ສະຫາຍໂຕເລິມ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ສມປຊ

ສະຫາຍໂຕເລິມ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ສມປຊ

ສະຫາຍໂຕເລິມ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ສມປຊ
ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມໝາຍປະຫວັດສາດ ທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໃນຕອນບ່າຍຂອງວັນທີ 1 ທັນວາ 2025ນີ້ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງພົບປະໂອ້ລົມ ຢູ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ).
ສະຫາຍໂຕເລມ ພບປະໂອລມ ພະນກງານຫກແຫງ, ຄ-ອາຈານ ແລະ ນກສກສາ ສມປຊ - image 1
 

ການຢ້ຽມຢາມຄັ້ງນີ້ ດຳເນີນໄປເນື່ອງໃນໂອກາດທີ່ ສະຫາຍ ໂຕ ເລີມ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງວັນທີ 1-2 ທັນວາ 2025, ພິທີຕ້ອນຮັບທີ່ ສມປຊ ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.ໃຫ້ກຽດຕ້ອນຮັບຂອງ ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ພ້ອມດ້ວຍຄະນະພັກ, ຄະນະນຳ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ ໃນພິທີດັ່ງກ່າວ, ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ລາຍງານໂດຍສັງເຂບ ກ່ຽວກັບປະຫວັດຄວາມເປັນມາ ແລະການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ເຊິ່ງເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມືລາວ-ຫວຽດນາມ. ສມປຊ ມີຕົ້ນກຳເນີດມາຈາກ“ໂຮງຮຽນສາມັກຄີ”ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1964 ຢູ່ດິນແດນຂອງ ສສ ຫວຽດນາມ.ຊື່ຂອງໂຮງຮຽນໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີອັນດູດດື່ມ ລະຫວ່າງສູນກາງພັກປະຊາຊົນລາວ ແລະ ພັກຄົນງານຫວຽດນາມ ໃນສະໄໝຕໍ່ສູ້ກູ້ຊາດ, ໂດຍມີຄະນະອຳນວຍການຮ່ວມ ລາວ-ຫວຽດນາມ (ທ່ານ ໂຮ່ສີເຕືອງ ແລະ ສະຫາຍ ສີສົມພອນລໍວັນໄຊ) ເຮັດໜ້າທີ່ຄົ້ນຄວ້າທິດສະດີມາກເລນິນແລະຖອດຖອນບົດຮຽນການປະຕິວັດເພື່ອຮັບໃຊ້ພາລະກິດປົດປ່ອຍຊາດ.

ສະຫາຍໂຕເລມ ພບປະໂອລມ ພະນກງານຫກແຫງ, ຄ-ອາຈານ ແລະ ນກສກສາ ສມປຊ - image 2
 

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໃນເດືອນກຸມພາ 1995, ກົມການເມືອງສູນກາງພັກ ໄດ້ຕົກລົງໂຮມ “ໂຮງຮຽນຊັ້ນສູງພັກ-ລັດ” ແລະ “ໂຮງຮຽນການປົກຄອງ ແລະ ຄຸ້ມຄອງແຫ່ງຊາດ” ເຂົ້າກັນ, ກາຍມາເປັນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃນປັດຈຸບັນ.

ການລາຍງານແມ່ນການຍົກໃຫ້ເຫັນເຖິງໝາກຜົນແຫ່ງການຮ່ວມມື ລະຫວ່າງ ສມປຊ ແລະສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ.ການຮ່ວມມືນີ້ບໍ່ພຽງແຕ່ເປັນການແລກປ່ຽນທາງວິຊາການເທົ່ານັ້ນແຕ່

