ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ  (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)
ໃນວັນທີ 28 ສິງຫາ ຜ່ານມາ, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນປະຕິວັດເດືອນສິງຫາ ແລະ ວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026). ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (5/9/1962 – 5/9/2026) ຢ່າງເປັນທາງການ.

 

 

ສະຫອງວນຊາດຫວຽດນາມ ຄບຮອບ 81 ປ ວນການທດຫວຽດນາມ - ລາວ ຄບຮອບ 61 ປ (ໃນໂອກາດວນຊາດຫວຽດນາມ 2 ກນຍາ 1945 - 2 ກນຍາ 2026) - image 1
 

ເຂົ້າຮ່ວມໃນງານອັນມີຄວາມໝາຍສຳຄັນຄັ້ງນີ້, ຝ່າຍລາວ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກປະຊາຊົນ ປະຕິວັດລາວ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ທ່ານ ບຸນຫຼາຍ ບຸດທິ ກຳມະການສູນກາງພັກປະຊາຊົນ ປະຕິວັດລາວ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເຊກອງ, ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ອັດຕະປື ແລະ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງສາລະວັນ, ທ່ານ ຊ່າວ ເວດຊັນ ຕາງໜ້າສະຖານກົງສູນຣາຊະອານາຈັກກຳປູເຈຍ ປະຈໍານະຄອນປາກເຊ, ທ່ານ ນາງ ຟານ ທິ ທັນ ເຫື້ອງ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງແຂັງຮວ່າ; ຄະນະສະມາຄົມຊາວຫວຽດນາມ, ສະມາຄົມວິສາຫະກິດຫວຽດນາມ 4 ແຂວງພາກໃຕ້ລາວ, ພະນັກງານສະຖານກົງສູນຫວຽດນາມ ປະຈໍານະຄອນປາກເຊ, ບັນດາອົງການຈັດຕັ້ງ, ພະແນກການຕ່າງໆ, ພ້ອມດ້ວຍບັນດາແຂກຖືກເຊີນທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ສະຫອງວນຊາດຫວຽດນາມ ຄບຮອບ 81 ປ ວນການທດຫວຽດນາມ - ລາວ ຄບຮອບ 61 ປ (ໃນໂອກາດວນຊາດຫວຽດນາມ 2 ກນຍາ 1945 - 2 ກນຍາ 2026) - image 2
 

ໃນພິທີອັນສະຫງ່າລາສີນີ້, ທ່ານ ນາງ ຕ້າ ເຟືອງ ຢຸ໋ງ ກົງສູນໃຫຍ່ ສສ ຫວຽດນາມ ໄດ້ຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນ ພາຍຫຼັງ 81 ປີ ນັບຕັ້ງແຕ່ການສ້າງຕັ້ງປະເທດຊາດ, 51 ປີ ທ້ອນໂຮມປະເທດຊາດເປັນເອກະພາບແລະ 40 ປີ ການປະຕິບັດນະໂຍບາຍປ່ຽນແປງໃໝ່, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ບັນລຸຜົນສຳເລັດອັນຍິ່ງໃຫຍ່ ແລະ ມີຄວາມໝາຍທາງປະຫວັດສາດ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ເຊື່ອມໂຍງເຂົ້າກັບເສດຖະກິດ ແລະ ການເມືອງສາກົນ ຢ່າງເລິກເຊິ່ງ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນເຂົ້າໃນການແກ້ໄຂບັນຫາພາກພື້ນ ແລະ ສາກົນ. ພ້ອມທັງມີບົດບາດສຳຄັນເພີ່ມຂຶ້ນໃນພາກພື້ນ ແລະ ທົ່ວໂລກ ໂດຍສະເພາະ ປີ 2026 ແມ່ນມີຄວາມສໍາຄັນທີ່ສຸດສໍາລັບຫວຽດນາມ, ພັກກອມມູນິດຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ສໍາເລັດ. ຮູບແບບການປົກຄອງທ້ອງຖິ່ນສອງຂັ້ນ ກຳລັງໄດ້ຮັບການຈັດຕັ້ງປະຕິບັດ ແລະ ດຳເນີນການຢ່າງມີປະສິດທິຜົນ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ສືບຕໍ່ປັບປຸງດີຂຶ້ນ.

