ສົ່ງເສີມວິຊາຊີບການຜະດຸງຄັນໃນທົ່ວປະເທດ

ເສີມຂະຫຍາຍມູນເຊື້ອແລະອະນາຄົດຂອງການຜະດຸງຄັນໃນສປປລາວ

ເສີມຂະຫຍາຍມູນເຊື້ອແລະອະນາຄົດຂອງການຜະດຸງຄັນໃນສປປລາວ
ເພື່ອສົ່ງເສີມວິຊາຊີບການຜະດຸງຄັນໃນທົ່ວປະເທດ, ສະມາຄົມຜະດຸງຄັນລາວໄດ້ສ້າງຕັ້ງຂຶ້ນ ໃນປີ2022 ເພື່ອເປັນອົງການຈັດຕັ້ງທີ່ນໍາພາໃນວຽກງານການສົ່ງເສີມແລະກວດກາຊຶ່ງປັດຈຸບັນແມ່ນເປັນຄູ່ຮ່ວມຈັດຕັ້ງປະຕິບັດຂອງອົງການUNFPA. ເພື່ອເປັນສັນຍາລັກຂອງການຟື້ນ

 

ຄືນວິຊາຊີບຜະດຸງຄັນໃນສປປລາວ, ໃນປີ2023 ສາມວິທະຍາໄລທີ່ສາມາດສ້າງນັກສຶກສາຜະດຸງຄັນປະມານ200 ຄົນໃນແຕ່ລະປີ, ໄດ້ກາຍເປັນແຫຼ່ງທຳອິດໃນພາກພື້ນອາຊີ-ປາຊີຟິກທີ່ໄດ້ຮັບການຮັບຮອງຈາກສະຫະພັນຜະດຸງຄັນສາກົນໂດຍໄດ້ຮັບການສະໜັບສະໜູນຈາກອົງການUNFPA.

ທ່ານນາງສຸກສະຫວັນປະເສີດສັກຮອງຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບແຂວງຄຳມ່ວນໄດ້ໃຫ້ຮູ້ເຖິງວິວັດທະນາການຂອງຜະດຸງຄັນໃນການຊ່ວຍເຫຼືອຊີວິດແລະສົ່ງເສີມສິດທິໃນສປປລາວ,ພາຍໃຕ້ການຂະໜານນາມວ່າວິລະຊົນໃນຊຸດສີບົວທີ່ໄດ້ເປັນສ່ວນໜຶ່ງຂອງວິວັດທະນາການດ້ານວິຊາຊີບຜະດຸງຄັນຕະຫຼອດໄລຍະເກືອບ 35 ປີໃນການປະຕິບັດໜ້າທີ່ຂອງຕົນ. ໃນການປະກອບສ່ວນຂອງຕົນແມ່ນໜຶ່ງໃນມູນເຊື້ອອັນຍາວນານຂອງແມ່ຍິງລາວໃນການຫຼໍ່ຫຼອມເສັ້ນທາງ 100 ປີໃນການພັດທະນາວິຊາຊີບຜະດຸງຄັນໃນປະເທດ.ໃນບັນດາຜູ້ປະກອບສ່ວນໃນວຽກງານນີ້ກໍລວມເຖິງທ່ານນາງສ້ອຍແກ້ວສີບຸນເຮືອງຊຶ່ງຖືວ່າເປັນໜຶ່ງໃນຄະນະຜະດຸງຄັນອາວຸໂສໃນສປປລາວ. ເພິ່ນໄດ້ເປັນທີ່ຮູ້ຈັກໃນນາມແມ່ຄົນທີສອງຂອງການຜະດຸງຄັນຊຶ່ງໄດ້ຮັບກຽດໃນການໃຫ້ກຳເນີດວິຊາຊີບຜະດຸງຄັນໃນປະເທດໃນໄລຍະດໍາເນີນໜ້າທີ່ຢູ່ໂຮງໝໍມະໂຫສົດພ້ອມທັງສອນນັກສຶກສາແພດຢູ່ມະຫາວິທະຍາໄລເປັນເວລາ 34 ປີຈົນມາຮອດໄລຍະອອກພັກຜ່ອນບຳນານໃນປີ 1999.