ຍັງເປັນການສ້າງຄວາມເປັນເອກະພາບທາງດ້ານທິດສະດີ ແລະ ອຸດົມການໃຫ້ແກ່ສອງພັກ.ຜົນງານອັນພົ້ນເດັ່ນທີ່ສຸດໃນປະຫວັດສາດການຮ່ວມມື ແມ່ນການສຳເລັດໂຄງການແປນິພົນເລືອກເຟັ້ນຂອງ ມາກ-ອັງແກນ, ເລນິນ, ໂຮ່ຈີມິນ ແລະ ນິພົນຄົບຊຸດ ໂຮ່ຈີມິນ ຈຳນວນ 15 ເຫຼັ້ມພ້ອມດ້ວຍວັດຈະນານຸກົມ ຫວຽດນາມ-ລາວ. ນີ້ຖືເປັນຄັ້ງທຳອິດໃນປະຫວັດສາດລາວທີ່ມີຄັງສາງທິດສະດີພື້ນຖານຂອງລັດທິມາກ-ເລນິນ ທີ່ເປັນພາສາລາວຢ່າງສົມບູນເພື່ອຮັບໃຊ້ການຄົ້ນຄວ້າ, ການຮຽນ-ການສອນ ແລະການກຳນົດແນວທາງນະໂຍບາຍຂອງພັກ-ລັດ.

ນອກຈາກນີ້, ພັກ-ລັດ ແລະ ປະຊາຊົນຫວຽດນາມ ຍັງໄດ້ໃຫ້ການຊ່ວຍເຫຼືອຢ່າງມະຫາສານໃນການກໍ່ສ້າງພື້ນຖານໂຄງລ່າງ.ພິເສດແມ່ນໂຄງການກໍ່ສ້າງສະຖາບັນການ

ເມືອງ ແລະ ການປົກຄອງແຫ່ງຊາດ ປະຈຳພາກໃຕ້ (ແຂວງຈຳປາສັກ)ເຊິ່ງເປັນໂຄງການຂະໜາດໃຫຍ່ ເພື່ອຂໍ່ານັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ໃນວາລະການພົບປະໂອ້ລົມ, ສະຫາຍ ໂຕ ເລິມ ໄດ້ໂອ້ລົມ ນະໂຍບາຍກ່ຽວກັບການພົວພັນຮ່ວມມື ຫວຽດນາມ – ລາວ; ແນວທາງນະໂຍບາຍ ຂອງ ສສ ຫວຽດນາມໃນໄລຍະໃໝ່ ຕໍ່ກັບພະນັກງານ, ຄູ-ອາຈານ ແລະ ນັກສຶກສາວ່າ: “ເພື່ອເປັນການສືບທອດມິດຕະພາບອັນຍິ່ງໃຫຍ່, ເພີ່ມພູນຄູນສ້າງສາຍພົວພັນ, ຄວາມສາມັກຄີພິເສດ, ປັບປຸງການຮ່ວມມືຮອບດ້ານ ແລະຍູ້ແຮງການເປັນຮ່ວມມືຍຸດທະສາດລາວ-ຫວຽດນາມ ໃນໄລຍະໃໝ່, ຂ້າພະເຈົ້າຄິດວ່າພວກເຮົາຕ້ອງຢຶດໝັ້ນບາງພື້ນຖານແນວຄິດດັ່ງນີ້:

1. ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດກັບສັງຄົມນິຍົມ.ສອງພັກລ້ວນແລ້ວແຕ່ເລືອກເອົາເສັ້ນທາງເອກະລາດ

ແຫ່ງຊາດ ຕິດພັນກັບສັງຄົມນິຍົມ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ.ພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.ໃນສະພາບການໂລກມີຫຼາຍທ່າອ່ຽງ, ຮູບແບບ, ທິດສະດີທີ່ແຕກຕ່າງກັນ, ຫວຽດນາມ ແລະລາວ ຍິ່ງຕ້ອງໄດ້ແລກປ່ຽນ, ແບ່ງປັນ, ເພີ່ມເຕີມ, ສ້າງຄວາມກະຈ່າງແຈ້ງຍິ່ງຂຶ້ນຕໍ່ເສັ້ນທາງທີ່ພວກເຮົາໄດ້ເລືອກເອົາບົນພື້ນຖານຕົວຈິງອັນມີຊີວິດຊີວາຂອງແຕ່ລະປະເທດ.ຮ່ວມກັນແລກປ່ຽນບັນດາຜົນສຳເລັດ, ບັນດາບົດຮຽນໃນການນຳໃຊ້, ໝູນໃຊ້ຢ່າງມີປະສິດທິຜົນ, ປະດິດສ້າງທິດສະດີ ເຂົ້າໃນພຶດຕິກຳຕົວຈິງ.

