ທ່ານ ພິດສະໄໝ ກອງຊາເດດ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ຄະນະກໍາມະການແນວລາວສ້າງຊາດແຂວງຄໍາມ່ວນ ໄດ້ພ້ອມກັບປະຊາຊົນບັນດາເຜົ່າໃນທົ່ວແຂວງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ, ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ, ໄດ້ເຮັດໃຫ້ແຂວງຄຳມ່ວນ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຫຼຸດລົງເປັນກ້າວໆ.
ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສັງເກດຕີລາຄາຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະກໍາມະການແນວລາວສ້າງຊາດແຂວງໃນໄລຍະ 5 ປີທີ່ຜ່ານມາ ແລະ ທິດທາງແຜນການ 2026-2030. ໜ້າທີ່ສຳຄັນອີກອັນໜຶ່ງ ແມ່ນຈະໄດ້ເປັນເອກະສັນກັນຮັບຮອງເອົາຄະນະກໍາມະການແນວລາວສ້າງຊາດແຂວງຊຸດໃໝ່ ເພື່ອນໍາພາເຕົ້າໂຮມຄວາມສາມັກຄີປອງດອງ ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວເດີນສູ່ສັງຄົມນິຍົມທີ່ພັກວາງໄວ້.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