ທ່ານນາງສຸກສະຫວັນປະເສີດສັກໄດ້ໃຫ້ຮູ້ຕື່ມວ່າ: ໄລຍະທີ່ອັດຕາການຕາຍຂອງແມ່ມີອັດຕາທີ່ສູງຢ່າງໜ້າຕົກໃຈ. ໃນຕົ້ນປີ 1990, ສປປລາວມີອັດຕາການຕາຍຂອງແມ່ (MMR) ທີ່ສູງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຕົນໄດ້ເລີ່ມເຮັດວຽກຢູ່ໂຮງໝໍແຂວງຄຳມ່ວນໃນປີ 1990ອັດຕາການເສຍຊີວິດຂອງແມ່ ແມ່ນມີວຽກງານຫຼາຍຢ່າງທີ່ຕ້ອງປະຕິບັດ. ຮອດປີ 2005, ການຂາດຜະດຸງຄັນທີ່ໄດ້ຮັບການຝຶກອົບຮົມສົ່ງຜົນຕໍ່ອັດຕາການເສຍຊີວິດຂອງແມ່ທີ່ສູງສຸດໃນພາກພື້ນ.ໃນໄລຍະຕໍ່ມາ ກໍໄດ້ມີຄວາມກ້າວໜ້າຢ່າງຫຼວງຫຼາຍໃນດ້ານການປົກປ້ອງຊີວິດແມ່ໃນໄລຍະຖືພາແລະ ໄລຍະເກີດລູກໃນປະເທດລາວ. ໃນລະຫວ່າງປີ 2000 ຫາ 2020, ອັດຕາການຕາຍຂອງແມ່ໃນປະເທດຫຼຸດລົງຈາກ 579 ຄົນມາເປັນ 126 ຄົນຕໍ່ການເກີດມີຊີວິດ 100,000 ຄົນ (ຂໍ້ມູນຈາກທະນາຄານໂລກ)ຊຶ່ງນີ້ໝາຍວ່າອັດຕາການເສຍຊີວິດຂອງແມ່ ແມ່ນຫຼຸດລົງເຖິງ 78.23% ແລະຖືວ່າເປັນໜຶ່ງໃນການຫຼຸດອັດຕາການເສຍຊີວິດອັນໃຫຍ່ຫຼວງໃນໂລກ. ພ້ອມກັນນັ້ນ, ອັດຕາການຕາຍຂອງເດັກເກີດໃໝ່ ແລະອັດຕາການຕາຍຂອງເດັກກໍມີທ່າອ່ຽງຫຼຸດລົງຊຶ່ງເຫັນໄດ້ຈາກໂຕເລກການເສຍຊີວິດທີ່ຫຼຸດລົງມາເປັນ 12 ແລະ 25 ຄົນຕໍ່ການເກີດມີຊີວິດ 1,000 ຄົນຕາມລໍາດັບໃນປີ 2023 (ຂໍ້ມູນຈາກການສຳຫຼວດດັດຊະນີໝາຍສັງຄົມລາວ (LSIS) ຄັ້ງທີ III ປີ 2023), ເມື່ອສົມທຽບກັບປີ 2012 ອັດຕາການຕາຍຂອງເດັກເກີດໃໝ່ແມ່ນ 32 ແລະອັດຕາການຕາຍຂອງເດັກແມ່ນ 68 ຄົນຕໍ່ 1,000 ການເກີດມີຊີວິດ (ຂໍ້ມູນຈາກການສຳຫຼວດດັດຊະນີໝາຍສັງຄົມລາວ (LSIS) ຄັ້ງທີ I ປີ 2012).

