ສເກົາຫຼີ ສົ່ງເສີມ ຄວາມປອດໄພການບິນຂອງ ສປປ ລາວ ເປັນຄັ້ງທີ2

ສເກົາຫຼີ ສົ່ງເສີມ ຄວາມປອດໄພການບິນຂອງ ສປປ ລາວ ເປັນຄັ້ງທີ2
ພິທີເປີດການຝຶກອົບຮົມດ້ານຄວາມປອດໄພການບິນ ແລະ ແຜນແມ່ບົດສະໜາມບິນ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ທີ່ໂຮງແຮມຄຣາວພລາຊາ ນະຄອຫຼວງວຽງຈັນ, ນຳພາການຝຶກອົບຮົມຄັ້ງນີ້ໂດຍ ບໍລິສັດ Dohwa Engineering Co.,Ltd. ແລະ ບໍລິສັດ Korea Airports Corporation ຈາກ ສເກົາຫຼີ; ການຝຶກອົບຮົມຄັ້ງນີ້ແມ່ນຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ກົມການບິນພົນລະເຮືອນ, ບັນດາສະໜາມບິນໃນລາວ ແລະ ສະໜາມບິນສາກົນວັດໄຕຊຶ່ງຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ; ແຜນງານດັ່ງກ່າວແນໃສ່ຊຸກຍູ້ໂຄງການຂະຫຍາຍສະໜາມບິນໃນລາວ ແລະ ຮັບປະກັນການປະຕິບັດການດ້ານຄວາມປອດໄພສະໜາມບິນຕາມມາດຕະຖານສາກົນ, ຊຶ່ງການຝຶກອົບຮົມດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ສ ເກົາຫຼີ ຜ່ານໂຄງການ Global ESG+ ຂອງອົງການສົ່ງເສີມການຄ້າ-ການລົງທຶນ ສເກົາຫຼີ (KOTRA) ແລະ ຈັດຝຶກອົບຮົມໂດຍອົງການ KOTRA ວຽງຈັນ.
ເປັນກຽດເຂົ້າຮ່ວມງານຝຶກອົບຮົມຄັ້ງນີ້ໂດຍ ທ່ານ ພິລຊອງ ຄິມ (MrPilseongKim) ຜູ້ອຳນວຍການອົງການ KOTRA ວຽງຈັນ, ທ່ານ ບຸນແຕ່ງ ສີມູນ ຮອງຫົວໜ້າກົມການບິນພົນລະເຮືອນ ຕົວແທນຈາກບໍລິສັດ Dohwa Engineering Co.,Ltd ແລະ Korea Airports Corporation ພ້ອມທັງ ບັນດາສຳມະນາກອນ ຜູ້ບັນລະຍາຍ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ 32 ທ່ານ ຈາກກົມການບິນພົນລະເຮືອນ ບັນດາສະໜາມບິນໃນລາວ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງໃນບັນດາສະໜາມບິນຕ່າງໆ; ແຜນງານຝຶກອົບຮົມຄວາມປອດໄພການບິນ ແລະ ຄວາມປອດໄພທາງອາກາດ, ໄດ້ລິເລີ່ມໃນປີ 2022 ແລະ ໄດ້ດຳເນີນຕໍ່ໃນປີ 2023 ໂດຍສຸມໃສ່ແຜນແມ່ບົດຄວາມປອດໄພດ້ານການບິນ ແລະ ແຜນແມ່ບົດຢູ່ສະໜາມບິນ; ການຝຶກອົບຮົມຖືກແບ່ງເປັນ ສອງຊ່ວງ ຊຶ່ງກວມເອົາຫຼາຍຫົວຂໍ້ທີ່ສຳຄັນ ຊຶ່ງລວມທັງການປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບລະບຽບການຂອງ ສເກົາຫຼີ ທີ່ກ່ຽວຂ້ອງກັບລະບົບການປະຕິບັດງານດ້ານການບິນ ແລະ ການຄຸ້ມຄອງຄວາມປອດໄພ; ໂຄງການດັ່ງກ່າວໄດ້ພິຈາລະນາເຖິງເນື້ອໃນສຳຄັນຂອງການວາງແຜນແມ່ບົດສະໜາມບິນ, ເນັ້ນໜັກເຖິງການພິຈາລະນາການນຳໃຊ້ທີ່ດິນຢູ່ເຂດອ້ອມຂ້າງ, ການປະເມີນສະພາບແວດລ້ອມແລະການກໍ່ສ້າງສິ່ງຈຳເປັນໃນສະໜາມບິນ ແລະ ຍັງລວມເຖິງມາດຕະຖານການອອກແບບ ແລະ ການຈັດແບ່ງປະເພດ.