ສະຫອງວນຊາດຫວຽດນາມ ຄບຮອບ 81 ປ ວນການທດຫວຽດນາມ - ລາວ ຄບຮອບ 61 ປ (ໃນໂອກາດວນຊາດຫວຽດນາມ 2 ກນຍາ 1945 - 2 ກນຍາ 2026) - image 3
 

ໂດຍເນັ້ນໜັກເຖິງການສະໜັບສະໜູນ ແລະ ການຊ່ວຍເຫຼືອ ອັນລ້ຳຄ່າຈາກເພື່ອນມິດສາກົນ ໂດຍສະເພາະແມ່ນການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ທີ່ມອບໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ການທ້ອນໂຮມປະເທດຊາດເປັນເອກະພາບ, ພ້ອມທັງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກົງສູນໃຫຍ່ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມຍາມໃດກໍໃຫ້ຄວາມສຳຄັນສູງສຸດ ຕໍ່ສາຍພົວພັນພິເສດ ຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ແລະ ຈະເຮັດສຸດຄວາມສາມາດເພື່ອຮັກສາ, ເສີມສ້າງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ. ສະຖານກົງສູນໃຫຍ່ ຈະສືບຕໍ່ປະສານງານຢ່າງໃກ້ຊິດກັບຄະນະພັກ ແລະ ການປົກຄອງຂອງ 4 ແຂວງພາກໃຕ້ລາວ ກັບບັນດາອົງການ ແລະ ທ້ອງຖິ່ນຂອງຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ, ເສີມສ້າງ ແລະ ເຮັດໃຫ້ສາຍພົວພັນລະຫວ່າງ 4 ແຂວງພາກໃຕ້ລາວ ແລະ ບັນດາແຂວງ ແລະ ນະຄອນຂອງຫວຽດນາມ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວອວຍພອນ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນວັນສຳຄັນຂອງຊາດ ພ້ອມທັງຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານອັນໂດດເດັ່ນຮອບດ້ານ ຂອງຫວຽດນາມ ຕະຫຼອດໄລຍະ 81 ປີຜ່ານມາ, ໃນການສ້າງສາພັດທະນາປະເທດຊາດ, 40 ປີ ແຫ່ງການປະຕິຮູບຮອບດ້ານນັບຕັ້ງແຕ່ ປີ 1986. ໂດຍເນັ້ນໜັກເຖິງສາຍພົວພັນພິເສດ ແລະ ຫາຍາກ ລະຫວ່າງ ສອງປະເທດ ຊຶ່ງສ້າງຂຶ້ນໂດຍປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ, ໄດ້ຮັບການບຳລຸງສ້າງ ຈາກຜູ້ນຳຮຸ່ນຕໍ່ໆໄປ ແລະ ປະຊາຊົນ ທັງສອງປະເທດ. ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ແລະ ເປັນຊັບສິນອັນລ້ຳຄ່າຂອງປະຊາຊົນທັງສອງປະເທດ ໃນພາລະກິດການສ້າງສາ ແລະ ພັດທະນາ ປະເທດຊາດ, ສະຫາຍເລຂາພັກແຂວງຈຳປາສັກ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ເຫັນລະບົບການເມືອງທີ່ໝັ້ນຄົງ ຂອງຫວຽດນາມ, ເຂັ້ມແຂງ, ອັດຕາການເຕີບໂຕເສດຖະກິດທີ່ສູງຢ່າງຕໍ່ເນື່ອງ; ບົດບາດ ແລະ ຖານະເພີ່ມຂຶ້ນ ໃນເວທີສາກົນ ແລະ ພາກພື້ນ ໂດຍສະເພາະ ຫວຽດນາມ ກຳລັງມີການປ່ຽນແປງຢ່າງວ່ອງໄວ ໃນຮູບແບບການພັດທະນາ ໂດຍອີງໃສ່ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ, ການຫັນປ່ຽນດີຈີຕອນ ແລະ ການພັດທະນາສີຂຽວ.

