ປີ 2024 ເມືອງເງິນຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 5,11%,

ປີ 2024 ເມືອງເງິນຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 5,11%,
ໂດຍ:ຕະວິນຍານ
ປີ 2024 ນີ້,ເປັນປີມ້ວນທ້າຍຂອງການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຄັ້ງທີ Vເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກເມືອງເງິນຄັ້ງທີVI ຈຶ່ງວາງຄາດໝາຍສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 5,11%,
ລວມຍອດຜະລິດຕະພັນພາຍໃນໃຫ້ໄດ້ 576,46 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 28,03 ລ້ານກີບ,ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້  5,51 ຕື້ກີບ, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍໃຫ້ໄດ້ 3,12 ຕື້ກີບ. ສືບຕໍ່ສະເໜີທຶນ ຈໍານວນ 8 ໂຄງການ ມູນຄ່າ 3,88 ຕື້ກີບ,  ສະເໜີຂໍທຶນຈາກກອງທຶນພັດທະນາຊຸມຊົນຂັ້ນແຂວງ ຈໍານວນ10 ໂຄງການ, ມູນຄ່າ 14,69 ຕື້ກີບ.
 ກ່ຽວກັບການຜະລິດກະສິກໍາ ເມືອງຈະສູ້ຊົນປູກເຂົ້າໃຫ້ໄດ້ 2.235 ຮຕ ຜົນຜະລິດ 7.455  ໂຕນ ສະເລ່ຍເຂົ້າກິນຜູ້ໜຶ່ງໄດ້ຮັບ 369 ກິໂລເຂົ້າເປືອກຕໍ່ຄົນຕໍ່ປີ,ຜະລິດພືດອຸດສາຫະກຳເປັນສິນຄ້າ ໃຫ້ໄດ້ 7.970 ຮຕ, ຜົນຜະລິດໃຫ້ໄດ້ 94.490 ໂຕນ, ຜະລິດພືດສະບຽງອາຫານ ໃຫ້ໄດ້ 754 ຮຕ, ຜົນຜະລິດໃຫ້ໄດ້ 3.125 ໂຕນ,ຊຸກຍູ້ສົ່ງເສີມການປູກພືດຜັກລະດູແລ້ງເນື້ອທີ່ 737,5 ຮຕ, ຄາດຄະເນຜົນຜະລິດ 3.986 ໂຕນ,ຊຸກຍູ້ສົ່ງເສີມການປູກໄມ້ໃຫ້ໝາກເພີ່ມ 24,9 ຮຕ, ສູ້ຊົນໃຫ້ຝູງສັດຂະຫຍາຍຕົວ ສະເລ່ຍ 7% ຕໍ່ປີ. ສະໜອງຊີ້ນ-ປາ ແລະ ໄຂ່ ເພື່ອບໍລິໂພກສະເລ່ຍໃຫ້ໄດ້ 54 ກິໂລ/ຄົນ/ປີ. ລ້ຽງສັດຂາຍສົ່ງອອກ ໃຫ້ໄດ້ 11.000 ໂຕ. ລົງຊຸກຍູ້, ຕິດຕາມ, ກວດກາກອງທຶນພັດທະນາບ້ານຈຳນວນ 20 ກອງທຶນໃຫ້ເຕີບໃຫຍ່, ເຂັ້ມແຂງຂຶ້ນເລື້ອຍໆ,ສູ້ຊົນໃຫ້ຄອບຄົວທຸກຍາກຫຼຸດລົງ100 ຄອບຄົວ.
ຊຸກຍູ້ສົ່ງເສີມໂຮງງານອຸດສາຫະກໍາຈໍານວນ 17 ແຫ່ງ, ກຸ່ມສະໜອງຊີ້ນ 1 ກຸ່ມ ແລະ ກຸ່ມຫັດຖະກໍາ 1 ກຸ່ມ ໃຫ້ມີລາຍຮັບເພີ່ມຂຶ້ນ ຢູ່ໃນລະດັບ 7%, ສ້າງຜະລິດຕະພັນ(ODOP) ຂອງເມືອງໃຫ້ໄດ້ 1 ລາຍການສິນຄ້າ. ຊຸກຍູ້, ສົ່ງເສີມ ສິນຄ້າສົ່ງອອກ ພາຍໃນ ແລະພາຍນອກ ໃນລະດັບ 7% ແລະຄວບຄຸມການນໍາເຂົ້າສິນຄ້າບາງປະເພດທີ່ບໍ່ຈໍາເປັນໃຫ້ຫຼຸດລົງຢູ່ໃນລະດັບ 5%.ໄປຄ່ຽງຄູ່ກັນນີ້,ເມືອງຈະສູ້ຊົນໃຫ້ຄົວເຮືອນຊົມໃຊ້ໄຟຟ້າຖາວອນໃຫ້ກວມເອົາ 99% ຂອງຄົວເຮືອນທົ່ວເມືອງ. ຕິດຕາມ, ກວດກາການຂຸດຄົ້ນຫີນພູ ຂອງໂຮງໂມ້ຫີນ 2 ແຫ່ງ ບໍລິມາດການຜະລິດໃຫ້ໄດ້ 314.000 ໂຕນ.
