ສຳເລັດໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພສະນາການ, ນ້ຳສະອາດ ແລະ ສຸຂາອະນາໄມໄລຍະ IV

ສຳເລັດໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພສະນາການ, ນ້ຳສະອາດ ແລະ ສຸຂາອະນາໄມໄລຍະ IV

ສຳເລັດໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພສະນາການ, ນ້ຳສະອາດ ແລະ ສຸຂາອະນາໄມໄລຍະ IV
ສຳເລັດໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພສະນາການ, ນ້ຳສະອາດ ແລະ ສຸຂານາໄມ ໄລຍະ IV ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງສາລະວັນ ໂດຍການເປັນປະທານຂອງທ່ານ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ແຄໂຣ ໂມແທນສັນ ຜູ້ອໍານວຍການອົງການແພລນສາກົນປະຈໍາ ສປປ ລາວ, ທ່ານ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບການຈັດຕັ້ງປະຕິບັດໂຄງການເຊື່ອມສານວຽກງານຮັກສາສຸຂະພາບ, ໂພສະນາການ, ນ້ຳສະອາດ ແລະ ສຸຂານາໄມໄລຍະ IV, ໂຄງການສົ່ງເສີມສຸຂະພາບ ແລະ ໂພຊະນາການທີ່ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2014 ຈົນເຖິງເດືອນ ມິຖຸນາ 2025 ຕະຫຼອດໄລຍະ 10 ກວ່າປີ. ໃນນັ້ນ, ມີ 2 ແຂວງຄື: ແຂວງອຸດົມໄຊ ແລະ ແຂວງສາລະວັນ. ສໍາລັບແຂວງສາລະວັນ ມີເມືອງສາລະວັນ ແລະ ເມືອງຕະໂອ້ຍ, ໂຄງການໄດ້ຮ່ວມກັນລະຫວ່າງອົງການແພລນສາກົນປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ, ສໍາເລັດການກໍ່ສ້າງ ແລະ ຕິດຕັ້ງອຸປະກອນ-ເຄື່ອງມືການແພດໃນສຸກສາລາ ແລະ ອາຄານແມ່ ແລະ ເດັກຈຳນວນ 40 ແຫ່ງສໍາເລັດການກໍ່ສ້າງລະບົບນ້ຳສະອາດ ເພື່ອປັບປຸງການໃຊ້ນ້ຳຂອງຊຸມຊົນຈຳນວນ 50 ແຫ່ງ, ສຳເລັດການລືບລ້າງການຖ່າຍຊະຊາຍ ແລະ ປະກາດເປັນບ້ານປອດຖ່າຍຊະຊາຍໄດ້ຈຳນວນ 272 ບ້ານ, ສຳເລັດການກໍຕັ້ງ ແລະ ຝຶກອົບຮົມຄະນະກຳມະການຊຸມຊົນເປັນເຈົ້າການດ້ານສຸຂານາໄມ ແລະ ຄຸ້ມຄອງນ້ຳສະອາດ ເພື່ອຮັບປະກັນຄວາມຍືນຍົງ. ໂຄງການນີ້, ມີບົດບາດສຳຄັນໃນການປະກາດເປັນແຂວງຢຸດຕິການຖ່າຍຊະຊາຍ ປະກອບສ່ວນເຂົ້າໃນການສົ່ງເສີມຄວາມຄືບໜ້າຂອງຊາດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG2 ແລະ SDG6), ການຈັດຕັ້ງປະຕິບັດໂຄງການແມ່ນສອດຄ່ອງກັບແຜນຍຸດທະສາດດ້ານໂພຊະນາການແຫ່ງຊາດ 2016-2020 ເປັນພື້ນຖານໃນການປັບປຸງດ້ານໂພຊະນາການ ແລະ ສາທາລະນະສຸກແບບຍືນຍົງ ປະກອບສ່ວນເຂົ້າໃນການຫຼຸດຜ່ອນການຂາດສານອາຫານ ປະເພດລວງສູງບໍ່ໄດ້ມາດຕະຖານໃນເດັກອ່ອນ ແລະ ເດັກນ້ອຍ ໂດຍເນັ້ນໃສ່ 1,000 ວັນທໍາອິດ ຂອງການມີຊີວິດ ແລະ ປັບປຸງໂພຊະນາການໃນກຸ່ມແມ່ຍິງຢູ່ໃນ 52 ບ້ານ ປະກອບສ່ວນເຂົ້າໃນເປົ້າໝາຍຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ຫຼັງຄາເຮືອນປະຕິບັດດ້ານການຮັກສາສຸຂານາໄມຕາມເງື່ອນໄຂນໍ້າສະອາດ, ສຸຂາພິບານ ແລະ ອະນາໄມດີຂຶ້ນໃນຈໍານວນ 52 ບ້ານ ເທົ່າກັບ 100%, ແມ່ຍິງ ແລະ ເດັກຍິງສາມາດປັບປຸງສະພາບໂພຊະນາການ, ສຸຂະພາບ ແລະ ປະຕິບັດດ້ານສຸຂານາໄມໄດ້ດີຂຶ້ນ ໂດຍໄດ້ຮັບການເບິ່ງແຍງ ແລະ ລ້ຽງດູຈາກຄອບຄົວ, ແມ່ຍິງຖືພາຢ່າງໜ້ອຍຈໍານວນ 1,000 ຄົນ ໄດ້ຮັບຂໍ້ມູນກ່ຽວກັບໂພຊະນາການ ແລະ ການລ້ຽງເດັກໃນ 1,000 ວັນ, ຝາກທ້ອງຢູ່ສະຖານທີ່ບໍລິການສາທາລະນະສຸກເປົ້າໝາຍຂອງໂຄງການແມ່ນມີຜົນສຳເລັດເປັນກ້າວໆ.. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງຜົນການປະເມີນໄລຍະທ້າຍໂຄງການທຽບໃສ່ຂໍ້ມູນໃນໄລຍະຕົ້ນໂຄງການຢູ່ເມືອງສາລະວັນ ແຂວງສາລະວັນ ແລະ ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ.

