ສີ່ສິບປີ ແຫ່ງການພັດທະນາເສດຖະກິດຂອງແຂວງບໍລິຄໍາໄຊ 

ສີ່ສິບປີ ແຫ່ງການພັດທະນາເສດຖະກິດຂອງແຂວງບໍລິຄໍາໄຊ 
ໂດຍ: ນໍ້າຮຸ່ງແດນວິໄລ
ແຂວງບໍລິຄຳໄຊ ເປັນແຂວງທີ່ມີທ່າແຮງໃນການພັດທະນາເສດຖະກິດ-ສັງຄົມ ຫຼາຍດ້ານ ໂດຍສະເພາະແມ່ນດ້ານກະສິກຳ, ອຸດສາຫະກຳ ແລະ ການບໍລິການ ເມື່ອເວົ້າເຖິງແຂວງບໍລິຄຳໄຊ ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 6 ມີນາ 1984 ຄະນະພັກ, ຄະນະປົກຄອງແຂວງ ໄດ້ທຸ່ມເທສະຕິປັນຍາ, ແຮງກາຍ ແລະ ແຮງໃຈເຂົ້າໃນການພັດນາແຂວງ ໄດ້ດີຕະຫຼອດມາ.
    ໃນນັ້ນ, ວຽກງານເສດຖະກິດກໍເປັນວຽກໜຶ່ງທີ່ເປັນທ່າແຮງໃຫ້ແກ່ການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາ ແລະ ຍົກລະດັບຊີວິດການເປັນຢູ່ນັບມື້ນັບດີຂຶ້ນໄປເລື່ອຍໆ, ຕະຫຼອດຮອດການປົວແປງສົ່ງເສີມວັດທະນະທຳຮີດຄອງປະເພນີຂອງຊາດ, ຂອງແຂວງໄວ້ໃຫ້ໝັ້ນຄົງ ແລະ ສືບສານກັນມາຈົນເຖິງທຸກວັນນີ້.
    40 ປີມານີ້ ການພັດທະນາເສດຖະກິດຂອງແຂວງບໍລິຄຳໄຊ  ໄດ້ເລີ່ມຈາກການທີ່ມີເສດຖະກິດອ່ອນນ້ອຍ ກ້າວເຂົ້າສູ່ເສດຖະກິດທີ່ເຂັ້ມແຂງເທື່ອລະກ້າວ, ໃນເມືອກ່ອນນັ້ນແຂວງບໍລິຄຳໄຊ ມີພຽງຮ້ານຄ້າສະຫະກອນ ແລະ ຫົວໜ່ວຍການເກັບຊື້ຢູ່ຕາມຕົວເມືອງ ແລະ ຊົນນະບົດທີ່ມີເງື່ອນໄຂໂດຍສະເພາະໃນປີ 1984 ເປັນມື້ເລີ່ມສ້າງຕັ້ງແຂວງບໍລິຄຳໄຊ ໄດ້ມີສະຫະກອນກະເສດທັງໝົດ 76 ຫົວໜ່ວຍ, ສະຫະກອນຊື້-ຂາຍ 7 ຫົວໜ່ວຍ, ຕະຫຼາດໃນຊົນນະບົດ 7 ແຫ່ງ ຊຶ່ງເປັນການຊື້-ຂາຍແລກປ່ຽນສິນຄ້າກັນເທົ່ານັ້ນ, ພື້ນຖານການຜະລິດກໍມີແຕ່ການຜະລິດກະສິກຳເປັນຕົ້ນຕໍ ໂດຍອີງໃສ່ທຳມະຊາດເປັນຫຼັກ, ມາຮອດປີ 1990 ການຂະຫຍາຍຕົວທາງດ້ານເສດຖະກິດ ກໍເລີ່ມມີໜໍ່ແໜງ ແຕ່ກໍອາໄສການຜະລິດກະສິກຳແບບທໍາຊາດຍັງກວມ 85% ໃນໄລຍະນີ້ກໍໄດ້ມີການລິເລີ່ມບຸກເບີກເນື້ອທີ່ນາ. ກໍ່ສ້າງຊົນລະປະທານຂະໜາດນ້ອຍ,ສ້າງອ່າງເກັບນໍ້າເພື່ອສະໜອງໃຫ້ແກ່ການປູກພືດຊະນິດຕ່າງໆ, ໃນນັ້ນເນື້ອທີ່ນາທັງໝົດມີ 15.719 ເຮັກຕາ, ຖ້າທຽບໃສ່ ປີ 1984 ເພີ່ມຂຶ້ນ 36,7% ເນື້ອທີ່ໄຮ່ມີ 12.177 ເຮັກຕາ ໄດ້ຫຼຸດລົງ 5,53%, ຄຽງຄູ່ກັນນັ້ນ ກໍໄດ້ຫັນອາຊີບຂອງປະຊາຊົນ ຈາກການເຮັດໄຮ່ລົງມາເຮັດນາ ເພື່ອຫຼຸດຜ່ອນການຈູດໄມ້ທຳລາຍປ່າ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ, ດ້ານວຽກງານອຸດສາຫະກໍາ-ຫັດຖະກໍາປຸງແຕ່ງ ມີພຽງເຕົາເຜົາດິນຈີ່ 8 ແຫ່ງ, ໂຮງເລື່ອຍໄມ້ 5 ແຫ່ງ, ໂຮງຊອຍ, ເຟີນີເຈີ 6 ແຫ່ງ ທີ່ເລີ່ມເປັນໜໍ່ແໜງ, ດ້ານການຄ້າ ແລະ ການບໍລິການ, ກໍໄດ້ເລີ່ມຂະຫຍາຍໄປສູ່ຊົນນະບົດ ແລະ ພູດອຍ ຈົນເຮັດໃຫ້ເກີດມີຮ້ານຂາຍຍ່ອຍ ຈຳນວນ 1.007 ຮ້ານ ເຫັນວ່າເພີ່ມຂຶ້ນ 72,19%, ດ້ານການເງິນ ແລະ ກົນໄກຄຸ້ມຄອງເສດຖະກິດໃໝ່, ແຍກສອງພາລະບົດບາດ, ໂດຍສະເພາະແມ່ນການຄຸ້ມຄອງມະຫາພາກ ແລະ ຈຸລະພາກ, ຄຸ້ມຄອງການເງິນແບບລວມສູນ, ຫັນບັນດາເສດຖະກິດຂອງລັດໄປສູ່ເສດຖະກິດຕະຫຼາດ ແລ້ວກ້າວເຂົ້າສູ່ການເກັບລາຍຮັບບັນລຸ 2.086 ຕື້ກີບ ສ່ວນຫຼາຍໄດ້ມາຈາກການຂາຍໄມ້ເປັນສ່ວນໃຫຍ່ ແຕ່ຍັງບໍ່ແມ່ນເສດຖະກິດທີ່ຜະລິດເປັນສິນຄ້າເພື່ອສົ່ງອອກມາຮອດປີ 2000 ເນື້ອທີ່ນາກໍໄດ້ຂະຫຍາຍຕົວຂຶ້ນເປັນ 17.771 ເຮັກຕາ, ການຜະລິດກໍໄດ້ຫັນມາຜະລິດແບບເຄິ່ງທຳມະຊາດ ແລະ ວິທະຍາສາດ ເປັນສອງລະດູ ຄື: ນາແຊງ ແລະ ນາປີ, ຜົນການຜະລິດເຂົ້າກໍບັນລຸ 71.020 ໂຕນ ສະເລ່ຍໃສ່ພົນລະເມືອງໄດ້ 400 ກິໂລຕໍ່ຄົນຕໍ່ປີ ເປັນແຂວງທີ່ສາມາດກຸ້ມກິນ, ດ້ານການລ້ຽງສັດກໍໄດ້ເລີ່ມມີໜໍ່ແໜງໃນການລ້ຽງເປັນກຸ່ມເປັນຟາມ, ການຄ້າ ແລະ ການລົງທຶນ ໄດ້ເອົາໃຈໃສ່ການບໍລິການສອງສົ້ນ ເພື່ອຊຸກຍູ້ການຜະລິດສິນຄ້າ, ເປີດກວ້າງການຊື້-ຂາຍໃນເຂດຊົນນະບົດຫ່າງໄກສອກຫຼີກ, ມາຮອດປີ 2005 ການພັດທະນາເສດຖະກິດພາຍໃນແຂວງ ມີບາດກ້າວຂະຫຍາຍຕົວດ້ວຍຈັງຫວະທີ່ດີຕາມລໍາດັບ ລວມຍອດຜະລິດຕະພັນພາຍໃນ ຫຼື GDP  ເພີ່ມຂຶ້ນ ໂດຍສະເລ່ຍ 6,7% ຕໍ່ປີ, ສະເລ່ຍລາຍໄດ້ໃສ່ພົນລະເມືອງພາຍໃນແຂວງບັນລຸໄດ້ 305 ໂດລາ, ເສັ້ນທາງຄົມມະນາຄົມ, ລະບົບຊົນລະປະທານ, ໄຟຟ້າ, ໂທລະຄົມມະນາຄົມ ກໍໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນນັ້ນ, ດ້ານກະສິກຳ ມີເນື້ອທີ່ນາໄດ້ເພີ່ມຂຶ້ນເປັນ 4.093 ເຮັກຕາ, ລວມຍອດຜະລິດຕະພັນອຸດສາຫະກໍາໄດ້ເພີ່ມຂຶ້ນ 18 ເທົ່າຕົວ, ເມື່ອທຽບໃສ່ປີ 1990, ການຈໍລະຈອນສິນຄ້າ ອອກສູ່ຊົນນະບົດໄດ້ກວມເອົາ 90% ພາຍໃນແຂວງ ຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ສິນຄ້າຂາອອກໄດ້ເພີ່ມຂຶ້ນ 29%, ຄຽງຄູ່ກັນນັ້ນສິນຄ້າຂາເຂົ້າກໍມີໂຕເລກຫຼຸດລົງ ໂດຍສະເລ່ຍ 42%, ຍ້ອນການຜະລິດພາຍໃນເພີ່ມຂຶ້ນ, ການຈັດເກັບລາຍຮັບກໍສາມາດກຸ້ມຕົນເອງ ແລະ ດຸ່ນດ່ຽງໃຫ້ສູນກາງຈຳນວນໜຶ່ງ, ເສັ້ນທາງຄົມມະນາຄົມ ກໍເຂົ້າເຖິງປະຊາຊົນທຸກເມືອງ ກວມເອົາ 80% ພາຍໃນແຂວງ ແລະ ການບໍລິການດ້ານໂທລະຄົມມະນາຄົມ ໄດ້ນໍາໃຊ້ເລກໝາຍໂທລະສັບເຖິງ 1.048 ປະຕູ ເຫັນວ່າການຂະຫຍາຍຕົວທາງດ້ານເສດຖະກິດ ຂອງແຂວງບໍລິຄຳໄຊ ໄດ້ມີທ່າກ້າວຂະຫຍາຍຕົວຂຶ້ນທຸກໆປີເລື້ອຍມາ.
ຕະຫຼອດການສ້າງສາພັດທະນາແຂວງບໍລິຄຳໄຊ ເປັນເວລາ 40 ປີ ກອງປະຊຸມຕີລາຄາການຈັດຕັ້ງປະຕິບັດມະຕິ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ກາງສະໄໝ ໃນທ້າຍປີ 2023 ໄດ້ຢັ້ງຢືນວ່າ: ລະດັບການຂະຫຍາຍຕົວທາງດ້ານເສດຖະກິດຂອງແຂວງບໍລິຄຳໄຊຢູ່ໃນລະດັບ 5,27%, ລວມຍອດຜະລິດຕະພັນພາຍໃນຫຼື GDPບັນລຸໄດ້ 11.004 ຕື້ກີບ ທຽບໃສ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີI ເພີ່ມຂຶ້ນ 26,4 ເທົ່າ, ລາຍໄດ້ສະເລ່ຍຂອງພົນລະເມືອງແມ່ນ 33 ລ້ານກວ່າກີບ, ໃນນັ້ນ, ຂະແໜງກະສິກຳ ຂະຫຍາຍຕົວ 2,46% ກວມ ເອົາ 32,49 ຂອງ GDP, ຂະແໜງອຸດສາຫະກໍາ-ກໍ່ສ້າງ ມີໂຕເລກທົດຖອຍ -1.10% ກວມເອົາ 42,33% ຂອງ GDP,  ຂະແໜງບໍລິການຂະຫຍາຍຕົວ 19,92% ກວມ 25,18% ຂອງ GDP; ການເກັບລາຍຮັບເຂົ້າງົບປະມານທັງໝົດບັນລຸ 1.288,69 ຕື້ກີບ ໃນນັ້ນພູດທ້ອງຖິ່ນບັນລຸ 756,74 ຕື້ກີບ ລື່ນແຜນດັດແກ້ 29,91% ແລະ ທຽບໃສ່ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີI ເພີ່ມຂຶ້ນ 15,6 ເທົ່າ ສະເພາະດ້ານກະສິກຳມີເນື້ອທີ່ຜະລິດເຂົ້າ ປະຕິບັດໄດ້ 40.485 ຮຕ, ຜົນຜະລິດບັນລຸ 136.710ໂຕນ, ສະເລ່ຍເຂົ້າກິນໄດ້ 418 ກິໂລ/ຄົນ/ປີ,ເນື້ອທີ່ການຜະລິດພືດເປັນສິນຄ້າ ມີ 37.667 ຮຕຜົນຜະລິດບັນລຸ 544.331 ໂຕນ,ມີມູນຄ່າ 1.410 ຕື້ກີບ,ການຜະລິດສະບຽງອາຫານເພື່ອບໍລິໂພກສາມາດສະເລ່ຍໄດ້ 58,53 ກິໂລ/ຄົນ/ປີ,ດ້ານການຄ້າ ແລະ ການລົງທຶນ, ແຕ່ປີ 2020 ມາເຖິງປັດຈຸບັນ ການລົງທຶນໄດ້ທັງໝົດ 2.764,1 