ສ້ອມແປງທາງຫຼວງແຫ່ງຊາດ 4A, 2w ປະຈໍາປີ 2024 ໃຫ້ສໍາເລັດ,ຕິດຕາມກວດກາ ໂຄງການກໍ່ສ້າງທາງຊອຍພາຍໃນເມືອງຄື: ບ້ານນາງົວ, ບ້ານຂອນ, ບ້ານແກ້ວດອນຄຸນ ແລະ  ບ້ານນາຍາງຄໍາ ແລະບ້ານທອງໃຫ້ສໍາເລັດ 100%. ຍົກລະດັບປູຢາງທາງຊອຍບ້ານເພຍງາມ ແລະ ບ້ານນໍ້າເງິນບາງເສັ້ນ, ປັບປຸງປູຫີນທາງຊອຍບ້ານນໍ້າທົນ-ນໍ້າວັນ, ສືບຕໍ່ກໍ່ສ້າງຂົວເບເລຂ້າມນໍ້າງື່ມໃຫ້ສໍາເລັດ. ສືບຕໍ່ຕິດຕາມກວາດກາການກໍ່ສ້າງທໍ່ດາໂລຂ້າມຫ້ວຍປ່ານ ບ້ານນາງົວໃຫ້ສໍາເລັດ 100% ແລະສືບຕໍ່ກໍ່ສ້າງຍົກລະດັບປູຢາງທາງຊອຍບ້ານທອງໃຫ້ສໍາເລັດ 100%.  ສືບຕໍ່ຂະຫຍາຍທໍ່ນໍ້າປະປາໃຫ້ໄດ້ 900 ແມັດ, ຕິດຕັ້ງກົງເຕີນໍ້າໃຫ້ໄດ້ 30 ກົງເຕີ, ຜະລິດນໍ້າໃຫ້ໄດ້   324.000 ແມັດກ້ອນ.ສໍາຫຼວດ-ວັດແທກຂຶ້ນທະບຽນອອກໃບຕາດິນເປັນລະບົບໃຫ້ໄດ້ 700 ຕອນຂຶ້ນໄປ,ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 208 ລ້ານກີບ,ຈັດພິມໃບຕາດິນ ແລະໃບທະບຽນທີ່ດິນສົ່ງພະແນກ 1.000 ຕອນຂຶ້ນໄປ,ສ້າງແຜນວຽກງານຮອບດ້ານຈັດສັນທີ່ດິນຂັ້ນເມືອງໃຫ້ສຳເລັດ 100% ຈໍານວນ 4 ບ້ານ, ອອກໃບຢັ້ງຢືນ ແລະການຕໍ່ໃບຢັ້ງຢືນດ້ານສິ່ງແວດລ້ອມ ຂອງຫົວໜ່ວຍທຸລະກິດຄອບຄົວໃຫ້ໄດ້ 30 ຫົວໜ່ວຍ,ຈັດຕັ້ງປະຕິບັດການສ້າງບ້ານຂຽວ, ສະອາດ, ງາມຕາ ໃຫ້ໄດ້ 7 ບ້ານ.ປັບປຸງກໍ່ສ້າງພື້ນຖານໂຄງລ່າງດ້ານໂທລະຄົມໃຫ້ມີຄວາມຮັບປະກັນທາງດ້ານປະລິມານ ແລະຄຸນນະພາບດີຂຶ້ນ, ຂຶ້ນທະບຽນໝາຍເລກໂທລະສັບ ຢູ່ພາຍໃນເມືອງໃຫ້ສໍາເລັດໃນທ້າຍປີ 2024 ນີ້.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