ສາຍພົວພັນອັນໝັ້ນແກ່ນ ຫວຽດນາມ – ລາວ ບົນພື້ນຖານປະຫວັດສາດໝັ້ນຄົງ ຮ່ວມມືຮອບດ້ານ

ສາຍພົວພັນອັນໝັ້ນແກ່ນ ຫວຽດນາມ – ລາວ ບົນພື້ນຖານປະຫວັດສາດໝັ້ນຄົງ ຮ່ວມມືຮອບດ້ານ

ສາຍພັນພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ແມ່ນມໍຣະດົກປະຫວັດສາດອັນມີຄ່າ ໄດ້ກໍາເນີດເກີດຂຶ້ນໃນຊຸມປີທີ່ມີຄວາມຫຍຸ້ງຍາກທີ່ສຸດ ຂອງການປະຕິວັດຂອງແຕ່ລະປະເທດ ແລະ ໄດ້ພັດທະນາຢ່າງຕໍ່ເນື່ອງຜ່ານຫຼາຍຮຸ້ນຄົນ ຊຶ່ງບໍ່ພຽງແຕ່ເປັນສາຍພົວພັນ ລະຫວ່າງ ສອງປະເທດບ້ານໄກ້ເຮືອນຄຽງເທົ່ານັ້ນ, ແຕ່ຫາກຍັງເປັນການຜູກພັນອັນເຕັມໄປດ້ວຍນ້ຳໃຈ ສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈ, ສະໜັບສະໜູນ ແລະ ການແບ່ງປັນຢ່າງເລິກເຊິ່ງ ຕະຫຼອດໄລຍະເກືອບໜຶ່ງສະຕະວັດທີ່ຜ່ານມາ.

 

ສາຍພົວພັນ ລະຫວ່າງ ຫວຽດນາມ – ລາວ ໄດ້ວາງຮາກຖານໂດຍ ປະທານ ໂຮ່ຈິມິນ ຜູ້ນຳອັນຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ, ທີ່ໄດ້ກຳນົດຢ່າງຊັດເຈນເສັ້ນທາງການພັດທະນາສາຍພົວພັນທີ່ສະໜິດແໜ້ນລະຫວ່າງ ສອງຊາດ. ການກໍ່ຕັ້ງຂອງພັກກອມມູນນິດອິນດູຈີນ ໃນປີ 1930 ແມ່ນເຫດການສຳຄັນທີ່ມີຄວາມໝາຍຢ່າງໃຫຍ່ຫຼວງ, ໄດ້ນຳພາການປະຕິວັດຂອງສອງປະເທດໃຫ້ເດີນໄປຕາມເສັ້ນທາງດຽວກັນ, ສ້າງພື້ນຖານໃຫ້ແກ່ການຮ່ວມມື ແລະ ຮ່ວມສໍາພັນຕສູ້ຮົບໃນຕະຫຼອດໄລຍະປະຫວັດສາດທີ່ຍາກລຳບາກ ແຕ່ກໍ່ຍິ່ງໃຫຍ່ທີ່ສຸດຂອງສອງຊາດ.

ໃນຕະຫຼອດຊຸມປີແຫ່ງການຕໍ່ສູ້ຕ້ານສົງຄາມອັນຍາກລຳບາກ, ປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ ໄດ້ຢືນຄຽງບ່າຄຽງໄຫຼ່ ຜ່ານຜ່າອຸປະສັກນານາປະມານ, ຮ່ວມກັນຕໍ່ສູ້ຕ້ານສັດຕູໂຕດຽວ. ການເຂົ້າຮ່ວມຂອງກອງກໍາລັງທະຫານອາສາສະໝັກຫວຽດນາມ ແລະ ຄະນະຊ່ຽວຊານ ຫວຽດນາມ ຢູ່ ສປປ ລາວ ແມ່ນສັນຍາລັກແຫ່ງນໍ້າໃຈສາກົນອັນບໍລິສຸດ ແລະ ປະກອບສ່ວນສຳຄັນໃນພາລະກິດປົດປ່ອຍຊາດລາວ ບັນລຸຜົນສຳເລັດ.

ໃນຂະນະດຽວກັນນັ້ນ, ປະຊາຊົນລາວ ໄດ້ໃຫ້ການປົກປ້ອງອັນອົບອຸ່ນ ແລະ ສະໜັບສະໜູນຢ່າງບໍລິສຸດໃຈແກ່ກຳລັງທະຫານຫວຽດນາມ, ສ້າງກໍາລັງແຮງສໍາພັນທະມິດ ອັນໝັ້ນແກ່ນ. ເສັ້ນທາງສາຍພູຫຼວງ ແມ່ນສັນຍາລັກແຫ່ງຄວາມມິດຈິດມິດໃຈ ແລະ ການເສຍສະຫຼະ, ໄດ້ກາຍເປັນຫຼັກຖານປະຫວັດສາດອັນສຳຄັນ ດ້ວຍການປະສານສົມທົບ ແລະ ການປົກປ້ອງຊ່ວຍເຫຼືອຂອງປະຊາຊົນລາວ.

