![]() |
ທ່ານ ອໍາໄພ ກິນດາວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ໄດ້ກ່າວເປີດພິທີຢ່າງເປັນທາງການ ໂດຍໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ແລະ ຜົນສໍາເລັດອັນໃຫຍ່ຫຼວງແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນຕະຫຼອດ 50 ປີ ຜ່ານມາ, ພ້ອມທັງໄດ້ຍົກໃຫ້ເຫັນບາດກ້າວການຂະຫຍາຍຕົວຂອງເສດຖະກິດ, ການຄ້າ, ການລົງທຶນ, ໂຄງລ່າງພື້ນຖານ, ພະລັງງານ, ໂທລະຄົມມະນາຄົມ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ພ້ອມນັ້ນ, ທ່ານທູດ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດດ້ານການຕ່າງປະເທດ, ຊຶ່ງປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 151 ປະເທດໃນໂລກ ແລະ ບົດບາດອັນພົ້ນເດັ່ນຂອງປະເທດລາວໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມທີ່ສໍາຄັນຂອງພາກພື້ນ ແລະ ສາກົນ, ໂດຍສະເພາະຜົນສໍາເລັດຂອງ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ ຄັ້ງທີ 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ ໃນປີ 2024 ຜ່ານມາ.
ໃນດ້ານການພົວພັນ ລາວ ແລະ ຍີ່ປຸ່ນ, ທ່ານທູດ ໄດ້ແຈ້ງໃຫ້ຊາບວ່າ ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ແຕ່ວັນທີ 5 ມີນາ 1955 ແລະ ປີນີ້ເປັນປີ ຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນໄດ້ຈັດສົ່ງອາສາສະໝັກຍີ່ປຸ່ນມາປະຕິບັດໜ້າທີ່ຢູ່ປະເທດລາວ. ຕະຫຼອດ 7 ທົດສະວັດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ໃນເດືອນມັງກອນ 2025, ສອງປະເທດໄດ້ຍົກລະດັບການພົວພັນຈາກ “ຄູ່ຮ່ວມຍຸດທະສາດ” ຂຶ້ນເປັນ "ຄູ່ຮ່ວມຍຸດທະສາດຮອບດ້ານ", ຊຶ່ງສະແດງເຖິງໝາກຜົນການຮ່ວມມືໃນທຸກຂົງເຂດທັງດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ ແລະ ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ. ດ້ານການເມືອງ, ສອງປະເທດມີການແລກປ່ຽນການຢ້ຽມຢາມຂອງຜູ້ນຳຂັ້ນສູງເປັນປົກກະຕິ. ໃນນັ້ນ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມຍີ່ປຸ່ນເພື່ອເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີ ທີ່ຈັດໂດຍສໍານັກໜັງສືພິມ Nikkei ໃນເດືອນພຶດສະພາ 2025 ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມເຮັດວຽກ ຢູ່ຍີ່ປຸ່ນ ຢ່າງເປັນທາງການ ໃນເດືອນມັງກອນ 2025. ຍິ່ງໄປກວ່ານັ້ນ, ການສະເດັດຢ້ຽມຢາມ ສປປ ລາວ ຂອງສົມເດັດເຈົ້າຍິງ ໄອໂກະ(Aiko) ແຕ່ວັນທີ 17-21 ພະຈິກ 2025 ໄດ້ເປັນເຫດການໜຶ່ງທີ່ມີຄວາມໝາຍປະຫວັດສາດຢ່າງຍິ່ງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ, ຊຶ່ງການຢ້ຽມຢາມດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍພາຍໃຕ້ຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເລິກເຊິ່ງຍິ່ງຂຶ້ນ, ໂດຍສະເພາະຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ກໍຄືການເປີດຖ້ຽວບິນໂດຍກົງລະຫວ່າງສອງປະເທດໃນອະນາຄົດ. ໃນດ້ານການພົວພັນຮ່ວມທາງເສດຖະກິດ, ຍີ່ປຸ່ນຍັງຄົງເປັນປະເທດໃຫ້ການຊ່ວຍເຫຼືອດ້ານການພັດທະນາອັນດັບຕົ້ນໆໃຫ້ແກ່ ສປປ ລາວ ແລະ ຈັດຢູ່ອັນດັບທີ 14 ຂອງການລົງທຶນໂດຍກົງຈາກຕ່າງປະເທດ, ຄຽງຄູ່ກັບການແລກປ່ຽນປະຊາຊົນສອງຊາດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ທ່ານທູດ ຍັງໄດ້ແຈ້ງໃຫ້ຊາບຕື່ມວ່າ ສປປ ລາວ ໄດ້ເຂົ້າຮ່ວມງານວາງສະແດງ Osaka EXPO 2025 ຢູ່ແຂວງໂອຊາກາ, ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພິເສດ, ສົມເດັດອົງມົງກຸດຣາຊະກຸມມານ Akishino ແລະ ເຈົ້າຊາຍ Hisahito ໄດ້ສະເດັດຢ້ຽມຊົມຫໍວາງສະແດງຂອງລາວ ຢູ່ Osaka EXPO 2025.
