ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ

ສະພາບການພັດທະນາເຂດເສດຖະກິດພິເສດ ໃນໄລຍະຜ່ານມາ

ສະພາບການພັດທະນາເຂດເສດຖະກິດພິເສດ ໃນໄລຍະຜ່ານມາ
ໂດຍ:ວັນໄຊ ຕະວິນຍານ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຫຂສພ) ແມ່ນກົງຈັກການຈັດຕັ້ງໜຶ່ງ, ມີພາລະບົດບາດ ເປັນເສນາທິການໃຫ້ກະຊວງແຜນການ ແລະ ການລົງທຶນ ໃນການຄຸ້ມຄອງບັນດາເຂດເສດຖະກິດພິເສດໃນຂອບເຂດ ທົ່ວປະເທດ.

 ສ່ວນຢູ່ຂັ້ນທ້ອງຖິ່ນ ບ່ອນທີ່ມີເຂດເສດຖະກິດພິເສດຕັ້ງຢູ່ ແມ່ນໄດ້ຈັດຕັ້ງເປັນຄະນະຄຸ້ມຄອງເຂດຢູ່ແຂວງ ແລະ ນະຄອນຫຼວງວຽງຈັນ ມີຖານະເທົ່າພະແນກການຂອງແຂວງ ເປັນຜູ້ບໍລິຫານຄຸ້ມຄອງເຂດເສດຖະກິດພິເສດ ຕາມສິດ ແລະ ພາລະບົດບາດທີ່ໄດ້ກໍານົດໄວ້ ໃນດໍາລັດວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 188/ລບ, ລົງວັນທີ 7 ມິຖຸນາ 2018.

ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການ ສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ໃຫ້ຂໍ້ມູນວ່າ:ການຈັດຕັ້ງເຂດເສດຖະກິດພິເສດ ຢູ່ ສປປ ລາວ ໄດ້ເລີ່ມມາແຕ່ປີ 2003 ເປັນຕົ້ນມາ ແລະມີນັກລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃນປີ 2016.

ມາຮອດປັດຈຸບັນ,ທົ່ວປະເທດ ມີເຂດເສດຖະກິດພິເສດທັງໝົດ 21 ເຂດ, ຕັ້ງຢູ່ໃນ 7 ແຂວງ.ເປັນການປະກອບສ່ວນຕໍ່ກັບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດເວົ້າລວມ. ເວົ້າສະເພາະໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດເປັນຈໍານວນບໍ່ໜ້ອຍຊຶ່ງມາຮອດປັດຈຸບັນ,ມີບໍລິສັດເຂົ້າມາຈົດທະບຽນ ລົງທຶນທັງຫມົດ 1.643 ບໍລິສັດ(ພາຍໃນ 218 ບໍລິສັດ, ຕ່າງປະເທດ 1.350 ບໍລິສັດ, ບໍລິສັດຮ່ວມທຶນພາຍໃນ ແລະ ຕ່າງປະເທດ 75 ບໍລິສັດ) ໄດ້ຈັດຕັ້ງປະຕິບັດຕົວຈິງປະມານ 700 ກວ່າບໍລິສັດ, ນອກຈາກນັ້ນຍັງມີຫົວໜ່ວຍທຸລະກິດຂະໜາດນ້ອຍ-ກາງ ເຂົ້າມາລົງທຶນໃນຂະແໜງການຄ້າ, ການບໍລິການເຖິງ 3.000 ກວ່າຫ້າງຮ້ານ; ສ່ວນໃຫຍ່ເປັນບໍລິສັດທີ່ ມາຈາກ ສປ ຈີນ, ຍີ່ປຸ່ນ, ແດນມາກ, ຝຣັ່ງ, ໄທ ແລະ ອື່ນໆ, ມີທຶນຈົດທະບຽນປະມານ 20 ຕື້ກວ່າໂດລາ ແລະ ແຜນການລົງທຶນທັງໝົດ66 ຕື້ກວ່າໂດລາ.ສ້າງລາຍຮັບເຂົ້າງົບປະມານທັງໝົດ 1.300 ລ້ານກວ່າກີບ, ໃນນີ້ຫຼາຍກວ່າໝູ່ແມ່ນມາຈາກອາກອນ,ໄດ້ຮັບຈາກການມອບເໝົາກິດຈະການກາຊີໂນ, ຄ່າສໍາປະທານທີ່ດິນ, ການຖືຮຸ້ນຂອງລັດ, ອາກອນມູນຄ່າເພີ່ມ, ອາກອນ ເງິນເດືອນ ແລະ ຄ່າທໍານຽມ-ຄ່າບໍລິການຕ່າງໆ.

