ໃນ 11 ເດືອນຂອງປີ 2025, ການຄ້ານຳເຂົ້າ-ສົ່ງອອກຕໍ່ຕະຫຼາດຫຼາຍພາກພື້ນ ເຊັ່ນ: ອາຊຽນ, ສະຫະພາບເອີຣົບ, ອາຟຣິກາ, ອາເມຣິກາລາຕິນ ແລະ ອື່ນໆລ້ວນແຕ່ໄດ້ມີການເຕີບໂຕ, ຈີນມີບົດບາດຢ່າງໝັ້ນທ່ຽງກວ່າເກົ່າໃນການຊຸກຍູ້ຄວາມໝັ້ນຄົງຂອງການຄ້າໂລກ. ເມື່ອສັງເກດເບິ່ງຈາກຫຼາຍດັດຊະນີສຳຄັນດ້ານເສດຖະກິດມະຫາພາກແລ້ວເຫັນວ່າ, ໃນ 3 ໄຕມາດທຳອິດຂອງປີ 2025 ນີ້, GDP ຂອງຈີນໄດ້ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ຢູ່ໃນລະດັບແຖວໜ້າຂອງອົງກອນເສດຖະກິດສຳຄັນຂອງໂລກ.
ໃນ 11 ເດືອນປີນີ້, ໂຄງປະກອບຜະລິດຕະພັນໃນການຄ້າກັບຕ່າງປະເທດຂອງຈີນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ແຮງຂັບເຄື່ອນໃໝ່ສຳລັບການສົ່ງອອກມີທ່າອ່ຽງເພີ່ມຂຶ້ນທີ່ດີ, ການສົ່ງອອກຜະລິດຕະພັນປະເພດເຄື່ອງໄຟຟ້າ ແລະ ເຄື່ອງຈັກ ຊຶ່ງລວມທັງ “ສິນຄ້າ 3 ຢ່າງໃໝ່ (ລົດໄຟຟ້າ, ແບັດຣີ Lithium Cell ແລະ ແບັດຣີພະລັງແສງຕາເວັນ)” ແລະ ເຮືອກຳປັ່ນໄດ້ເພີ່ມຂຶ້ນ 8.8%. ພ້ອມກັນນັ້ນ, ການນຳເຂົ້າເຄື່ອງອຸປະກອນດ້ານການຜະລິດ ແລະ ເຄື່ອງອາໄຫຼ່ສຳຄັນໄດ້ເພີ່ມຂຶ້ນ, ສະແດງໃຫ້ເຫັນວ່າ ການເຕີບໂຕດ້ານການຄ້າກັບຕ່າງປະເທດຂອງຈີນສ່ວນຫຼາຍແມ່ນມາຈາກການຍົກລະດັບໂຄງປະກອບ ແລະ ຄວາມສາມາດການຜະລິດ, ອັດຕາສ່ວນຂອງເຕັກໂນໂລຊີໃໝ່ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.
ແຕ່ຕົ້ນປີນີ້ມາ, ແຮງຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກບໍ່ພຽງພໍ, ລັດທິປົກປ້ອງການຄ້າຟື້ນຊີບຄືນໃໝ່. ພາຍໃຕ້ສະພາບແນວນີ້, ໃນ 11 ເດືອນຂອງປີ 2025, ການຄ້າກັບຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນໂດຍສວນກັບທ່າອ່ຽງລວມ, ຍອດມູນຄ່າເສດຖະກິດໃນໄຕມາດທີ 3 ກໍໄດ້ລື່ນກາຍຍອດມູນຄ່າເສດຖະກິດຕະຫຼອດປີ 2024 ຂອງເຢຍລະມັນທີ່ເປັນອົງກອນເສດຖະກິດໃຫຍ່ອັນດັບ 3 ຂອງໂລກ ຊຶ່ງກາຍເປັນແຫຼ່ງພະລັງຂັບເຄື່ອນທີ່ໝັ້ນທ່ຽງທີ່ສຸດ ແລະ ໜ້າໄວ້ໃຈທີ່ສຸດສຳລັບການເຕີບໂຕຂອງເສດຖະກິດໂລກ.
ໃນວັນທີ 8 ທັນວາ ຜ່ານມາ, ກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມ, ໂດຍໄດ້ວິເຄາະ ແລະ ຄົ້ນຄວ້າວຽກງານເສດຖະກິດຂອງປີ 2026, ບັນລຸການເລີ່ມຕົ້ນທີ່ດີໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ແລະ ວັນທີ 9 ທັນວາ ຜ່ານມາ, ຈີນຈະຈັດກອງປະຊຸມສົນທະນາ “1+10” ກັບຫຼາຍອົງການເສດຖະກິດສາກົນ, ຮ່ວມກັນປຶກສາຫາລືກ່ຽວກັບການຄຸ້ມຄອງໂລກ ແລະ ຮ່ວມກັນສະແຫວງຫາການພັດທະນາຂອງໂລກ. ໂລກຄອງຄອຍໂອກາດຈາກຈີນ ແລະ ຫວັງວ່າຈະຮ່ວມມືກັບຈີນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ຄໍາເຫັນ