![]() |
ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ພັກປະຊາຊົນ ປະຕິວັດລາວ ຢຶດໝັ້ນ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເປັນເຂັມຊີ້ທິດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ. ພັກກຳອຳນາດ ແລະ ເປັນແກນນຳໃນລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ນຳພາປະຊາຊົນລາວບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ. ກອງປະຊຸມຄັ້ງນີ້ເປັນໂອກາດອັນດີໃຫ້ແກ່ການນຳຂັ້ນສູງ, ບັນດານັກວິທະຍາສາດ, ນັກຄົ້ນຄວ້າ ແລະ ນັກສໍາມະນາກອນ ຈາກ ສປ ຈີນ, ສສ ຫວຽດນາມ, ເນປານ ແລະ ສປປ ລາວ ໄດ້ພົບປະທຳຄວາມຮູ້ຈັກ, ສົນທະນາ, ປຶກສາຫາລື ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນກ່ຽວກັບການກຳອໍານາດຂອງບັນດາພັກການເມືອງມາກຊິດແຕ່ລະປະເທດທີ່ເຂົ້າຮ່ວມ. ຫົວຂໍ້ກອງປະຊຸມເປັນທີ່ໜ້າສົນໃຈ, ມີຄວາມໝາຍຄວາມສຳຄັນ ແລະ ສອດຄ່ອງສະພາບການຂອງໂລກທີ່ມີຄວາມຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໃນປັດຈຸບັນ.
![]() |
ທ່ານ ຊູ ຈິນ ຟາ ກ່າວວ່າ: ຈີນ-ລາວ, ຈີນ-ຫວຽດນາມ, ຈີນ-ເນປານ ເຊື່ອມໂຍງກັນດ້ວຍພູເຂົາແລະ ສາຍນ້ຳ, ບໍ່ພຽງແຕ່ເປັນເພື່ອນບ້ານທີ່ເປັນມິດເທົ່ານັ້ນ, ແຕ່ຍັງເປັນປະຊາຄົມຮ່ວມຊາຕາກໍາທີ່ຮ່ວມທຸກຮ່ວມສຸກນໍາກັນອີກດ້ວຍ. ຈີນໄດ້ຢຶດໝັ້ນການຮ່ວມກັບບັນດາປະເທດໃນນັ້ນໄດ້ກວມມີ ສປປ ລາວ, ສສ ຫວຽດນາມ, ເນປານ, ຊຸກຍູ້ລົງເລິກມິດຕະພາບອັນເປັນມູນເຊື້ອ ເພີ່ມທະວີການຮ່ວມມື, ພ້ອມກັນແກ້ໄຂບັນດາຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆ. ນີ້ບໍ່ພຽງແຕ່ແມ່ນການປະຕິບັດອຸດົມການ ແລະ ພາລະກິດຂອງພັກການເມືອງມາກຊິດເທົ່ານັ້ນ, ຍັງເປັນການຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດຊາດອີກດ້ວຍ. ກອງປະຊຸມສຳມະນາຄັ້ງນີ້, ທີ່ຈັດຂຶ້ນໃນປະເທດລາວໄດ້ໃຫ້ໂອກາດທີ່ຫາຍາກເພື່ອຮຽນຮູ້ຢ່າງໃກ້ຊິດກ່ຽວກັບປະສົບການຂອງພັກປະຊາຊົນ ປະຕິວັດລາວ ໃນດ້ານການຄຸ້ມຄອງບໍລິຫານ. ພ້ອມທັງເປັນຂົວເຊື່ອມຕໍ່ໃຫ້ແກ່ການສົນທະນາໂດຍກົງ ແລະ ການພົບປະແລກປ່ຽນຢ່າງເລິກເຊິ່ງລະຫວ່າງນັກວິຊາການຈາກປະເທດຕ່າງໆ.
