ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ຮັບການແຕ່ງຕັ້ງເປັນກໍາມະການປະຈໍາພັກ

ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ຮັບການແຕ່ງຕັ້ງເປັນກໍາມະການປະຈໍາພັກແຂວງຄົນໃໝ່

ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ຮັບການແຕ່ງຕັ້ງເປັນກໍາມະການປະຈໍາພັກແຂວງຄົນໃໝ່
ໃນວັນທີ 20 ມັງກອນຜ່ານມານີ້ ທີ່ແຂວງສະຫວັນນະເຂດ ໄດ້ມີພິທີປະກາດການແຕ່ງຕັ້ງສະຫາຍ ໂພໄຊ ໄຂຄໍາພິທູນ ເປັນກໍາມະການຄະນະບໍລິຫານງານພັກແຂວງ, ທັງເປັນກໍາມະການປະຈໍາພັກແຂວງ ແລະ ເປັນຮອງເຈົ້າແຂວງສະຫວັນນະເຂດ (ຄົນໃໝ່),

ໂດຍໄດ້ຮັບກຽດເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຈັດຕັ້ງສູນກາງພັກ, ມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຂອງແຂວງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2024 ແລະ ໜ້າວຽກອັນໃໝ່ທີ່ພົ້ນເດັ່ນເປັນຕົ້ນ: ການເຕີບໂຕຂອງເສດຖະກິດລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວຢູ່ໃນລະດັບ7.9%, ລື່ນແຜນການ 0.05%, ສະເລ່ຍລາຍຮັບຕໍ່ຫົວຄົນ 32 ລ້ານກວ່າກີບ. ສ່ວນໜ້າວຽກສໍາຄັນທີ່ການນໍາແຂວງໄດ້ມີການຄາດຄະເນລ່ວງໜ້າແມ່ນການສ້າງບຸກຄະລາກອນຄູ. ຄະນະນໍາຂອງແຂວງສະຫວັນນະເຂດ ສຸມໃສ່ແກ້ໄຂບັນຫາການຄາດແຄນຄູ, ສິ່ງທີ່ພົ້ນເດັ່ນໃນສົກຮຽນໃໝ່ແຂວງສະຫວັນນະເຂດໄດ້ເປີດຂະບວນການລົງເປີດການຮຽນ-ການສອນທົ່ວແຂວງໃນ 6 ເມືອງ ຈໍານວນ 47 ແຫ່ງ ແລະ ການນໍາເມືອງລົງຮ່ວມເປີດໄດ້ 40 ແຫ່ງ.

ຄຽງຄູ່ກັນນີ້, ໄດ້ລະດົມທຶນຊື້ອຸປະກອນການຮຽນ ແລະ ລະດົມນັກຮຽນຈົບ ມ7 ມາຮຽນສາຍຄູພາຍໃນແຂວງໄດ້ 226 ຄົນໂດຍໄດ້ເພີ່ມອັດຕາເບ້ຍລ້ຽງທີ່ລັດຖະບານໃຫ້ 2 ແສນກີບ/ຄົນ/ເດືອນ, ທາງແຂວງຊຸກຍູ້ຕື່ມ 7 ແສນກີບ/ຄົນລວມໄດ້ 9 ແສນກີບ/ຄົນ/ເດືອນ, ພິເສດໄດ້ແກ້ໄຂບັນຫານັກຮຽນຢູ່ເຂດບ້ານຈຽງຕູບເປັນຈຸດສຸມທຸກຍາກຂອງປະເທດເປີດຫ້ອງຮຽນຊັ້ນ ມ2 ໂດຍນໍາໃຊ້ງົບປະມານຂອງແຂວງຈ້າງຄູສອນ 4 ຄົນ ສອນນັກຮຽນຈໍານວນ 24 ຄົນ. ສ່ວນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງແມ່ນສໍາເລັດ 2 ເມືອງຄື: ເມືອງວິລະບູລີ ແລະ ເມືອງໄຊບູລີ.

ໃນໂອກາດດັ່ງກ່າວ, ຕາງໜ້າຄະນະຈັດຕັ້ງສູນກາງພັກໄດ້ຜ່ານນິຕິກໍາຂອງຂັ້ນເທິງປະກອບມີ:ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 350/ຄລສພ, ລົງວັນທີ 2 ມັງກອນ 2025 ວ່າດ້ວຍຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ຊຶ່ງໄດ້ອອກຄໍາສັ່ງຍົກຍ້າຍສະຫາຍ ໂພໄຊ ໄຂຄໍາພິທູນກໍາມະການປະຈໍາພັກກະຊວງການຕ່າງປະເທດໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ; ຜ່ານຄໍາສັ່ງຂອງທ່ານນາຍົກລັດຖະມົນຕີສະບັບເລກທີ 01/ນຍ, ລົງວັນທີ 2 ມັງກອນ 2025 ວ່າດ້ວຍການຍົກຍ້າຍໜ້າທີ່ໃໝ່ໂດຍອອກຄໍາສັ່ງຍົກຍ້າຍທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ; ພ້ອມນີ້ໄດ້ປະກາດເປັນກໍາມະການຄະນະບໍລິຫານງານພັກ, ທັງເປັນກໍາມະການປະຈໍາພັກແຂວງສະຫວັນນະເຂດ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 351/ຄລສພ, ລົງວັນທີ 2 ມັງກອນ 2025, ພ້ອມນີ້ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 92/ຈຂ, ລົງວັນທີ 17 ມັງກອນ 2025 ວ່າດ້ວຍການແຕ່ງຕັ້ງພະນັກງານ, ເຈົ້າແຂວງສະຫວັນນະເຂດຕົກລົງແຕ່ງຕັ້ງທ່ານ ໂພໄຊ ໄຂຄໍາພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ.

ໃນພິທີຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກສະຫາຍ ນາງ ສີໃສ ລືເດດມູນສອນ ຊຶ່ງທ່ານໄດ້ໃຫ້ທິດຊີ້ນຳທີ່ມີຄຸນຄ່າທີ່ສຸດໃຫ້ແກ່ຄະນະພັກ-ຄະນະນຳຂອງແຂວງໂດຍສະເພາະ ທ່ານໄດ້ໃຫ້ບົດຮຽນຫຼາຍດ້ານທີ່ເປັນປະສົບການຕົວຈິງໃນການນຳພາ-ຊີ້ນຳໃນຂົງເຂດຕ່າງໆໃນລະດັບຂັ້ນແຂວງ ແລະ ຂັ້ນສູນກາງ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