ສາຍພົວພັນ ລະຫວ່າງ ຫວຽດນາມ – ລາວ ໄດ້ຖືກຮັບຮອງຢ່າງເປັນທາງການຜ່ານການສ້າງຕັ້ງສາຍພົວພັນທາງການທູດ ໃນວັນທີ 5 ກັນຍາ 1962. ໂດຍສະເພາະ ໃນວັນທີ 18 ກໍລະກົດ 1977, ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ – ລາວ ໄດ້ຖືກລົງນາມ, ອັນເປັນພື້ນຖານທາງດ້ານນິຕິກຳ ທີ່ມີຄວາມສຳຄັນຢ່າງຍິ່ງ ສຳລັບໄລຍະການປະສານສົມທົບ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ແຫ່ງ ສັງຄົມນິຍົມຂອງແຕ່ລະປະເທດ. ບັນດາເອກະສານຮ່ວມມືເຫຼົ່ານີ້ ໄດ້ສືບຕໍ່ເສີມຂະຫຍາຍຄຸນຄ່າອັນສຳຄັນຈົນຮອດປັດຈຸບັນ, ຢືນຢັນເຖິງຄວາມຕັດສິນໃຈ ແລະ ຄວາມມຸ່ງໝັ້ນຂອງສອງພັກ ແລະ ສອງລັດ ໃນການປັບປຸງສາຍພົວພັນພິເສດ ຫວຽດນາມ – ລາວ ໃຫ້ເຂົ້າສູ່ລວງເລິກແລະ ບັນລຸບັນດາຂີດໝາຍປະຫວັດສາດໃໝ່.

ເມື່ອກ້າວເຂົ້າສູ່ໄລຍະສັນຕິພາບ ແລະ ການພັດທະນາ, ສາຍພົວພັນ ຫວຽດນາມ – ລາວ ໄດ້ສືບຕໍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກໃນຫຼາຍຂົງເຂດ ແລະ ໄດ້ຮັບບົດບາດສຳຄັນໃນຍຸດທະສາດການພັດທະນາຂອງແຕ່ລະປະເທດ. ໃນຂົງເຂດການຕ່າງປະເທດ, ສອງປະເທດ ໄດ້ຮັກສາການຢ້ຽມຢາມ ແລະ ການຕິດຕໍ່ລະດັບສູງເປັນປົກກະຕິ, ພ້ອມທັງກອງປະຊຸມ ແລະ ກົນໄກການແລກປ່ຽນລະຫວ່າງການນໍາ ພັກ, ລັດ, ສະພາແຫ່ງຊາດ ແລະ ລັດຖະບານ. ຄວາມໄວ້ເນື້ອເຊື່ອໃຈທາງການເມືອງໄດ້ຮັບການກໍ່ສ້າງ ແລະ ເສີມຂະຫຍາຍຢ່າງແຂງແຮງຕໍ່ເນື່ອງ, ອັນໄດ້ກາຍເປັນເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການດຳເນີນໂຄງການຮ່ວມມືໃນທຸກຂົງເຂດ.

ໃນຂົງເຂດການປ້ອງກັນປະເທດ – ປ້ອງກັນຄວາມສະຫງົບ, ຫວຽດນາມ ແລະ ລາວ ໄດ້ປະສານງານກັນຢ່າງໃກ້ຊິດ ໃນການປົກປ້ອງແນວຊາຍແດນ, ຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງຮ່ວມມືຕ້ານການກໍ່ອາຊະຍາກຳຂ້າມຊາດດ້ວຍທຸກຮູບແບບ. ບັນດາກົນໄກການຮ່ວມມືສອງຝ່າຍ ໄດ້ຖືກດຳເນີນຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນໃນການຮັບປະກັນຄວາມໝັ້ນຄົງທາງການເມືອງ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສອງປະເທດ.

ການຮ່ວມມືທາງເສດຖະກິດ ລະຫວ່າງ ຫວຽດນາມ ແລະ ລາວ ໄດ້ບັນລຸບາດກ້າວພັດທະນາຫຼາຍສົມຄວນ ໃນຕະຫຼອດກວ່າ ສອງທົດສະວັດທີ່ຜ່ານມາ. ຫວຽດນາມ ແມ່ນໜຶ່ງໃນສາມປະເທດນັກລົງທຶນທີ່ໃຫຍ່ທີ່ສຸດ ໃນ ສປປ ລາວ, ມີໂຄງການລົງທຶນຈຳນວນຫຼາຍໃນຂົງເຂດພະລັງງານ, ກະສິກຳ, ການຂຸດຄົ້ນແຮ່ທາດ, ການເງິນ ແລະ ຂົງເຂດອື່ນໆ. ບັນດາໂຄງການລົງທຶນຂອງຫວຽດນາມ ໄດ້ປະກອບສ່ວນສຳຄັນໃນການສົ່ງເສີມການເຕີບໂຕທາງເສດຖະກິດ ແລະ ແຫຼ່ງລາຍຮັບງົບປະມານຂອງລາວ, ພ້ອມທັງສ້າງເງື່ອນໄຂໃຫ້ວິສາຫະກິດຂອງສອງປະເທດ ມີການເຊື່ອມໂຍງກັນຢ່າງກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນ.

