ສະຫາຍ ທອງລຸນ ສີສຸລິດ ສົ່ງສານອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ “ເຕັດບິງເຫງາະ” 2026

ສະຫາຍ ທອງລຸນ ສີສຸລິດ ສົ່ງສານອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ “ເຕັດບິງເຫງາະ” 2026

ໃນວັນທີ 13 ກຸມພາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ບຸນປີໃໝ່ປະຈໍາຊາດຫວຽດນາມ “ເຕັດບິງເຫງາະ” 2026 ເຖິງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ໂດຍມີເນື້ອໃນ ດັ່ງນີ້:

ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ພວມຫ້າງຫາກະກຽມສະເຫຼີມສະຫຼອງບຸນປີໃໝ່ປະເພນີ (ເຕັດ) ປີມະເມຍ 2026, ຕາງໜ້າ ພັກ, ລັດ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ, ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງອັນດູດດື່ມ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງບັນດາສະຫາຍການນໍາ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.
ພັກ, ລັດ ແລະ ປະຊາຊົນລາວ ມີຄວາມຍິນດີ ແລະ ພາກພູມໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພິເສດແມ່ນ ຜົນສໍາເລັດອັນສະຫງ່າງາມຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ທີ່ເປັນຂີດໝາຍເປີດສູ່ສັງກາດໃໝ່ແຫ່ງການພັດທະນາຢ່າງແຂງແຮງຂອງຫວຽດນາມ. ສິ່ງດັ່ງກ່າວ ເປັນບົດຮຽນອັນລໍ້າຄ່າ ແລະ ເປັນການປຸກລະດົມກໍາລັງໃຈອັນໃຫຍ່ຫຼວງໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ໃນການພັດທະນາປະເທດຊາດຂອງຕົນ ກ້າວຂຶ້ນຢ່າງແຂງແຮງ.
ຂ້າພະເຈົ້າ ເຊື່ອໝັ້ັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ໂດຍມີ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້ານັ້ນ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສາມາດບັນລຸບັນດາເປົ້າໝາຍທີ່ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ວາງອອກຢ່າງມີໄຊ ເພື່ອສ້າງປະເທດຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີ, ວັດທະນາຖາວອນ, ສີວິໄລ, ຜາສຸກ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.
ຂ້າພະເຈົ້າ ຍັງມີຄວາມຊົງຈໍາອັນດີ ແລະ ຕີລາຄາສູງ ຜົນການພົບປະສອງຝ່າຍຂອງພວກເຮົາ ໃນໂອກາດຢ້ຽມຢາມລັດຖະກິດເຊິ່ງກັນ ແລະ ກັນ, ລວມທັງຜົນການພົບປະຜູ້ນໍາສູງສຸດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ໃນຕົ້ນເດືອນກຸມພາ ຜ່ານມາ ແລະ ຍິນດີສືບຕໍ່ຮ່ວມກັບ ສະຫາຍ ກໍຄື ການນໍາຂັ້ນສູງ ພັກ, ລັດ ຫວຽດນາມ ຊີ້ນໍາການຜັນຂະຫຍາຍຜົນການພົບປະດັ່ງກ່າວ ໃຫ້ມີຜົນສໍາເລັດເປັນຮູບປະທໍາ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເປັນຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ນັບມື້ນັບຫຼາຍຂຶ້ນ.
ໃນໂອກາດປີໃໝ່ ອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າ ຂໍອວຍພອນໄຊມາຍັງ ສະຫາຍ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດສູງສົ່ງຂອງ ສະຫາຍ. ຂໍໃຫ້ປີໃໝ່ 2026 ນີ້ ເປັນປີແຫ່ງການເລີ່ມຕົ້ນສັງກາດໃໝ່ ທີ່ນໍາເອົາຄວາມສົມບູນພູນສຸກ ແລະ ໄຊຊະນະອັນຍິ່ງໃຫຍ່ມາສູ່ປະຊາຊົນຫວຽດນາມ.
ໃນໂອກາດດຽວກັນນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ກໍໄດ້ສົ່ງສານອວຍພອນເຖິງ ສະຫາຍ ເລ ຮວາຍ ຈູງ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຊັ່ນດຽວກັນ.