ບໍລິສັດຜູ້ມາລົງທຶນໄດ້ນໍາເຂົ້າສິນຄ້າ,ວັດຖຸດິບ ແລະ ອຸປະກອນການກໍ່ສ້າງມູນຄ່າ 9,82 ຕື້ກວ່າໂດລາ. ສ່ວນການສົ່ງອອກ ແມ່ນມີ ມູນຄ່າທັງໝົດ3,35 ຕື້ກວ່າໂດລາ, ການສົ່ງອອກ ແມ່ນມາຈາກ 4 ເຂດ ສ່ວນໃຫຍ່ເປັນຊິ້ນສ່ວນເອເລັກໂຕຣນິກ,ເລນແວ່ນຕາ,ກ້ອງຖ່າຍຮູບນິຄອນ,ຜະລິດຕະພັນເຄື່ອງນຸ່ງຫົ່ມ, ວິກຜົມ, ເຄື່ອງຫຼິ້ນເດັກນ້ອຍ ແລະ ອື່ນໆ ໂດຍສະເລ່ຍການສົ່ງອອກ ປະມານ 400-500 ລ້ານໂດລາຕໍ່ປີ ແລະ ຈະມີທ່າອ່ຽງເພີ່ມຂຶ້ນໄປເລື້ອຍໆ.

ສິ່ງສໍາຄັນການລົງທຶນຢູ່ເຂດພິເສດໄດ້ປະກອບສ່ວນ GDP ລວມຂອງປະເທດໃນປີ 2013 ເທົ່າກັບ 0,3% (ມູນຄ່າ 146 ຕື້ກີບ), ປີ 2014 ເທົ່າ ກັບ 1% (ມູນຄ່າ 921 ຕື້ກີບ), ປີ 2015 ເທົ່າກັບ 0,72% (ມູນຄ່າ 845 ຕື້ກີບ) ແລະ 2016 ເທົ່າກັບ 0,85% (ມູນຄ່າ 1.099 ຕື້ກີບ), ສິ່ງພົ້ນເດັ່ນແມ່ນຢູ່ເຂດບໍ່ເຕ່ນແດນງາມ, ສາມຫຼ່ຽມຄໍາ, ບຶງ ທາດຫຼວງ, ກວມລວມໄຊເຊດຖາ ແລະ ເຂດອື່ນໆ. ນອກຈາກນັ້ນ,ເຂດພິເສດຍັງໄດ້ສ້າງສະໜາມບິນສາກົນ ແຂວງບໍ່ແກ້ວ, ລະບົບການຂົນສົ່ງ-ຄ່ຽນຖ່າຍສິນຄ້າ ICD ມີຈໍານວນ 2 ແຫ່ງ, ທ່າບົກ Dryportຈໍານວນ 3 ແຫ່ງ ທີ່ໄດ້ ມາດຕະຖານສາກົນ ອັນໄດ້ເຮັດໃຫ້ການຂົນສົ່ງສິນຄ້າຢູ່ ສປປ ລາວ ມີລາຄາຖືກລົງ, ສະດວກ ແລະ ປອດໄພ ເປັນຕົ້ນ: ຢູ່ເຂດສະຫວັນ-ເຊໂນ, ເຂດບໍ່ເຕ່ນແດນງາມ, ເຂດວຽງຈັນໂລຈີສຕິກ, ເຂດທ່າແຂກ ແລະ ເຂດວັງ ເຕົ່າ-ໂພນທອງ ແຂວງຈໍາປາສັກ;