ນາງແອສປາຍຄໍາສິງນັກສຶກສາຜະດຸງຄັນອາຍຸ22 ປີ, ປັດຈຸບັນສຶກສາຢູ່ວິທະຍາໄລວິທະຍາສາດສຸຂະພາບແຂວງຊຽງຂວາງໃຫ້ຮູ້ວ່າ: ຕົນເອງຄອງຄອຍມື້ທີ່ຈະຮຽນຈົບແລະກາຍເປັນຜະດຸງຄັນ. ຕົນມີຄວາມກະຕືລືລົ້ນຫຼາຍໃນວຽກການຊ່ວຍເກີດລູກແລະກໍມີຈິດໃຈມັກຮັກເດັກນ້ອຍຊຶ່ງເປັນໜຶ່ງໃນສາມວິທະຍາໄລໃນສປປລາວທີ່ໄດ້ຮັບການຮັບຮອງລະດັບສາກົນ.ເຖິງວ່າຄວາມຄືບໜ້າມີຄວາມພົ້ນເດັ່ນ, ແຕ່ກໍຍັງມີວຽກງານຄົງຄ້າງອີກຫຼາຍຢ່າງທີ່ຍັງຕ້ອງສືບຕໍ່ປະຕິບັດ.ການຂາດຜູ້ໃຫ້ບໍລິການສຸຂະພາບໃນເຂດຫ່າງໄກສອກຫຼີກແລະເຂດຊົນນະບົດຫຼາຍບ່ອນຍັງສືບຕໍ່ເປັນປັດໃຈສ່ຽງທີ່ເປັນອັນຕະລາຍຕໍ່ຊີວິດຂອງແມ່ຍິງແລະເດັກຍິງເນື່ອງຈາກການເກີດພາວະແຊກຊ້ອນຈາກການຖືພາແລະການເກີດລູກ. ຜະດຸງຄັນມີບົດບາດສໍາຄັນໃນການຊ່ວຍຊີວິດ—ບໍ່ພຽງແຕ່ການຊ່ວຍເຫຼືອດ້ານສຸຂະພາບທາງເພດແລະສຸຂະພາບຈະເລີນພັນທີ່ຈໍາເປັນເທົ່ານັ້ນ,ແຕ່ຍັງສາມາດໃຫ້ການຊ່ວຍເຫຼືອທີ່ຄົບຖ້ວນແກ່ຄົນເຈັບຂອງເຂົາເຈົ້າ. ພວກເຂົາພ້ອມໃຫ້ການຊ່ວຍເຫຼືອໃນທຸກໄລຍະ, ສະໜອງການດູແລກ່ອນເກີດ, ຮັບປະກັນການເກີດລູກທີ່ປອດໄພ, ສະໜອງການດູແລຫຼັງເກີດ, ຊ່ວຍໃນການຕັດສິນໃຈດ້ານການວາງແຜນຄອບຄົວ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແມ່ຍິງແລະເດັກຍິງໃຫ້ນໍາໃຊ້ສິດທິຂອງພວກເຂົາແລະໃນການຕັດສິນໃຈໂດຍອີງໃສ່ຂໍ້ມູນ. ການໃຫ້ຄໍາແນະນໍາທີ່ຊ່ວຍປ່ຽນແປງຊີວິດນີ້ ສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເສຍຊີວິດຂອງແມ່ທີ່ສາມາດປ້ອງກັນໄດ້, ເຮັດໃຫ້ແມ່ຍິງດໍາລົງຊີວິດຢ່າງມີສຸຂະພາບທີ່ດີແລະຈະເລີນຮຸ່ງເຮືອງກັບຄອບຄົວແລະຄົນທີ່ພວກເຂົາຮັກ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ອົງການ UNFPA ຍັງຄົງຢຶດໝັ້ນຕໍ່ຄໍາໝັ້ນສັນຍາໃນການສົ່ງເສີມຄວາມກ້າວໜ້າໃນວຽກການຜະດຸງຄັນໃນສປປລາວ, ກໍຄືດັ່ງທີ່ໄດ້ຈັດຕັ້ງປະຕິບັດຢູ່ໃນຫຼາຍກວ່າ 125 ປະເທດທົ່ວໂລກ. ໂດຍຕັ້ງໜ້າສຸມໃສ່ການເພີ່ມທະວີຄຸນນະພາບການສຶກສາ, ສ້າງຫຼັກການ ແລະນະໂຍບາຍດ້ານບຸກຄະລາກອນທີ່ເຂັ້ມແຂງ, ພ້ອມທັງຊຸກຍູ້ໃຫ້ສະມາຄົມຜະດຸງຄັນແຫ່ງຊາດມີຄວາມເຂັ້ມແຂງ ເພື່ອຊ່ວຍສົ່ງເສີມ ແລະສະໜັບສະໜູນວິຊາຊີບດັ່ງກ່າວ.ເພື່ອສືບຕໍ່ວຽກງານອີງໃສ່ພື້ນຖານທີ່ໄດ້ສ້າງສາມາກ່ອນໜ້ານີ້, ຍຸດທະສາດການຜະດຸງຄັນສະບັບໃໝ່ ຂອງປະເທດລາວທີ່ພວມຖືກພັດທະນາແມ່ນມີຄວາມສອດຄ່ອງກັບຍຸດທະສາດການຜະດຸງຄັນທົ່ວໂລກປີ 2018-2030 ຂອງອົງການ UNFPAຊຶ່ງປະກອບມີ 6 ເສົາຄໍ້າຫຼັກ. ເສົາຄໍ້າເຫຼົ່ານີ້ ລວມເຖິງການຍອມຮັບໃນວຽກການຜະດຸງຄັນແມ່ນອົງປະກອບທີ່ຈໍາເປັນຕໍ່ການບັນລຸການເຂົ້າເຖິງການດູແລສຸຂະພາບທາງເພດແລະສຸຂະພາບຈະເລີນພັນທົ່ວປວງຊົນ.ທຸກພາກສ່ວນກ່ຽວຂ້ອງຕ້ອງໃຫ້ຄຳໝັ້ນສັນຍາຢ່າງເລິກເຊິ່ງເພື່ອຮັກສາ ແລະສືບຕໍ່ສົ່ງເສີມໃຫ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ອັນນີ້ໝາຍເຖິງການຮັບປະກັນການສະໜອງທຶນທີ່ພຽງພໍ,ການເພີ່ມຕໍາແໜ່ງຜະດຸງຄັນແລະຮັບປະກັນໃຫ້ມີການປະຕິບັດຕາມຂໍ້ກໍານົດການຝຶກອົບຮົມຢ່າງເຂັ້ມງວດເພື່ອທີ່ຈະສືບຕໍ່ໃຫ້ມີການຮັບຮອງຢ່າງຕໍ່ເນື່ອງພວກເຮົາຕ້ອງສືບຕໍ່ປະຕິບັດໜ້າທີ່ຜະດຸງຄັນທຸກຄົນຕ້ອງມີທັກສະແລະຄວາມຮູ້ ເພື່ອສະໜັບສະໜູນຊຸມຊົນແລະໃຫ້ການຊ່ວຍຊີວິດ. ພວກເຮົາຕ້ອງຮ່ວມກັນຊ່ວຍເຮັດໃຫ້ອັດຕາການຕາຍຂອງແມ່ ຫຼຸດລົງເປັນສູນ.

ຂ່າວ: ຍຸພິນທອງ

ຂໍ້ມູນ: UNFPA

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