ສ້າງຕັ້ງສະມາຄົມສົ່ງເສີມການທ່ອງທ່ຽວ ລາວ-ຈີນ

ສ້າງຕັ້ງສະມາຄົມສົ່ງເສີມການທ່ອງທ່ຽວ ລາວ-ຈີນ
ກອງປະຊຸມ ສ້າງຕັ້ງສະມາຄົມສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທໍາ ລາວ - ຈີນ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 19 ກຸມພາ ນີ້ ທີ່ ໂຮງແຮມ ເລີ ທາດຫຼວງ ດໍ ບູຕິກ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງແລະພະນັກງານກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ); ມີພາກສ່ວນທີ່ກ່ຽວຂ້ອງຈາກກະຊວງ ຖວທ ແລະ ກະຊວງພາຍໃນ; ມີບັນດາທ່ານໃນຄະນະຂົນຂວາຍ ພ້ອມດ້ວຍບັນດາສະມາຊິກສະມາຄົມເຂົ້າຮ່ວມ.
ທ່ານ ສາລີ ພິມພິນິດ ຄະນະຂົນຂວາຍສ້າງຕັ້ງສະມາຄົມດັ່ງກ່າວ ໄດ້ລາຍງານສະພາບກ່ຽວກັບຂະບວນການກະກຽມສ້າງຕັ້ງສະມາຄົມດັ່ງກ່າວ ຊຶ່ງປະກອບດ້ວຍ 3 ເນື້ອໃນຕົ້ນຕໍ ຄື: ທ່າແຮງ, ປັດໄຈ ແລະ ເງື່ອນໄຂໃນການສ້າງຕັ້ງສະມາຄົມ; ຂະບວນການກະກຽມ; ຜົນປະໂຫຍດທີ່ຈະໄດ້ຮັບ ແລະ ຄວາມມຸ່ງໝັ້ນໃນການດໍາເນີນງານ ໃຫ້ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານລາວ ທີ່ໄດ້ກໍານົດວຽກງານທ່ອງທ່ຽວ ເປັນວຽກງານບຸລິມະສິດໜຶ່ງທີ່ສໍາຄັນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງໃນໄລຍະຜ່ານມາ ລັດຖະບານໄດ້ລົງທຶນມະຫາສານ ເພື່ອກໍ່ສ້າງພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກ ແລະຝຶກອົບຮົມບຸກຄາລະກອນ, ພ້ອມທັງການຮ່ວມມືກັບສາກົນ ໃນຫຼາຍຂອບການຮ່ວມມື ທັງເວທີພາກພື້ນ ແລະເວທີສາກົນ ເພື່ອສົ່ງເສີມການທ່ອງທ່ຽວລາວ ອອກສູ່ສາກົນ ແລະ ມີຜົນສໍາເລັດເປັນກ້າວໆຕະຫຼອດມາ. ເວົ້າສະເພາະການສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວຈີນ ແມ່ນມີທ່າແຮງ ແລະ ກາລະໂອກາດທີ່ເອື້ອອໍານວຍທີ່ສຸດ ເພາະວ່າ ສປປ ລາວ ແລະ ສປ ຈີນ ມີຊາຍແດນ, ມີແມ່ນໍ້າ ແລະ ສາຍພູຕິດຈອດກັນ, ການຄົມມະນາຄົມລະຫວ່າງສອງປະເທດນັບມື້ໄດ້ຮັບການພັດທະນາທັງທາງບົກ, ທາງອາກາດ ແລະ ທາງນໍ້າ ໂດຍສະເພາະຢ່າງຍິ່ງແມ່ນການເຊື່ອມຈອດກັນດ້ວຍເສັ້ນທາງລົດໄຟຄວາມໄວສູງທີ່ໄດ້ເປີດບໍລິການການໄປມາຫາສູ່ ແລະ ການທ່ອງທ່ຽວລະຫວ່າງສອງປະເທດໄດ້ສອງປີກວ່າຜ່ານມາ. “ສອງປະເທດລາວ ແລະ ຈີນ ມີມູນເຊື້ອແຫ່ງຄວາມສໍາພັນເໝືອນຍາດພີ່ນ້ອງມາແຕ່ບູຮານນະການ, ມີການຊ່ວຍເຫຼືອຊຶ່ງກັນແລະກັນໃນທຸກຍຸກທຸກສະໄໝ.ຕະຫຼາດນັກທ່ອງທ່ຽວຈີນເປັນຕະຫຼາດໃຫຍ່ ແລະ ຂະຫຍາຍຕົວຢ່າງວ່ອງໄວ, ໃນປີ 2010 ມີຈໍານວນ 57,4 ລ້ານເທື່ອຄົນ, ມາໃນປີ 2019 ໄດ້ເພີ່ມຂຶ້ນເຖິງ 169 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 3 ເທົ່າ (300%) ທຽບໃສ່ປີ 2010. ນັກທ່ອງທ່ຽວຈີນ ຍັງເປັນຕະຫຼາດນັກທ່ອງທ່ຽວ ທີ່ມີລາຍຈ່າຍສູງເປັນອັນດັບໜຶ່ງຂອງໂລກ ຄືໃນປີ 2019 ມີລາຍຈ່າຍເຖິງ 255 