ທ່ານ ເດຊານຸລາດ ແສນດວງເດດ ກ່າວວ່າ: ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ຖອດຖອນບົດຮຽນ 2 ປະເດັນຫຼັກ ຄື: ວິເຄາະເຖິງຜົນສໍາເລັດອັນພົ້ນເດັ່ນທີ່ບັນດາພັກການເມືອງມາກຊິດໄດ້ບັນລຸໃນການນຳພາ, ການບໍລິຫານການປົກຄອງ ແລະ ການພັດທະນາເສດຖະກິດ-ສັງຄົມ, ການຮັກສາສະຖຽນລະພາບທາງການເມືອງ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການເສີມຂະຫຍາຍບົດບາດໃນເວທີສາກົນ. ພ້ອມກັນນັ້ນ ກໍຮຽນຮູ້ຈາກບົດຮຽນອັນລ້ຳຄ່າທີ່ໄດ້ຈາກສິ່ງທ້າທາຍຕ່າງໆທີ່ເຄີຍປະເຊີນໜ້າໃນໄລຍະຜ່ານມາ ແລະ ຄົ້ນຄວ້າປຶກສາຫາລືກ່ຽວກັບສິ່ງທ້າທາຍໃໝ່ໆທີ່ບັນດາພັກການເມືອງມາກຊິດກຳລັງປະເຊີນຢູ່ໃນປັດຈຸບັນເຊັ່ນ: ການປ່ຽນແປງຂອງພູມິສາດການເມືອງໂລກ, ການພັດທະນາທາງດ້ານເຕັກໂນໂລຊີ, ບັນຫາສິ່ງແວດລ້ອມ ແລະ ຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນຂອງປະຊາຊົນ. ຈາກນັ້ນ ກໍພ້ອມກັນວາງທິດທາງ ແລະ ແນວທາງເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້ເພື່ອໃຫ້ບັນດາພັກການເມືອງເຫຼົ່ານີ້ສາມາດສືບຕໍ່ນຳພາປະເທດຊາດໄປສູ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ທ່ານ ຟາມ ວັນດຶກ ອະດີດຮອງປະທານສະຖາບັນວິທະຍາສາດສັງຄົມຫວຽດນາມ ທັງເປັນຮອງປະທານປະຈໍາສະມາຄົມປັດຊະຍາຫວຽດນາມ ກ່າວວ່າ: ວຽກງານການຄຸ້ມຄອງພັກບໍ່ພຽງແຕ່ແມ່ນວຽກງານຂອງອົງການຈັດຕັ້ງພັກເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກແຕ່ລະຄົນ ແລະ ຄວາມເຫັນດີເຫັນພ້ອມຂອງທົ່ວສັງຄົມ. ຂໍພຽງແຕ່ເມື່ອພັກມີຄວາມໂປ່ງໃສ, ເຂັ້ມແຂງ, ປະຊາທິປະໄຕ, ວິທະຍາສາດ ແລະ ໃກ້ຊິດຕິດແທດກັບປະຊາຊົນຢ່າງແທ້ຈິງຈຶ່ງສາມາດພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງໄດ້. ໃນກອງປະຊຸມຍັງໄດ້ເຊັນບົດບັກທຶກຂໍ້ຕົກລົງ (Memorandum Of AgreementMOA) ລະຫວ່າງ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ກັບຄະນະລັດທິມາກ ມະຫາວິທະຍາໄລກວາງຊີ ຊຶ່ງຕາງໜ້າເຊັນ ໂດຍ ທ່ານ ນາງ ສົມຄິດ ບູລິດຳ ຄະນະບໍດີ ຄະນະວິທະຍາສາດສັງຄົມ ມຊ ແລະ ທ່ານ ຊູ ຈິນຟາ ກໍາມະການພັກມະຫາວິທະຍາໄລກວາງຊີ ແລະ ຜູ້ຊ່ວຍອະທິການບໍດີ ມະຫາວິທະຍາໄລກວາງຊີທັງເປັນຄະນະບໍດີ ຄະນະລັດທິມາກ ມະຫາວິທະຍາໄລກວາງຊີ ສປ.ຈີນ.
(ຂ່າວ-ພາບ: ແສງຈັນ)
ຄໍາເຫັນ