ເສັ້ນທາງການພັດທະນາ AI ແບບຈີນສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ໂລກ

ເສັ້ນທາງການພັດທະນາ AI ແບບຈີນສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ໂລກ

ເສັ້ນທາງການພັດທະນາ AI ແບບຈີນສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ໂລກ
ມາຮອດປັດຈຸບັນ, ທົ່ວໂລກໄດ້ໃຫ້ການຍອມຮັບວ່າ ສປ ຈີນ ໄດ້ນຳໜ້າໃນການພັດທະນາ AI ຢ່າງກ້າວກະໂດດ ແລະ ການພັດທະນານັ້ນບໍ່​ພຽງ​ແຕ່​ເພື່ອ​ປະເທດ​ຊາດ​ ແລະ​ປະຊາຊົນ​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ມວນ​ມະນຸດຊາດ​ທົ່ວ​ໂລກ​ຕື່ມ​ອີກ. ຫຼ້າ​ສຸດ​ເມື່ອ​ກາງ​ເດືອນ​ກໍລະກົດ 2026, ທ່ານ ສີ​ ຈິ້ນ​ຜິ​ງ​ ປະທານ ​ປະເທດ​ຈີນ ໄດ້​ປະກາດ​ມາດ​ຕະ ການ​ສຳຄັນ​ຂອງ​ຈີນ ເພື່ອ​ສະໜັບ ສະໜູນ​ການ​ພັດທະນາ​ປັນຍາ​ປະ ດິດ​ໂລກ​ໃນ 5 ປີ​ຕໍ່ໜ້າ ຊຶ່ງ​ໃນ​ນັ້ນ, ຈີນຈະ​ສະໜອງ​ໂອກາດ​ການ​ຝຶກ​ອົບຮົມ​ດ້ານ​ປັນຍາ​ປະດິດ​ຈຳນວນ 5.000 ຄົນ ໃຫ້​ແກ່​ປະ​ເທດ​ກຳລັງ​ພັດທະນາ; ສ້າງ​ສູນ​ຮ່ວມ​ມື​ການ​ປະຍຸກ​ໃຊ້​ປັນຍາ​ປະດິດສາກົນທີ່​ ຫັນ​ໜ້າ​ສູ່​ອາ​ຊຽນ, ສັນນິບາດ​ອາ​ຣັບ, ສະຫະພາບ​ອາ​ຟຣິ​ກາ, ປະຊາ​ຄົມ​ປະເທດ​ອາ​ເມ​ຣິ​ກາ​ລາ​ຕິ​ນ-​ກາ​ຣາ​ອິບ, ອົງການ​ຮ່ວມ​ມື​ຊຽງ​ໄຮ້ ແລະ​ ບຣິ​ກສ. ນອກ​ນີ້, ຍັງ​ຈະ​ໄດ້​ຊຸກຍູ້​ແຜນການ​ແຈ້ງ​ເຕືອນ​ໄພ​ດ້ານ​ດິນ​ຟ້າ​ອາກາດແບບ​ອັດ​ສະ​ລິ​ຍະ “MAZU” ໃຫ້​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ຮູບ​ປະ​ທຳ​ຢູ່ 30
ເສນທາງການພດທະນາ AI ແບບຈນສາງຜນປະໂຫຍດຫາຍກວາເກາໃຫແກໂລກ - image 1
 

 

ປະເທດ. ຄຽງຄູ່ກັນນັ້ນ, ຈີນໄດ້ເຜີຍແຜ່ແຜນການດຳເນີນງານການຮ່ວມມືພັດທະນາປັນຍາປະດິດ ໂດຍປະກາດມາດຕະການຕົວຈິງ 8 ປະການ ເພື່ອຕອບຮັບຂໍ້ລິເລີ່ມຂອງອົງການສະຫະປະຊາຊາດໃນດ້ານຕ່າງໆເຊັ່ນ: ການເພີ່ມທະວີການຮ່ວມມືສາກົນດ້ານປັນຍາປະ

ດິດ, ອັດຊ່ອງວ່າງດ້ານດີຈີຕອນ, ຊຸກຍູ້ປັນຍາປະດິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາແບບ ຍືນຍົງ.