ໃນຊຸມປີທີ່ຜ່ານມາ, ສອງປະເທດ ໄດ້ສືບຕໍ່ໃຫ້ຄວາມສຳຄັນ ແລະ ຖືການເຊື່ອມໂຍງໂຄງລ່າງພື້ນຖານ ເປັນຈຸດເດັ່ນໃນການຮ່ວມມືສອງຝ່າຍ, ພ້ອມກັນຜັກດັນຢ່າງແຂງແຮງບັນດາໂຄງການຄົມມະນາຄົມທີ່ສຳຄັນ, ໃນນັ້ນ ມີທາງບົກ, ການຮ່ວມມືທາງທະເລ ແລະ ພະລັງງານ, ໄດ້ເປີດພື້ນທີ່ການພັດທະນາໃໝ່. ການທີ່ຫວຽດນາມ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ລາວ ໃນການໃຊ້ງານ ທ່າເຮືອ ຫວຸງອາງ ຊຶ່ງມີຄວາມໝາຍພິເສດຢ່າງຍິ່ງ, ຊ່ວຍໃຫ້ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ຕິດທະເລ ກາຍເປັນປະເທດເຊື່ອມຕໍ່ ສາມາດຂະຫຍາຍການຄ້າຂາຍກັບນານາຊາດ ແລະ ຊຸກຍູ້ເປົ້າໝາຍໃນການກ້າວເຂົ້າສູ່ການເປັນສູນກາງການເຊື່ອມຕໍ່ໃນພາກພື້ນ.

ຄຽງຄູ່ກັນນັ້ນ, ຂົງເຂດການສຶກສາ – ບໍາລຸງສ້າງ ໄດ້ສືບຕໍ່ເປັນຂົງເຂດທີ່ໄດ້ຮັບການໃຫ້ຄວາມສຳຄັນອັນດັບຕົ້ນ. ແຕ່ລະປີ, ຫວຽດນາມ ໄດ້ຈັດສັນທຶນການສຶກສານັບພັນທຶນໃຫ້ແກ່ນັກສຶກສາ ແລະ ບຸກຄະລາກອນຂອງລາວ, ສະໜັບສະໜູນບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ລາວ. ບັນດາພະນັກງານການນຳ - ຄຸ້ມຄອງຂອງລາວ ຈຳນວນຫຼາຍ ເຄີຍໄດ້ຮໍ່າຮຽນຢູ່ຫວຽດນາມ ແລະ ໄດ້ກາຍເປັນຂົວຕໍ່ສຳຄັນໃນສາຍພົວພັນຂອງສອງປະເທດ.

ພ້ອມກັນນັ້ນ, ການແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ຖືກເສີມຂະຫຍາຍຢ່າງແຂງແຮງຕໍ່ເນື່ອງ, ໄດ້ປະກອບສ່ວນສຳຄັນໃນການຊຸກຍູ້ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ, ໂດຍສະເພາະ ໃນຄົນຮຸ້ນໃໝ່ຊາວໜຸ່ມ. ບັນດາການເຄື່ອນໄຫວເຫຼົ່ານີ້ ໄດ້ຊ່ວຍໃຫ້ເກີດການແຜ່ຂະຫຍາຍຄວາມໝາຍ ແລະ ຄຸນຄ່າຂອງສາຍພໄວພັນພິເສດ, ພ້ອມທັງເສີມສ້າງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບລວມ ໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນ ຫວຽດນາມ – ລາວ ໃນສະພາບການໃໝ່.

ສາຍພົວພັນ ຫວຽດນາມ – ລາວ ແມ່ນຜົນງານແຫ່ງຂະບວນວິວັດສູ້ຊົນອັນຍາວນານ, ໄດ້ຮັບການກໍ່ສ້າງດ້ວຍຄວາມໄວ້ເນື້ອເຊື່ອໃຈ, ຄວາມຈິງໃຈ ແລະ ຜົນປະໂຫຍດລວມຂອງສອງຊາດ. ໃນສະພາບການຂອງໂລກ ແລະ ພາກພື້ນ ມີການປ່ຽນແປງຫຼາຍຮູບແບບ, ສາຍພົວພັນພິເສດ ຫວຽດນາມ – ລາວ ໄດ້ສືບຕໍ່ຢືນຢັນບົດບາດອັນສຳຄັນ, ເປັນບ່ອນອີງທາງຍຸດທະສາດໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ກ້າວສູ່ການພັດທະນາຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນພາກພື້ນ.

ໂດຍ: ສີວັນ

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