ປົກປັກຮັກສາ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ

ປົກປັກຮັກສາ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ

ຊັບພະຍາກອນທໍາມະຊາດ ແມ່ນສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດທີ່ເກີດຂຶ້ນຕາມທໍາມະຊາດເຊັ່ນ: ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ບໍ່ແຮ່, ຫີນ, ຊາຍ ແລະ ອື່ນໆ ຊຶ່ງເປັນເງື່ອນໄຂອັນຈໍາເປັນໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

 

ຊັບພະຍາກອນທໍາມະຊາດ ບໍ່ພຽງແຕ່ແມ່ນພື້ນຖານຂອງການດໍາລົງຊີວິດປະຈໍາວັນຂອງມະນຸດ ແຕ່ຍັງເປັນວັດຖຸດິບຂອງຂະບວນການຜະລິດ, ເປັນແຫຼ່ງພະລັງງານ, ຢາປິ່ນປົວພະຍາດ, ບ່ອນພັກພາອາໄສ,ບ່ອນທໍາການຜະລິດກະສິກໍາ ແລະ ປົກປັກຮັກສາສິ່ງແວດລ້ອມ, ແມ່ນຊັບສົມບັດທີ່ມີຄຸນຄ່າຂອງຊາດ,ແມ່ນທ່າແຮງອັນໃຫຍ່ຫຼວງຂອງການກໍ່ສ້າງ ແລະ ພັດທະນາເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພົວພັນເຖິງລະບົບນິເວດ ແລະ ສິ່ງແວດລ້ອມຂອງປະເທດ.

ການປົກປັກຮັກສາ ແລະ ການຄຸ້ມຄອງ ຊັບພະຍາກອນທໍາມະຊາດໃຫ້ຍືນຍົງ ແມ່ນການຈັດສັນຊັບພະຍາກອນ ເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວດ້ວຍຈັງຫວະທີ່ໝັ້ນທ່ຽງ, ທັງຮັບປະກັນຊີວີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ; ພ້ອມກັນນັ້ນ, ຍັງເປັນການເຄື່ອນໄຫວຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ຖືກຕ້ອງຕາມຫຼັກວິຊາການ, ເຕັກນິກວິທະຍາສາດ.

ຈຸດປະສົງຕົ້ນຕໍ ຂອງການຂຸດຄົ້ນນໍາໃຊ້ຊັບພະຍາກອນທໍາມະຊາດເພື່ອພັດທະນາແບບຍືນຍົງ ແມ່ນແນໃສ່ປົກປັກຮັກສາຊັບພະຍາກອນທໍາມະຊາດ, ຊີວະນາໆພັນ ແລະ ສິ່ງແວດລ້ອມທາງທໍາມະຊາດ ໃຫ້ຍືນຍົງຄົງຕົວຢ່າງຍາວນານ, ປົກປັກຮັກສາຟື້ນຟູ, ບູລະນະຊັບພະຍາກອນທີ່ມີຢູ່ແລ້ວນັ້ນໃຫ້ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ໂດຍບໍ່ໃຫ້ບົກແຫ້ງຈັກເທື່ອ. ຍ້ອນວ່າ, ຊັບພະຍາກອນທໍາມະຊາດ ມີຫຼາຍຊະນິດແຕກຕ່າງກັນ. ສະນັ້ນ, ການຄຸ້ມຄອງກໍມີເນື້ອໃນ ແລະ ວິທີການແຕກຕ່າງກັນ ໂດຍອີງຕາມຈຸດພິເສດຂອງຊັບພະຍາກອນແຕ່ລະຊະນິດເຊັ່ນ: ການຄຸ້ມຄອງຊັບພະຍາກອນປ່າໄມ້ ແມ່ນການສໍາຫຼວດ,ການວາງແຜນຈັດສັນປ່າ, ການປູກປ່າ, ການຄຸ້ມຄອງຂຸດຄົ້ນປ່າໄມ້, ການຕິດຕາມ, ການກວດກາການປົກປ້ອງ ແລະ ຟື້ນຟູປ່າ, ການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມປ່າໄມ້ ຕາມລະບຽບການ ແລະ ກົດໝາຍທີ່ລັດວາງອອກ.