ເມື່ອຫວນຄືນຜົນສຳເລັດຂອງຈີນໃນການພັດທະນາປັນຍາປະ ດິດ AI ຈີນໄດ້ລິເລີ່ມສ້າງຕັ້ງອົງ ການຮ່ວມມືປັນຍາປະດິດໂລກໃນປີ 2025 ແລະ ເວລາຜ່ານໄປພຽງໜຶ່ງປີຂໍ້ລິເລີ່ມດັ່ງກ່າວກໍໄດ້ຫັນຈາກແຜນວາດກາຍເປັນຜົນງານຕົວຈິງ ຖືວ່າເປັນຜົນງານໃໝ່ທີ່ພິສູດໃຫ້ເຫັນເຖິງການເຄື່ອນໄຫວຂອງຈີນຢ່າງມີຜົນສຳເລັດ. ຈີນໄດ້ລົງເລິກຂະຫຍາຍການພັດທະນາ “ປັນຍາປະດິດ+” ຊຶ່ງເຮັດໃຫ້ອັດຕາການນຳໃຊ້ເຕັກໂນໂລຊີປັນຍາປະດິດຂອງວິສາຫະກິດອຸດສາຫະກຳການຜະລິດຂະໜາດໃຫຍ່ທີ່ມີລາຍຮັບຈາກການດຳເນີນທຸລະກິດຕົ້ນ ຕໍຫຼາຍກວ່າ 20 ລ້ານຢວນຕໍ່ປີໄດ້ບັນລຸກວ່າ 30%, ແບບຈຳລອງປັນຍາປະດິດແບບເປີດກວ້າງຂະໜາດ ໃຫຍ່ຂອງຈີນບັນລຸຍອດດາວໂຫຼດ

ທົ່ວໂລກຫຼາຍກວ່າ 10 ຕື້ເທື່ອ. ພ້ອມກັນນັ້ນ, ໂຄງປະກອບອຸດສາຫະກຳຍັງໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ຈີນໄດ້ກຳນົດມາດຕະ ຖານແຫ່ງຊາດແບບບັງຄັບໃຊ້ໃໝ່ຈຳ ນວນ 114 ຂໍ້ ແລະ ມາດຕະຖານຂະ ແໜງອຸດສາຫະກຳໃໝ່ຈຳນວນ 1.403 ຂໍ້. ການລົງທຶນໃນຂົງເຂດທີ່ພັດທະນາໃໝ່ເຊັ່ນ: ການຜະລິດຄອມພິວເຕີອຸປະກອນເຮັດວຽກຢູ່ຫ້ອງການ, ການຜະລິດເຮືອບິນຍານອະວະກາດ ແລະ ອຸປະກອນທີ່ກ່ຽວຂ້ອງອື່ນໆໄດ້ເພີ່ມຂຶ້ນຫຼາຍກວ່າ 10%. ສະເພາະໃນ 5 ເດືອນຕົ້ນປີ 2026, ຈັງຫວະການເຕີບໂຕດ້ານກຳໄລຂອງວິສາຫະກິດຂະ ໜາດກາງ ແລະ ນ້ອຍທີ່ມີວິຊາການສະເພາະ, ມີຄວາມລະອຽດ, ເປັນເອກະລັກພິເສດນະວັດຕະກຳໃໝ່ ອ່ຽມ ແລະ ວິສາຫະກິດເຕັກໂນໂລຊີທັນສະໄໝໃນຂະແໜງອຸດສາຫະກຳຂະໜາດໃຫຍ່ຂອງຈີນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາໄດ້ບັນລຸຫຼາຍກວ່າ 20%.

ເສນທາງການພດທະນາ AI ແບບຈນສາງຜນປະໂຫຍດຫາຍກວາເກາໃຫແກໂລກ - image 2
 

ຕໍ່ການຮ່ວມມືສາກົນ, ສປ ຈີນໄດ້ຮວ່ມລົງນາມສັນຍາວ່າດ້ວຍ ການສ້າງຕັ້ງອົງການຮ່ວມມືປັນຍາປະດິດໂລກກັບຜູ້ຕາງໜ້າ 29 ປະ

