![]() |
ໃນພິທີ, ຄະນະຈັດຕັ້ງໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກສະບັບເລກທີ 407/ຄລສພ, ລົງວັນທີ 14 ມີນາ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ບຳນານສານປະຊາຊົນແຂວງຜົ້ງສາລີ ທີ່ມີຜົນງານ,ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ ຈຳນວນ 3 ສະຫາຍ, ໃຫ້ກຽດຂຶ້ນມອບໂດຍສະຫາຍ ອິກ ເພັງສະໝຸດ ແລະ ກ່າວຮັບໂດຍສະຫາຍ ສະມາຊິກພັກບຳນານສານປະຊາຊົນແຂວງຜົ້ງສາລີ ຕາມລຳດັບ.
![]() |
ໃນພິທີດັ່ງກ່າວ, ເລຂາຊາວໜຸ່ມສານປະຊາຊົນແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 310/ສຊປລ, ລົງວັນທີ 4 ເມສາ 2025 ວ່າດ້ວຍການມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບຸກຄົນແຂວງຜົ້ງສາລີທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃນໄລຍະຜ່ານມາ, ໃຫ້ກຽດຂຶ້ນມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວໂດຍສະຫາຍ ຄຳເລີດ ອຸ່ນນະຄຳ ຮອງເລຂາໜ່ວຍພັກ ຮອງປະທານສານປະຊາຊົນແຂວງ ຂຶ້ນຮັບບັນດາສະຫາຍຜູ້ທີມີຜົນງານໃນການປະກອບສ່ວນວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຕາມລຳດັບ.
(ຂ່າວ: ນ. ວຽງສະຫວັນ)
ຄໍາເຫັນ