![]() |
ຣາຊະອານາຈັກ ຮາຊິມິດ ຊອກດານີ ໄດ້ຮັບເອກະລາດໃນວັນທີ 25 ພຶດສະພາ 1946 ຈາກປະເທດອັງກິດ ຊຶ່ງປະກອບມີ 12 ແຂວງ, ມີນະຄອນຫຼວງຊື່ວ່າອຳມານ (Amman), ເປັນ 1/56 ປະເທດທີ່ມີລາຍຮັບສູງປານກາງ (Upper-Middle-Income Economy). ຮາຊິມິດ ຊອກດານີ ມີລະບົບການປົກຄອງໂດຍມີກະສັດເປັນປະມຸກລັດ ແລະ ນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານ; ມີເນື້ອທີ່ທັງໝົດ 89,342 ກິໂລຕາແມັດ; ຕັ້ງຢູ່ອາຊີຕາເວັນຕົກ, ມີຊາຍແດນທາງບົກຕິດກັບ 5 ປະເທດຄື: ອາຣັບບີ ຊາອຸດິດ, ຊີຣີ, ອີຣັກ, ປາແລັດສະຕິນ ແລະ ອິດສະຣາແອນ; ມີປະຊາກອນ ປະມານ 11,680,000 ຄົນ; ພາສາທາງການ: Arabic ແລະ ນໍາໃຊ້ພາສາອັງກິດຢ່າງກວ້າງຂວາງ, 92% ຖືສາສະໜາ Muslim ແລະ 6% ຖືສາສະໜາ Christians ຊຶ່ງອາໄສຢູ່ນະຄອນຫຼວງ, 01% Shia ຫຼື Sufi ແລະ ອີກ 1% ຖືສາສະໜາອື່ນໆ ແລະ ໃຊ້ສະກຸນເງິນ: Jordanian Dinar (JOD). ລາຍໄດ້ສະເລ່ຍແຫ່ງຊາດ (GDP (nominal)) ປະມານ 50.62 ຕື້ໂດລາ (2023) ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນ 4,850 ໂດລາ (2023). ທ່າແຮງດ້ານເສດຖະກິດມີ ສິນຄ້າສົ່ງອອກທີ່ສຳຄັນຄື: ເຄື່ອງນຸ່ງຫົ່ມ, ປຸ໋ຍ, ວັດຖຸເຄມີເຮັດຈາກໂປຕັດຊຽມ (Potash), ເກືອກົດຟອສຟໍ (Phosphates), ຜັກ, ຢາປົວພະຍາດ. ສິນຄ້ານຳເຂົ້າ: ນໍ້າມັນດິບ, ເຄື່ອງຈັກ, ອຸປະກອນຂົນສົ່ງ, ເຫຼັກ ແລະ ພືດປະເພດເມັດ ເຊັ່ນ: ເຂົ້າ, ສາລີ ແລະ ອື່ນໆ.
![]() |
ຣາຊະອານາຈັກ ຮາຊິມິດ ຊອກດານີ ໄດ້ເຂົ້າເປັນສະມາຊິກຂອງອົງການ ສປຊ ໃນວັນທີ 14 ທັນວາ 1950 ໂດຍຈັດຢູ່ໃນກຸ່ມພາກພື້ນອາຊີ-ປາຊີຟິກ, ເຄີຍໄດ້ຮັບການເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ 3 ຄັ້ງ ໃນປີ 1965-1968, 1962-1983 ແລະ 2014-2015; ສະພາເສດຖະກິດ-ສັງຄົມ 5 ຄັ້ງໃນປີ 1961-1963, 1974-1976, 1980-1982, 1989- 1991, 1996-1998; ແລະ ສະພາສິດທິມະນຸດ 1 ຄັ້ງໃນປີ 2006-2012" ແລະ ຍັງມີການເຄື່ອນໄຫວຢ່າງຫ້າວຫັນໃນນາມເປັນສະມາຊິກຂອງກຸ່ມ NAM and ກຸ່ມ G77 and China.
![]() |
ໃນໂອກາດດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນຄືນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆໃນຕໍ່ໜ້າ, ລວມທັງການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີສາກົນ. ປັດຈຸບັນ, ສປປ ລາວ ພວມເຮັດໜ້າທີ່ເປັນສະມາຊິກສະພາບໍລິຫານອົງການອຸຍນີເຊັບ ແລະ ສະພາບໍລິຫານງານກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs). ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ເປັນການປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດກັບຕ່າງປະເທດເພີ່ມຂຶ້ນເປັນ 152 ປະເທດ ໃນທົ່ວໂລກ.
ຂ່າວ: ກະຊວງການຕ່າງປະເທດ



ຄໍາເຫັນ