ເທດ, ໃນນັ້ນ ລວມມີ ສປປ ລາວ, ກາຊັກສະຖານ, ປາກິດສະຖານ, ຣັດເຊຍ, ອິນໂດເນເຊຍ ແລະ ປະເທດທີ່ໄດ້ລົງນາມກາຍເປັນປະເທດສະມາຊິກຜູ້ກໍ່ຕັ້ງອົງການດັ່ງກ່າວ. ຕໍ່ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະ ເທດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ເຂົ້າຮ່ວມລົງນາມເປັນປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ (WAICO) ໃນວັນທີ 16 ກໍລະກົດ2026 ທີ່ນະຄອນຊຽງໄຮ້ ສປ ຈີນໄດ້ກ່າວວ່າ: ການເຂົ້າຮ່ວມລົງນາມ ຂອງ ສປປ ລາວ ໃນຄັ້ງນີ້ ເປັນການ ຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ໂດຍສະເພາະການຮ່ວມມືດ້ານເຕັກໂນ ໂລຊີໃໝ່ ພາຍໃຕ້ຂອບການຮ່ວມ ມື WAICO. ສປປ ລາວ ເຊື່ອໝັ້ນວ່າ ຂອບການຮ່ວມມືດັ່ງກ່າວຈະ ປະກອບສ່ວນສຳຄັນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳມວນມະນຸດ; ການເຂົ້າຮ່ວມອົງການ WAICO ຍັງເປັນໂອກາດສຳຄັນສຳລັບ ສປປ ລາວ ເພື່ອຍາດແຍ່ງການຮ່ວມມືກັບສາກົນໃນການຮັບມືກັບສິ່ງທ້າທາຍທາງໄຊເບີ, ດຶງດູດການລົງທຶນຈາກຕ່າງປະເທດ ເພື່ອພັດທະນາໃນຂະແໜງ AI, ການຖ່າຍໂອນເຕັກໂນໂລຊີ, ຊຸກຍູ້ການນຳໃຊ້ AI ຢ່າງສ້າງສັນ ເພື່ອເປັນກຳລັງແຮງຂັບເຄື່ອນການພັດທະນາປະເທດຊາດຕາມຍຸກສະໄໝ, ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ເສດ ຖະກິດ ແລະ ວັດທະນະທຳ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານວາງອອກກໍຄືການຈັດຕັ້ງປະຕິບັດວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະ ກິດດີຈີຕອນຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ. ໃນຂະນະທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ ໄດ້ຢັ້ງຢືນວ່າ: ການທີ່ ສປປ ລາວ ໄດ້ກາຍເປັນສະມາຊິກຜູ້ກໍ່ຕັ້ງ “ອົງການການຮ່ວມມືດ້ານປັນຍາປະດິດໂລກ” ຖືເປັນກຽດ ແລະ ຄວາມຮັບຜິດຊອບອັນໃຫຍ່ຫຼວງ, ດັ່ງຄຳເຫັນຂອງທ່ານ ສີ ຈິ້ນຜິງ

ທີ່ກ່າວໄວ້ວ່າ: “ສາຍພິນສາຍດຽວບໍ່ອາດບັນເລງເປັນທຳນອງ, ຕົ້ນໄມ້ຕົ້ນດຽວບໍ່ອາດເຕີບໃຫຍ່ເປັນປ່າ ດົງ” ຄຳເວົ້ານີ້ມີຄວາມໝາຍວ່າ ການພັດທະນາປັນຍາປະດິດບໍ່ຄວນເປັນກິດຈະກຳຂອງປະເທດໃດໜຶ່ງ, ແຕ່ຕ້ອງເປັນການຮ່ວມມືລະດັບໂລກ. ສ່ວນທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ກ່າວວ່າ: ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາປະເທດຄູ່ຮ່ວມມື ພາຍໃຕ້ຂອບການຮ່ວມມື Digital Silk Road ແລະ WAICO ເພື່ອຮ່ວມກັນສ້າງອະນາຄົດດີຈີຕອນທີ່ເປີດກວ້າງ, ປອດໄພ, ຍືນຍົງ ແລະ ທົ່ວເຖິງ ໂດຍໃຫ້ທຸກປະເທດ ແລະ ທຸກພາກສ່ວນສາມາດໄດ້ຮັບຜົນປະໂຫຍດຈາກນະວັດຕະກຳດີຈີຕອນຢ່າງເທົ່າທຽມ.

ເສນທາງການພດທະນາ AI ແບບຈນສາງຜນປະໂຫຍດຫາຍກວາເກາໃຫແກໂລກ - image 3
 

ໃນຄວາມເຫັນຂອງຜູ້ຂຽນ, ເສັ້ນທາງການພັດທະນາ AI ແບບຈີນໄດ້ ສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ໂລກ. ນີ້ສະແດງໃຫ້ເຫັນວ່າ ຄຳປາໄສສຳຄັນຂອງທ່ານ ສີ ຈິ້ນຜິງ ໃນພິທີເປີດກອງປະຊຸມ ພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງລະບົບການຄຸ້ມຄອງ

