![]() |
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ເອລນູຣ ມາມາດົບ ໄດ້ໃຫ້ກຽດກ່າວຄໍາເຫັນ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ແຫ່ງ ການພົວພັນຮ່ວມມືໃນໄລຍະສາມທົດສະວັດຜ່ານມາ ລະຫວ່າງ ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ - ອາແຊັກໄບຊານ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 22 ພຶດສະພາ 1995 ເປັນຕົ້ນມາ, ສອງປະເທດ ແມ່ນສືບຕໍ່ຮັກສາໄດ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ, ສະແດງອອກໃນການແລກປ່ຽນການຢ້ຽມຢາມ ແລະ ການພົບປະກັນຂອງຄະນະຜູ້ແທນຂັ້ນສູງ, ພິເສດແມ່ນການພົບປະ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ອິວຮາມ ອາລີເຢບ, ປະທານາທິບໍດີ ແຫ່ງ ສ. ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບຣິກສ໌ ໃນເດືອນຕຸລາ 2024 ຜ່ານມາ ທີ່ ເມືອງກາຊານ, ສ. ຣັດເຊຍ, ຊຶ່ງເປັນຂີດໝາຍອັນສໍາຄັນຕໍ່ຄວາມໝັ້ນໝາຍອັນແຮງກ້າທາງດ້ານການເມືອງ ໃນການເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ໃນຂົງເຂດຕ່າງໆ. ໄປຄຽງຄູ່ກັນນັ້ນ, ສອງປະເທດຍັງໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ເປັນຕົ້ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການພົວພັນລະຫວ່າງປະຊາຊົນ ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ອື່ນໆ, ລວມເຖິງການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ, ການພົວພັນການຮ່ວມມືຂອງສອງປະເທດ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຍິ່ງໆຂຶ້ນ, ທັງສອງຝ່າຍຕ່າງກໍ່ສະແດງຄວາມເຊື່ອໝັ້ນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ບົນພື້ນຖານຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ສ. ອາແຊັກໄບຊານ ຈະນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄື ການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ.
![]() |
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ຕາງໜ້າໃຫ້ແກ່ລັດຖະບານ ກໍຄື ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສ. ອາແຊັກໄບຊານ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະການພັດທະນາຊັບພະຍາກອນມະນຸດໃນເມື່ອກ່ອນ ກໍຄືການສະໜອງທຶນການສຶກສາ ແລະ ຝຶກອົບຮົມ ໃຫ້ແກ່ ສປປ ລາວ ໃນປັດຈຸບັນ. ການສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອາແຊັກໄບຊານ ໃນປີນີ້ ແມ່ນເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ມີຂຶ້ນໃນທ່າມກາງບັນຍາກາດ ທີ່ ສປປ ລາວ ພວມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງມີບັນຍາກາດອັນຟົດຟື້ນ ແລະ ມີຄວາມໝາຍສໍາຄັນ. ນອກຈາກການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້, ສອງປະເທດຍັງມີກິດຈະກໍາສໍາຄັນຮ່ວມກັນເຊັ່ນ: ບັນດາການນໍາຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນສານຊົມເຊີຍ ເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນ ປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ.
![]() |
(ຂ່າວ: ກຕທ)



ຄໍາເຫັນ