ສຳມະນາການຮ່ວມມືດ້ານກະສິກໍາ ແລະ ແກ້ໄຂຄວາມທຸກຍາກຢ່າງຖືກເປົ້າໝາຍລາວ-ຈີນ

ສຳມະນາການຮ່ວມມືດ້ານກະສິກໍາ ແລະ ແກ້ໄຂຄວາມທຸກຍາກຢ່າງຖືກເປົ້າໝາຍລາວ-ຈີນ
ກອງປະຊຸມສໍາມະນາການຮ່ວມມືດ້ານກະສິກໍາ ແລະ ການແກ້ໄຂຄວາມທຸກຍາກຢ່າງຖືກເປົ້າໝາຍລາວ-ຈີນ ໄດ້ມີຂຶ້ນໃນວັນທີ 7 ທັນວາ ຜ່ານມາ ທີ່ ໂຮງແຮມແລນມາກໃນໂອກາດກອງປະຊຸມສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ II, ໂດຍການເປັນປະທານຂອງທ່ານ ຈິນ ເວີນ ເສິງ ຫົວໜ້າສູນຄົ້ນຄວ້າເສດຖະກິດຊົນນະບົດ, ກະຊວງກະສິກໍາ ແລະ ຊົນນະບົດ ສປ ຈີນ ແລະ ມີຂະແໜງການກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
     ກອງປະຊຸມຄັ້ງນີ້, ໄດ້ລາຍງານກ່ຽວກັບການຄົ້ນຄວ້າກະສິກໍາ ແລະ ເປົ້າໝາຍຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ ຈາກສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດຂອງ ສປປ ລາວ, ລາຍງານການພັດທະນາດ້ານກະສິກໍາຈີນທີ່ຢູ່ຕ່າງປະເທດ, ລາຍງານການສົ່ງເສີມການພັດທະນາຄຸນນະພາບກະສິກໍາຂອງລາວ ຈາກບໍລິສັດ ອາຊີ-ໂປຕັດ  ອິນເຕີເນຊັນນໍ ອິນເວສເມັນ, ລາຍງານບົດຮຽນການພັດທະນາຢູ່ ສປປ ລາວ ຂອງກຸ່ມບໍລິສັດ ໂລໂວນ ຄອນສະຕຣັດຊັນ ມາຊີນເນຣີ ກຣຸບ ແລະ ການສະເໜີບົດຮຽນການຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມທຸກຍາກຂອງຂະແໜງການຈໍານວນໜຶ່ງລາວ ແລະ ຈີນ.
     ທ່ານ ສົມນຶກ ສຸວັດ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ກ່າວວ່າ: ຂະແໜງການຕົນ ມີຍຸດທະສາດການຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ຮອດ 2025 ແລະ ວິໄສທັດ ເຖິງ 2030 ໂດຍປະຕິບັດການຄົ້ນຄວ້າແບບປະສົມປະສານເພື່ອການພັດທະນາ. ຄຽງຄູ່ກັນນີ້, ສກປພ ໄດ້ຮ່ວມມືຢ່າງຕັ້ງໜ້າກັບບັນດາສະຖາບັນພາຍໃນ ແລະ ຕ່າງປະເທດ ລວມທັງມະຫາວິທະຍາໄລຕ່າງໆ ໃນການຄົ້ນຄວ້າ ແລະ ພັດທະນາວຽກງານກະສິກໍາ-ປ່າໄມ້ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະໄດ້ມີການຮວ່ມມື ແລະ ເຊັນບົດບັນທຶກ ຄວາມເຂົ້າໃຈ ກັບບັນດາສະຖາບັນ, ມະຫາວິທະຍາໄລຕ່າງໆ, ໃນນີ້ມີ ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າວິທະຍາສາດກະສິກຳ-ປ່າໄມ້ ຂອງ ສປ ຈີນ ຫຼາຍແຫ່ງເຊັ່ນ: Yunnan Academy of Agricultural Sciences (YAAS), Guangxi Academy of Agricultural Sciences (GXAAS), Guangxi Institute of Standards and Technology (GXIST), Yuanye Company , Kunming institute of Botany (KIB) , ວິທະຍາໄລ ວິຊາຊີບເຕັກນິກກະສິກໍາ ແຂວງກວາງຊີ ທີ່ກຳລັງຈັດຕັ້ງປະຕິບັດ ໂຄງການສູນທົດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ, ສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກຳ ແລະ ໂຄງການອື່ນໆອີກ. ອີງຕາມແຜນຍຸດທະສາດການຄົ້ນຄວ້າ ແລະ ການຮ່ວມມືດັ່ງກ່າວຂ້າງເທິງນັ້ນ ສກປພ ໄດ້ສາມາດຄົ້ນຄວ້າພັດທະນາແນວພັນພືດ, ພັນສັດໃໝ່ຫຼາຍແນວພັນເຊັ່ນ: ແນວພັນເຂົ້າ, ມັນຕົ້ນ ແລະ ສາລີ ທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ນໍ້າຖວ້ມ, ແຫ້ງແລ້ງ ແລະ ພະຍາດ-ສັດຕູພືດ. ພ້ອມນີ້ກໍໄດ້ຄົ້ນຄວ້າບັນດາເຕັກນິກຕ່າງໆ ເພື່ອສະໜອງໃຫ້ຊາວກະສິກອນເຂດຊົນນະບົດໃນເຂດຫ່າງໄກສາມາດປູກ ແລະ ບໍລິໂພກ ເປັນການປະກອບສ່ວນແກ້ໄຂຄວາມທຸກຍາກ.
                   (ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ສປປ ລາວ ແລະ ທະນາຄານພັດທະນາອາຊີ ສະເຫຼີມສະຫຼອງການຮ່ວມມື ຄົບຮອບ 60 ປີ

