ສະຫາຍ ສອນທະນູ ທຳມະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ VIII

ສະຫາຍ ສອນທະນູ ທຳມະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ VIII

ສະຫາຍ ສອນທະນູ ທຳມະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ  ຄັ້ງທີ VIII
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ເປີດຂຶ້ນໃນວັນທີ 25 ສິງຫາ ແລະ ປິດລົງດ້ວຍຜົນສຳເລັດຢ່າງຈົບງານ ໃນວັນທີ 26 ສິງຫານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກ,ສະມາຊິກພັກ ແລະ ແຂກຖືກເຊີນ ທີ່ມາຈາກສູນກາງ ແລະ ຕາງໜ້າຄະນະລິຫານງານພັກນະຄອນຫຼວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.

 

ສະຫາຍ ສອນທະນ ທຳມະວງ ໄດຮບເລອກເປນເລຂາຄະນະບລຫານງານພກແຂວງບລຄຳໄຊ ຄງທ VIII - image 1
 

ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ ໄດ້ແຈ້ງຜົນຂອງກອງປະຊຸມວ່າ: ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກແຂວງ ຈຳນວນ 35 ສະຫາຍ, ເລື່ອກເອົາຄະນະປະຈຳພັກ ຈຳນວນ 11 ສະຫາຍ, ກອງປະຊຸມໄດ້ເປັນເອກະພາບກັນ ເລືອກເອົາ ສະຫາຍ ສອນທະນູ ທຳມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ຄຳແຫວນ ປັນຍານຸວົງ ແລະ ສະຫາຍ ເລື່ອນວິໄລ ຈັນທະລາພັນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ເລືອກເອົາ ສະຫາຍ ພັນໂທ ສົມສົດ ແສງອາພອນ ເປັນປະທານກວດກາ, ເລືອກເອົາ ສະຫາຍ ສະຫາຍ ຄຳຕັນ ສີສົມຈິດ, ສະຫາຍ ສົມພຽນ ສອນພາ, ສະຫາຍ ຄຳໃສ ຄຳພູບານ ແລະ ສະຫາຍ ທະນູວັນ ວົງມະນີ ເປັນຮອງປະທານກວດກາ.

ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ຈຳນວນ 24 ສະຫາຍ ແລະ ສຳຮອງ 4 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ໃນໂອກາດດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໂອ້ລົມ ເພື່ອເປັນເຂັ້ມທິດເຍືອງທາງ ຕໍ່ຄະນະພັກຊຸດໃໝ່ ແລະ ສະມາຊິກພັກທົ່ວແຂວງວ່າ: ກ່ອນອື່ນ ສະຫາຍໄດ້ຕີລາຄາສູງຕໍ່ໝາກຜົນແຫ່ງການນໍາພາ-ຊີ້ນໍາ ຂອງບັນດາສະຫາຍຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນ ແລະ ໄດ້ມີຜົນສໍາເລັດຫຼາຍດ້ານຢ່າງສະຫງ່າງາມ; ອັນພົ້ນເດັ່ນແມ່ນສາມາດເຮັດໃຫ້ທົ່ວແຂວງມີສະຖຽນລະພາບ, ມີຄວາມສະຫງົບຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວ 5.1%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 15,249 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 1,923 ໂດລາ; ໂຄງປະກອບເສດຖະກິດຕາມຂະ ແໜງ ກະສິກໍາ-ປ່າໄມ້ ຂະຫຍາຍຕົວ 5.2% ກວມ 35%, ອຸດສາຫະກໍາ ຂະຫຍາຍຕົວ 2.4% ກວມ 44% ແລະ ການບໍລິການຂະຫຍາຍຕົວ 9.9% ກວມ 21% ຂອງ GDP; ການລົງທຶນບັນລຸເຖິງ 10,899 ຕື້ກີບ ເທົ່າກັບ 145% ຂອງ GDP. ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງທີ່ອົງຄະນະພັກແຂວງຍາດມາໄດ້ໃນ 5 ປີຜ່ານມາ ແມ່ນຍ້ອນຄວາມຮັບຜິດຊອບຢ່າງຈິງຈັງຂອງຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາປະກອບສ່ວນຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການຢ່າງຕັ້ງໜ້າ ແລະ ສະຫາຍຍັງໄດ້ໃຫ້ທິດຊີ້ນໍາ ເນັ້ນຕື່ມບາງດ້ານດັ່ງນີ້: ໃຫ້ບັນດາສະຫາຍຈົ່ງພ້ອມກັນນຳເອົາເນື້ອໃນຈິດຜົນສໍາເລັດກອງປະຊຸມໃຫຍ່ຂອງພວກສະຫາຍໃນຄັ້ງນີ້ໄປຜັນຂະຫາຍໃຫ້ໄວ, ເຮັດໃຫ້ພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ, ປະຊາຊົນບັນດາເຜົ່າ ແລະ ຜູ້ປະກອບການຕ່າງໆ ໄດ້ຮັບຮູ້ ເຂົ້າໃຈ ປະກອບສ່ວນເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນ. ສ້າງໃຫ້ໄດ້ໂຄງປະກອບເສດຖະກິດໄປຕາມນະໂຍບາຍເສດຖະກິດເອກະ ລາດເປັນເຈົ້າຕົນເອງ ໂດຍນໍາໃຊ້ທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເປັນພື້ນຖານ ໃຫ້ມັນສົມຄູ່ກັບທ່າແຮງຂອງແຂວງ-ເມືອງ ເປັນຕົ້ນແມ່ນບັນດາເປົ້າໝາຍ ແລະ ຈຸດສຸມຂອງການພັດທະນາທີ່ພວກສະຫາຍວາງໄວ້ໃນແຜນພັດທະນາ 5 ປີ ຄັ້ງທີ VI ແລະ ຍຸດທະສາດການບໍລິການທາງຜ່ານ ຕາມສະພາບຈຸດພິເສດທາງດ້ານທີ່ຕັ້ງທີ່ໄດ້ປຽບຂອງແຂວງ, ບັນດາສະຫາຍຕ້ອງໄດ້ຕິດແທດເອົາໃຈໃສ່ຊີ້ນຳ-ຊຸກຍູ້ໃຫ້ແຂງແຮງແທ້ໆ. ການສົ່ງເສີມການຜະລິດເປັນສິນຄ້າ, ການລ້ຽງສັດໃຫຍ່, ການປູກໄມ້ອຸດສາຫະກຳ, ປູກພືດອຸດສາຫະກໍາ ແຕ່ລະດ້ານຕ້ອງສ້າງໃຫ້ເປັນລະບົບ ຍືນຍົງຮັບປະກັນທາງດ້ານປະລິມານ, ຄຸນນະພາບ, ລາຄາ ແລະ ຕະຫຼາດ. ບັນດາໂຄງການພັດທະນາໂຄງລ່າງຕ່າງໆທີ່ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມ ຕ້ອງຮັບປະກັນທາງດ້ານທຶນຮອນ, ຜົນກະທົບທາງດ້ານສິ່ງແວດລ້ອມ, ຫຼີກເວັ້ນບັນຫານັກທຸລະກິດພາຍໃນກາຍເປັນນາຍໜ້າຂອງນັກລົງທຶນຕ່າງປະເທດ ແລະ ການລົງທຶນເພື່ອຈຸດປະສົງອື່ນທີ່ບໍ່ດີ, ເອົາໃຈໃສ່ແທ້ໆຕໍ່ຄຸນນະພາບຂອງການພັດທະນາ, ການຮົ່ວໄຫຼຂອງລາຍຮັບ, ຕະຫຼອດຮອດໂຄງການນອກແຜນເພື່ອເອົາຊັບສິນຂອງຊາດມາຊໍາລະສະສາງ, ສືບຕໍ່ດໍາເນີນວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຕາມລັດຖະທໍາມະນູນ ສະບັບປັບປຸງ ໂດຍສະເພາະການຫັນເອົາທຶນຮອນ ແລະ ພະນັກງານວິຊາການ ລົງໃສ່ການພັດທະນາຕາແສງ ໃຫ້ມີຄວາມເຂັ້ມແຂງ ຮູ້ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ-ໜ້າທີ່ຢ່າງເຕັມສ່ວນ ກາຍເປັນຫົວໜ່ວຍການຈັດຕັ້ງປະຕິບັດໃນແຕ່ລະວຽກງານ ສຸມໃສ່ແກ້ໄຂຄອບຄົວທີ່ບໍ່ທັນພົ້ນທຸກໃຫ້ໄດ້ 850 ຄອບຄົວ ແລະ ລຶບລ້າງບ້ານທີ່ຍັງທຸກຍາກໃຫ້ໄດ້ 8 ບ້ານ.

ດ້ານວັດທະນະທໍາ-ສັງຄົມ ຕ້ອງເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ແລະ ການຄຸ້ມຄອງສັງຄົມ ໂດຍສຸມໃສ່ສ້າງໃຫ້ຄົນມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄຸນສົມບັດ-ສິນທຳປະຕິວັດ, ມີລະດັບຄວາມຮູ້-ຄວາມສາມາດ, ສຸຂະພາບແຂງແຮງ, ເສີມຂະຫຍາຍ ແລະ ປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ-ຂອງເຜົ່າ. ສູ້ຊົນປະຕິບັດໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ໄດ້ຢ່າງຂາດຕົວ, ປັບປຸງລະບົບການເມືອງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງສະຕິເປັນເຈົ້າຕົນເອງຕໍ່ໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ,ຕ້ອງຍົກສູງບົດບາດການນຳພາ ຄວາມເປັນແບບຢ່າງນຳໜ້າ, ສະມາຊິກພັກທີ່ຮັບຜິດຊອບຢູ່ແຕ່ລະຂົງເຂດວຽກງານ-ທ້ອງຖິ່ນ ແລະ ໃຫ້ຖືເອົາວຽກງານສຶກສາອົບຮົມການເມືອງ - ແນວຄິດເປັນກົກ. ສ້າງທັດສະນະທາງດ້ານການເມືອງ ແລະ ອຸດົມການປະຕິວັດ ໃນຖັນແຖວພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນ, ສ້າງພະນັກງານຫຼັກແຫຼ່ງ, ພະນັກງານສືບທອດໜຸ່ມແໜ້ນ ໃຫ້ໄດ້ຫຼາຍຂຶ້ນບັນຈຸສັບຊ້ອນເຂົ້າໃນລະບົບການຈັດຕັ້ງ, ເຮັດໃຫ້ການຈັດຕັ້ງທຸກຂັ້ນມີຄວາມໜັກແໜ້ນເຂັ້ມແຂງ.