ຜົນສຳເລັດເຫຼົ່ານີ້, ຢືນຢັນເຖິງການນຳພາທີ່ມີຄວາມສະຫຼາດຫຼັກແຫຼມ, ຖືກຕ້ອງ ແລະ ສ້າງສັນຂອງພັກກອມມູນິດຫວຽດນາມ ຊຶ່ງເປັນຫຼັກຖານສະແດງເຖິງຄວາມພະຍາຍາມ ຢ່າງຕໍ່ເນື່ອງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ເພື່ອບັນລຸເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ແລະ ສັງຄົມມີປະຊາທິປະໄຕ, ຍຸຕິທຳແລະ ອາລິຍະທຳ.

ສະຫາຍ ອາລຸນໄຊ ສູນນະລາດ ຍັງສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ, ການປົກຄອງ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອ, ສະໜັບສະໜູນປະເທດ ແລະ ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ບັນດາແຂວງພາກກາງ ແລະ ພາກໃຕ້ຫວຽດນາມ ຕະຫຼອດໄລຍະຜ່ານມາ; ສະແດງຄວາມຂອບໃຈສະຖານກົງສູນຫວຽດນາມ ປະຈໍານະຄອນປາກເຊ ຍາມໃດກໍໃຫ້ຄວາມຮ່ວມມື, ຊ່ວຍເຫຼືອ ແລະ ເປັນຂົວເຊື່ອມຕໍ່ຢ່າງໃກ້ຊິດ ລະຫວ່າງ 4 ແຂວງພາກໃຕ້ລາວ ກັບບັນດາແຂວງ, ນະຄອນຫວຽດນາມ.

ໃນງານສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ໂດຍສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນປາກເຊ ໄດ້ຈັດຂຶ້ນໃນບັນຍາກາດທີ່ອົບອຸ່ນ ແລະ ເຕັມໄປດ້ວຍມິດຕະພາບ ແລະ ຄວາມສາມັກຄີ. ງານດັ່ງກ່າວ ລວມມີກິດຈະກຳເຜີຍແຜ່ໂຄສະນາປະຫວັດສາດ ແລະ ວັດທະນະທຳຫວຽດນາມ, ວາງສະແດງຮູບພາບທີ່ສະແດງໃຫ້ເຫັນຈຸດທ່ອງທ່ຽວ ແລະ ຜົນສຳເລັດ ຂອງບັນດາທ້ອງຖິ່ນຫວຽດນາມ ທີ່ມີສາຍພົວພັນກັບ 4 ແຂວງພາກໃຕ້ລາວ ແລະ ບາງທ້ອງຖິ່ນຂອງພາກເໜືອ; ມີບູດແນະນຳປະເທດ, ປະຊາຊົນ, ວັດທະນະທຳ ແລະ ສິນຄ້າ OCOP ຂອງຫວຽດນາມ. ພິເສດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຮ່ວມມືລະຫວ່າງ ແຂວງແຂັງຮວ່າ ແລະ ແຂວງຈຳປາສັກ ຄົບຮອບ 20 ປີ, ແຂວງແຂັງຮວ່າ ໄດ້ສົ່ງຄະນະຜູ້ແທນຈາກພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂັງຮວ່າ ແລະ ໂຮງລະຄອນສິລະປະພື້ນເມືອງແຂວງແຂັງຮວ່າ ເພື່ອສະແດງລາຍການ ວັດທະນະທຳພິເສດ ທີ່ມີບົດເພງສັນລະເສີນຄວາມຮັກ ຕໍ່ບ້ານເກີດເມືອງນອນ ແລະ ສາຍພົວພັນພິເສດ ລະຫວ່າງ ຫວຽດນາມ - ລາວ.

ຄໍາເຫັນ

ຂ່າວການຮ່ວມມື

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