ສາຍສຳພັນແຫ່ງການພັດທະນາບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ

ສາຍສຳພັນແຫ່ງການພັດທະນາບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ

ການຮ່ວມມືດ້ານການພັດທະນາ ລະຫວ່າງ ລາວ-ຈີນ ໄດ້ຖືເອົາການເຊື່ອມໂຍງໂຄງລ່າງພື້ນ ຖານເປັນແນວທາງຫຼັກ, ຖືເອົາການຍົກລະດັບໂຄງສ້າງການຄ້າເປັນແນວທາງສໍາຄັນແລະ ຖືເອົາການຂະຫຍາຍໄປສູ່ຂົງເຂດໃໝ່ເປັນທິດທາງ, ກໍ່ໃຫ້ເກີດເປັນແບບແຜນການຮ່ວມມືທີ່ເກື້ອກູນ ແລະ ຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ.

 

 

ການເຊື່ອມໂຍງທາງລົດໄຟໄດ້ປັບປ່ຽນຮູບແບບການພັດທະນາໃໝ່. ທາງລົດໄຟລາວ-ຈີນ ແມ່ນຕົວຢ່າງທີ່ດີທີ່ສຸດໃນການສັງເກດເຫັນໂລຊິກການຮ່ວມມືລະຫວ່າງສອງປະເທດ. ທາງລົດ ໄຟລາວ-ຈີນ ໄດ້ເຊື່ອມປະສານຢ່າງເປັນລະບົບ ລະຫວ່າງຍຸດທະສາດການພັດທະນາຂອງລາວໃນການ “ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດໃນ ພາກພື້ນ” ກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ມາຮອດເດືອນພຶດສະພາ 2026, ທາງລົດໄຟ ລາວ-ຈີນທັງສາຍມີປະລິມານຜູ້ໂດຍສານສະສົມຫຼາຍກວ່າ 73 ລ້ານເທື່ອຄົນ, ຂົນສົ່ງສິນຄ້າຫຼາຍ ກວ່າ 83 ລ້ານໂຕນ, ໃນນັ້ນ ສິນຄ້າຂ້າມແດນມີຫຼາຍກວ່າ 19 ລ້ານໂຕນ. ປະເພດສິນຄ້າທີ່ຂົນສົ່ງ ໄດ້ຂະຫຍາຍຈາກຫຼາຍກວ່າ 10 ປະເພດ ໃນໄລຍະເລີ່ມເປີດນໍາໃຊ້ ເພີ່ມຂຶ້ນເປັນຫຼາຍກວ່າ 3,800 ປະເພດ, ກວມເອົາ 31 ແຂວງ, ເຂດ ແລະ ນະຄອນ ພ້ອມທັງ 19 ປະເທດ ແລະ ພູມິພາກ. “ຂະບວນລົດໄຟດ່ວນລ້ານຊ້າງ-ແມ່ຂອງ” ສາມາດຫຼຸດເວລາທີ່ໃຊ້ເດີນທາງຈາກນະຄອນຄຸນໝິງໄປຍັງນະຄອນຫຼວງວຽງຈັນ ໄດ້ພາຍໃນ 26 ຊົ່ວໂມງ. ພ້ອມທັງສາມາດຫຼຸດໄລຍະເວລາການດໍາເນີນຂັ້ນຕອນຜ່ານດ່ານຢູ່ດ່ານບໍ່ຫານໄດ້ ຈາກ 40 ຊົ່ວໂມງ ເຫຼືອບໍ່ເກີນ 5 ຊົ່ວໂມງ. ຂໍ້ຕົກລົງລະຫວ່າງລັດຖະບານວ່າດ້ວຍ “ການກວດກາປະຕູດຽວ, ຄັ້ງດຽວ” ທີ່ໄດ້ລົງນາມໃນເດືອນກັນຍາ 2025 ແລະ “ແຜນປະຕິບັດງານ 3 ປີ ວ່າດ້ວຍການພັດທະນາກວມລວມຕາມແລວທາງລົດໄຟລາວ-ຈີນ (2025-2027)” ໄດ້ວາງແຜນການພັດທະນາໄວ້ຮອດປີ 2027 ປະລິມານຂົນສົ່ງສິນຄ້າສະສົມຈະບັນລຸ 120 ລ້ານໂຕນ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຂອງລາວ ກ່າວວ່າທາງລົດໄຟລາວ-ຈີນ ໄດ້ສ້າງຕຳແໜ່ງງານໃຫ້ແກ່ລາວຫຼາຍກວ່າ 110,000 ຕໍາແໜ່ງ.

