ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ
ລັດຖະບານຕ້ອງສຸມໃສ່ແກ້ໄຂຂໍ້ຄົງຄ້າງທາງດ້ານກົນໄກ, ຂອດອຸດຕັນ, ລະບອບລະບຽບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,ໃນຂະນະດຽວກັນຕ້ອງເຊື່ອມສານເຂົ້າໃນຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X.

 

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ,ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກດ້ານເສດຖະກິດ ແລະ ການເງິນໃນໄລຍະ 5ປີ(2021-2025) ແລະ ທິດທາງໃນຕໍ່ໜ້າ,ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 12 ພະຈິກນີ້,ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ສົມມາດ ພົນເສນາ ໄດ້ສະສະແດງຄວາມຊົມເຊີຍຕໍ່ລັດຖະບານສາມາດເກັບລາຍຮັບໄດ້ 18.43% ຂອງ GDP (ມະຕິສະພາ 17% ຂອງ GDP), ເນື່ອງຈາກສາມາດປະຕິບັດມາດຕະການຫັນເປັນທັນສະໄໝໃນການເກັບລາຍຮັບມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ, ຊຶ່ງສອດຄ່ອງກັບຫຼັກການຫັນເປັນມືອາຊີບເປັນບາດກ້າວທີ່ເປັນຮູບປະທຳດີຂຶ້ນ,ຄຸ້ມຄອງກະແສເງິນຕາ ຈາກການສົ່ງອອກສິນຄ້າ ໃຫ້ກັບຄືນສູ່ປະເທດ ສາມາດບັນລຸໄດ້ 72,46% (ມະຕິສະພາ ບໍ່ຫຼຸດ 70% ຂອງມູນຄ່າສົ່ງອອກ),ຄັງສຳຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າໄດ້ 5.28 ເດືອນ (ມະຕິສະພາ ສາມາດກຸ້ມການນຳເຂົ້າບໍ່ຫຼຸດ 3 ເດືອນ), ອັດຕາສ່ວນການສົ່ງອອກຜະລິດຕະພັນກະສິກໍາ ບັນລຸໄດ້ 31.49% (ມະຕິສະພາ 30% ຂອງມູນຄ່າສົ່ງອອກຜະລິດຕະພັນກະສິກຳທັງໝົດ),ຜະລິດທົດແທນການນໍາເຂົ້າຫົວອາຫານສັດ ປະຕິບັດໄດ້ 77% ຂອງຄວາມຕ້ອງການພາຍໃນທັງໝົດ ປີ 2025 (ມະຕິສະພາ 70% ຂອງການສະໜອງຫົວອາຫານສັດຢູ່ຕະຫຼາດພາຍໃນ),ການຜະລິດທົດແທນການນໍາເຂົ້າ ຝຸ່ນຊີວະພາບ ປະມານ 50% (ມະຕິສະພາ 50% ຂອງການສະໜອງຝຸ່ນຊີວະພາບຢູ່ຕະຫຼາດພາຍໃນ),ການຜະລິດຊີມັງສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ.

ເພື່ອສືບຕໍ່ເປັນແຜນວຽກບູລິມະສິດທີ່ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົງ 5 ປີ ຄັ້ງທີ X (2026-2030) ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດທິດທາງແຜນການດັ່ງກ່າວ ໃຫ້ມີຈຸດສຸມ, ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ,ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 10 ສິງຫາ 2021 ແລະ ສະບັບເລກທີ 111/ສພຊ, ລົງວັນທີ 21 ພະຈິກ 2023 ໂດຍການ ເຊື່ອມສານເຂົ້າໃນຄາດໝາຍສູ້ຊົນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030),ສຸມໃສ່ແກ້ໄຂຂໍ້ຄົງຄ້າງທາງດ້ານກົນໄກ, ຂອດອຸດຕັນ, ລະບອບລະບຽບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃຫ້ດີຂຶ້ນ,ປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ໃຫ້ເຫັນໄດ້ຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ,ບົດຮຽນທີ່ຖອດຖອນໄດ້ເພື່ອຄົ້ນຄວ້າສ້າງເປັນແຜນການລະອຽດຂອງບັນດາຂະແໜງການທີ່ກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດຢ່າງກົມກຽວ ແລະ ເປັນເອກະພາບ.

