![]() |
ໃນວັນທີ 12 ພະຈິກ 2025ທີ່ສະພາມັນຊຸເເດ, ໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງສະຫາຍທອງສະຫວັນພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະສະຫາຍນາງແຈຊອນຮຸຍ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປເກົາຫຼີ, ຊຶ່ງເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ສະໜິດສະໜົມ ແລະມີຜົນສໍາເລັດສູງ.ໃນການພົບປະຄັ້ງນີ້,ສະຫາຍນາງແຈຊອນຮຸຍໄດ້ຕີລາຄາສູງຕໍ່ການຢ້ຽມຢາມສປປເກົາຫຼີຢ່າງເປັນທາງການຂອງ ສະຫາຍ ທອງສະຫວັນ ພົມວິຫານ ແລະ ຄະນະຜູ້ແທນສປປລາວ, ອັນໄດ້ເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດ ສປປ ເກົາຫຼີ ແລະ ສປປ ລາວ ໃຫ້ສືບຕໍ່ພັດທະນາຂຶ້ນສູ່ບາດກ້າວໃໝ່.ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຄູ່ຮ່ວມຕໍາແໜ່ງ ຝ່າຍ ສປປ ເກົາຫຼີ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການເສຍຊີວິດຂອງສະຫາຍກິມຢົງ ນາມ, ອະດີດກຳມະການປະຈໍາກົມການເມືອງສູນກາງພັກແຮງງານເກົາຫຼີ, ອະດີດປະທານຄະນະກຳມະການປະຈຳສະພາປະຊາຊົນສູງສຸດ ສປປ ເກົາຫຼີ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 3 ພະຈິກ 2025 ຜ່ານມາ, ເຊິ່ງເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນເກົາຫຼີ ອ້າຍນ້ອງ ແລະ ຂໍແບ່ງເບົາຄວາມທຸກໂສກໄປຍັງຄອບຄົວຂອງ ສະຫາຍກິມຢົງ ນາມ ອີກດ້ວຍ.
ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບສູງໃນການຜັນຂະຫຍາຍຜົນການພົບປະຄັ້ງປະຫວັດສາດ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວແລະ ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫ່ຍພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫຼີໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ຜ່ານມາ ໃຫ້ເປັນຮູບປະທໍາໂດຍໄວ ເປັນຕົ້ນແມ່ນການສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັ້ນສູງແລະຂັ້ນຕ່າງໆໃຫ້ເປັນປົກກະຕິ ແລະ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃນຂົງເຂດວັດທະນະທຳ-ສັງຄົມ, ການສຶກສາ ແລະ ກິລາ, ທ່ອງທ່ຽວ, ການຮ່ວມມືໃນວຽກງານກໍ່ສ້າງພັກ-ພະນັກງານ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະ ດ້ານອື່ນໆ ໃຫ້ຂະຫຍາຍຕົວ ລວມທັງການຈັດກອງປະຊຸມຮ່ວມມືສອງຝ່າຍ ຕາມກົນໄກທີ່ໄດ້ປະຕິບັດຜ່ານມາໃນອະນາຄົດ. ນອກນັ້ນ, ສອງຝ່າຍຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພົ້ນເດັ່ນພາຍໃນປະເທດ ແລະ ແລກປ່ຽນຄໍາຄິດຄໍາເຫັນຕໍ່ການຮ່ວມມືໃນຂອບອາຊຽນ ແລະ ສປຊທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເຊື້ອເຊີນສະຫາຍ ນາງ ແຈຊອນຮຸຍ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ເດີນທາງຢ້ຽມຢາມສປປລາວໃນເວລາທີ່ສອງຝ່າຍມີຄວາມສະດວກ ເພື່ອຮັດແໜ້ນ ແລະ ສົ່ງເສີມການຮ່ວມມືລະຫວ່າງສອງພັກ, ສອງລັດ ກໍຄື ສອງກະຊວງການຕ່າງປະເທດ ໃຫ້ຂະຫຍາຍຕົວ, ຊຶ່ງສະຫາຍນາງແຈຊອນຮຸຍກໍ່ສະແດງຄວາມຍິນດີ ແລະ ຈະຢ້ຽມຢາມ ສປປ ລາວ ໃນເວລາທີ່ສອງຝ່າຍມີຄວາມສະດວກ. ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ຢ້ຽມຢາມ ອະນຸສາວະລີແນວຄິດຈຸເຊ, ລົດໄຟໃຕ້ດິນພຽງຢາງ ແລະ ຢ້ຽມຢາມປະຕູໄຊ, ພ້ອມທັງເຂົ້າຮ່ວມງານລ້ຽງຕ້ອນຮັບ ທີ່ເຮືອນພັກກໍບັງຊັນ ຈັດເປັນກຽດໂດຍ ສະຫາຍ ນາງແຈຊອນຮຸຍ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ. ພ້ອມນີ້, ຍັງມີເເຜນໄປຢ້ຽມຢາມ ແລະ ທັດສະນະສຶກສາສະຖານທີ່ສໍາຄັນທາງປະຫວັດສາດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ເກົາຫຼີ ຈໍານວນໜຶ່ງໃນລະຫວ່າງການຢ້ຽມຢາມອີກດ້ວຍ. ຂ່າວ:ກະຊວງການຕ່າງປະເທດ

ຄໍາເຫັນ