ໃນພິທີສະເຫຼີມສະຫຼອງວັນຊາດລາວຄັ້ງນີ້, ທ່ານ ນາງ KUNIMITSU Ayano, ຮອງລັດຖະມົນ ຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ຕາງໜ້າໃຫ້ແກ່ລັດຖະບານຍີ່ປຸ່ນກ່າວຄຳເຫັນຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ. ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວ ພ້ອມດ້ວຍທ່ານທູດ ທີ່ເຮັດໃຫ້ການຢ້ຽມຢາມປະເທດລາວ ຂອງ ເຈົ້າຍິງ Aiko ມີຜົນສຳເລັດຢ່າງຈົບງາມ ແລະ ຍັງໄດ້ກ່າວເຖິງຄວາມສຳຄັນຂອງເມືອງມໍລະດົກໂລກຫຼວງພະບາງ ທີ່ເຈົ້າຍິງ Aiko ໄດ້ສະເດັດຢ້ຽມຢາມ ແລະ ຫວັງວ່າຈະມີນັກທ່ອງທ່ຽວຊາວຍີ່ປຸ່ນຢ້ຽມຢາມປະເທດລາວຫຼາຍຂຶ້ນໃນອະນາຄົດ. ພ້ອມນີ້, ທ່ານ ນາງ KUNIMITSU ໄດ້ຢືນຢັນວ່າ, ຍີ່ປຸ່ນຈະສືບຕໍ່ສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າໃນການສ້າງສະຖຽນລະພາບດ້ານການເງິນ ແລະ ບັນລຸການພັດທະນາເສດຖະກິດທີ່ມີຄຸນນະພາບ ແລະ ເປັນເຈົ້າຕົນເອງ, ພ້ອມທັງຈະເພີ່ມທະວີການເຈລະຈາລະຫວ່າງສອງປະເທດເພື່ອຮັກສາ ແລະ ເສີມສ້າງລະບຽບການສາກົນທີ່ເສລີ ແລະ ເປີດກວ້າງບົນພື້ນຖານຫຼັກນິຕິທຳ. ທ່ານ ນາງ KUNIMITSU ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງການຈັດສົ່ງອາສາສະໝັກຍີ່ປຸ່ນມາລາວ ຄົບຮອບ 60 ປີ, ຊຶ່ງມາເຖິງປັດຈຸບັນມີ 1,110 ຄົນໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ.
ພ້ອມດຽວກັນນີ້, ທ່ານ ນາງ TSUCHIYA Shinako, ປະທານສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ໄດ້ຂຶ້ນກ່າວຄໍາເຫັນຍົກຈອກຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ລາວ- ຍີ່ປຸ່ນ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນໃນທຸກຂົງເຂດ, ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ເຄື່ອນໄຫວປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມື ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງສະຖານທູດລາວຄັ້ງນີ້ໄດ້ດໍາເນີນໄປດ້ວຍບັນຍາກາດອົບອຸ່ນ ແລະ ໄມຕີຈິດມິດຕະພາບ, ຊຶ່ງພິທີມີການສະແດງຟ້ອນ ແລະ ເປົ່າແຄນຂອງນັກສຶກສາລາວ. ນອກນີ້ອ້ອມຂ້າງງານຍັງມີບູດວາງສະແດງຜົນງານສິລະປະກຳຮູບແຕ້ມ, ຮູບປັ້ນຂອງສິນລະປິນລາວ ແລະ ຍີ່ປຸ່ນ, ບູດກາເຟລາວ, ບູດເບຍລາວ, ບູດເຫຼົ້າຊາເກຍີ່ປຸ່ນຈໍານວນໜຶ່ງ ແລະ ງານປິດລົງດ້ວຍຜົນສໍາເລັດອັນຈົບງາມ, ເຮັດໃຫ້ແຂກທີ່ເຂົ້າຮ່ວມງານມີຄວາມປະທັບໃຈຕໍ່ວັດທະນະທໍາອັນດີງາມຂອງລາວ ແລະ ເຂົ້າໃຈກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດລາວ, ການພົວພັນ ແລະ ຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຍີ່ປຸ່ນ ໄດ້ຫຼາຍຂຶ້ນ. (ຂ່າວ: ກຕທ)

ຄໍາເຫັນ