(ຂ່າວ:ສຳນານ,ພາບ:ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ທ່ານໄຊ​ສົມ​ພອນພົມ​ວິ​ຫານປະທານສະພາແຫ່ງຊາດ ເນັ້ນໃຫ້ສະມາຊິກສະພາ ແຫ່ງຊາດ(ສສຊ) ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ(2021-2025) ຂອງລັດຖະບານຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດເຮົາໃນປັດຈຸບັນ,ຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າໃຫ້ເຊື່ອມສານເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ X.
ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025 ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

ໃນໄລຍະ 5 ປີຜ່ານມາ ລັດຖະບານ ໄດ້ຊຸກຍູ້ການຜະລິດກະສິກຳ ຄໍ້າປະກັນສະບຽງອາຫານ ເພື່ອການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ຊຶ່ງສາມາດຜະລິດສະບຽງອາຫານໄດ້ທັງໝົດສະເລ່ຍ 6.75 ລ້ານໂຕນຕໍ່ປີ ເທົ່າກັບ 96% ຂອງແຜນການ.
ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ v ຂອງອົງຄະນະພັກ ສານປະຊາຊົນສູງສຸດ (ສປສສ)ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025 , ພາຍໃຕ້ການເປັນປະທານຂອງສະຫາຍ ນ. ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ຄະນະປະຈຳພັກ ແລະ ຄະນະພັກ ເຂົ້າຮ່ວມ
ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ປະ​ກອບ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານໂດຍ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານເອົາໃຈໃສ່ແກ້ໄຂບັນ​ຫາຄວາມຫຍຸ້ງດ້ານເສດຖະກິດ-ການເງິນ, ການເປັນຢູ່ຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ການແກ້ໄຂເງິນເຟີ້, ການສໍ້ລາດບັງຫຼວງ,ການຂາດແຄນຄູສອນ.
ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດ IX,ໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານນາງສູນ​ທອນໄຊ​ຍະ​ຈັກຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ໂດຍ​ສະ​ເພາະກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມແລະການ​ຄຸ້ມ​ຄອງ​ການ​ລົງ​ທຶນ.
ສສຊ ສະເໜີລັດຖະບານ ກວດກາເບິ່ງຄືນແຫຼ່ງລາຍຮັບງົບປະມານ

ສສຊ ສະເໜີລັດຖະບານ ກວດກາເບິ່ງຄືນແຫຼ່ງລາຍຮັບງົບປະມານ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 11ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍບັນຫາສຳຄັນ.
ສສຊ ເຂດ 9 ສະເໜີ ລັດຖະບານພິຈາລະນາ ຈໍາກັດໃນການນໍາເຂົ້າ ສິນຄ້າຟູມເຟືອຍ

ສສຊ ເຂດ 9 ສະເໜີ ລັດຖະບານພິຈາລະນາ ຈໍາກັດໃນການນໍາເຂົ້າ ສິນຄ້າຟູມເຟືອຍ

ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກ 2025 ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນ ຕໍ່ບົດລາຍງານຂອງລັດຖະບານໂດຍສະເພາະກ່ຽວກັບການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP).
ສຳເລັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ຄັ້ງທີ 2 ສະໄຫມທີ່ VIII.

ສຳເລັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ຄັ້ງທີ 2 ສະໄຫມທີ່ VIII.

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງພຽງ ແຂວງໄຊຍະບູລີ ຄັ້ງທີ 2 ສະໄຫມທີ່ VIII ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້ທີຫ້ອງປະຊຸມຂອງເມືອງໂດຍການເປັນປະທານຂອງສະຫາຍ ນາງ ເພັດດາວອນ ສຸກຜາລີ ກໍາມະການພັກເມືອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງເມືອງໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ດາວັນ ພະວົງຈິດ ຮອງເລຂາພັກເມືອງຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີແຂກຖືກເຊີນເຂົ້າຮ່ວມ.
ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ແກ້ໄຂຫຼາຍບັນຫາ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນ ເງິນຕາ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນການປີ 2026 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 10 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ເພີ່ມເຕີມ