ທ່ານ ບຸນແຕ່ງ ສີມູນກ່າວວ່າ: ໂຄງການຝຶກອົບຮົມຂອງ ສ.ເກົາຫຼີ ໃຫ້ກັບ ບັນດາເຈົ້າໜ້າທີ່ ແລະ ພະນັກງານການບິນໃນລາວ ໄດ້ເປີດໂອກາດ ໃຫ້ຄົ້ນພົບ ໄພອັນຕະລາຍທີ່ເຊື່ອງຊ້ອນໃນການປະຕິບັດວຽກງານປະຈຳວັນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ.
ທ່ານຍັງກ່າວຕື່ມວ່າ: ການຝຶກອົບຮົມຄັ້ງນີ້ ຈະຍົກລະດັບຄວາມສາມາດໃນການດຳເນີນງານ ລວມທັງ ມາດຕະການຄວາມປອດໄພ ຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ການວາງແຜນໄລຍະຍາວ ຊຶ່ງຈະເຮັດໃຫ້ສະໜາມບິນດຳເນີງານສອດຄ່ອງກັບມາດຕະຖານສາກົນ ປະກອບສ່ວນເຂົ້າໃນການພັດທະນາ ແລະ ການຂະຫຍາຍຕົວຂອງການບິນໃນລາວໂດຍລວມ; ທ່ານ ພິລ ຊອງຄິມ ກ່າວຕື່ມວ່າ: ແຜນງານຝຶກອົບຮົມຄວາມປອດໄພທາງການບິນ ແລະ ຄວາມປອດໄພທາງອາກາດ ໄດ້ຮັບການຈັດຕັ້ງປະຕິບັດເປັນຄັ້ງທີສອງໃນປີທີ່ຜ່ານມາ.ປັດຈຸບັນ, ຫ້ອງການຂອງພວກເຮົາພວມກະກຽມໂຄງການແລກປ່ຽນຄວາມຮູ້ໃຫ້ແກ່ກົມການບິນພົນລະເຮືອນ ໂດຍສຸມໃສ່ການການນຳໃຊ້ບັນດານະວັດຕະກຳຕ່າງໆ ຢູ່ສະໜາມບິນຫຼວງພະບາງ.
ໂຄງການແບ່ງປັນຄວາມຮູ້ທີ່ກ່າວມາ ແມ່ນຢູ່ໃນຂັ້ນຕອນການປະມູນໃນສເກົາຫຼີ ແລະ ຄາດວ່າໂຄງການດັ່ງກ່າວຈະດໍາເນີນການໃນເດືອນກຸມພາປີໜ້າ ໂດຍໃຊ້ເວລາປະມານສອງປີ; ໂຄງການ KOTRA Global ESG+ ແມ່ນໂຄງການທີ່ແນໃສ່ ການນຳໃຊ້ຄວາມສາມາດຂອງບັນດາບໍລິສັດຂອງສເກົາຫຼີ ເພື່ອຜົນປະໂຫຍດຂອງບັນດາຂະແໜງການຕ່າງໆໃນຕ່າງປະເທດ ພ້ອມທັງເພີ່ມທະວີການພົວພັນຍຸດທະສາດກັບບັນດາຄູ່ຮ່ວມມືພາຍໃນປະເທດ; ການຝຶກອົບຮົມຄັ້ງນີ້ ແມ່ນໂຄງການຄັ້ງທີ4ໃນປີ 2023 ທີ່ຈັດຂຶ້ນພາຍໃຕ້ໂຄງການ ຂອງ KOTRA Global ESG+ຊຶ່ງ ສປປ ລາວ ຈະໄດ້ຮັບບຸລິມະສິດດ້ານຄວາມປອດໄພດ້ານການບິນຕື່ມອີກ ແລະ ສາມາດຍົກລະດັບຄວາມອາດສາມາດໃນຂົງເຂດຄວາມປອດໄພດ້ານການບິນຕື່ມອີກໃນອະນາຄົດ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