ສະຫາຍ ສອນທະນ ທຳມະວງ ໄດຮບເລອກເປນເລຂາຄະນະບລຫານງານພກແຂວງບລຄຳໄຊ ຄງທ VIII - image 2
 

ໃນໂອກາດນີ້, ສະຫາຍ ສອນທະນູ ທຳມະວົງ ໄດ້ກ່າວສະຫຼຸບວ່າ: ກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກແຂວງ ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ, ແຕ່ພວກເຮົາ ຍັງມີໜ້າທີ່ສຳຄັນ ແລະ ໜັກໜ່ວງໃນຕໍ່ໜ້າ ນັ້ນແມ່ນຄວາມຮັບຜິດຊອບ ໃນການຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງປະຕິບັດຢູ່ແຕ່ລະຂົງເຂດວຽກງານ, ເພື່ອນຳພາປະຊາຊົນບັນດາເຜົ່າຈັດຕັ້ງປະຕິບັດໃຫ້ເກີດໝາກເກີດຜົນຕົວຈິງ, ບັນດາສະຫາຍຄະນະບໍລິຫານງານພັກແຂວງຊຸດໃໝ່ ທີ່ໄດ້ຮັບຄວາມໄວ້ວາງໃຈ ເລືອກຕັ້ງຈາກກອງປະຊຸມ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເປັນແບບຢ່າງນຳໜ້າໃນທຸກດ້ານ, ບຸກບືນກ້າວຂຶ້ນ ດ້ວຍການເສີມຂະຫຍາຍກຳລັງແຮງ, ສະຕິປັນຍາ, ມີຫົວຄິດປະດິດສ້າງ ພ້ອມກັບປະຊາຊົນບັນດາເຜົ່າ ສຸມໃສ່ພັດທະນາແຂວງບໍລິຄຳໄຊພວກເຮົາໃຫ້ກ້າວຂຶ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ ເປັນການຢັ້ງຢືນອີກຄັ້ງໜຶ່ງເຖິງຄວາມສາມັກຄີເປັນເອກະພາບ, ນ້ຳໃຈຮັບຜິດຊອບສູງຂອງບັນດາສະຫາຍຜູ້ແທນ, ທັງເປັນຂີດໝາຍທີ່ສຳຄັນໃນຂະບວນການເຕີບໃຫຍ່ຂະຫຍາຍຕົວທີ່ໜັກແໜ້ນ, ເຂັ້ມແຂງ ຂອງອົງຄະນະພັກແຂວງພວກເຮົາ ແລະ ປະກາດປິດກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກແຂວງບໍລິຄຳໄຊ ຢ່າງເປັນທາງການ ແຕ່ເວລານີ້ເປັນຕົ້ນໄປ.

ຂ່າວ-ພາບ: ບຸນຕອມ.

ຄໍາເຫັນ

ຂ່າວການເມືອງ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

​ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີX ໃນວັນທີ 13ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.ທ່ານ ພັນໂທ ຈອນ ອຸດລາຍັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ມີຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ)ໃນບາງມາດຕາທີ່ສຳຄັນ ຄື:
ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍກໍາລັງປ້ອງກັນສະຫງົບປະຊາຊົນລາວ

ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສະເໜີກົດໝາຍວ່າດ້ວຍ ກໍາລັງປ້ອງກັນສະຫງົບປະຊາຊົນລາວ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ສສຊ ຄຳມ່ວນ ສະເໜີປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍນາຍທະຫານກອງທັບເພື່ອໃຫ້ມີເນື້ອໃນຄົບຖ້ວນ

ທ່ານນາງ ສຸກຂະເສີມ ສິດທິເດດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສສຊສະເໜີປັບປຸງຫຼາຍມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບ

ສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ປກຊ ສະເໜີປັບປຸງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ

ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ພາຍຫຼັງຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມືອັນສໍາຄັນໃຫ້ລັດໃນການຄຸ້ມຄອງວຽກງານນາຍທະຫານແບບລວມສູນ, ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ. ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ໄດ້ສະເໜີກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ຊຶ່ງເປັນກົດໝາຍສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