![]() |
ນັກກິລາທີ່ເປັນສະມາຊິກຂອງສະຫະພັນຢູໂດແຫ່ງຊາດ, ສະຫະພັນກາຣາເຕໂດແຫ່ງຊາດ, ສະໂມສອນໄອກິໂດແຫ່ງຊາດ ແລະ ສະໂມສອນເຄັນໂດແຫ່ງຊາດ ໄດ້ສະແດງທັກສະບູໂດທີ່ຝຶກຊ້ອມມາເປັນຢ່າງດີຕໍ່ໜ້າຜູ້ຊົມທີ່ໃຫ້ກຳລັງໃຈ. ນອກຈາກນັ້ນ, ກ່ອນພິທີເປີດ, ຕົວແທນນັກກິລາຍິງຈາກແຕ່ລະກິລາກໍໄດ້ຂຶ້ນກ່າວໃນຫົວຂໍ້ມົນສະເໜ່ຂອງສິລະປະປ້ອງກັນຕົວຍີ່ປຸ່ນ ຜ່ານສາຍຕາຂອງນັກກິລາຍິງນຳອີກ.
![]() |
ໃນພິທີເປິດ, ທ່ານ ໂຄອິຊຶມິຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວໄດ້ສະແດງຄວາມຂອບໃຈມາຍັງອົງການສິລະປະປ້ອງກັນຕົວທຸກພາກສ່ວນທີ່ໄດ້ປະກອບສ່ວນເຂົ້າໃນງານຄັ້ງນີ້ ແລະ ຍັງໄດ້ກ່າວໃຫ້ກຳລັງໃຈແກ່ຜູ້ເຂົ້າຮ່ວມ, ທ່ານເອກອັກຄະຣາຊະທູດຍັງໄດ້ເລົ່າເຖິງປະຫວັດສາດການແລກປ່ຽນບົດຮຽນສິລະປ້ອງກັນຕົວລະຫວ່າງປະເທດຍີ່ປຸ່ນ ກັບ ປະເທດລາວ ແລະ ການມີສ່ວນຮ່ວມຂອງອາສາສະໝັກຊາວໜຸ່ມຍີ່ປຸ່ນ JOCV ໃນການໂຄສະນະເຜີຍແຜ່ສິລະປະປ້ອງກັນຕົວໃນລາວ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ກ່າວເຖິງການສະເດັດມາຢ້ຽມຢາມສູນກິລາບູໂດລາວ-ຍີ່ປຸ່ນ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ແລະ ຄວາມປິຕິຍິນດີຂອງພະອົງທີ່ໄດ້ຮັບຊົມການສະແດງສິລະປະປ້ອງກັນຕົວຈາກນັກກິລາລາວ ເມື່ອເດືອນພະຈິກໃນປີ 2025 ຜ່ານມາ.
![]() |
ໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້ລວມມີ ທ່ານ ພຸດ ສິມມາລາວົງ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ, ສະພາແຫ່ງຊາດ ທັງຍັງເປັນຮອງປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ພ້ອມດ້ວຍແຊກຖືກເຊີນເຂົ້າຮ່ວມ.
ຂ່າວ: ສະຖານທູດຍີ່ປຸ່ນ



ຄໍາເຫັນ