ກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັນລະຫວ່າງສານປະຊາຊົນ

ສານແຂວງສະຫວັນນະເຂດ-ກວາງຈິ ແລກປ່ຽນບົດຮຽນດ້ານຕ່າງໆຮ່ວມກັນ

ສານແຂວງສະຫວັນນະເຂດ-ກວາງຈິ ແລກປ່ຽນບົດຮຽນດ້ານຕ່າງໆຮ່ວມກັນ
ໃນວັນທີ 19 ພະຈິກຜ່ານມາ, ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັນລະຫວ່າງສານປະຊາຊົນແຂວງສະຫວັນນະເຂດ ສປປ ລາວ

 ແລະ ສານປະຊາຊົນແຂວງ ກວາງຈິ ສສ ຫວຽດນາມ, ຝ່າຍແຂວງສະຫວັນນະເຂດນໍາໂດຍ ທ່ານ ວົງວິໄລ ຈິດປະເສີດ ຮັກສາການປະທານສານປະຊາຊົນແຂວງ, ຝ່າຍແຂວງ ກວາງຈິ ນໍາໂດຍ ທ່ານ ເລຮົງ ກວາງ ຄະນະປະຈຳພັກແຂວງ ຜູ້ພິພາກສາຊັ້ນສູງ ປະທານສານປະຊາຊົນແຂວງ, ມີບັນດາພະນັກງານຈາກທັງ 2 ຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ວົງວິໄລ ຈິດປະເສີດ ໄດ້ລາຍງານ ສະພາບລວມການປະຕິບັດວຽກງານໂດຍສັງເຂບ ຮູ້ວ່າ: ຕະຫຼອດໄລຍະຂອງການປະຕິບັດບົດບັນທຶກ ຊ່ວຍຈໍາທີ່ສ້າງຂຶ້ນໃນປີ 2003 ນັ້ນກໍຖືວ່າເປັນໄລຍະ 21 ປີ ທີ່ສານປະຊາຊົນທັງ 2 ແຂວງໄດ້ຜັດປ່ຽນກັນໄປມາຄື: ສານປະຊາຊົນ ແຂວງກວາງຈິມາເຄື່ອນໄຫວ 16 ຄັ້ງ ລວມທັງຄັ້ງນີ້ ແລະ ສານປະຊາຊົນແຂວງສະຫວັນນະເຂດໄດ້ໄປເຄື່ອນໄຫວຢູ່ສານແຂວງກວາງຈິ 15 ຄັ້ງ. ຕະຫຼອດໄລຍະການພົບປະແລກປ່ຽນໃນແຕ່ລະຄັ້ງນັ້ນ ລ້ວນແຕ່ແມ່ນສາຍພົວພັນມິດຕະພາບ ພິເສດລະຫວ່າງ ສອງປະເທດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງສານປະຊາຊົນ ສອງແຂວງ.

ໃນໄລຍະ 1 ປີຜ່ານມາ ສານປະຊາຊົນແຂວງສະຫວັນນະເຂດ ແລະ ສານປະຊາຊົນເຂດສາມາດພິຈາລະນາແກ້ໄຂຄະດີ ຄື: ສາມາດພິຈາລະນາແກ້ໄຂຄະດີທີ່ເຂົ້າມາຍັງສານຂັ້ນຕົ້ນໄດ້ 760 ເລື່ອງ, ເທົ່າ 75.17% ຂອງຄະດີທັງໝົດ 1,011 ເລື່ອງ. ໃນນັ້ນ, ມີການຂໍອຸທອນ 42 ເລື່ອງ, ເທົ່າກັບ 5.52% ຂອງຄະດີທີ່ແກ້ໄຂໄດ້ທັງໝົດ.

ຈາກນັ້ນ, ທ່ານ ເລຮົງກວາງ ກໍ່ໄດ້ກ່າວຂອບໃຈຕໍ່ທ່ານ ວົງວິໄລ ຈິດປະເສີດ ກໍຄືພະນັກງານ ທັງໝົດພາຍໃນສານປະຊາຊົນ ແຂວງສະຫວັນນະເຂດ ທີ່ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ກ່າວລາຍງານສະພາບຂອງການ ປະຕິບັດວຽກງານສານປະຊາຊົນ ພາຍໃນແຂວງກວາງ. ຈາກນັ້ນ, ທັງ 2 ຝ່າຍກໍໄດ້ ປຶກສາຫາລື ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ເພື່ອປັບປຸງການປະສານວຽກ ງານ ຮ່ວມກັນໃຫ້ມີຄວາມສະດວກ ວ່ອງໄວ ແລະ ທັນເວລາ ພ້ອມທັງ ເປັນການປັບປຸງວຽກງານດ້ານວິຊາສະເພາະໃຫ້ມີຄວາມສອດຄ່ອງ ແລະ ເໝາະສົມກັບສະພາບຄວາມ ເປັນຈິງ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການຮ່ວມມື

