![]() |
ທ່ານ ອຸທິດ ທິບມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອພັດທະນາຄຸນນະພາບການສຶກສາ, ການສົ່ງເສີມຄວາມຮ່ວມມືທາງການສຶກສາລະຫວ່າງສອງປະເທດ ເປັນແຫຼ່ງຮຽນຮູ້ໃນການພັດທະນາຫຼັກສູດພາສາຫວຽດໃນສປປ ລາວ, ພວກເຮົາໄດ້ຮັບຟັງການນໍາສະເໜີກ່ຽວກັບໂຄງການ, ຫຼັກສູດ ແລະ ຊຸດປຶ້ມແບບຮຽນພາສາຫວຽດ ສໍາລັບນັກຮຽນລາວ ພ້ອມທັງແລກປ່ຽນປະສົບການ ດ້ານການຈັດການຮຽນ-ການສອນ ແລະ ການປະຕິບັດໃນສະພາບຄວາມເປັນຈິງ ເປັນພື້ນຖານສໍາຄັນໃນການປັບປຸງຄຸນນະພາບການສຶກສາ ແລະ ພັດທະນາຄູ ແລະ ຜູ້ບໍລິຫານການສຶກສາໃນອະນາຄົດ.
![]() |
ໃນນາມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາລາວມຸ່ງໝັ້ນສົ່ງເສີມການຄົ້ນຄວ້າ, ການປັບປຸງພັດທະນາທາງດ້ານວິຊາການ ແລະ ການຮ່ວມມືຢ່າງໃກ້ຊິດກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ການຝຶກອົບຮົມສາມາດນໍາໄປປະຕິບັດໄດ້ຢ່າງເປັນຮູບປະທໍາ ແລະ ເກີດຜົນປະໂຫຍດຢ່າງແທ້ຈິງຕໍ່ການພັດທະນາການສຶກສາ. ໃນພິທີໄດ້ມອບໃບຢັ້ງຢືນໃຫ້ສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ອີກດ້ວຍ.
![]() |
ຂ່າວ-ພາບ: ບົວລະພາ



ຄໍາເຫັນ