ຄໍາເຫັນ

ຂ່າວການຮ່ວມມື

ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

ໃນວັນທີ 16 ມິຖຸນານີ້ ທີ່ ກະຊວງການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດພິທີລົງນາມໃນສັນຍາໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ງວດທີ 9 ປະຈຳປີ 2026 ຊຶ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກກອງທຶນດັ່ງກ່າວໃນຄັ້ງນີ້ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມທະວີການຮັບຮອງຊຶ່ງກັນ ແລະ ກັນດ້ານມາດຕະຖານ ອາຊີວະສຶກສາ  ຈະຊ່ວຍເສີມສ້າງຮາກຖານຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ເພີ່ມທະວີການຮັບຮອງຊຶ່ງກັນ ແລະ ກັນດ້ານມາດຕະຖານ ອາຊີວະສຶກສາ ຈະຊ່ວຍເສີມສ້າງຮາກຖານຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ລາວ ແລະ ຈີນ ມີພູຜາ ແລະ ແມ່ນ້ຳຮ່ວມກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມ ທີ່ເປັນມິດທີ່ມີອະນາຄົດ ແລະ ຈຸດໝາຍປາຍທາງຮ່ວມກັນ. "ແຜນປະຕິບັດງານ ລະຫວ່າງ ພັກກອມມູນິດຈີນ ແລະ ພັກປະຊາຊົນ ປະຕິວັດລາວ ກ່ຽວກັບການສ້າງປະຊາຄົມຄູ່ຮ່ວມຊາຕາກໍາ ລາວ-ຈີນ" ໄດ້ສະເໜີ “ດຳເນີນໂຄງການສຶກສາຮ່ວມມືໃນອາຊີວະສຶກສາ ເພື່ອຮັບໃຊ້ການກໍ່ສ້າງໂຄງການທີ່ສຳຄັນ ລະຫວ່າງລາວ-ຈີນ”.
ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮ່ວມກັບ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້: “ຄວາມເຂົ້າໃຈກ່ຽວກັບທ່າອ່ຽງເສດຖະກິດໂລກໃນເງື່ອນໄຂສະພາບການຜັນແປຂອງໂລກໃນປັດຈຸບັນ” ຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ ຫ້ອງປະຊຸມ ສມປຊ, ໂດຍ ມີ ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ລາວ, ມີ ນັກຊ່ຽວຊານຈາກ ປະເທດອົສຕຣາລີ, ລາວ ແລະ ພະນັກງານນໍາພາ-ຄຸ້ມຄອງ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນັກວິຊາການ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທີ່ປຶກສາປະທານາທິບໍດີຣູມານີ

ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທີ່ປຶກສາປະທານາທິບໍດີຣູມານີ

ໃນວັນທີ 15 ມິຖຸນານີ້ ທີ່ ​ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້​ຕ້ອນ​ຮັບ ແລະ ພົບປະກັບ ທ່ານ ດາຊຽນ ຊິໂອລົດ (H.E. Dacian Cioloș) ທີ່ປຶກສາປະທານາທິບໍດີ ອະດີດນາຍົກລັດຖະມົນຕີ ຣູມານີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 14-16 ມິຖຸນາ 2026.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ

ໃນວັນ​ທີ 15 ມິຖຸນານີ້, ທີ່ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ (ຄຕພ),​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອໍາລາຂອງ​ທ່ານ ນາງ ເມວ ບາໂລ (Mel Barlow) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຄັນ ວາຊອງ (Kent VACHON) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງການາດາ ປະຈຳ ສປປ ລາວ (ຄົນທໍາອິດ) ທີ່ມີສໍານັກງານ ຢູ່ ນະຄອນຫຼວງວຽງຈັນ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ໂອຢາຢາຊາ (Ms Oya YAZAR) ເອກອັກຄະລັດຖະທູດຕັວກກີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 11 ມິຖຸນານີ້ ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍໃນອະນາຄົດລະຫວ່າງ ລາວ-ຕັວກກີ. ​
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ໂດຍຕອບສະໜອງຕາມຄຳເຊີນຂອງພັກກອມມູນິດຫວຽດນາມ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາສາກົນ ໃນຫົວຂໍ້ “ການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນດາພັກການເມືອງອາຊີຕາເວັນອອກສ່ຽງໃຕ້ ເພື່ອຄວາມກົມກຽວ, ເຂັ້ມແຂງ ແລະ ເປັນເຈົ້າຕົນເອງຫຼາຍຂຶ້ນ ຂອງປະຊາຄົມອາຊຽນ” ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ພາຍໃຕ້ການເປັນເຈົ້າພາບ ຂອງພັກກອມມູນິດຫວຽດນາມ ແລະ ການເຂົ້າຮ່ວມຂອງ ບັນດາພັກການເມືອງປະເທດອາຊີຕາເວັນອອກສ່ຽງໃຕ້.
ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ທ່ານ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນວັນທີ 11 ມິຖຸນານີ້, ນຳໂດຍທ່ານ ກົວຈ້ຽນຜິງ ຄະນະບໍດີຄະນະກົດໝາຍ ມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນ ແຫ່ງການສົນທະນາອາລິ ຍະທໍາສາ ກົນ ຄັ້ງທີ II ຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ; ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ (ຄອສພ); ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 10 ມິຖຸນານີ້ ທີ່ ກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍລະຫວ່າງ ລາວ-ໄທ. ​
ເພີ່ມເຕີມ