຸມສະພາປະທານສານສູງສຸດອາຊຽນຄັ້ງທີ 12 ທີ່ປະເທດສິງກະໂປ

ປະທານ ສປສສ ເຂົ້າຮ່ວມກອງປະຊຸມສະພາປະທານສານສູງສຸດອາຊຽນຄັ້ງທີ 12 ທີ່ປະເທດສິງກະໂປ

ໃນລະຫວ່າງວັນທີ 14 ຫາ 16 ພະຈິກ 2025 ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດແຫ່ງ ສປປ ລາວ ນໍາໂດຍ ທ່ານ ນາງ ວຽງທອງ ສີພັນດອນປະທານສານປະຊາຊົນສູງສຸດ(ສປສສ) ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາປະທານສານສູງສຸດອາຊຽນ ຄັ້ງທີ 12 ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ ທີີ່ປະເທດສິງກະໂປ. ເຂົ້າຮ່ວມກອງປະຊຸຸມໃນຄັ້ງນີ້ມີບັນດາທ່ານປະທານສານສູງສຸດ ແລະ ຄະນະຜູ້ແທນ ຈາກ ສປປ ລາວ, ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິປິນ, ສິງກະໂປ (ເຈົ້າພາບ), ໄທ, ສສ ຫວຽດນາມ ແລະ ຕີມໍເລດສ໌ເຕ (ໃນນາມປະທານສັງເກດການ) ພ້ອມດ້ວຍທ່ານຜູ້ຕາງໜ້າຈາກສໍານັກງານເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາສະພາປະທານສານສູງສຸດອາຊຽນ ເຂົ້າຮ່ວມ.
ກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນຄັ້ງທີ 46

ກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນຄັ້ງທີ 46

ໃນລະຫວ່າງວັນທີ 11-14 ພະຈິກ 2025, ຄະນະຜູ້ແທນສານປະຊາຊົນສູງສຸດແຫ່ງ ສປປ ລາວ (ສປສສ) ນໍາພາຄະນະໂດຍ ທ່ານ ຂຸນສຸວັນ ສຸທໍາມະວົງ, ຮອງປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນ ຄັ້ງທີ 46 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ປະເທດສິງກະໂປ.
ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ໂດຍຕອບສະໜອງຕາມການເຊີນ ຂອງ ທ່ານປະທານ ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາ, ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ມຽນ​ມາ - ລາວນຳໂດຍທ່ານພົນ​ຈັດ​ຕະ​ວາວິນມອງ (Win Maung), ປະທານສະມາຄົມມິດຕະພາບມຽນ​ມາ - ລາວພ້ອມ​ດ້ວຍ​ຄະ​ນະ ໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບລາວ - ​ມຽນ​ມາຢູ່ສ​ປ​ປລາວແຕ່ວັນ​ທີ 16-20ພະ​ຈິກ 2025.
ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ກອງປະຊຸມຂັ້ນສູງລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພະຈິກ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ, ຝ່າຍແຂວງຄໍາມ່ວນ ນໍາໂດຍສະຫາຍ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ ແລະ ຝ່າຍແຂວງຮ່າຕິ່ງນໍາ ໂດຍສະຫາຍ ຫງວຽນ ຢຸຍ ເລີມ ເລຂາຄະນະບໍລິຫານງານພັກແຂວງຮ່າຕິ່ງ , ມີບັນດາຕາງໜ້າຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ລະຫວ່າງ ແຂວງເປຣະວິເຣຍ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ແຂວງຈຳປາສັກ ແຫ່ງສາທາລະນະລັດ ປະຊາທິະໄຕ ປະຊາຊົນລາວ ຄັ້ງທີ 10, ໄດ້ຈັດຂຶ້ນ ໃນວັນທີ 13 ພະຈິກນີ້ ທີ່ແຂວງເປຣະວິເຮຍ, ຝ່າຍແຂວງຈໍາປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະ ຝ່າຍແຂວງເປຣະວີເຣຍ ນໍາໂດຍ ທ່ານ ກິມ ເຣິດທີ ເຈົ້າແຂວງເປຣະວີເຣຍ, ມີ ຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ໃນວັນທີ 13ພະຈິກ 2025ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15ພະຈິກ2025.
Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ  ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ, ເຂົ້າຮ່ວມບັນດາວຽກງານກັບທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ໃນວັນທີ 12 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນວັນທີ 28 ຕຸລາ 1965ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ - ສປປ ເກົາຫຼີ (24 ມິຖຸນາ 1974 – 24 ມິຖຸນາ 2024).
ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອ ການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ຊຶ່ງໄດ້ ຈັດຂື້ນ ໃນລະຫວ່າງ ວັນທີ 7-11 ພະຈິກ 2025ຜ່ານມາ ທີ່ນະຄອນຫຼວງຣີຢາດ, ປະເທດອາລັບບີ ຊາອຸດິ. ກອງປະຊຸມ ໄດ້ດໍາ ເນີນ ພາຍ ໃຕ້ການເປັນປະທານຂອງທ່ານ Ahmed AI-Khatib ລັດຖະມົນຕີ ກະຊວງ ທ່ອງ ທ່ຽວ ປະເທດ ອາລັບບີ ຊາອຸດິ ແລະ ເປັນປະທານ ຮ່ວມໂດຍ ມີຜູ້ຕາງໜ້າຈາກແຕ່ລະ ພາກພື້ນ ຈໍາ ນວນ 9 ປະເທດ. ກອງປະ ຊຸມຄັ້ງນີ້ ມີປະເທດສະມາຊິກສົມບູນເຂົ້າຮ່ວມທັງໝົດ 147 ປະເທດ, ຊຶ່ງສະ ມາຊິກສົມບູນທັງໝົດມີ 160 ປະເທດ, ມີບັນ ດາອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ພາກທຸລະກິດກ່ຽວຂ້ອງຈາກສະພາເຄືອ ຂ່າຍການທ່ອງທ່ຽວໂລກເຂົ້າຮ່ວມ.
ເພີ່ມເຕີມ