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ລະຫວ່າງວັນທີ 2-4 ພຶດສະພາ ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ
ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້
ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ໃນວັນທີ 4 ພຶດສະພາ ຜ່ານມາ ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງເລຂາອາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ກອງປະຊຸມພົບປະ ສາຫາລື ແລະ ແລກປ່ຽນ ກ່ຽວກັບການຈັດສັນ ຈາລະຈອນພາຫະນະຄົມມະນາຄົມ ແລະ ການເຂົ້າອອກ ຂອງພົນລະເມືອງ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ ໃນໄລຍະທີ່ນະຄອນດານັງ ຈັດຕັ້ງປະຕິບັດ ການລົງທຶນໂຄງການກໍ່ສ້າງຍົກລະດັບເສັ້ນທາງແຫ່ງຊາດ 14D ລະຫວ່າງ ຄະນະເຮັດວຽກແຂວງເຊກອງ ສປປ ລາວ ແລະ ຄະນະເຮັດວຽກ ນະຄອນດານັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ທ່ຽວ ຫວຽດ ຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຈູລາຍ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ໃນວັນທີ 5 ພຶດສະພາ ນີ້ ທີ່ ທຳນຽບປະທານາທິບໍດີແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ກິບຣານ ຣາຄາບຸຫມິງ ຣາຄາ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນໂດເນເຊຍຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026.
ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

​ ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ ທ່ານ ພັນໂທ ໂພສະຫວັນ ພິມມະວົງ ຫົວໜ້າພະແນກແຜນການສັງລວມ, ຮສຮ ກະຊວງປ້ອງກັນປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ:
ກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າ

ກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າ

ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ທະນາຄານພັດທະນາອາຊີ (ADB), ໄດ້ຈັດກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າໂດຍຜ່ານການເສີມ ສ້າງສະຖາບັນ ແລະ ການສ້າງຄວາມສາມາດພາຍໃນຂະແໜງການນໍ້າໃນຕົວເມືອງ,ໂດຍການເປັນ ປະທານ ຮ່ວມຂອງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮອງຫົວໜ້າກົມນໍ້າປະປາ ກະຊວງໂຍທາ ທິການ ແລະ ຂົນສົ່ງ, ທ່ານ ນາງ ນິຕາ ໂພເດຄວ ຫົວໜ້າຂະແໜງນໍ້າ ແລະ ການພັດທະນາຕົວເມືອງ ທະນາຄານພັດທະນາອາຊີ ADB, ມີບັນດາລັດວິສາຫະກິດນໍ້າປະປາແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ແລະ ສ ອິນໂດເນເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສປປ ລາວ ແລະ ສ ອິນໂດເນເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສຸກິໂອໂນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
GAMCILຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງຕໍ່ສື່ມວນຊົນ​ລາວ

GAMCILຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງຕໍ່ສື່ມວນຊົນ​ລາວ

​ ໂຄງ​ການ​ແກມ​ຊິວ (GAMCIL) ຈັດ​ຝຶກ​ອົບ​ຮົມໃຫ້​ແກ່​ນັກ​ຂ່າວ​ທົ່ວ​ປະ​ເທດ ພາຍ​ໃຕ້​ຫົວ​ຂໍ້ ”ລາຍ​ງານ​ຂ່າວ​ບັນ​ຫາ​ສີ​ຂຽວ”ຂຶ້ນໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້ ທີ່​ນະ​ຄອນຫຼວງ​ພະ​ບາງ ແຂວງຫຼວງພະບາງ, ໃຫ້ກຽດເປັນປະທານ ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມ ນັກຂ່າວ, ທ່ານ ບຸນເພັງ ທຳມະວົງ ຫົວໜ້າບໍລິຫານແຜນງານໂຄງການອາວຸໂສ ອົງການແຄຣ໌ ລາວ, ມີແຂກຖືກເຊີນ ພ້ອມ​ດ້ວຍຄະນະສະມາຄົມນັກຂ່າວ,ຄູຝຶກ ແລະ ນັກ​ຂ່າວ​ທົ່ວ​ປະ​ເທດ​ເຂົ້າຮ່ວມ.
ເພີ່ມເຕີມ