ສປປ ລາວ ແລະ ທະນາຄານພັດທະນາອາຊີ ສະເຫຼີມສະຫຼອງການຮ່ວມມື ຄົບຮອບ 60 ປີ

ໃນຕອນແລງຂອງວັນທີ 26 ມີນາ ນີ້ ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ຂຶ້ນ ໂດຍໃຫ້ກຽດຕາງໜ້າຈາກທັງສອງຝ່າຍມີ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານ ທະນາຄານພັດທະນາອາຊີ ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານຸທູດ, ພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ແລະ ແຂກຖືກເຊີນ ເຂົ້າຮ່ວມໃນພິທີດັ່ງກ່າວ.
ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບ ທູດ ສສ ຫວຽດນາມ

ທ່ານ ລິນຄຳ ດວງສະຫວັນ ຕ້ອນຮັບ ທູດ ສສ ຫວຽດນາມ

ໃນວັນທີ 26 ມີນາ ນີ້ ທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ສະຫາຍ ຫົວໜ້າ ຄຕພ ຕ້ອນຮັບ ທູດ ສ ກູບາ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ

ສະຫາຍ ຫົວໜ້າ ຄຕພ ຕ້ອນຮັບ ທູດ ສ ກູບາ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 71 ປີ

ໃນຕອນເຊົ້າວັນທີ 26​ມີນາ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ໃຫ້ການຕ້ອນຮັບ ສະຫາຍ ນາງ ​ເອັກ​ນາ ​​ເວ​ຍ ວາລ​ເດດ​ສ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ ກູ​ບາ ປະ​ຈຳ​ ສ​ປ​ປ ລາວພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22/3/1955-22/3/2025).
ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ສະໂລເວນີ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງ ຕໍ່ ປະທານາທິບໍດີ ສາທາລະນະລັດ ສະໂລເວນີ

