![]() |
ການສະແດງໃນຄັ້ງນີ້, ຊຶ່ງເລີ່ມຕົ້ນ ດ້ວຍການສະແດງ ແລະ ການເສບດົນຕີພື້ນເມືອງລາວເດີມ ຈາກວິທະຍາໄລສິລະປະແຫ່ງຊາດ ຂອງລາວ ຕາມມາດ້ວຍການເຕັ້ນເຕັ້ນ ຂອງ ສ. ເກົາຫຼີ ມະຫາວິທະຍາໄລສັນຕິພາບ ພ້ອມດ້ວຍບັນດາສຽງເພງ ແລະ ການສະແດງສິລະປະພື້ນເມືອງ ຈາກຄະນະສິລະປະ ທີ່ມີຊື່ສຽງໂດ່ງດັງ ຂອງ ສ. ເກົາຫຼີ ຈໍານວນ 10 ກ່ວາລາຍການ; ພ້ອມນັ້ນ, ກໍມີການສະແດງ ເຄປັອບ ຊຶ່ງເປັນລາຍການ ທີ່ຊາວ ສ.ເກົາຫຼີ ຈໍານວນບໍ່ໜ້ອຍຊື່ນຊອບ ໂດຍແມ່ນນັກສະແດງ ຂອງລາວ ຊຶ່ງໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ແຂກ ແລະ ຜູ້ເຂົ້າຊົມເປັນຢ່າງດີ;
ຄະນະອົງການແລກປ່ຽນການສະແດງສິລະປະ ວັດທະນະທໍາ ສາກົນ ສ.ເກົາຫຼີ ໄດ້ເຄີຍນຳພາຄະນະມາສະແດງຢູ່ ສປປ ລາວແລ້ວ ຄັ້ງໜຶ່ງໃນປີ 2017 ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 22 ປີ; ຕໍ່ມາ ກໍໄດ້ສະແດງໃນ 2023 ແລະ ໃນວັນທີ 17 ທັນວາ 2023 ກໍໄດ້ມາສະແດງອີກຄັ້ງ ໂດຍງານສະແດງວັດທະນະທຳພື້ນເມືອງ ສ. ເກົາຫຼີ ແລະ ຄັ້ງຫຼ້າສຸດ ໃນຄໍ່າຄືນຂອງວັນທີ 15 ທັນວາ 2025ນີ້ ແມ່ນໄດ້ມີການສະແດງຮ່ວມກັບ ວິທະຍາໄລ ສິລະປະແຫ່ງຊາດ ທີ່ສ່ອງແສງໃຫ້ເຫັນເຖິງວິຖີການດໍາລົງຊີວິດໃນອະດີດ ມາເຖິງປັດຈຸບັນ ຂອງປະຊາຊົນລາວ ແລະ ປະຊາຊົນ ສ. ເກົາຫຼີ ກໍຄືການພົວພັນ ແລະ ຮ່ວມມື ທີ່ດີງາມ ທີ່ເປັນມູນເຊື້ອ ຂອງປະຊາຊົນ 2 ຊາດ ແລະ ລັດຖະບານ ຂອງ 2 ປະເທດ.
![]() |
ໃນງານດັ່ງກ່າວ, ມີການເຂົ້າຮ່ວມ ຂອງທ່ານ ຄຳສວຍ ແກ້ວດາລາວົງ ອະດີດເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສ. ເກົາຫຼີ, ທ່ານ ອີດົງກີວ ອຸປະທູດ ຕາງໜ້າສະຖານທູດ ສ. ເກົາຫຼີ ປະຈໍາລາວ, ທ່ານ ຈອງ ອູ ຊັງ (Jung Woo Sang) ອະດີດປະ ທານສະມາຄົມ ຄົນເກົາຫຼີ ຢູ່ ສປປ ລາວ, ທ່ານ ຢາງ ປຽງ ຊູ (Yang Pyung Soo) ປະທານສະມາຄົມແລກປ່ຽນການສະແດງສິລະປະວັດທະນະທຳສາກົນ ຂອງ ສ. ເກົາຫຼີ; ທ່ານ ຢາງ ດົງ ຮັອກ ປະທານສະມາຄົມ ຄົນເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍຄະ ນະສິລະປະ ຂອງລາວ ແລະ ສ. ເກົາຫຼີ ພ້ອມດ້ວຍມວນຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
![]() |
(ຂ່າວ: ຣັດສະໝີ ດວງສັດຈະ)



ຄໍາເຫັນ