(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວສາທະລະນະສຸກ

ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ໃນວັນທີ 7 ກໍລະກົດ ຜ່ານມານີ້ ທີ່ຫ້ອງປະຊຸມບ້ານມ່ວງໃຕ້ ເມືອງປາກລາຍ ແຂວງໄຊຍະບູລີ, ອົງການກາແດງແຫ່ງຊາດລາວ ຮ່ວມກັບ ອົງການກາແດງແຂວງ ແລະ ເມືອງ ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກຂາດເຂີນ ຈຳນວນ 54 ຄອບຄົວ ທີ່ມາຈາກ 7 ບ້ານເປົ້າໝາຍ ຄື: ບ້ານກາງ, ບ້ານທ່ານາ, ບ້ານທ່າປໍ, ບ້ານມ່ວງເໜືອ, ບ້ານມ່ວງໃຕ້, ບ້ານດອນ ແລະ ບ້ານແຄ ລວມມູນຄ່າທັງໝົດ 43 ລ້ານກວ່າກີບ. ເປັນກຽດໃນພິທີມອບ ຂອງ ​ທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ມີ ອຳນາດການປົກຄອງແຂວງ, ຈາກອົງການກາແດງແຫ່ງຊາດລາວ, ອົງ ການກາແດງແຂວງ, ເມືອງ, ອຳນາດການປົກຄອງຕາແສງ, ບ້ານ ແລະ ພໍ່ແມ່ປະຊາຊົນທັງ 7 ບ້ານ ເຂົ້າຮ່ວມເປັນສັກຂີພິຍານ.
ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ວັນທີ່ 7 ກໍລະກົດ 2026 ທີ່ຫ້ອງປະຊຸມອົງການຊ່ວຍເຫຼືອເດັກແຂວງຫຼວງພະບາງ, ໄດ້ມີພິທີປີດຊຸດອົບຮົມ ໃຫ້ຄູ່ຮ່ວມມືຂັ້ນແຂວງ ກ່ຽວກັບການ ປ່ຽນແປງດິນຟ້າອາກາດ, ການເຮັດວຽກຮ່ວມກັບຊຸມຊົນ, ຄວາມສະເໝີພາບ ບົດບາດຍິງ-ຊາຍ ແລະຄວາມເປັນພິການ ໃນການມີສ່ວນຮ່ວມໃນສັງຄົມ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງໂວບັກເຄຍ ຢູ່ ສປປ ລາວ.
ສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນ ຂະແໜງສາທາ

ສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນ ຂະແໜງສາທາ

ກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ ແລະ ອົງການຄລິນຕັນ ເພື່ອເຂົ້າເຖິງວຽກງານການຮັກສາສຸຂະພາບ (CHAI) ປະຈໍາສປປ ລາວ (Clinton Health Access Initiative, CHAI) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນຂອງຂະແໜງສາທາລະນະສຸກຢູ່ ສປປ ລາວ ຂຶ້ນໃນວັນທີ 3 ກໍລະກົດຜ່ານມາ ທີ່ກະຊວງສາທາລະນະສຸກ.
ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ໃນວັນທີ 29 ມິຖຸນາຜ່ານມານີ້, ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີເປີດຊຸດຝຶກອົບຮົມ "ການປະເມີນຂີດຄວາມສາມາດຂອງຊຸມຊົນໃນການຮັບມືກັບໄພພິບັດ (EVCA) ແລະ ລະບົບການແຈ້ງເຕືອນໄພໃນຊຸມຊົນ (CEWS)" ຂຶ້ນທີ່ເມືອງບຸນໃຕ້ ແຂວງຜົ້ງສາລີ. ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ; ມີບັນດາຄະນະນຳ, ພະນັກງານກາແດງຂັ້ນສູນກາງ, ແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ເຂົ້າຮ່ວມ.
ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ໃນວັນທີ 29 ມິຖຸນາຜ່ານມາ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຢູ່ໂຮງໝໍແຂວງເຊກອງ ເພື່ອແນໃສ່ປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນເທື່ອລະກ້າວ.
ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

​ ໃນວັນທີ 30 ມິຖຸນານີ້, ທີ່ສະໂມສອນເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ໂດຍມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີສະເຫຼີມສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ (18/6/1965-18/6/2026) ໃນວັນທີ 19 ມິຖຸນາຜ່ານມາ, ທີ່ເມືອງລະມາມ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ເປີດເຜີຍເຖິງຄວາມພ້ອມ ແລະ ແຜນຍຸດທະສາດໃນການເຝົ້າລະວັງ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດໃນລະດູຝົນເປັນຕົ້ນແມ່ນ ໄຂ້ຍຸງລາຍ (ໄຂ້ເລືອດອອກ), ພະຍາດຖອກທ້ອງ ແລະ ພະຍາດທີ່ມັກເກີດຂຶ້ນໃນລະດູຝົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ໃນວັນທີ 16 ມິຖຸນາ 2026 ວ່າ:ໂດຍສະເພາະດ້ານກົນໄກການເຝົ້າລະວັງ ແລະ ລະບົບລາຍງານດິຈິຕອນ ແຂວງຄໍາມ່ວນ ມີຕາໜ່າງບໍລິການສາທາລະນະສຸກທັງພາກລັດ ແລະ ເອກະຊົນ ລວມ 214 ແຫ່ງ ທີ່ປະສານງານກັນຢ່າງເປັນລະບົບ ໂດຍອີງຕາມລະບົບເຝົ້າລະວັງແຫ່ງຊາດ ຕາມ 19 ອາການ/ພະຍາດ.
ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ພາຍໃຕ້ຄຳຂວັນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ, ໃຫ້ເລືອດໃຫ້ຊີວິດ” ຂຶ້ນໃນວັນທີ 11 ມິຖຸນານີ້ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ, ທັງເປັນຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຜູ້ປະຈໍາການ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮອງປະທານ ຄສລ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ ແລະ ມວນຊົນ ເຂົ້າຮ່ວມ.
ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ໃນໂອກາດວັນຜູ້ບໍລິຈາກເລືອດໂລກ ວັນທີ່ 14 ມິຖຸນາ ປະຈຳປີ 2026 ນີ້ ອົງການກາແດງແຂວງຫຼວງພະບາງ ຈະໄດ້ຈັດກິດຈະກຳປຸກລະດົມ ການບໍລິຈາກເລືອດແບບສະໝັກໃຈ ບໍ່ຫວັງສີ່ງຕອບແທນ, ໂດຍຈະຈັດຂຶ້ນທີ່ໂຮງແຮມອາວານີ ນະຄອນ ຫຼວງພະບາງ ໃນວັນທີ່ 12 ມິຖຸນາ ທີ່ຈະມາເຖີງນີ້.
ເພີ່ມເຕີມ