ຫວ່າງບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ແຫ່ງສາທາລະນະລັດ ສະໂລເວນີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ນາງ ນາຕາຊາ ເພຍ ມູຊາ (Nataša Pirc Musar) ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລເວນີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລເວນີ, ໂດຍມີສໍານັກງານຕັ້ງຢູ່ນະຄອນຫຼວງວຽນນາ ປະເທດໂອຕຣິດ.
ຄະນະຜູ້ແທນເມືອງລ້າ ແລກປ່ຽນບົດຮຽນດ້ານວິຊາການຢູ່ເມືອງ​ພຽງ

ຄະນະຜູ້ແທນເມືອງລ້າ ແລກປ່ຽນບົດຮຽນດ້ານວິຊາການຢູ່ເມືອງ​ພຽງ

ໃນວັນທີ 24 ມີນານີ້, ຄະນະຜູ້ແທນເມືອງລ້າ ແຂວງສິບສອງພັນນາ ສປ ຈີນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນດ້ານວິຊາການ ຢູ່ບໍລິສັດ ລາວ-ຈີນຢົງຮຸ່ຍ ພັດທະນາກະສິກຳຈຳກັດຜູ້ດຽວ ບ້ານໂພນສະຫວ່າງ ເມືອງ​ພຽງ ແຂວງໄຊຍະບູລີ, ຊຶ່ງນຳໂດຍ ທ່ານ ຕົງ ຊົງຢານ ຮອງຫົວໜ້າຫ້ອງການ-ການຄ້າເມືອງລ້າ ພ້ອມດ້ວຍຄະນະ, ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ເສນ ພັັນລັກ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ບໍລິສັດ ລາວ-ຈີນຢົງຮຸ່ຍ ພັດທະນາກະສິກຳຈຳກັດຜູ້ດຽວ.
ງານລ້ຽງຕ້ອນຮັບຄະນະຜູ້ແທນ ສສກ ເນື່ອງໃນໂອກາດກິດຈະກຳແລກປ່ຽນມິດຕະພາບລາວ-ຈີນ ທີ່ມີມົນສະເໜ່ ແຂວງຢຸນນານ

ງານລ້ຽງຕ້ອນຮັບຄະນະຜູ້ແທນ ສສກ ເນື່ອງໃນໂອກາດກິດຈະກຳແລກປ່ຽນມິດຕະພາບລາວ-ຈີນ ທີ່ມີມົນສະເໜ່ ແຂວງຢຸນນານ

ຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ໄດ້ຈັດງານລ້ຽງຕ້ອນຮັບຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ເນື່ອງໃນໂອກາດກິດຈະກຳແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ ທີ່ມີມົນສະເໜ່ ແຂວງຢຸນນານ ຂຶ້ນໃນວັນທີ 24 ມີນານີ້ ທີ່ແຂວງຢຸນນານ ນະຄອນຄຸນໝິງ ສປ ຈີນ ໂດຍມີທ່ານ ປອງດອງ ປະຊາພັກດີ ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນຄຸນໝິງ, ທ່ານ ອຸ່ນ ຈືສົງ ຮອງຫົວໜ້າຫ້ອງການພົວພັນການຕ່າງປະເທດ ແຂວງຢຸນນານ, ພ້ອມດ້ວຍບັນດາຄະນະອໍານວຍການໂຮງຮຽນ, ຄູ-ອາຈານ, ນັກຮຽນ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນຫຼຽວໂຕ, ໂຮງຮຽນມັດທະຍົມສຶກສາສົມບູນນສັນຕິພາບ ແຂວງຫຼວງພະບາງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການນໍາ ແຂວງຄໍາມ່ວນ ຕ້ອນຮັບການເຂົ້າອວຍພອນ ຂອງກົງສູນໃຫຍ່ຫວຽດນາມ

