ສະຫາຍ ວຽງສະຫວັດ ສີພັນດອນ ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງ ຫຼວງນໍ້າທາ

ສະຫາຍ ວຽງສະຫວັດ ສີພັນດອນ ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງ ຫຼວງນໍ້າທາ

ສະຫາຍ ວຽງສະຫວັດ ສີພັນດອນ ຖືກເລືອກເປັນເລຂາຄະນະບໍລິຫານງານພັກແຂວງ ຫຼວງນໍ້າທາ
ໃນວັນທີ 25-26 ສິງຫາ 2025 ນີ້ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ IX ຂຶ້ນ ທີ່ຫໍວັດທະນະທຳແຂວງ ໂດຍການເປັນປະທານຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ,ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຜູ້ຊີ້ນຳແຂວງ ຫຼວງນໍ້າທາ,ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານອະວຸໂສບຳນານ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ
ສະຫາຍ ວຽງສະຫວດ ສພນດອນ ຖກເລອກເປນເລຂາຄະນະບລຫານງານພກແຂວງ ຫວງນາທາ - image 1
 

 

ໃນກອງປະຊຸມ ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຫຼັງຈາກນັ້ນ ກໍໄດ້ຜ່ານບັນດາເອກກະສານຕ່າງໆເປັນຕົ້ນແມ່ນ ຮ່າງລາຍງານການເມືອງ; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ; ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ VIII; ບົດປະກອບຄໍາເຫັນ ໃນຫົວຂໍ້ “ບົດຮຽນການຮັບມື ແລະ ການແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມ 2024”; “ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ”; “ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (ການຈັດເກັບລາຍຮັບເຂົ້າງົບປະມານ)”; “ບົດຮຽນການລ້ຽງປາເປັນສິນຄ້າ”. ຈາກນັ້ນ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງ ແລະ ປະກາດລາຍຊຶ່ຜູ້ອອກສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ສະຫາຍ ປອ ຄຳພັນ ພົມມະທັດ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມໃຫ້ເບິ່ງເປົ້າໝາຍທີ່ຕົນເອງຈະເລືອກເອົາດ້ວຍຄວາມຮັບຜິດຊອບສູງ, ຄົ້ນຄວ້າພິຈາລະນາຢ່າງພາວະວິໄສ, ເລືອກເອົາດ້ວຍຄວາມບໍລິສຸດຈິງໃຈ ແລະ ຈົງຮັກພັກດີ ຫຼີກລ້ຽງແນວຄິດອັກຄະຕິ, ໃຫ້ຖືເອົາຜົນປະໂຫຍດສ່ວນລວມເປັນຫຼັກ.

ສະຫາຍ ວຽງສະຫວດ ສພນດອນ ຖກເລອກເປນເລຂາຄະນະບລຫານງານພກແຂວງ ຫວງນາທາ - image 2
 

ຈາກນັ້ນ ກອງປະຊຸມກໍ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຫຼວງນໍ້າທາຊຸດໃໝ່ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍີງ 7 ສະຫາຍ. ບັນດາສະຫາຍຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລຶອກຕັ້ງເອົາຄະນະບໍລິຫານງານພັກແຂວງສະໄໝທີ IX ຈໍານວນ 33 ສະຫາຍ, ຍິງ 4 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶຶກ ໄດ້ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 0 ສະຫາຍ, ເລືອກເອົາສະຫາຍ ວຽງສະຫວັດ ສີພັນດອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລຶອກເອົາສະຫາຍ ຄໍາຟອງ ອິນມານີ ແລະ ສະຫາຍ ອ່ອນຈັນ ຄໍາພາວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ,ເລືອກເອົາສະຫາຍ ບຸນທອນ ສີສະຫວັນ ເປັນປະທານຄະນະກວດກາພັກແຂວງ; ເລືອກເອົາສະຫາຍ ຈັນທະໜອມ ຂັນທະລາດ, ສະຫາຍ ພຸດທະສອນ ສີຫານາກ, ສະຫາຍ ແຝງທາ ຮັກບຸນໂຮມ ເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມນີ້ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 17 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ສະຫາຍ ວຽງສະຫວດ ສພນດອນ ຖກເລອກເປນເລຂາຄະນະບລຫານງານພກແຂວງ ຫວງນາທາ - image 3
 