ທັງໄດ້ສ້າງວຽກເຮັດງານທໍາທັງໝົດ84.540 ຄົນ (ລາວ 38.544 ຄົນ ແລະ ຕ່າງປະເທດ 45.996 ຄົນ) ສ່ວນ ໃຫຍ່ເປັນແຮງງານຈີນ ແລະ ມຽນມາ ທີ່ເຂົ້າມາພັດທະນາພື້ນຖານໂຄງລ່າງຢູ່ເຂດສາມຫຼ່ຽມຄໍາ ແລະ ບໍ່ເຕ່ນແດນ ງາມ). ສ່ວນແຮງງານລາວ ແມ່ນເຮັດວຽກໃນຂະແໜງອຸດສາຫະກໍາ ສ່ວນໃຫຍ່ຢູ່ເຂດສະຫວັນ-ເຊໂນ, ກວມ ລວມໄຊເຊດຖາ, ການຄ້າວຽງຈັນ-ໂນນທອງ ແລະ ເຂດພິເສດປາກເຊ-ຍີ່ປຸ່ນ; ພ້ອມກັນນີ້,ຍັງໄດ້ສ້າງຜົນປະໂຫຍດທາງອ້ອມ ໃຫ້ແກ່ປະຊາຊົນເຂດອ້ອມຂ້າງໂຄງການ ໂດຍສະເພາະການນໍາໃຊ້ພື້ນຖານໂຄງລ່າງ ທີ່ຜູ້ພັດທະນາເຂດກໍ່ສ້າງເຊັ່ນ: ເສັ້ນທາງພາຍໃນ ແລະ ເຊື່ອມຕໍ່ເຂົ້າຫາເຂດ, ລະບົບໄຟຟ້າ ແລະ ນໍ້າປະປາ.ສ້າງອາຊີບທີ່ຕິດພັນກັບການພັດທະນາເຂດ ໂດຍສະເພາະການສະໜອງ ແລະ ຜະລິດຕະພັນ ສະບຽງອາຫານ ໃຫ້ແກ່ບັນດາໂຮງງານທີ່ຕັ້ງຢູ່ພາຍໃນເຂດ ແລະ ການບໍລິການອື່ນໆໃຫ້ແກ່ເຂດ; ການພັດທະນາເຂດເສດຖະກິດພິເສດ ແມ່ນເປັນການນໍາໃຊ້ເນື້ອທີ່ດິນຈໍານວນໜ້ອຍ ແຕ່ພັດທະນາຢ່າງມີຈຸດສຸມ ແລະ ມີປະສິດທິຜົນທາງດ້ານເສດຖະກິດ, ສ້າງມູນຄ່າເພີ່ມທາງດ້ານທີ່ດິນ ຢູ່ເຂດຫ່າງໄກສອກຫຼີກ, ເຂດຮົກເຮື້ອ ໃຫ້ມີມູນຄ່າສູງຂຶ້ນ. ການຊົດເຊີຍ ໃນໄລຍະຜ່ານມາ ສ່ວນໃຫຍ່ແມ່ນນໍາໃຊ້ທຶນຮອນຂອງຜູ້ພັດທະນາ ພາຍຫຼັງ ໝົດອາຍຸສໍາປະທານ ແມ່ນຈະໄດ້ມອບຄືນໃຫ້ລັດຖະບານ.