ການນໍາ ແຂວງຄໍາມ່ວນ ຕ້ອນຮັບການເຂົ້າອວຍພອນ ຂອງກົງສູນໃຫຍ່ຫວຽດນາມ

ວັນທີ 25 ມີນານີ້, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງ ແຂວງຄໍາມ່ວນ ພ້ອມດ້ວຍພະແນກການກ່ຽວຂ້ອງໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ດັ່ງ ທິ ຮ່າຍເຕີມ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະ ເຂົ້າອວຍພອນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້. ພ້ອມກັນນັ້ນ ກໍໄດ້ຖືໂອກາດນີ້ກ່າວອໍາລາພາຍຫຼັງທີ່ສໍາເລັດການປະຕິບັດໜ້າທີ່ຢູ່ລາວ.
ຊາວກະສິກອນ ແຂວງພາກເໜືອ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ

ຊາວກະສິກອນ ແຂວງພາກເໜືອ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ

ວັນທີ່ 26 ມີນານີ້ ທີ່ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນ ຄວາມສາມາດປັບໂຕກັບການປ່ຽນແປງດິນຟ້າອາກາດ (CSA) ລະຫວ່າງ ຊາວກະສິກອນບັນດາ ແຂວງພາກເໜືອ (ຫຼວງພະບາງ, ອຸດົມໄຊ, ຫົວພັນ, ຜົ້ງສາລີ, ຊຽງຂວາງ) ໂດຍເປັນປະທານຮ່ວມຂອງ ທ່ານ ບຸນມີ ສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ, ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຊ່ຽວຊານ ແລະ ຜູ້ຕາງໜ້າໂຄງການ-ຄູ່ຮ່ວມງານຫຼາຍພາກສ່ວນ ທີ່ເຮັດວຽກກ່ຽວກັບກະສິກຳ, ການປັບໂຕເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຊົນນະບົດທົ່ວພາກເໜືອຂອງລາວ, ລວມທັງຊາວກະສິກອນ ເຂົ້າຮ່ວມ.
ວາງສະແດງຮູບພາບການຮ່ວມມື ຊາວໜຸ່ມຫວຽດນາມ - ລາວ ແລະ ວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ

ວາງສະແດງຮູບພາບການຮ່ວມມື ຊາວໜຸ່ມຫວຽດນາມ - ລາວ ແລະ ວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ

ງານວາງສະແດງຮູບພາບກ່ຽວກັບກິດຈະກຳການຮ່ວມມືຂອງຄະນະຊາວໜຸ່ມສາຍພົວພັນຄວາມສາມັກຄິພິິເສດຫວຽດນາມ-ລາວ ແລະ ຄົບຮອບ 95 ປີວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດຂຶ້ນໃນວັນທີ 25 ມີນາ ຜ່ານມານີ້ ທີ່ສະຖານທູດຫວຽດນາມປະຈໍາລາວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.
10 ປີແຫ່ງການຮ່ວມແຮງຮ່ວມໃຈຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ກ້າວໄປສູ່ອະນາຄົດ  ດ້ວຍການຂີ່ເຮືອລໍາດຽວທີ່ຮ່ວມສຸກ, ຮ່ວມທຸກນຳກັນ

10 ປີແຫ່ງການຮ່ວມແຮງຮ່ວມໃຈຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ: ກ້າວໄປສູ່ອະນາຄົດ ດ້ວຍການຂີ່ເຮືອລໍາດຽວທີ່ຮ່ວມສຸກ, ຮ່ວມທຸກນຳກັນ

ທ່ານ ຫວາງອີ້ ກໍາມະການກົມການເມືອງສູນກາງພັກ ແລະ ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ ໄດ້ມີຄຳເຫັນວ່າ: ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມກັບບັນດາທ່ານສະເຫຼີມສະຫຼອງການເປີດກອງປະຊຸມຜູ້ນຳຄັ້ງປະຖົມມະລືກຂອງຂໍ້ລິເລີ່ມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 10 ປີ. ຂໍຖືໂອກາດນີ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດເພື່ອນມິດທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຕະຫຼອດໄລຍະຜ່ານມາ, 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດື່ມນ້ຳສາຍດຽວກັນ, ຊາຕາກໍາມີຄວາມຜູກພັນກັນຢ່າງແໜ້ນແຟ້ນ.
ເພີ່ມເຕີມ