ໂອກາດນີ້, ທ່ານ ໂຫເຈິ່ງກວາງ ຮອງປະທານສະມາຄົມການຫັນເປັນແບບອັດຕະໂນມັດຈີນໄດ້ກ່າວປາໄສວ່າ: ການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງລະຫວ່າງປັນຍາປະດິດ, ການຫັນເປັນແບບອັດຕະໂນມັດ ແລະ ເຕັກໂນໂລຊີດີຈີຕອນ, ພວມຫັນປ່ຽນສະພາບການພັດທະນາຂອງທົ່ວໂລກ ແລະ ສົ່ງຜົນສະທ້ອນຢ່າງເລິກເຊິ່ງຕໍ່ການຜະລິດ ກໍຄືວິຖີຊີວິດຂອງມະນຸດ. ຈີນໄດ້ສະສົມບົດຮຽນອັນອຸດົມສົມບູນດ້ານການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ການປະຍຸກໃຊ້ດ້ານອຸດສາຫະກໍາໃນຂົງເຂດການຫັນເປັນແບບອັດຕະໂນມັດ, ສາມາດປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດເຕັກໂນໂລຊີຂອງໂລກ.
ທ່ານ ຢິວຮອງຕັດ ຜູ້ອໍານວຍການໃຫຍ່ສະຖາບັນວິສະວະກໍາ ແລະ ວິທະຍາສາດເຕັກໂນໂລຊີອາຊຽນ ທັງເປັນອະທິການບໍດີມະຫາວິທະຍາໄລ UTAR ຂອງມາເລເຊຍ ກ່າວວ່າ: ພາຍໃຕ້ເບື້ອງຫຼັງປັນຍາປະດິດໄດ້ຮັບການພັດທະນາຢ່າງວ່ອງໄວ, ສິ່ງທ້າທາຍຈາກດ້ານຕ່າງໆເຊັ່ນ: ການຄຸ້ມຄອງ, ຈັນຍາບັນ, ຄວາມໝັ້ນຄົງດ້ານອິນເຕີເນັດ, ການວາງມາດຕະຖານ ແລະ ຄວາມໄວ້ວາງໃຈຂອງມະຫາຊົນ ເປັນຕົ້ນ, ຕ້ອງການການປະສານງານຢ່າງໃກ້ຊິດ ແລະ ການຮ່ວມມືຢ່າງເລິກເຊິ່ງລະຫວ່າງພາກສ່ວນຂອງລັດຖະບານ, ວົງການວິຊາການອຸດສາຫະກໍາ ແລະ ຄູ່ຮ່ວມມືສາກົນ.
ຄໍາເຫັນ