ສໍາລັບທິດທາງແຜນການໃນຕໍ່ໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຈະສືບຕັ້ງໜ້າປະເມີນການຈັດຕັ້ງປະຕິບັດສັນຍາ ຂອງບັນດາເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດໃຫ້ໄດ້ດີຍິ່ງຂຶ້ນ, ເຂດໃດບໍ່ມີຄວາມຄືບໜ້າແມ່ນຈະໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອດໍາເນີນ ມາດຕະການຕາມຂັ້ນຕອນທາງດ້ານກົດຫມາຍ. ສ່ວນເຂດໃດທີ່ບໍ່ມີຄວາມຄືບໜ້າ ກໍຈະຊຸກຍູ້ ແລະ ແກ້ໄຂ ບັນຫາຄົງຄ້າງຕ່າງໆ ເພື່ອເຮັດແນວໃດໃຫ້ບັນດາເຂດດັ່ງກ່າວ ໄດ້ເປັນຕົວແບບໃນການພັດທະນາ ໃນອະນາຄົດ. ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມ

ຄໍາ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ໂດຍສະເພາະການປະກອບບຸກຄະລາກອນ ເຂົ້າໄປປະຈໍາການຢູ່ເຂດດັ່ງກ່າວ ເພື່ອເຮັດໜ້າທີ່ໃນການ ຄຸ້ມຄອງບໍລິຫານຕາມກົນໄກຂອງພາກລັດ.ປະສານສົບທົບກັບພາກສ່ວຕ່າງໆທີ່ກ່ຽວຂ້ອງ ຈັດເກັບລາຍຮັບເຂົ້າງົບປະມານຂອງລັດໃຫ້ໄດ້ຫຼາຍຂຶ້ນ ໂດຍສະເພາະລາຍຮັບການຖືຮຸ້ນຂອງລັດ 20% ໃນເນື້ອທີ 827 ເຮັກຕາ, ການໂອນຮຸ້ນກິດຈະການກາຊີໂນ, ການເກັບຄ່າສໍາປະທານທີ່ດິນຂອງເຂດສາມຫຼ່ຽມ

ຄໍາ ແລະ ຄ່າສໍາປະທານຂອງເຂດພັດທະນາໃໝ່ສີທັນດອນ. ພ້ອມດຽວກັນ ຈະເລັ່ງແກ້ໄຂ ຫຼື ໄລ່ລຽງການຖືຮຸ້ນຂອງລັດ 25% ຢູ່ເຂດພັດທະນາກວມລວມໄຊເຊດຖາ, 30% ຢູ່ເຂດປາກເຊ-ຍີ່ປຸ່ນ, 30% ຢູ່ຈຸດ B ແລະ ຈຸດ C ຂອງເຂດສະຫວັນ-ເຊໂນ. ສືບຕໍ່ແກ້ໄຂບັນຫາທີ່ດິນບາງເຂດ ທີ່ຍັງມີຄວາມຊັກຊ້າ ແລະ ຊຸກຍູ້ໃຫ້ມີການພັດທະນາໃນເນື້ອທີ່ ທີ່ໄດ້ມີການຊົດເຊີຍແລ້ວ ເພື່ອເປັນການຫຼີກລ່ຽງບໍ່ໃຫ້ມີການຈັບຈອງ ແລະ ເສຍໂອກາດໃນການພັດທະນາ;ຈະຮີບຮ້ອນສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ຜູ້ລົງທຶນ ກໍຄືຜູ້ປະກອບການຢູ່ພາຍໃນເຂດ ເພື່ອສະໜອງແຮງງານລາວເຂົ້າເຂດໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ, ພ້ອມທັງສົ່ງເສີມປະຊາຊົນ ຫຼື ຫົວໜ່ວຍທຸລະກິດຂະ

ໜາດນ້ອຍ-ກາງຂອງລາວ ໃຫ້ມີຜົນປະໂຫຍດ ແລະ ມີສ່ວນຮ່ວມຈາກການ ພັດທະນາເຂດໃຫ້ຫຼາຍຂຶ້ນ ໂດຍສະເພາະ ການສະໜອງສິນຄ້າ ແລະ ບໍລິການເຂົ້າເຂດໃຫ້ຫຼາຍຂື້ນກວ່າເກົ່າ.ເລັ່ງປັບປຸງຮ່າງແຜນຍຸດທະສາດການພັດທະນາເຂດເສດຖະກິດພິເສດ ແຕ່ປີ 2025-2030 ແລະ ວິໄສທັດ ຮອດປີ 2040 ໃຫ້ສໍາເລັດ.

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