ຕອນທ້າຍຂອງກອງປະຊຸມສະຫາຍ ຄຳພັນ ພົມມະທັດ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກ້ອງປະຊຸມ ແລະ ເນັ້ນໃຫ້ຄະນະບໍລິຫານງານພັກຊຸດໃໝ່ ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບສູງໃນຄະນະບໍລິຫານງານພັກ (ສະໄໝທີIX) ເພື່ອເປັນຄັນທຸງອັນເຂັ້ມແຂງໃຫ້ແກ່ຄວາມສາມັກຄີເອກະພາບໃນທົ່ວອົງຄະນະພັກ,ໄດ້ຮັບການສະໜັບສະໜູນ,ເຫຼື່ອມໄສສັດທາຈາກປະຊາຊົນບັນດາເຜົ່າທຸກຊັ້ນຄົນ,ເປັນກອງນໍາໜ້າ ແລະ ສູນບັນຊາການໃນການລະດົມທຸກກຳລັງແຮງຂອງສັງຄົມໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃຫ້ປະກົດຜົນເປັນຈິງ; ເຊີດຊູຄວາມຮັບຜິດຊອບການເມືອງຂອງຄະນະພັກ ແລະ ຍົກສູງຄວາມຮັບຜິດຊອບການປະຕິບັດໜ້າທີ່ຂອງແຕ່ລະສະຫາຍ, ສຸມໃສ່ແກ້ໄຂບັນຫາຕົວຈິງ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະ ຮອບດ້ານ,ການນໍາພາຈັດຕັ້ງປະຕິບັດວຽກງານຂອງຄະນະພັກຕ້ອງປະສານສົມທົບຢ່າງກົມກຽວລະຫວ່າງບັນຫາທີ່ພື້ນຖານຍາວນານ ແລະ ເປັນຍຸດທະສາດກັບວຽກງານເຄັ່ງຮ້ອນຮີບດ່ວນ, ຫຼີກເວັ້ນການປະຕິບັດແບບຕຳອັນໃດເຮັດອັນນັ້ນ; ຄະນະພັກແຂວງ ແລະ ການຈັດຕັ້ງແຕ່ລະຂັ້ນຕ້ອງຮຽນຮູ້ກຳສະພາບແຕ່ລະຂົງເຂດ, ປຶກສາຫາລື, ຕົກລົງ ແລະ ຊີ້ນຳປະຕິບັດຢ່າງຕໍ່ເນື່ອງ, ເປັນລະບົບແທດເໝາະຕົວຈິງສອດຄ່ອງກັບຈິດໃຈ ແລະ ຄາດໝາຍມະຕິກອງປະຊຸມໃຫຍ່, ສ້າງການຫັນປ່ຽນຕົວຈິງທີ່ຕັ້ງໜ້າ ແລະ ພົ້ນເດັ່ນ,ພ້ອມນັ້ນປະຕິບັດແບບແຜນນໍາພາທີ່ວ່າ “ເຮັດຮອດໃສກວດກາປະເມີນຜົນຮອດຫັ້ນ” ເຫັນປັດໄຈຕັ້ງໜ້າຕ້ອງສົ່ງເສີມ ເຫັນຄວາມອືດອາດຊັກຊ້າ ຫຼື ຄວາມຜິດພາດຕ້ອງແກ້ໄຂທັນການ”; ເອົາໃຈໃສ່ປຸກລະດົມຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການປັບປຸງຍົກລະດັບປະສິດທິຜົນການເຄື່ອນໄຫວຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ເຮັດໃຫ້ການເຊື່ອມຊືມ,ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາໃນຄັ້ງນີ້ສອດຫ້ອຍໃນທຸກການເຄື່ອນໄຫວການເມືອງ,ການນໍາພາແນວຄິດ; ຍູ້ແຮງການເຄື່ອນໄຫວປັບປຸງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຮັບປະກັນປະສິດທິຜົນໃນການເຄື່ອນໄຫວນຳພາ-ຊີ້ນຳຂອງການຈັດຕັ້ງພັກແຕ່ລະຂັ້ນ, ເພີ່ມທະວີວຽກງານກວດກາການເມືອງຂອງພັກນັບແຕ່ການຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍບັນດາມະຕິ, ຄຳສັ່ງ ຈົນຮອດກວດກາຄວາມຮັບຜິດຊອບການເມືອງກໍ່ຄືການປະເມີນຄວາມຮູ້, ຄວາມສາມາດຂອງພະນັກງານ,ສະມາຊິກພັກ; ຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ IX ໃຫ້ແຂງແຮງແຕ່ຫົວທີ ແລະ ເປັນລະບົບຕໍ່ເນື່ອງ,ປະຊາສໍາພັນຢ່າງກວ້າງຂວາງທົ່ວສັງຄົມ ສືບຕໍ່ປຸກບັນຍາກາດ ແລະ ຂະບວນການການເມືອງໃຫ້ຟົດພື້ນ ເພື່ອກ້າວເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຮີບຮ້ອນຮັບຮອງແຜນດໍາເນີນງານຂອງຄະນະບໍລິຫານງານ, ແບ່ງງານໃຫ້ແຕ່ລະສະຫາຍຄຽງຄູ່ກັບການສ້າງ ແລະ ປັບປຸງແບບແຜນນຳພາວິທີເຮັດວຽກໃນຄະນະພັກເພື່ອເຮັດໃຫ້ທຸກຂົງເຂດວຽກງານຮັບປະກັນມີການນຳພາຂອງຄະນະພັກ ແລະ ເລີ່ມຈັດຕັ້ງຜັນຂະຫຍາຍມະຕິ IX ຢ່າງເປັນຂະບວນແຕ່ຫົວທີ. ຂ່າວ-ພາບ:ຕຸນ່າ ເລົ່າຖາວອນ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