![]() |
ໃນພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ເອກອັກຄະລັດຖະທູດ ໄດ້ກ່າວມີຄໍາເຫັນ ໂດຍສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຟິລິບປິນ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແຕ່ວັນທີ 14ມັງກອນ 1955, ຊຶ່ງຕະຫຼອດໄລຍະ 70 ປີຜ່ານມາ ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍມີການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ຫຼ້າສຸດ ແມ່ນການພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຟີລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 58 ໃນວັນທີ 8 ກໍລະກົດ 2025 ທີ່ ກົວລາລຳເປີ, ປະເທດມາເລເຊຍ ແລະ ລະຫ່ວາງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ. ຟິລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໃນເດືອນພຶດສະພາ 2025 ທີ່ ຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມຄວາມເຂົ້າໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງຜູ້ນໍາ, ລັດຖະບານ ແລະ ປະຊາຊົນສອງປະເທດ ລາວ-ຟີລິບປິນ. ສປປ ລາວ ແລະ ສ. ຟິລິບປິນ ໄດ້ມີການພົວພັນຮ່ວມມືກັນໃນຫຼາຍຂົງເຂດ, ຊຶ່ງໃນໄລຍະຜ່ານມາ ລັດຖະບານ ແລະ ປະຊາຊົນຟີລິບປິນ ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນອັນສຳຄັນ ໃຫ້ແກ່ ສປປ ລາວ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ ຜ່ານມາ, ໃນຂະແໜງການພັດທະນາຊັບພະຍາກອນມະນຸດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການຄຸ້ມຄອງໄພພິບັດ ແລະ ອື່ນໆ.
ຄໍາເຫັນ