ສະຫາຍໂຕເລມ ພບປະໂອລມ ພະນກງານຫກແຫງ, ຄ-ອາຈານ ແລະ ນກສກສາ ສມປຊ - image 3
 

2. ພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະຮ່ວມມືພັດທະນາໄປພ້ອມກັນ. ເສັ້ນຊາຍແດນລາວ-ຫວຽດນາມ ໄດ້ກຳນົດ ແລະປັກຫຼັກໝາຍສຳເລັດແລ້ວ, ແຕ່ວ່າຊາຍແດນທາງທັງສອງປະເທດຕ້ອງກາຍເປັນຂົວຕໍ່ແຫ່ງມິດຕະພາບ, ເປັນຂົວຕໍ່ລະຫວ່າງປະຊາຊົນທັງສອງປະເທດ, ເປັນຂົວຕໍ່ລະຫວ່າງແລວທາງເສດຖະກິດ, ຂົວຕໍ່ລະຫວ່າງພື້ນທີ່ພັດທະນາສີຂຽວ, ຍືນຍົງ, ກົມກຽວກັບທຳມະຊາດ.ເປົ້າໝາຍຂອງການສ້າງເສັ້ນຊາຍແດນເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມື ເພື່ອພັດທະນາໄປພ້ອມກັນນັ້ນເປັນທັງຄວາມເລັ່ງທວງດ້ານວຽກງານການເມືອງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັງເປັນໂອກາດການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມຂອງສອງປະເທດ ແລະ ໃນນີ້ຄວາມສາມັກຄີພິເສດແມ່ນໂລ້ກຳບັງທີ່ນິ້ມນວນ ແລະ ເຂັ້ມແຂງທີ່ສຸດ.ເມື່ອມີຄວາມເຊື່ອໝັ້ນຍຸດທະສາດທີ່ແໜ້ນແຟ້ນແລ້ວ, ທຸກກົນອຸບາຍແບ່ງແຍກ, ສັກສົນ, ຊ່ວຍໃຊ້ ລ້ວນແຕ່ຖືກປະລາໄຊ.ເມື່ອປະຊາຊົນສອງພາກຊາຍແດນເປັນດັ່ງສະຫາຍອ້າຍນ້ອງ, ເພື່ອນມິດ, ຄູ່ຮ່ວມມືທີ່ເຊື່ອໝັ້ນແລ້ວ, ຊາຍແດນກໍ່ຈະກາຍເປັນສາຍຮັດແຫ່ງການຮ່ວມມືພັດທະນາ, ເປັນສາຍເຊືອກຮັດແໜ້ນຄວາມສາມັກຄີ.