ຕື້ກີບ ເທົ່າກັບ 37% ຂອງແຜນ ໃນນັ້ນການລົງທຶນຂອງລັດ796,2 ຕື້ກີບ ເທົ່າກັບ 39,31% ຂອງແຜນການ ກວມ 28,80%, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດຈຳນວນ 938,4 ຕື້ກີບ ເທົ່າກັບ 32,76% ຂອງແຜນການ, ກວມ 33,94% ແລະ ການຊ່ວຍເຫຼືອເພື່ອການພັດທະນາຈຳນວນ 152,42 ຕື້ກີບ ເທົ່າກັບ 34,73% ຂອງແຜນການ ກວມ 5,51% ຂອງທຶນທັງໝົດ  ນອກນັ້ນຍັງມີຕະຫຼາດແລກປ່ຽນສິນຄ້າ 32 ແຫ່ງ, ມູນຄ່າສົ່ງອອກສິນຄ້າ 130,95 ລ້ານໂດລາ, ມູນຄ່າການນຳເຂົ້າສິນຄ້າ 261,69ລ້ານໂດລາ, ມູນຄ່າສິນຄ້າຜ່ານແດນ 130,95 ລ້ານໂດລາ, ດຸນການຄ້າ 130,73 ລ້ານໂດລາ, ລະບົບຕາຂ່າຍໄຟຟ້າໄດ້ຂະຫຍາຍໄປສູ່ບັນດາເມືອງກວມ 100% ຂອງແຂວງ, ພື້ນຖານໂຄງລ່າງຄົມມະນາຄົມໄດ້ຮັບການພັດທະນາກວ້າງຂວາງ ໃນແຕ່ລະບ້ານມີເສັ້ນທາງໄປເຖິງ 100% ສາມາດທຽວໄດ້ 2 ລະດູ ກວມ 92,61% ເຄືອຄ່າຍໂທລະຄົມ ກວມເອົາ 99,29% ສິ່ງທີ່ຢັ້ງຢືນຕໍ່ການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ, ການປະຕິບັດແຜນສ້າງຊົນນະບົດໃໝ່ ແລະ ການສ້າງບ້ານໃຫຍ່ກາຍເປັນສີສັນຕົວເມືອງນ້ອຍ ເຮັດໃຫ້ຊົນນະບົດຫຍັບເຂົ້າໃກ້ກັບຕົວເມືອງ ພ້ອມທັງປະກາດຮັບຢ່າງເປັນທາງການ ຈຳນວນ 4 ບ້ານ ຄື: ບ້ານຜາເມືອງ ເມືອງບໍລິຄັນ, ບ້ານວຽງຄຳ, ບ້ານທົ່ງນາມີ ເມືອງປາກກະດິງ ແລະ ບ້ານຈອມທອງ ເມືອງວຽງທອງ,ຄຽງຄູ່ກັນນັ້ນແຂວງບໍລິຄຳໄຊ ໄດ້ຫັນເອົາພະນັກງານການນໍາຫຼັກແຫຼ່ງ ແລະ ວິຊາການ ລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ໂດຍນຳພາປະຊາຊົນຈັດຕັ້ງປະຕິບັດຕົວຈິງ, ຈັດສັນພູມລຳເນົາ, ຈັດສັນອາຊີບຄົງທີ່, ໂຮມບ້ານນ້ອຍກະແຈກກະຈາຍຕາມຮ່ອມຫ້ວຍພູເຂົາເຂົ້າເປັນບ້ານໃຫຍ່ຈາກເມື່ອກ່ອນມີ 521 ມາຮອດປັດຈຸບັນມີ 284 ບ້ານ, ມີປະຊາກອນ 325.132 ຄົນຍິງ 161.671ຄົນ, ມີ 58.323ຄົວເຮືອນ ມາຮອດປັດຈຸບັນນີ້ມີຄອບຄົວພົ້ນທຸກແລ້ວ 56,091 ຄອບຄົວ ເທົ່າກັບ 96,13% ແລະ ຍັງມີຄອບຄົວບໍ່ທັນພົ້ນທຸກຈຳນວນ 2.232 ຄອບຄົວ ກວມເອົາ 3,87%,ບ້ານຍັງທຸກຍາກ 22 ບ້ານ ກວມເອົາ 7,74% ຂອງບ້ານທັງໝົດ.

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