ຕື້ໂດລາ ນັກທ່ອງທ່ຽວຈີນ ແມ່ນກຸ່ມຕະຫຼາດນັກທ່ອງທ່ຽວສາກົນທີ່ສໍາຄັນຕໍ່ການທ່ອງທ່ຽວຂອງ ສປປ ລາວ ກໍຄືການທ່ອງທ່ອງຂອງຂົງເຂດອາຊີ-ປາຊີຟິກ ແລະ ພາກພື້ນອື່ນໆ. ສໍາລັບແຜນການຕ້ອນຮັບນັກທ່ອງທ່ຽວຈີນ ປີ 2023-2025 ຂອງກະຊວງ ຖວທ; ບັນດາຂໍ້ມູນ ແລະ ສະຖິຕິດ້ານການທ່ອງທ່ຽວຂອງລາວ, ຂອງຈີນ ກໍຄືຂອງພາກພື້ນແລະສາກົນ. ໄປຄຽງຄູ່ກັນນັ້ນ ກໍໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າບັນດານິຕິກໍາທີ່ກ່ຽວຂ້ອງ ໂດຍສະເພາະນິຕິກໍາກ່ຽວກັບສະມາຄົມ, ໃນນັ້ນມີດໍາລັດຂອງລັດຖະບານ ວ່າດ້ວຍສະມາຄົມ ສະບັບເລກທີ 238/ລບ, ລົງວັນທີ 11 ສິງຫາ 2017 ແລະ ຄໍາແນະນໍາຂອງກະຊວງພາຍໃນກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍສະມາຄົມ ສະບັບເລກທີ 05/ພນ, ລົງວັນທີ 11 ຕຸລາ 2017.
    ທ່ານ ສາລີ ພິມພິນິດ ກ່າວຕື່ມວ່າ: ພາຍຫຼັງສະມາຄົມສົ່ງເສີມການທ່ອງທ່ຽວດ້ານວັດທະນະທໍາລາວ-ຈີນ ໄດ້ຮັບການສ້າງຕັ້ງ ແລະ ດໍາເນີນການເຄື່ອນໄຫວວຽກງານ, ສະມາຄົມຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະແໜງການທ່ອງທ່ຽວຂອງລາວ ຊຶ່ງຄາດວ່າຈະນໍາເອົາຜົນປະໂຫຍດຫຼາຍດ້ານ ຄື: (1)ການຄຸ້ມຄອງ - ຊີ້ນໍາຂອງພາກລັດ ຕໍ່ບັນດາຫົວໜ່ວຍທຸລະກິດທີ່ບໍລິການນັກທ່ອງທ່ຽວຈີນ ໂດຍຜ່ານສະມາຄົມ ຈະມີຄວາມສະດວກ, ວ່ອງໄວ; ເຮັດໃຫ້ການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດຖືກຕ້ອງຕາມລະບຽບກົດໝາຍ, ສະກັດກັ້ນການບໍລິການນອກລະບົບ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆ; (2) ຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນລະດັບຜູ້ຈັດການໃນການບໍລິຫານ - ບໍລິການການທ່ອງທ່ຽວໃຫ້ເປັນມືອາຊີບ ໂດຍຜ່ານເວທີສໍາມະນາ, ຝຶກອົບຮົມ ແລະ ທັດສະນະສຶກສາຢູ່ ສປ ຈີນ; (3) ສະມາຄົມສົ່ງເສີມການທ່ອງທ່ຽວດ້ານວັດທະນະທໍາລາວ-ຈີນ ຈະກາຍເປັນເຄື່ອງມື ແລະ ກົນໄກສໍາລັບການພົວພັນ ແລະ ສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ, ໂດຍສະເພາະໃນວຽກງານການໂຄສະນາດຶງດູດນັກທ່ອງທ່ຽວຈີນມາຍັງ ສປປ ລາວ; (4) ຄາດວ່າຈໍານວນນັກທ່ອງທ່ຽວຈີນທີ່ຕັດສິນໃຈເດີນທາງມາທ່ຽວລາວຈະເພີ່ມຂຶ້ນ ດ້ວຍຈັງຫວະແບບກະໂດດຂັ້ນ ຊຶ່ງຈະເປັນການປະກອບສ່ວນສ້າງລາຍຮັບຂອງການທ່ອງທ່ຽວ ລາວເປັນຢ່າງດີ.
    ພ້ອມນີ້ກອງປະຊຸມໄດ້ຕົກລົງເລືອກເອົາທ່ານ ສາລີ ພິມພິນິດ ເປັນປະທານສະມາຄົມສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທໍາ ລາວ - ຈີນ; ທ່ານ ນາງ ສີສະໄໝ ຫຼວງຈັນດາວົງ  ຮອງປະທານ;  ທ່ານ ບຸນລັບ ດວງພູມີ ກໍາມະການ ແລະ ຄະນະກວດກາຂອງສະມາຄົມສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທໍາ ລາວ - ຈີນ 3 ທ່ານ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