3. ເພີ່ມເຕີມ, ສະໜັບສະໜູນກັນດ້ານແຫຼ່ງກຳລັງແຮງ, ຊັບພະຍາກອນ, ພື້ນທີ່ພັດທະນາ. ດ້ວຍວິໄສທັດຍຸດທະສາດ, ພວກເຮົາເຫັນວ່າລາວມີທ່າແຮງທີ່ຕັ້ງເປັນສູນກາງເທິງແຜ່ນດິນໃນ, ມີທ່າແຮງບົ່ມຊ້ອນດ້ານຊັບພະຍາກອນທຳມະຊາດຫຼາຍ,ມີພື້ນທີ່ພັດທະນາສີຂຽວ.ຫວຽດນາມມີທ່າແຮງຊາຍຝັ່ງທະເລທີ່ຍາວ, ເປັນປະຕູອອກສູ່ທະເລຂອງອະນຸພາກພື້ນແມ່ນ້ຳຂອງທີ່ກວ້າງໃຫຍ່, ມີກຳລັງແຮງງານອຸດົມສົມບູນ, ເສດຖະກິດຫຼາກຫຼາຍ, ເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ສາກົນ.ຖ້າຫາກພັດທະນາສະເພາະແຕ່ລະປະເທດ,ພວກເຮົາຈະຈຳກັດຮັດແຄບພື້ນທີ່ການພັດທະນາຂອງຕົນເອງ. ແຕ່ຖ້າເພີ່ມເຕີມໃຫ້ແກ່ກັນແລະ ເຊື່ອມສານທາງດ້ານແຫຼ່ງກຳລັງແຮງແລ້ວ, ທ່າໄດ້ປ່ຽບຮ່ວມກັນຫຼາຍໆຢ່າງຈະເກີດຂຶ້ນ, ສ້າງຜົນປະໂຫຍດສູງສຸດຕໍ່ແຫຼ່ງກຳລັງແຮງ ເພື່ອພັດທະນາຢ່າງວ່ອງໄວ, ຍືນຍົງ.ການຂົນສົ່ງສິນຄ້າ, ນັກທ່ອງທ່ຽວຈາກລາວ ສາມາດອອກສູ່ທະເລໄດ້ວ່ອງໄວຂຶ້ນຜ່ານທ່າເຮືອ, ທາງທະເລດ້ານຊາຍແດນຕາເວັນອອກຂອງຫວຽດນາມ. ແຫຼ່ງໄຟຟ້າ, ພະລັງງານທົດແທນຂອງລາວ ສາມາດເຊື່ອມໂຍງກັບເຄືອຂ່າຍໄຟຟ້າໃນພາກພື້ນຜ່ານຫວຽດນາມ.

ສະຫາຍໂຕເລມ ພບປະໂອລມ ພະນກງານຫກແຫງ, ຄ-ອາຈານ ແລະ ນກສກສາ ສມປຊ - image 4
 

ຂ້າພະເຈົ້າຂໍແຈ້ງໃຫ້ບັນດາສະຫາຍໄດ້ຊາບວ່າ ໃນໄລຍະປີ 2021-2025 ຫວຽດນາມໄດ້ຊ່ວຍເຫຼືອລາວປະຕິບັດໄດ້ 25 ໂຄງການ, ມູນຄ່າການຊ່ວຍເຫຼືອປະມານ 4 ພັນຕື້ດົ່ງ, ປະກອບມີ 6 ໂຄງການດ້ານການສຶກສາກໍ່ສ້າງ, 3 ໂຄງການໃນຂົງເຂດສາທາລະນະສຸກ, 4 ໂຄງການໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, 6 ໂຄງການໃນຂົງເຂດອື່ນໆ. ຫວຽດນາມມີການລົງທຶນຢູ່ລາວ 276 ໂຄງການ, ໂດຍມີມູນຄ່າການຈົດທະບຽນຫຼາຍກວ່າ 6 ຕື້ໂດລາສະຫະລັດ.”
ພິທີຢ້ຽມຢາມແລະ ພົບປະໂອ້ລົມ ຂອງ ສະຫາຍ ໂຕເລິມ ຢູ່ ສມປຊໄດ້ສິ້ນສຸດລົງດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ.ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ເປັນກຽດແກ່ສະຖາ

ບັນເທົ່ານັ້ນ, ແຕ່ຍັງເປັນ “ແຮງບັນດານໃຈ”ອັນຍິ່ງໃຫຍ່ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກສຶກສາໃນການສືບຕໍ່ພາລະກິດສ້າງຄົນ, ສ້າງແນວຄິດໃຫ້ພັດທະນາຢ່າງຢຸດຢັ້ງ.

ຂ່າວ/ພາບ ຕາອັອດ ແສນທະວີສຸກ

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