ປັນຍາປະດິດທົ່ວໂລກຢ່າງມີຄວາມຍຸຕິທຳ ແລະ ສົມເຫດສົມຜົນ” ເມື່ອກາງເດືອນກໍລະກົດ 2026 ແມ່ນມີທັດສະນະທີ່ມອງກວ້າງເບິ່ງໄກຢ່າງພາວະວິໄສ ແລະ ສັດຈະວິພາກທີ່ປະເທດຕ່າງໆ ຄວນຢຶດໝັ້ນຖືຄົນເປັນກົກ ແລະ ຢຶດໝັ້ນແນວຄວາມຄິດທີ່ກ້າວໄປສູ່ສິ່ງທີ່ດີງາມ ແລະ ກ້າວໜ້າ ເພື່ອເຮັດໃຫ້ປັນຍາປະດິດກາຍເປັນແຫຼ່ງພະລັງຂັບເຄື່ອນສຳຄັນທີ່ຊຸກຍູ້ຄວາມຈະ ເລີນຮຸ່ງເຮືອງຮ່ວມກັນ ແລະ ປົກປັກຮັກສາຄວາມໝັ້ນຄົງຮ່ວມກັນ, ຮ່ວມກັນສ້າງລະບົບການຄຸ້ມຄອງປັນ ຍາປະດິດທົ່ວໂລກຢ່າງມີຄວາມຍຸຕິທຳ ແລະ ສົມເຫດສົມຜົນ. ໃນນັ້ນ,” ເພື່ອບັນລຸເປົ້າໝາຍການພັດທະນາຮ່ວມກັນ, ທ່ານ ສີ ຈິ້ນຜິງ ໄດ້ສະເໜີ 4 ຂໍ້ກ່ຽວກັບການຮວ່ມມື

ກັນໃນຕໍ່ໜ້າຄື: ໜຶ່ງ, ຢຶດໝັ້ນເປີດປະຕູສູ່ພານອກ, ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຂັບເຄື່ອນການພັດທະນາດ້ວຍການປະດິດສ້າງ; ສອງ, ເພີ່ມສະຕິຄວາມສ່ຽງ ແລະ ຮັບປະກັນຄວາມປອດໄພ ແລະ ສາມາດຄວບຄຸມໄດ້; ສາມ, ສົ່ງເສີມຄວາມກວມລວມທຸກສິ່ງ, ຊຸກຍູ້ການຮຽນຮູ້ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນລະຫວ່າງອະລິຍະທຳຕ່າງໆ; ສີ, ສົ່ງເສີມການຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບປຸງການບໍລິຫານທົ່ວໂລກ. ນີ້ເປັນການຢັ້ງຢືນວ່າ ບໍ່ວ່າຈະເປັນປະເທດເພື່ອນບ້ານໃກ້ຄຽງທີ່ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຫຼື ອົງການຈັດຕັ້ງສາ ກົນທີ່ມີໜ້າທີ່ບໍລິຫານທົ່ວໂລກ, ລ້ວນແຕ່ເປັນຄູ່ຮ່ວມມືຂອງຈີນໃນການເກາະແຂນກັນມຸ່ງໜ້າສູ່ອະນາ ຄົດຮ່ວມກັນ. ແນວໃດກໍຕາມ, ມີພຽງແຕ່ທົ່ວໂລກຮ່ວມມືກັນ ແລະ ໝູນໃຊ້ສະຕິປັນຍາຂອງມວນມະນຸດ ແລະ ຄວາມຮັບຮູ້ທີ່ເປັນເອກະພາບກັນຂອງສາກົນນຳພາການພັດທະ ນາປັນຍາປະດິດຢ່າງສະເໝີຕົ້ນສະເໝີປາຍເທົ່ານັ້ນ, ຈຶ່ງຈະສາມາດເຮັດໃຫ້ປັນຍາປະດິດກາຍເປັນພະລັງທາງບວກອັນເຂັ້ມແຂງແຫ່ງການເພີ່ມຄວາມຜາສຸກໃຫ້ແກ່ມວນມະນຸດ ແລະ ຊຸກຍູ້ຄວາມກ້າວໜ້າດ້ານອະລິຍະທຳຂອງມວນມະນຸດຢ່າງແທ້ຈິງ.

ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຄຳປາໄສສຳຄັນຂອງທ່ານ ສີ ຈິ້ນຜິງ ປະທານປະເທດຈີນທີ່ກ່າວຕໍ່ພິທີເປີດກອງປະຊຸມປັນຍາປະດິດໂລກ 2026 ແລະ ກອງປະ ຊຸມຂັ້ນສູງວ່າດ້ວຍການຄຸ້ມຄອງປັນ ຍາປະດິດໂລກ, ທ່ານ ເຊີ້ນ ໄຫສົງ ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວວ່າ: ປັດຈຸບັນ, ການປ່ຽນແປງດ້ານປັນຍາປະດິດກຳລັງຂະຫຍາຍຕົວຢ່າງວ່ອງໄວ, ງານມະໂຫລານ AI ຈີນ 2026 ໄດ້ປິ່ນອ້ອມຫົວຂໍ້ຫຼັກ “AI ຢູ່ຄຽງຄູ່ກັນ” ສະແດງໃຫ້ເຫັນຢ່າງຮອບດ້ານເຖິງຜົນງານຫຼ້າສຸດ ຂອງປັນຍາປະດິດຈີນໃນຂົງເຂດຕ່າງໆເຊັ່ນ: ການຄົ້ນຄວ້າຂັ້ນພື້ນ ຖານ, ການບຸກທະລຸດ້ານເຕັກໂນໂລຊີ, ການປະຍຸກໃຊ້ໃນອຸດສາຫະກຳຕ່າງໆ ແລະ ອື່ນໆ, ນີ້ສະແດງໃຫ້ຊາວໂລກໄດ້ຮັບຮູ້ເຖິງເສັ້ນທາງການພັດທະນາ AI ແບບຈີນ, ເຮັດໃຫ້ສະຕິປັນຍາຈີນໄດ້ສ້າງຜົນປະ ໂຫຍດຫຼາຍກວ່າເກົ່າໃຫ້ແກ່ໂລກ.

ເສນທາງການພດທະນາ AI ແບບຈນສາງຜນປະໂຫຍດຫາຍກວາເກາໃຫແກໂລກ - image 4
 

ສັງລວມແລ້ວ, ຈີນລິເລີ່ມສ້າງຕັ້ງອົງການຮ່ວມມືປັນຍາປະດິດໂລກຖືເປັນບາດກ້າວສຳຄັນທີ່ມີຊີ ວິດຊີວາອີກຄັ້ງໜຶ່ງໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ ແລະ ຈັດຕັ້ງປະຕິບັດຂໍ້ລິເລີ່ມການບໍລິຫານທົ່ວໂລກແລະ ໃນຕໍ່ໜ້າ, ຈີນຍາມໃດກໍມີຄວາມມຸ່ງຫວັງຮ່ວມກັບບັນດາປະເທດສະມາຊິກ ເພື່ອຊຸກຍູ້ໃຫ້ອົງ ການດັ່ງກ່າວດຳເນີນງານໂດຍໄວຢ່າງມີຜົນສຳເລັດ. ສປປ ລາວ ເຊື່ອໝັ້ນບົດບາດນຳພາຂອງ ຈີນ ໃນການສ້າງລະບົບຄຸ້ມຄອງປັນຍາປະດິດລະດັບໂລກໃຫ້ມີຄວາມຍຸຕິທຳ, ດັ່ງບົດປາໄສອັນສຳຄັນຂອງທ່ານ ສີ ຈິ້ນຜິງ ກ່ຽວກັບວິໄສທັດການພັດທະນາ ແລະ ການຄຸ້ມຄອງປັນຍາປະດິດ (AI) ລະດັບໂລກ ໄດ້ຕີລາຄາສູງຕໍ່ວິໄສທັດທາງຍຸດທະ ສາດທີ່ເບິ່ງກວ້າງມອງໄກ ແລະ ຄວາມຮັບຜິດຊອບຂອງຈີນ ໃນຖານະປະເທດໃຫຍ່ທີ່ສຸມໃສ່ຊ່ວຍເຫຼືອບັນດາປະເທດຊີກໂລກໃຕ້ ເພື່ອຫຼຸດຜ່ອນຊ່ອງວ່າງທາງດີຈີຕອນ ແລະ ປ້ອງກັນບໍ່ໃຫ້ເກີດຄວາມບໍ່ເປັນທຳໃນຍຸກເຕັກໂນໂລຊີໃໝ່.

ທັງໝົດນີ້ແມ່ນຖືກຕ້ອງຕາມຄຳເວົ້າຂອງທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ທີ່ໄດ້ກ່າວໄວ້ວ່າ: WAICO ຈະເປັນ “ຈຸດໝາຍສຳ ຄັນໃນປະຫວັດການພັດທະນາ AI”.

ຂະນະທີ່ທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກໍໄດ້ກ່າວໄວ້ວ່າ: “ເຕັກໂນໂລຊີທີ່ຈະກຳນົດອະນາຄົດຂອງ ມວນມະນຸດ ຄວນຖືກກຳນົດຮ່ວມກັນໂດຍທົ່ວໂລກ ບໍ່ແມ່ນໂດຍພຽງບາງປະເທດ ຫຼື ບາງບໍລິສັດ” ເທົ່ານັ້ນ.

ໂດຍ: ດວງຈິດ ສະຫວັດບຸນມີ

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