ການຄຸ້ມຄອງນໍ້າ ແລະ ແຫຼ່ງຊັບພະຍາກອນນໍ້າ: ແມ່ນການຄຸ້ມຄອງ, ກວດກາ, ພັດທະນາແຫຼ່ງນໍ້າ ແລະ ສັດນໍ້າແບບຍືນຍົງ: ແມ່ນການປົກປັກຮັກສາຊີວະນາໆພັນ ແລະ ຄວາມສົມດຸນຂອງລະບົບນິເວດວິທະຍາສາດ; ແມ່ນການປົກປັກຮັກສາເຂດອະນຸລັກພັນສັດ, ຖິ່ນອາໄສ, ແຫຼ່ງອາຫານຂອງສັດນໍ້າ,ແຫຼງນໍ້າ, ສັດນໍ້າຢ່າງມີປະສິດທິຜົນ. ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທາງທໍາມະຊາດ ແລະ ສັງຄົມ; ຮັບປະກັນຜົນປະໂຫຍດຂອງລັດດລວມໝູ່, ຄອບຄົວ, ບຸກຄົນ ໃນສະເພາະໜ້າຍາວນານ ຕາມກົດໝາຍທີ່ວາງອອກ.

ການຄຸ້ມຄອງຊັບພະຍາກອນທີ່ດິນ: ແມ່ນການຂຶ້ນບັນຊີ, ສໍາມະໂນຄົວທີ່ດິນເພື່ອປົກປັກຮັກສາ ແລະ ຊົມໃຊ້ຊັບພະຍາກອນທີ່ດິນຢ່າງສົມເຫດສົມຜົນ, ມີປະສິດທິຜົນສູງສຸດ ເພື່ອສ້າງສາພັດທະນາປະເທດຊາດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ການຄຸ້ມຄອງທີ່ດິນ ແມ່ນລວມເອົາທັງໝົດກິດຈະການ ຫຼື ໜ້າວຽກທີ່ພົວພັນເຖິງການປົກປັກຮັກສາ ແລະ ນໍາໃຊ້ທີ່ດິນໃຫ້ຢູ່ໃນສະພາບດີ. ບໍ່ໃຫ້ມີການເຊາະເຈື່ອນຍຸບລົງ,ເຊື່ອມໂຊມ, ຮັກສາຄຸນນະພາບໃຫ້ເໝາະສົມກັບແຕ່ລະຊະນິິດຂອງທີ່ດິນ, ບໍ່ໃຫ້ເນື້ອທີ່ດິນແຕ່ລະຊະນິດຫຼຸດລົງ, ບໍ່ໃຫ້ມີຜົນກະທົບອັນບໍ່ດີ ຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ.

ການຄຸ້ມຄອງຊັບພະຍາກອນແຮ່ທາດ: ແມ່ນການຄຸ້ມຄອງບັນດາກິດຈະກໍາການເຄື່ອນໄຫວຂອງວຽກງານດັ່ງກ່າວເຊັ່ນ: ການສໍາຫຼວດດການຂຸດຄົ້ນ, ການໃຫ້ເຊົ່າ ແລະ ສໍາປະທານ, ການພັດທະນາ, ການປະຕິບັດສັນຍາ ແລະ ອື່ນໆໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ.

ລວມຄວາມແລ້ວ ການປົກປັກຮັກສາ, ຄຸ້ມຄອງຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ ແມ່ນການນໍາເອົາປັດໄຈຕ່າງໆຂອງທໍາມະຊາດ ມາເຂົ້າສູ່ຂະບວນການຜະລິດຕ່າງໆ ເພື່ອເປັນຜະລິດຕະພັນອອກຮັບໃຊ້ຄວາມຕ້ອງການທີ່ບໍ່ມີວັນສິ້ນສຸດຂອງຄົນ ໂດຍບໍ່ໃຫ້ມີຜົນກະທົບເຖິງຄວາມຕ້ອງການນໍາໃຊ້ໃນອະນາຄົດ. ເພາະສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ, ບຸກຄົນ, ນິຕິບຸກຄົງ ຈົ່ງຮ່ວມກັນປົກປັກຮັກສາ, ຄຸ້ມຄອງຊັບພະຍາກອນທໍາມະຊາດຢູ່ປະເທດເຮົາໃຫ້ຍືນຍົງ ດ້ວຍການເຄົາລົບກົດ ໝາຍ, ນິຕິກໍາທີ່ກ່ຽວຂ້ອງ, ນໍາໃຊ້ໃຫ້ຖືກເປົ້າໝາຍ, ຢ່າຈູດ, ຢ່າທໍາລາຍ ແລະ ເຮັດສິ່ງທີ່ເປັນຜົນກະທົບຕ່າງໆນາໆໃຫ້ກັບຊັບພະຍາກອນທໍາມະຊາດ ສິ່ງແວດລ້ອມ. ເພື່ອຄໍ້າປະກັນເສດຖະກິດ-ສັງຄົມຢູ່ປະເທດເຮົາໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