ການຍົກລະດັບການຄ້າຊຸກຍູ້ການເຊື່ອມໂຍງອຸດສາຫະກຳ. ເປັນເວລາຫຼາຍປີຕິດຕໍ່ກັນ, ຈີນ ຍັງຄົງເປັນແຫຼ່ງລົງທຶນຕ່າງປະເທດທີ່ໃຫຍ່ທີ່ສຸດຂອງລາວ ແລະ ເປັນຄູ່ຄ້າການຄ້າທີ່ສໍາຄັນ. ຮອດປີ 2025, ການຄ້າສອງຝ່າຍ ລະຫວ່າງ ລາວ ແລະ ຈີນ ຈະບັນລຸ 9.82 ຕື້ໂດລາ, ເພີ່ມຂຶ້ນ 125% ເມື່ອທຽບກັບປີ 2021, ໂດຍມີອັດຕາການເຕີບໂຕສະເລ່ຍຕໍ່ປີເກືອບ 30%. ໃນດ້ານໂຄງສ້າງການຄ້າ, ການສົ່ງອອກຂອງລາວໄປຈີນ ໄດ້ຂະຫຍາຍຕົວຈາກໄລຍະຕົ້ນທີ່ເນັ້ນວັດຖຸດິບເປັນຫຼັກ ໄປສູ່ຜະລິດຕະພັນທີ່ຫຼາກຫຼາຍຂຶ້ນເຊັ່ນ: ເກືອໂພແທດຊຽມ, ຢາງພາລາທຳມະຊາດ, ແປ້ງມັນຕົ້ນແລະ ໝາກໄມ້ເຂດຮ້ອນ, ໂດຍມີຜະລິດຕະພັນກະສິກຳຫຼາຍກວ່າ 80% ສົ່ງອອກໄປຍັງຕະຫຼາດຈີນ. ການສົ່ງອອກຂອງຈີນໄປຍັງລາວປະກອບດ້ວຍເຄື່ອງຈັກ ແລະ ອຸປະກອນ, ຜະລິດຕະພັນເຄມີ, ເຫຼັກກ້າ, ເຄື່ອງໃຊ້ໄຟຟ້າ, ແລະ ສິນຄ້າຜະລິດ. ຈີນກຳລັງສະໜອງເຄື່ອງມືການຜະລິດໃຫ້ແກ່ອຸດສາຫະກຳຂອງລາວ, ໃນຂະນະທີ່ລາວກຳລັງພັດທະນາຄວາມສາມາດໃນການປຸງແຕ່ງ ແລະ ການຜະລິດຂອງຕົນໃນຂະບວນການເຊື່ອມໂຍງເຂົ້າກັບລະບົບຕ່ອງໂສ້ອຸດ ສາຫະກຳພາກພື້ນ. ຖະແຫຼງການຮ່ວມຄັ້ງນີ້ໄດ້ລະບຸຢ່າງຊັດເຈນວ່າ ຈະສະໜັບສະໜູນການກໍ່ສ້າງຖານຜະລິດປຸ໋ຍໂປຕາສຂອງລາວ, ຊຸກຍູ້ການເຊື່ອມໂຍງທາງລົດໄຟ ລາວ-ຈີນ-ໄທແລະ ລົງເລິກການຮ່ວມມືດ້ານປັນຍາປະດິດ ແລະ ການຄ້າອອນລາຍຂ້າມແດນ. ໃນເດືອນພຶດສະພາ 2026, ລັດຖະມົນຕີການຄ້າຂອງລາວ ແລະ ຈີນ ໄດ້ພົບປະກັນທີ່ນະຄອນຊູໂຈວ ແລະ ເຫັນດີໃຫ້ເລັ່ງຍົກລະດັບຂໍ້ຕົກລົງທາງການຄ້າປີ 1998. ສິ່ງນີ້ສະທ້ອນວ່າການຮ່ວມມືກໍາລັງກ້າວຈາກຮູບແບບ “ຂັບເຄື່ອນໂດຍໂຄງການຂະໜາດໃຫຍ່” ໄປສູ່ “ການປະສານຮ່ວມມືຕາມຕ່ອງໂສ້ອຸດສາຫະກຳ”.

ການເສີມສ້າງດ້ານພະລັງງານຊຶ່ງກັນແລະກັນ ໄດ້ຂະຫຍາຍການຮ່ວມມືໃຫ້ເລິກເຊິ່ງຍິ່ງຂຶ້ນ. ນັບແຕ່ປີ 2022 ເປັນຕົ້ນມາ, ສອງປະເທດໄດ້ສ້າງກົນໄກການຮ່ວມມືດ້ານໄຟຟ້າແບບ “ຊ່ວຍເຫຼືອເກື້ອກູນກັນເມື່ອມີສ່ວນເກີນ ຫຼື ຂາດແຄນ”: ໃນລະດູຝົນລາວສົ່ງອອກໄຟຟ້າພະລັງນໍ້າສ່ວນເກີນໄປຍັງຈີນ, ສ່ວນໃນລະດູແລ້ງຈີນຈະຊ່ວຍເສີມການສະໜອງໄຟຟ້າໃຫ້ແກ່ພາກເໜືອຂອງລາວ. ໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າ 500 ກິໂລໂວນ ລາວ-ຈີນ ທີ່ໄດ້ເລີ່ມດຳເນີນການຜະລິດໃນເດືອນເມສາ 2026 ໄດ້ຜັກດັນໃຫ້ການຮ່ວມມືນີ້ກ້າວໄປສູ່ການດໍາເນີນງານແບບເປັນລະບົບ. ໂຄງການດັ່ງກ່າວມີຄວາມຍາວລວມ 177.5 ກິໂລແມັດ, ເຮັດໃຫ້ຂີດຄວາມສາມາດໃນການເກື້ອກູນດ້ານໄຟຟ້າເພີ່ມຂຶ້ນເຖິງ 1.5 ລ້ານກິໂລວັດ ແລະ ສາມາດສົ່ງພະລັງງານໄຟຟ້າສະອາດໄດ້ ໂດຍສະເລ່ຍ 3 ຕື້ກິໂລວັດ-ຊົ່ວໂມງຕໍ່ປີ. ການຮ່ວມມືກໍາລັງຂະຫຍາຍໄປສູ່ຂົງເຂດໃໝ່ທີ່ພົ້ນເດັ່ນ ເຊັ່ນ: ພະລັງງານໃໝ່, ເສດຖະກິດດີຈີຕອນ ແລະ ປັນຍາປະດິດ, ໂດຍກຳລັງພັດທະນາໄປຢ່າງເປັນລໍາດັບຕາມຕ່ອງໂສ້ “ການເຊື່ອມຕໍ່—ການຄ້າ—ອຸດສາຫະກຳ-ນະວັດຕະກຳ”.

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